• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີເປີດສະຫຼອງ ອະນຸສາວະລີ ປະທານ ໂຮ່ຈີມິນ ຢູ່ນະຄອນ ໂຮ່ຈີມິນ

(ເປີດສະຫຼອງອະນຸສາວະລີປະທານໂຮ່ຈີມິນຢູ່ນະຄອນໂຮ່ຈີມິນ)
          ສະ​ເຫຼີ​ມສະຫຼອງ 125 ປີ ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ປະທານ ​ໂຮ່ຈີ​ມິນ (19/5/1890-19/5/2015), ຕອນ​ເຊົ້າ​ວັນ​ທີ 17/5, ຄະນະ​ພັກ​ນະຄອນ​ໂຮ່ຈີ​ມິນ ​ໄດ້​ຈັດ​ຕັ້ງພິທີ​ເປີດ​ສະຫຼອງ​ອະນຸສາວະລີ​ປະທານ ​ໂຮ່ຈີ​ມິນ ​ຢູ່​​ໃຈ​ກາງ​ເຂດ​ບໍລິຫານນະຄອນ​ໂຮ່ຈີ​ມິນ.
ກ່າວ​ຄວາມ​ເຫັນ​ນະ​ພິທີ, ທ່ານ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ ສະ​ແດງ​ຄວມ​ເຊື່ອ​ໝັ້ນ​ວ່າ, ນະຄອນ ໂຮ່ຈີ​ມິນ ຈະ​ເຮັດ​ວຽກ​ງານ​ຄຸ້ມ​ຄອງ, ຮັກສາກິດຈະ​ກຳ​ນີ້​ເປັນ​ຢ່າງ​ດີ, ປະກອບສ່ວນ​ສຶກສາ​ມູນ​ເຊື້ອ​ປະຕິວັດ​ຂອງ​ພັກ, ຂອງ​ຊາດ, ​ແບບຢ່າງ​ທີ່​ຍິ່ງ​ໃຫຍ່​ຂອງ​ປະທານ ໂຮ່ຈີ​ມິນ, ຜ່ານ​ນັ້ນ​ຊຸກຍູ້​ນຳ້​ໃຈ​ຮັກ​ຊາດ, ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ສະຫງ່າ​ອົງອາດ​ຂອງ​ນະຄອນ ໂຮ່ຈີ​ມິນ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ, ​ເນັ້ນ​ໜັກ​ວ່າ:
        “ພວກ​ເຮົາ​ເຊື້ອ​ໝັ້ນ​ວ່າ, ດ້ວຍ​ມູນ​ເຊື້ອ​ປະຕິວັດ​ອັນ​ສະຫງ່າ​ລາສີ, ຂະຫຍັນ​ຂັນ​ເຂື່ອນ, ມີ​ຫົວຄິດ​ປະດິດ​ສ້າງ, ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ແລະ ປະຊາຊົນ​ນະຄອນ ໂຮ່ຈີ​ມິນ ຈະ​ສືບ​ຕໍ່​ນຳ​ໜ້າ​ໃນ​ພາລະກິດ​ປ່ຽນ​ໃໝ່, ກໍ່ສ້າງ ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຫວຽດນາມ ສັງຄົມ​ນິ​ຍົມ. ກໍ່ສ້າງ​ນະຄອນ​ໃສ່​ຊື່​ປະທານ ໂຮ່ຈີ​ມິນ ໃຫ້​ນັບ​ມື້​ນັບ​ສີວິ​ໄລ, ທັນ​ສະ​ໄໝ, ປະຕິບັດ​ບົດບາດ​ເປັນ​ຕົວ​ເມືອງ​ພິ​ເສດ​ເພື່ອ​ທັງ​ປະ​ເທດ; ພ້ອມ​ກັບ​ທົ່ວ​ປະ​ເທດ​, ເປັນນະຄອນ​ນຳ​ໜ້າ​​ເຂດ​ພາກ​​ໃຕ້ ແລະ ທົ່ວ​ປະ​ເທດ. ກາຍ​ເປັນ​​ໃຈກາງ​ດ້ານ​ເສດຖະກິດ, ການ​ເງິນ, ການ​ຄ້າ, ວິທະຍາສາດ​ເຕັກ​ໂນ​ໂລ​ຢີຂອງ​ທົ່ວ​ປະ​ເທດ ແລະ ພາກ​ພື້ນອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້”.
 (​ແຫຼ່ງຄັດ​ຈາກ VOV)

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ພ້ອມກັບປະກອບສວ່ນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ.

Top