• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ຟ້າມວັນຮ່ວາ ແລະ ນ້ຳໃຈໄມຕີ ຂອງນັກຮົບທະຫານເຮືອ

ໃນບັ້ນເດີນທາງທາງທະເລໄປຫາໝູ່ເກາະເຈື່ອງຊາ ປີ 2014, ພວກຂ້າພະເຈົ້າໄດ້ພົບກັບພັນໂທ ຟ້າມວັນຮ່ວາ ຊຶ່ງເປັນຜູ້ໜຶ່ງທີ່ໄດ້ສະໜິດຕິດພັນກັບເມືອງເກາະທີ່ເປັນປ້ອມດ່ານໜ້າ ປົກປ້ອງປະເທດຊາດມາ ໄດ້ 10 ກວ່າປີແລ້ວ. ສຳລັບອ້າຍ ຟ້າມວັນຮ່ວາແລ້ວ, ເມືອງເກາະເຈື່ອງຊາ ແມ່ນບ້ານເກີດເມືອງນອນທີສອງ ຂອງເພິ່ນ ແລະ ຊາວບ້ານເທິງເກາະແຫ່ງນີ້ ກໍ່ແມ່ນພີ່ນ້ອງບ້ານ ໃກ້ເຮືອນຄຽງ ກັບເພິ່ນທີ່ໄດ້ “ກິນເຂົ້າຮ່ວມພາ ກິນປາຮ່ວມຖ້ວຍ” ຕາມຄວາມໝາຍເລິກຂອງປະໂຫຍກນີ້.
ພັນໂທ ຟ້າມວັນຮ່ວາ ເກີດປີ 1963,  ບ້ານເກີດເມືອງນອນ ຢູ່ຮ່າຕິ້ງ. ເພິ່ນໄດ້ສະໜິດຕິດພັນ ກັບເກາະ ເຈື່ອງຊາໃຫຍ່ ນັບແຕ່ປີ 2003 ດ້ວຍຕຳແໜ່ງງານເປັນຮອງຫົວໜ້າເກາະ ຮັບຜິດຊອບການທະຫານ. ຫລັງຈາກນັ້ນຖືກຍົກຍ້າຍໄປຮັບໜ້າທີ່ໃໝ່ເທິງເກາະ ຊອງຕື້, ເຊີນກາ ແລະ ສຸດທ້າຍກໍ່ກັບມາເປັນ ຜູ້ບັນຊາການທັງຄວບຕຳແໜ່ງປະທານຄະນະກຳມະການປະຊາຊົນເທດສະບານເຈື່ອງຊາ. ເປັນເວລາ 10 ກວ່າ ປີ ມີປະສົບການ ແລະ ຕິດພັບກັບບ່ອນຫຍຸ້ງຍາກເໝືອນດັ່ງ ບ່ອນຮັບພາຍຸລົມແດງ ຄືເຈື່ອງຊານັ້ນ, ເພິ່ນສາມາດແກ້ໄຂວຽກງານທຸກຢ່າງໂດຍດີ ດ້ວຍນໍ້າໃຈສ້າງສັນ ແລະ ພັດທະນາ.

ເມື່ອຕົກລົງຍົກຍ້າຍໄປປະຈໍາການຢູ່ເຂດ 4 ທະຫານເຮືອ, ພັນໂທ ຟ້າມວັນຮ່ວາ ໄດ້ສ້າງຄອບຄົວກັບນາງສາວຊາວສວນຜູ້ ໃຈດີຊື່ບຸ່ຍທິບິ່ງ. ນັບແຕ່ເວລາລາວໄປປະຕິບັດງານຢູ່ເຈ່ືອງຊາ, ເອື້ອຍບິ່ງເປັນຜູ້ແບກຫາບວຽກບ້ານການເຮືອນ ຂອງສອງຄອບຄົວ ແມ່ເຖົ້າແມ່ຍ່າ, ລ້ຽງດູລູກ ແຕ່ພຽງຜູ້ດຽວ. ພັນໂທ ຟ້າມວັນຮ່ວາ ເລົ່າສູ່ຟັງວ່າ: “ກ່ອນນີ້, ເມື່ອບ່ໍທັນມີເຄືອຂ່າຍສື່ສານຂ່າວສານໂທລະຄົມ, ການຕິດຕ່ໍກັບຄອບຄົວຫຍຸ້ງຍາກທີ່ສຸດ. ເມຍຂ້ອຍລຳບາກຫຼາຍທັງເບິ່ງແຍງລ້ຽງດູລູກສອງຄົນ ທັງເບິ່ງແຍງດູແລຄອບຄົວພ່ໍແມ່ຜົວ  ແລະພ່ໍແມ່ໂຕເອງ. ດ້ວຍເຫດນັ້ນ, ຂ້ອຍຕ້ອງຂຽນຈົດໝາຍເປັນປະຈຳເພື່ອໃຫ້ກຳລັງໃຈແກ່ຄອບຄົວ. ນັບຕັ້ງແຕ່ເຈື່ອງຊາ ມີເຄືອຂ່າຍໂທລະສັບ, ການສື່ສານຕິດຕ່ໍ ກັບພີ່ນ້ອງສະດວກດີ ພາໃຫ້ຈິດໃຈຂອງຜູ້ໃຊ້ຊີວິດເທິງເກາະໄດ້ຮັບການປັບປຸງຫຼາຍຂຶ້ນ”.


ພັນໂທ ຟ້າມວັນຮ່ວາ ຜູ້ທີ່ໄດ້ສະໜິດຕິດພັນກັບເຈື່ອງຊາເປັນ ເວລາ ກວ່າ 10 ປີ.


ພັນໂທ ຟ້າມວັນຮ່ວາ ບັນຊາພິທີເຄົາລົບທຸງອັນສັກກາລະບູຊາເທິງເກາະເຈື່ອງຊາໃຫຍ່


ໃນ​ຖານະ​ເປັນ​ຜູ້​ບັນຊາ, ​ຍາມ​ໃດ ພັນ​ໂທ ​ຟ້າ​ມວັນ​ຮ່ວາ ກ່ໍ​​ເປັນ​ຫ່ວງ​ເປັນ​ໃຍ​ຕໍ່​ຊີວິດ​ການ​ເປັນ​ຢູ່​ ​
ແລະ ວຽກ​ງານ​​ເຝິກ​ແອບ​ເພື່ອ​ກຽມ ພ້ອມ​​ສູ້​ຮົບ​ຂອງ​ອ້າຍ​ນ້ອງ​ນັກຮົບ.



ພັນໂທ ຟ້າມວັນຮ່ວາ ພ້ອມກັບພະນັກງານ, ນັກຮົບເທິງເກາະເຈື່ອງ ຊາໃຫຍ່ ຫ່ໍເຂົ້າຕົ້ມຮັບຕ້ອນປີໃໝ່ມະແມ(2015).


ບົວລະບັດເບິ່ງແຍງ ຕົ້ນຫູກວາງ ແຕ່ລະຕົ້ນເພື່ອສ້າງສີຂຽວໃຫ້ແກ່ເກາະ.


ຍາມໃດກ່ໍເປີດອົກເປີດໃຈ, ໃກ້ຊິດສະໜິດສະໜົມກັບຊາວບ້ານ ເທິງເກາະ.


ເປັນຜູ້ລຽບງ່າຍໃນຕໍາແໜ່ງປະທານຄະນະກຳມະການປະຊາ ຊົນຕາແສງເທສະບານ ເຈື່ອງຊາ.


ສຳລັບ​ຜູ້​ທີ່​ໄດ້​ມີ​ໂອກາດ​ໄປ​ຢ້ຽມຢາມ​ເກາະ ​​ເຈື່ອງ​ຊາ​ໃຫຍ່ ​ເຖິງ​ວ່າ​ພຽງ​ຄັ້ງດຽວ ກ່ໍ​ບ່ໍ​ສາມາດ​ລືມ​ຮອຍ​ຍິ້ມ ​
ແລະ ໝົດຈິດໝົດ​ໃຈ​ຂອງຫົວໜ້າ ເກາະ​ທີ່​ເປັນ​ດ່ານ​ໜ້າ​ຂອງ​ປະ​ເທດ​ຊາດ​ນີ້ໄດ້.



ເກາະເຈື່ອງຊາໃຫຍ່ ແມ່ນບ້ານເກີດເມືອງນອນທີສອງຂອງພັນໂທ ຟ້າມວັນຮ່ວາ.
 
ພັນໂທ ຟ້າມວັນຮ່ວາ ມີລູກຊາຍສອງຄົນ, ຜູ້ໃຫຍ່ແມ່ນ ຟ້າມຢຸ້ງຍີ ເກີດປີ 1993 ກຳລັງຮຽນປີທີ 4 ມະຫາວິທະຍາໄລແພດສາດ ເຫວ້. ຜູ້ຫຼ້າຊ່ືວ່າ ຟ້າມຮົ່ງເວືອງ ເກີດປີ 1995 ແຕ່ຄາວເຍົາໄວມີຄວາມໃຝ່ຝັນຢາກເປັນ “ທະຫານຂຽວ” ຄືພ່ໍ.

ໃນຖ້ຽວເດີນທາງຂອງກໍ່າປັ່ນ HQ 561  ໃນຕົ້ນປີມະແມ 2015, ຮົ່ງເວືອງ ມີຄວາມກະຕືລືລົ້ນ ແລະ  ພາກພູມໃຈທີ່ໄດ້ຮັບໜ້າທີ່ໄປປະຈໍາການຢູ່ເກາະ ຊອງຕື້. ໃນສ່ວນເລິກຂອງໝາກຫົວໃຈ, ພັນໂທ ຟ້າມວັນຮ່ວາ ຢາກໃຫ້ລູກມີການຝຶກຝົນ ແລະ ເຕີບໃຫຍ່ເຂັ້ມແຂງດ້ວຍຕົນເອງ. ລາວເວົ້າກັບເມຍວ່າ: “ຂໍໃຫ້ນ້ອງຖືອ້າຍຄືດັ່ງຊາວນາຜູ້ໜຶ່ງ ແລະ ຈົ່ງອຸ່ນອຽນໃຈເພື່ອໃຫ້ລູກຊາຍ ອອກໄປປະຕິບັດໜ້າທີ່ຢູ່ເກາະ”. ລາວເຊື່ອໝັ້ນວ່າ, ລູກຂອງຕົນຈະເຕີບໃຫຍ່ ແລະ ສືບສານພ່ໍເພື່ອກາຍເປັນທະຫານປົກປັກຮັກສາ ເຂດທະເລ ແລະ ໝູ່ເກາະອັນແສນຮັກ ທີ່ລາວໄດ້ສະລະເກືອບເຄິ່ງໜຶ່ງສັງຂານແກ່ການຄົງຕົວຂອງມັນ.

ເກາະ ເຈື່ອງຊາໃຫຍ່ ທີ່ພັນໂທ ຟ້າມວັນຮ່ວາ ຮັບໜ້າທີ່ຢູ່ແມ່ນ  ເກາະ  ທີ່ມີປະຊາຊົນດຳລົງຊີວິດ. ສະນັ້ນ, ນອກຈາກການເຄື່ອນ  ໄຫວກຽມພ້ອມສູ້ຮົບ ເພື່ອປົກປັກຮັກສາທະເລ ແລະ ໝູ່ເກາະແລ້ວ, ລາວຍັງເອົາໃຈ ໃສ່ເປັນພິເສດຕໍ່ການສ້າງສາປັບປຸງ ຊີວິດ ການເປັນຢູ່ໃຫ້ແກ່ປະຊາຊົນເທິງເກາະ. ຄຽງຄູ່ກັບການປະຕິບັດນະໂຍບາຍຕອບບຸນແທນຄຸນເປັນຢ່າງດີ, ລາວຍັງສຸມໃສ່ການຊ່ວຍເຫຼືອຄອບຄົວພະນັກງານ, ລັດຖະກອນ, ປະຊາຊົນເພື່ອໃຫ້ມີຄວາມອຸ່ນອຽນໃຈທຳມາຫາກິນ, ສ້າງບັນຍາກາດສະໜິດສະໜົມ, ໃກ້ຊິດຕິດແທດ ແລະ ສາມັກຄີກັນກັບແຜ່ນດິນໃຫຍ່. ພ້ອມນັ້ນ, ລາວກໍ່ຊຸກຍູ້ຢ່າງແຂງແຮງການເຄື່ອນໄຫວກວດ ແລະ ປິ່ນປົວພະຍາດ,  ສົ່ງເສີມພວກນ້ອງນັກຮຽນພາກພຽນດຸໝັ່ນໃນການຮຽນ, ປຸກລະດົມໃຫ້ກໍາລັງໃຈພວກເອື້ອຍນ້ອງ ແມ່ຍິງໃນການປະຕິບັດການວາງແຜນຄອບຄົວ. ລາວມີຄວາມປາດຖະໜາຢາກໃຫ້ ໝູ່ເກາະ ເຈື່ອງຊາມີການພັດທະນາຢ່າງຮອບດ້ານ, ມີສະພາບແວດລ້ອມປອດໃສ, ດີງາມ… ເພື່ອໃຫ້ເຈື່ອງຊາກາຍເປັນແຫ່ງທ່ອງທ່ຽວທີ່ປະທັບໃຈແຫ່ງໜຶ່ງຂອງ ຫວຽດນາມໃນໄວໆນີ້.

ເວລາ 10 ກວ່າປີ ທີ່ຕິດພັນກັບເກາະຕ່າງໆຂອງໝູ່ເກາະ ເຈື່ອງຊາ, ພັນໂທ ຟ້າມວັນຮ່ວາ ໄດ້ກັບຄືນບ້ານເກີດເມືອງນອນເພື່ອກິນບຸນປີໃໝ່ປະຈໍາຊາດພຽງສອງ ຄັ້ງ. ໃນຖານະເປັນຫົວໜ້າຜູ້ບັນຊາການ, ລາວໄດ້ປະກອບສ່ວນຫຼາຍຢ່າງ ເພື່ອສ້າງໃຫ້ທົ່ວທັງເກາະໄດ້ປົກຫຸ້ມໄປດ້ວຍບັນຍາກາດ ແລະ ສີສັນຂອງລະດູ ບານໃໝ່, ພະນັກງານ, ນັກຮົບມີຄາບເຂົ້າຂອງ ມື້ທ້າຍປີຢ່າງ ສົມບຸນພູນສຸກ ຊຶ່ງມີທັງຊີ້ນໝູ, ສົ້ມຜັກ, ເຂົ້າຕົ້ມຄົບໝົດທຸກຢ່າງ ເໝືອນດັ່ງຢູ່ໃນຄອບຄົວ. ພັນໂທ ຟ້າມວັນຮ່ວາ ເຂົ້າໃຈດີ ແລະ ເຫັນອົກເຫັນໃຈຕໍ່ບັນດານັກຮົບທີ່ປະຈໍາການຢູ່ເທິງເກາະທີ່ມີຊີວິດສ່ວນຕົວກ່ໍຄືສະພາບແຕກຕ່າງກັນ. ຍ້ອນເຫດນັ້ນ, ລາວໄດ້ຍາດໂອກາດໄປຢ້ຽມຢາມຖາມຂ່າວ, ລະດົມຈິດໃຈ ທັງສ້າງເງື່ອນໄຂໃຫ້ນັກຮົບໄດ້ຮັບການຝຶກອົບຮົມວິຊາຊີບພາຍຫຼັງສຳເລັດໜ້າທີ່ ແລະ ກັບຄືນແຜ່ນດິນໃຫຍ່. ຕໍ່ຊາວປະມົງທີ່ຊອກຢູ່ຫາກິນຢູ່ ເຈື່ອງຊາ, ຍາມໃດລາວກ່ໍໃຫ້ກໍາລັງໃຈ,ໃຫ້ການຊ່ວຍເຫຼືອເມື່ອເຂົາເຈົ້າປະສົບຄວາມຫຍຸ້ງຍາກ ຫຼື ປະສົບໄພທາງທະເລ.

ເວົ້າເຖິງຜູ້ເປັນເພື່ອນສະຫາຍຂອງຕົນ, ພັນຕີ ຫງວຽນວັນຕວັ້ນ ຫົວໜ້າການເມືອງຢູ່ເກາະ ເຈື່ອງຊາໃຫຍ່ ໃຫ້ຊາບວ່າ: “ພັນໂທ ຟ້າມວັນຮ່ວາ ແມ່ນຜູ້ທີ່ມີຫລັກໝັ້ນ, ຫ້າວຫັນກະຕືລືລົ້ນກັບວຽກງານ. ຍາມໃດເພິ່ນກ່ໍເປີດອົກເປີດໃຈ, ໃກ້ຊິດຕິດແທດ ແລະ ເປັນທີ່ເພິ່ງພາອາໄສທາງດ້ານຈິດໃຈທີ່ໜັກແໜ້ນສຳລັບພະນັກງານ, ນັກຮົບ ແລະ ປະຊາຊົນເທິງເກາະ”.

 
ບົດ ແລະ ພາບ: ດັ້ງກິມເຟືອງ
 

bichlien

ນັກສິລະປິນ ລະນາດຫີນ ອາຮີວນ

ນັກສິລະປິນ ລະນາດຫີນ ອາຮີວນ

ອາຮີວນ ບໍ່ໄດ້ຮຽນດົນຕີໃນໂຮງຮຽນໃດ, ບໍ່ໄດ້ຮັບການສິດສອນ ຈາກໃຜ, ແຕ່ຍ້ອນສຽງ ເຕີຣຶງ, ຕີງນິງ, ກະນີ, ລະນາດຫີນ... ຄືດັ່ງເວດມົນ ທີ່ບໍ່ມີຕົວຕົນ ດຶງດູດຫົວໃຈ ຂອງ ລາວ, ປຸກແປວໄພ ແຫ່ງຄວາມຫຼົງໄຫຼ ແລ້ວນຳພາ ໃຫ້ລາວ ກາຍເປັນນັກສິລະປິນ ໜຸ່ມດີເດັ່ນ ທີ່ສາມາດປະດິດສ້າງ ແລະ ຫຼິ້ນເຄື່ອງດົນຕີ ບູຮານທຸກປະເພດ ຂອງ ຊາວເຜົ່າ ຢາຣາຍ.

Top