• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ກິລາ

ມວຍໄຫ ຢູ່ນະຄອນ ຖູເຢົ່າໝົດ

ຫຼາຍຮ້ອຍປີຜ່ານມາ, ທີ່ບ້ານ ເຕືອງບິ່ງຮຽບ, ນະຄອນ ຖູເຢົ່າໝົດ (ບິ່ງເຢືອງ) ມີໂຮງງານຜະລິດເຄື່ອງປັ້ນດິນເຜົາຫຼາຍແຫ່ງຜະລິດ ສະເພາະ ໄຫ ທີ່ມີຊື່ສຽງດົງດັງ. ໃນເວລາຜະລິດ, ບັນດານາຍຊ່າງ ຢູ່ທີ່ນີ້ ໄດ້ປະດິດຂຶ້ນວິຊາມວຍໜຶ່ງ, ນັ້ນແມ່ນມວຍໄຫ. 
ໃນເວລາຜະລິດໄຫ, ບັນດານາຍຊ່າງຜະລິດເຄື່ອງປັ້ນດິນເຜົາສ່ວນຫຼາຍໄດ້ປະຕິບັດຕາມແບບຫັດຖະກຳ. ບັນດາຈັງຫວະຄື: ຄັ້ນດິນ, ປັ້ນດິນເຜົາ, ກໍ່ສ້າງຂອບ, ແຕ່ງຮູບຊົງ, ຂົນດິນ... ໄດ້ກາຍເປັນຄວາມຄຸ້ນເຄີຍ ແລະ ຊຳນິຊຳນານຂອງບັນດານາຍຊ່າງ ມືອາຊີບ. ຈາກນັ້ນ ເຂົາເຈົ້າຮວບຮວມເປັນບັນດາບົດຝຶກຫັດກັບໄຫ ແລະ ບອກກັນຊ້ອມຄືວິທີໜຶ່ງເພື່ອຝຶກແອບສຸຂະພາບເທົ່ານັ້ນ. ຫຼັງຈາກນັ້ນ, ອາຈານມວຍ ເຈີ່ນດິງເຢືອງ, ປະທານສະມາຄົມມວຍພື້ນເມືອງ ບິ່ງເຢືອງ ໄດ້ຮວບຮວມ ແລະ ກໍ່ສ້າງເປັນວິຊາມວຍໜຶ່ງ ທີ່ມີ 18 ບົດ ແລ້ວສອນຄືນໃຫ້ບັນດານາຍຊ່າງ ແລະ ນັກມວຍ.
 
ບັນດາຈັງຫວະໃນວິຊາມວຍໄຫ ບໍ່ສັບສົນ, ສ່ວນຫຼາຍແມ່ນບັນດາຈັງຫວະທີ່ງ່າຍດາຍ ໄດ້ຮວບຮວມຈາກການຜະລິດຕົວຈິງ ແລະ ປ່ຽນແປງໃຫ້ເໝາະສົມກັບການຝືກຊ້ອມ. ບົດມວຍໄຫ 18 ບົດ ໄດ້ແບ່ງເປັນແຕ່ລະຂັ້ນ, ແຕ່ຂັ້ນພື້ນຖານ, ຂັ້ນກາງເຖິງຂັ້ນສູງ, ຕົວຢ່າງຄື: ບາດກວາຍ ໄຫ, ໄຫ ກືວກູງ, ໄຫ ເທີດຕິງ, ໄຫ ຫງູແຫ່ງ, ໄຫ ຫງູມົນ ແລະ ອື່ນໆ. 

ຊ້ອມກັບ ໄຫ ທີ່ໂຮງງານຜະລິດເຄື່ອງປັ້ນດິນເຜົາ. 


ບັນດາບົດຊ້ອມກັບ ໄຫ ທັງຊ່ວຍເຮັດໃຫ້ນາຍຊ່າງ ມີສຸຂະພາບ
ທີ່ເຂັ້ນແຂງ, ທັງແມ່ນການຜ່ອນຄາຍອາລົມໃນການເຮັດວຽກ ປະຈຳວັນ. 



ຈັງຫວະບຸກໂຈມຕີໜຶ່ງ ດ້ວຍ ໄຫນ້ອຍ. 


ຈັງຫວະຕັ້ງທ່າໜຶ່ງ ທັງຢືນ ທັງກອດ ໄຫ ດ້ວຍຂໍ້ມື ເພື່ອຝຶກແອບ ເນື້ອກ້າມ. 


ມີ ໄຫ ສາມຊະນິດໄດ້ນຳໃຊ້ໃນການຝຶກຊ້ອມແມ່ນ: ໄຫໃຫຍ່, ໄຫກາງ ແລະ ໄຫນ້ອຍ
ດ້ວຍເປົ້າໝາຍຝຶກຊ້ອມແຕກຕ່າງກັນ.



ບັນດາບົດມວນ ໄຫ ຊ່ວຍຝຶກແອບເນື້ອກ້າມ, ເພີ່ມກຳລັງແຮງ
ແລະ ຮັບໃຊ້ໃນການເຮັດວຽກໄດ້ດີກວ່າ.



ນັກມວຍ ເຈີ່ນແທງໂຫ ປະຕິບັດທ່າບຸກໂຈມຕີໜຶ່ງດ້ວຍ ໄຫກາງ ໜ່ວຍໜຶ່ງ.


ເມື່ອຈຳເປັນ, ໄຫກໍ່ສາມາດກາຍເປັນອາວຸດປ້ອງກັນຕົວຊະນິດໜຶ່ງ
ເພື່ອຕ້ານຄືນອາວຸດຊະນິດຕ່າງໆ ຢ່າງມີປະສິດທິພາບ.​
ມີໄຫສາມຊະນິດໄດ້ນຳໃຊ້ໃນການຝຶກຊ້ອມແມ່ນ: ໄຫໃຫຍ່, ໄຫກາງ ແລະ ໄຫນ້ອຍ. ໄຫຊະນິດໃດຈະມີບົດຝຶກຊ້ອມສະເພາະ ແລະ ຈຸດປະສົງຂອງໄຫຊະນິດນັ້ນ. ຕົວຢ່າງ: ໄຫໃຫຍ່ໄດ້ນຳໃຊ້ໃນການຝຶກຊ້ອມທ່າຢືນບຸກລຸກ ແລະ ເນື້ອກ້າມເພື່ອເພີ່ມຄວາມແຮງ. ໄຫກາງ ໄດ້ນຳໃຊ້ໃນການສົມທົບລະຫວ່າງຄວາມແຮງ ແລະ ຄວາມໄວ, ທັງຝຶກຊ້ອມທ່າປ້ອງກັນຕົວ. ໄຫນ້ອຍ ໄດ້ນຳໃຊ້ໃນການ ຝຶກຊ້ອມຄວາມໄວດ້ວຍບັນດາຈັງຫວະທີ່ໄຫວພິບ, ໄວ, ແຮງ ແລະ ຄັກແນ່.
 
ດ້ວຍໄຫໜ່ວຍໜຶ່ງ, ນັກມວຍອາດສາມາດເຮັດໃຫ້ມັນກາຍເປັນ ເຄື່ອງມືຮັບໃໍຊ້ການຝຶກແອບຄວາມໝັ້ນໜຽວຂອງເນື້ອກາມ, ຄວາມໝັ້ນແກ່ນ, ໄຫວພິກຂອງທ່າບຸກລຸກ. ບັນດາບົດຝຶກຊ້ອມຂອງ ມວຍ ໄຫ ທັງຊ່ວຍເຮັດໃຫ້ນາຍຊ່າງເພີ່ມກຳລັງແຮງ, ທັງຊ່ວຍຍົກສູງ ເຕັກນິກການຜະລິດຂອງເຂົາເຈົ້າອີກດ້ວຍ. ນອກຈາກນນ, ບັນດາບົດມວຍ ໄຫ ຍັງມີປະໂຫຍດຊ່ວຍປິ່ນປົວພະຍາດຈຳນວນໜຶ່ງທີ່ກ່ຽວກັບອາຊີບຜະລິດໄຫຄືບັນດາພະຍາດກ່ຽວກັບກະດູກ, ຂໍ້ກະດູກ ແລະ ກະດູກສັນຫຼັງ.
 
ດ້ວຍໄຫໜ່ວຍໜຶ່ງ, ນັກມວຍອາດສາມາດເຮັດໃຫ້ມັນກາຍເປັນອາວຸດຊະນິດໜຶ່ງເພື່ອປ້ອງກັນຕົວ, ບຸກໂຈມຕີໃນລະຍະສັ້ນ, ແຕ່ເມື່ອໄຫຖືກແຕກ, ມັນຈະກາຍເປັນອາວຸດລັບຊະນິດໜຶ່ງ, ຂຶ້ນກັບຄວາມໄຫວພິກ ແລະ ວິທີໝູນໃຊ້ຂອງຜູ້ນຳໃຊ້.


ວິທີການຝຶກຊ້ອມມວຍ ໄຫ ກັບຂາດຽວ. 


ເມື່ອຈຳເປັນ, ໄຫຈະກາຍເປັນອາວຸດຊະນິດໜຶ່ງເພື່ອປ້ອງກັນຕົວ
ໃນລະຍະສັ້ນຢ່າງມີປະສິດທິຜົນ.



ທ່າບຸກໂຈມຕີໜຶ່ງດ້ວຍດາບຄູ່ໜຶ່ງ ແລະ ໄຫສອງໜ່ວຍ.


ບົດຊ້ອມ ໄຫ ຕ້ານຄືນໄມ້ຄ້ອນ.


ດ້ວຍໄຫໜ່ວຍໜຶ່ງ, ນັກມວຍອາດສາມາດເຮັດໃຫ້ມັນກາຍເປັນ
ອາວຸດຊະນິດໜຶ່ງເພື່ອປ້ອງກັນຕົວ ແລະ ບຸກໂຈມຕີໃນລະຍະສັ້ນ ຢ່າງມີປະສິດທິຜົນ.

ບົດ: ເຊີນເຫງ້ຍ - ພາບ: ຫງວຽນລວນ
 

ຫວຽດນາມ ເປັນເຈົ້າພາບ ຈັດການແຂ່ງຂັນ ເຈັດສກີ ມືອາຊີບ ສາກົນ ຄັ້ງທຳອິດ

ຫວຽດນາມ ເປັນເຈົ້າພາບ ຈັດການແຂ່ງຂັນ ເຈັດສກີ ມືອາຊີບ ສາກົນ ຄັ້ງທຳອິດ

ແມ່ນຈຸດໝາຍປາຍທາງແຫ່ງໃໝ່ ໃນປະຫວັດສາດ ຂອງ ການແຂ່ງຂັນ ເຈັດສກີ ມືອາຊີບສາກົນ (UIM F1H2O World Championship), ແຂວງ ບິ່ງດິ້ງ ໄດ້ເສີມຂະຫຍາຍ ຢ່າງມີປະສິດທິຜົນ ທຸກແຫຼ່ງກຳລັງແຮງ ແລະ ຄວາມສາມາດບົ່ມຊ້ອນ ເພື່ອແນໃສ່ ໂຄສະນາພາບພົດທີ່ສວຍງາມ ແລະ ຕັ້ງໜ້າອອກສູ່ສາຍຕາຊາວໂລກ.

Top