• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ກິລາ

ຟ້າມຢູຍລອງ ແລະ ຈ້ອງເວີ່ນ

ຈ້ອງເວີ່ນແມ່ນກິລາປະເພດໜຶ່ງທີ່ແບບທຳມະດາ ແລະ ມີຄວາມປອດໄພສູງໃນປະເພດກິລາເທິງເວຫາ ແລະ ປະກົດມີ ຢູຫຼາຍປະເທດໃນໂລກ.

 Ảnh đẹp - Báo Ảnh

Ảnh đẹp - Báo Ảnh

Ảnh đẹp - Báo Ảnh

ໃນຊຸມປີມໍ່ໆນີ້, ກິລາປະເພດຈ້ອງເວີ່ນໄດ້ແຜ່ຂະຫຍາຍເຂົ້າມາ ຫວຽດນາມ ແລະ ໄດ້ຊຸມຊາວໜຸ່ມມັກຫຼິ້ນກັນ, ທັງນີ້ຍ້ອນມີອຸປະ ກອນກະທັດລັດເບົາບາງ ແລະ ຄວາມສາມາດໃນການເວີ່ນເທິງອາກາດ. ຫ່າງຈາກນີ້ 13 ປີ, ກິລາປະເພດນີ້ໄດ້ເປັນທີ່ຮູ້ຈັກກັນ ດີ ໂດຍຜ່ານຊາວຝຣັ່ງສອງຄົນຄື Didier Rexanh ແລະ Stephane Bulkaen. ຈາກການບິນເວີ່ນຂອງເຂົາເຈົ້າ, ຟ້າມ ຢູຍລອງ ໄດ້ຊອກຮູ້ກິລາປະເພດນີ້ ແລະ ຮຽນບິນດ້ວຍຕົນເອງ, ຮຽນຮອດໃສປະຕິບັດຕົວຈິງຮອດຫັ້ນ. ໃນຊ່ວງເວລາທີ່ລາວຈົດ ຈຳທີ່ສຸດແມ່ນເດືອນກໍລະກົດປີ 1995, ພາຍຫຼັງຝຶກຊ້ອມດ້ວຍຕົນເອງມາໄດ້ປີໜຶ່ງ, ລາວລອງບິນຂຶ້ນຈອມພູບາງບີອາຢູ່ດາລາດ ແລ້ວໂດດຈ້ອງລົງກາງເວຫາ, ກາຍເປັນຄົນຫວຽດນາມຜູ້ທຳອິດຫຼິ້ນຈ້ອງເວີ່ນ.

Ảnh đẹp - Báo Ảnh

Ảnh đẹp - Báo Ảnh

ສີບກວ່າປີຜ່ານໄປ, ປະຈຸບັນ ຟ້າມຢູຍລອງ ໄດ້ເປັນເຈົ້າຂອງສະໂມສອນ Vietwings, ຊຶ່ງລາວເປັນຜູ້ລິເລີ່ມສ້າງຕັ້ງຂຶ້ນໃນປີ 2002 ພ້ອມກັບນັກບິນພວມຝຶກງານຄື: ເລມິງຮວ່າງເຊິນ, ຮົ່ງແມ້ງເກື່ອງ, ຕ້າຕ໋ວນ… ຢູ່ສະໂມສອນ Vietwings, ປັດຈຸບັນ ໄດ້ມີກວ່າ 30 ຄົນໄດ້ຮັບການຝຶກຊ້ອມຈ້ອງເວີ່ນ, ໃນນັ້ນມີທັງຍິງຊາຍ, ຜູ້ເຖົ້າຜູ້ແກ່ ແລະ ຊາວຕ່າງປະເທດພວມຮຽນບິນ. ສະ ໂມສອນ Vietwings ໄດ້ປະກອບສ່ວນໃນການເຝິກແອບກິລາປະເພດນີ້ໃຫ້ແກ່ທຸກເພດ, ທຸກໄວ, ທຸກສັນຊາດ, ທຸກລະດັບ ຄວາມຮູ້ ແລະຖານະເສດຖະກິດ. ປີ 2006, ສະໂມສອນຮັບຜິດຊອບວິຊາຈ້ອງເວີ່ນຂອງສະໂມສອນການບິນພາກໃຕ້ ຂຶ້ນກັບ ກອງພົນອາກາດ 370, ກະຊວງປ້ອງກັນປະເທດ. ຟ້າມຢູຍລອງໃຫ້ຮູ້ວ່າ, ໃນໄລຍະຕໍ່ໜ້າສະໂມສອນຈ້ອງເວີ່ນ ຈະເປີດເວັບໄຊ, ເພື່ອຮັບໃຊ້ ແລະແນະນຳຊາວໜຸ່ມຜູ້ມັກໂລດໂພນເທິງເວຫາ. 
                                                                                                    ບົດ ແລະ ພາບ: ຮວ່າງຮ່າ

ຫວຽດນາມ ເປັນເຈົ້າພາບ ຈັດການແຂ່ງຂັນ ເຈັດສກີ ມືອາຊີບ ສາກົນ ຄັ້ງທຳອິດ

ຫວຽດນາມ ເປັນເຈົ້າພາບ ຈັດການແຂ່ງຂັນ ເຈັດສກີ ມືອາຊີບ ສາກົນ ຄັ້ງທຳອິດ

ແມ່ນຈຸດໝາຍປາຍທາງແຫ່ງໃໝ່ ໃນປະຫວັດສາດ ຂອງ ການແຂ່ງຂັນ ເຈັດສກີ ມືອາຊີບສາກົນ (UIM F1H2O World Championship), ແຂວງ ບິ່ງດິ້ງ ໄດ້ເສີມຂະຫຍາຍ ຢ່າງມີປະສິດທິຜົນ ທຸກແຫຼ່ງກຳລັງແຮງ ແລະ ຄວາມສາມາດບົ່ມຊ້ອນ ເພື່ອແນໃສ່ ໂຄສະນາພາບພົດທີ່ສວຍງາມ ແລະ ຕັ້ງໜ້າອອກສູ່ສາຍຕາຊາວໂລກ.

Top