• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ຟົດຟຶ້ນລາຍການສະແດງສິລະປະຕາມຖະໜົນ ເຫວ້

ໃນຂອບເຂດຂອງງານມະໂຫລານ ເຫວ້ 2016, ງານບຸນສະແດງສິລະປະຕາມຖະໜົນດ້ວຍຂົວຂໍ້  “ມໍລະດົກ ແລະ ສິສັນວັດທະນະທຳ” ໄດ້ຈັດຂຶ້ນ ຕາມບັນດາຖະໜົນສາຍຕ່າງໆ ຂອງນະຄອນ ເຫວ້ ພາຍໃຕ້ການເຂົ້າ ຮ່ວມຂອງຫຼາຍຄະນະສິລະປະ ພາຍໃນ ແລະ ຕ່າງປະເທດຄື: ຄະນະຟ້ອມກິເລນ-ສິ່ງໂຕ-ມັງກອນ ຖາຍຫງີເດື່ອງ ເຫວ້, ຄະນະ ກາຍຍະສິນ ຫວຽດນາມ, ວົງດິນຕີພື້ນເມືອງ Chango ມາຈາກ ໂກລົມເບຍ, ຄະນະຟ້ອນໃນວັງມາຈາກ ສ.ເກົາຫຼີ, ຄະນະ Yosakoi ມາຈາກ ຍີ່ປຸ່ນ ແລະ ອື່ນໆ.
ງານມະໂຫລານ ເຫວ້ ປີນີ້ ມີຈຳນວນຄະນະນັກ ສິລະປິນ ສາກົນ ມາເຂົ້າຮ່ວມໜ້ອຍກວ່າ ຖ້າທຽບກັບບັນດາງານມະໂຫລານທີ່ໄດ້ຈັດຂຶ້ນໃນຄັ້ງກ່ອນ. ການບໍ່ ເຂົ້າຮ່ວມຂອງບັນດາຄະນະນັກສິລະປິນທີ່ມີຊື່ສຽງຄື: ຄະນະຂີ່ໄມ້ໂຢກເຢກ ແບບຊິກ, ຄະນະຄົນທ້ອງຖິ່ນ ອົສຕາລີ…ເຮັດໃຫ້ບັນຍາກາດຂອງງານບຸນບໍ່ມີຄວາມຟົດຟື້ນບານໃດ. ແຕ່, ການເຂົ້າຮ່ວມຂອງບັນດາຄະນະນັກສິລະປິນໃໝ່ຄື: ຄະນະຟ້ອນໃນວັງ ສ.ເກົາຫຼີ, ຄະນະນັກສິລະປິນພື້ນເມືອງ ມົງກົນ, ຄະນະນັກສິລະປິນ ກວາງຕຸງ (ຈີນ)…ໄດ້ນຳສິ່ງທີ່ແປກໃໝ່ມາໃຫ້ແກ່ ງານບຸນສະແດງສິລະປະຕາມຖະໜົນປີນີ້.
 
ຢູ່ເທິງຖະໜົນຫຼາຍສາຍຕ່າງໆ, ບັນດານັກສິລະປິນສ້າງບັນຍາກາດທີ່ຟົດຟື້ນຂຶ້ນດ້ວຍລາຍການສະແດງສິລະປະມູນເຊື້ອຂອງປະເທດຕົນເອງ. ເຈືອຈານເຂົ້າກັບທຳນອງສຽງດົນຕີ ແລະ ຈັງຫວະຟ້ອນທີ່ຟົດຟື້ນຂອງ ບັນດາຄະນະນັກສິລະປິນ, ນັກທ່ອງທ່ຽວ ແລະ ຊາວນະຄອນ ເຫວ້ ນັບເປັນຈຳນວນຫຼາຍໝື່ນຄົນ ໄດ້ລົງສູ່ທ້ອງຖະໜົນເພື່ອພົບປະກັບບັນດານັກສິລະປິນ, ສ້າງເປັນສັນຍະລັກໃຫ້ງານມະໂຫລານ ເຫວ້ 2016.

ນັກທ່ອງທ່ຽວ ແລະ ຊາວນະຄອນ ເຫວ້ ມາເຂົ້າຮ່ວມໃນບັນຍາກາດຂອງການສະແດງ
ສິລະປະຕາມທະໜົນ
ຢູ່ຂົງເຂດ 4 ແຍກຂົວ ຈ່າງຕ່ຽນ. ພາບ: ເຈີ່ນແທງຢາງ/VNP



ບັນດານັກສິລະປິນ ຍີ່ປຸ່ນ ກຳລັງສະແດງສິລະປະຕາມ
ຖະໜົນສາຍຕ່າງໆ ຢູ່ນະຄອນ ເຫວ້. ພາບ: ເຕິດເຊີນ/VNP



ຄະນະນັກສິລະປິນ ມົງກົນ ກຳລັງສະແດງສິລະປະຕາມ
ຖະໜົນສາຍຕ່າງໆ ຢູ່ນະຄອນ ເຫວ້. ພາບ: ເຕິດເຊີນ/VNP



ແມ່ເຖົ້າຄົນໜຶ່ງກຳລັງພົບປະສ້າງສັນກັບວົງດົນຕີໜຶ່ງ
ພາບ: ເຕິດເຊີນ/VNP



ບັນດານັກຟ້ອນຂອງຄະນະນັກສິລະປິນ ກວາງຕຸງ ເທື່ອທຳອິດໄດ້ມາເຂົ້າຮ່ວມໃນງານບຸນສະແດງສິລະປະ
ຕາມຖະໜົນຢູ່ງານມະໂຫລານ ເຫວ້. ພາບ: ເຕິດເຊີນ/VNP



ນັກຮ້ອງ 3 ຄົນມາຈາກ ໂກລົມເບຍ ກຳລັງຮ້ອງບັນດາ
ບົດເພງຂອງ ອາເມລິກາ ລາຕິນ. ພາບ: ເຕິດເຊີນ/VNP



ບັນດານັກສິລະປິນ ຫວຽດນາມ ສວຍງາມໃນຊຸດເສື້ອ ຕືເທິງ (ເສື້ອມີ  4 ປ່ຽງ)
ແລະ ກຸບ ກວາຍທາວ ມູນເຊື້ອ. ພາບ: ເຕິດເຊີນ/VNP



ທິມຕີກອງຍິງມາຈາກ ສ.ເກົາຫຼີ. ພາບ: ເຕິດເຊີນ/VNP


ບັນດານັກເຕັ້ນລຳ Belly Dance ທີ່ສວຍງາມ. ພາບ: ເຕິດເຊີນ/VNP


ງານບຸນສະແດງສິລະປະຕາມຖະໜົນ ເບິ່ງມາແຕ່ມູມສູງ. ພາບ: ເຕິດເຊີນ/VNP


ບັນດາລາຍການສະແດງທີ່ປະທັບໃຈຂອງ
ນັກກາຍຍະສິນ ຫວຽດນາມ. ພາບ: ເຈີ່ນແທງຢາງ/VNP



ຄວາມງາມຂອງບັນດານັກສິລະປິນ ສ.ເກົາຫຼີ. ພາບ: ເຈີ່ນແທງຢາງ/VNP


ລາຍການຕີກອງທີ່ຟົດຟື້ນຂອງຄະນະຟ້ອນ ກິເລນ-ສິ່ງໂຕ-ມັງກອນ ຖາຍຫງີເດື່ອງ. ພາບ: ເຈີ່ນແທງຢາງ/VNP


ບ່າວສາວຄູ່ໜຶ່ງໄດ້ຮັບຄຳອວຍພອນຈາກບັນດານັກ
ສິລະປິນ ຍີ່ປຸ່ນ ຢູ່ທ້ອງຖະໜົນ. ພາບ: ເຕິດເຊີນ/VNP



ນັກທ່ອງທ່ຽວ ແລະ ຊາວເມືອງ ເຫວ້ ລົງສູ່ທ້ອງຖະໜົນ ເພື່ອຕ້ອນຮັບງານບຸນ. ພາບ:ເຕິດເຊີນ/VNP
 
ປະຕິບັດໂດຍ: ເຕິດເຊີນ ແລະ ເຈີ່ນແທງຢາງ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ຢູ່ສະຖານທີ່ມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ມີນັກສິລະປິນ ຄົນໜຶ່ງ ໄດ້ທຸ້ມເທສຸດຄວາມສາມາດ ແລະ ຄວາມຫຼົງໄຫຼ ຂອງຕົນ ໃນການແຕ້ມຮູບໜ້າກາກເຈ້ຍ ມາເປັນເວລາກວ່າ 40 ປີແລ້ວ.  ໜ້າກາກ ທີ່ມີລັກສະນະ “ຕ່ວງ” (ລີເກ) ນັບຫຼາຍພັນອັນ ໄດ້ຖືບົດບາດເປັນ “ທູດວັດທະນະທຳ” ຕິດຕາມນັກທ່ອງທ່ຽວ ໄປທົ່ວທຸກແຫ່ງຫົນ ເພື່ອເລົ່າເລື່ອງ ທີ່ໜ້າສົນໃຈ ກ່ຽວກັບ ຖິ່ນຖານເຂດດິນແດນ ກວາງ (ລວມມີ ກວາງນາມ, ກວາງຫງາຍ ແລະ ດ່າໜັງ).

Top