• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີເປີດກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສ APEC ກ່ຽວກັບການຄຸ້ມຄອງໄພທຳມະຊາດ ຄັ້ງທີ 11

      ໃນຂອບເຂດການເຄື່ອນໄຫວຂອງເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຢູ່ຫວຽດນາມ ປີ 2017, ວັນທີ 21 ກັນຍາ, ຢູ່ນະຄອນວິງ (ແຂວງເຫງ້ະອານ), ໄດ້ເປີດກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສ APEC ກ່ຽວກັບການຄຸ້ມຄອງໄພພິບັດທາງທຳມະຊາດ ຄັ້ງທີ 11. 

 ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຮ່ວາງວັນຖັ້ງ
ຢ້ຽມຊົມບັນດາຮ້າຍວາງສະແດງ (ພາບ: Thanh Tùng-TTXVN)
      ກ່າວຄຳເຫັນໃນພິທີເປີດກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຮວ່າງວັນທັງ ຖື່ວ່າກອງປະຊຸມແມ່ນກາລະໂອກາດເພື່ອໃຫ້ ຫວຽດນາມ ແບ່ງປັນບົດຮຽນໃນການປ້ອງກັນ, ຕ້ານໄພທຳມະຊາດ, ພ້ອມທັງຫາບົດຮຽນອັນລ້ຳຄ່າຈາກບັນດາພື້ນຖານເສດຖະກິດ, ເຮັດໃຫ້ຄວາມສາມາດການຄຸ້ມຄອງຄວາມສ່ຽງຈາກໄພທຳມະຊາດບໍ່ພຽງແຕ່ຂອງ ຫວຽດນາມ ເທົ່ານັ້ນ ຫາກຍັງບັນດາປະເທດ APEC ແລະ ສາກົນນັບມື້ນັບດີຂຶ້ນກວ່າອີກດ້ວຍ. ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຮວ່າງວັນທັງ ປາຖະໜາວ່າ ກອງປະຊຸມເປັນເອກະພາບຂໍ້ສະເໜີແນະລວມສະບັບໜຶ່ງສົ່ງຂັ້ນການນຳບັນດາພື້ນຖານເສດຖະກິດເພື່ອເອົາໃຈໃສ່, ຊຸກຍູ້ບັນດາການເຄື່ອນໄຫວເພີ່ມທະວີການຮ່ວມມືພັດທະນາ ແລະ ການປ່ຽນແປງໃໝ່ດ້ານເຕັກໂນໂລຊີກ້າວໜ້າ ແນໃສ່ໜູນຊ່ວຍວຽກງານປ້ອງກັນ, ຕ້ານໄພທຳມະຊາດລະຫວ່າງເຂດຢູ່ພື້ນຖານເສດຖະກິດ APEC ຢ່າງມີປະສິດທິຜົນ.
      ໃນ 2 ວັນ, ແຕ່ວັນທີ 21-22 ກັນຍາ, ກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສ APEC ກ່ຽວກັບການຄຸ້ມຄອງໄພທຳມະຊາດ ຄັ້ງທີ 11 ຈະສຸມໃສ່ບັນດາບັນຫາການເພີ່ມທະວີການຮ່ວມມື ແລະ ການປ່ຽນໃໝ່ດ້ານເຕັກໂນໂລຊີກ້າວໜ້າໜູນຊ່ວຍວຽກງານປ້ອງກັນ, ຕ້ານໄພທຳມະຊາດຢ່າງມີປະສິດທິຜົນ.
 (ແຫຼ່ງຄັດຈາກ VOV)

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top