• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພົບປະສ້າງສັນກັບຊາວຫວຽດນາມອາໄສຢູ່ຕ່າງປະເທດກັບເມືອບ້ານເກີດເມືອງນອນຕ້ອນຮັບບຸນປີໃໝ່ປີລະກາ2017

ງານ​ພົບ​ປະ​ສ້າງ​ສັນຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ 
ແລະ ຊາວ​ຕ່າງ​ປະ​ເທດ​ອາ​ໄສ​ຢູ່​ທ໋າຍງວຽນ
(ພາບ: TTXVN)
      ຕອນ​ຄ່ຳ​ວັນ​ທີ 19/01, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ທ໋າຍງວຽນ ໄດ້​ຈັດ​​ຕັ້ງງານ​ພົບ​ປະ​ສ້າງ​ສັນຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ແລະ ຊາວ​ຕ່າງ​ປະ​ເທດ​ອາ​ໄສ​ຢູ່​ທ໋າຍງວຽນ ດ້ວຍ​ຫົວ​ຂໍ້ “ຕ້ອນ​ຮັບ​ປີ​ໃໝ່ 2017”. ທີ່​ການ​ພົບ​ປະ, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ທ໋າຍງວຽນ ຫວູ​ຮົ່ງ​ບ​ັ໋ກ ໃຫ້​ຮູ້​ວ່າ: ແຂວງ ທ໋າຍງວຽນ ຍາ​ມ​ໃດ​ກໍ່​​ຮັບ​ຮູ້ ແລະ ຕີ​ລາ​ຄາ​ສູງ​ການ​ຮ່ວມ​ມື, ຊ່ວຍ​ເຫຼືອ​ຂອ​ງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ແລະ ບັນ​ດາ​ອົງ​ການ, ອົງ​ການ​ຈັດ​ຕັ້ງ, ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ ທີ່​ພວມ​ປະ​ຕິ​ບັດ​ບັນ​ດາ​ໂຄງ​ການ​ໃນ​ບໍ​ລິ​ເວນ​ແຂວງ.
        ແລະ​ກ​ໍ​ໃນ​ວັນ​ທີ 19/01, ຢູ່​ນະ​ຄອ​ນ​ກຸຍ​ເຍີນ, ການ​ນຳ​ຄະ​ນະ​ພັກ​ແຂວງ, ສະ​ພາ​ປະ​ຊາ​ຊົນ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ແລະ ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ​ແຂວງ ບິ່ງ​ດິ້ງ ໄດ້​ຈັດ​ງານ​ພົບ​ປະ​​ສ້າງ​ສັນກັບ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ແລະ ຍາດ​ຕິ​ພີ່​ນ້ອງ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ ກັບ​​ມາ​ຕ້ອນ​ຮັບ​ບຸນ​ປີ​ໃໝ່​ຢູ່​ແຂວງ. ທີ່​ງານ​ພົບ​ປະ, ທ່ານ ໂຮ່​ກ໋ວກ​ຢຸງ, ຮອງ​ເລ​ຂາ​ຄະ​ນະ​ພັກ​ແຂວງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ປາດ​ຖະ​ໜາ​ວ່າ, ພໍ​່ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ຍາມ​ໃດ​ກ​ໍ​ສາ​ມັກ​ຄີ​ກັນ, ອ​່​ວາຍເມືອ​ຫາ​ບ້ານ​ເກີດ​ເມືອງນອນ, ປະ​ເທດ​ຊາດ, ປະ​ກອບ​ເຫື່ອ​ແຮງ​ເພື່ອ​ສ້າງ​ສາ, ພັດ​ທະ​ນາ​ເສດ​ຖະ​ກິດ.
        ແລະ​ກໍ​ໃນ​ວັນ​ດຽວ​ກັນ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ບ່າ​ເຮີຍ - ວຸງ​ເຕົ່າ ໄດ້​ຈັດ​ງານ​ພົບ​ປະ​​ສ້າງ​ສັນກັບ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ປີ​ລ​ະ​ກາ​ເຊັ່​ນດ​ຽວ​ກັນ.
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top