• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີສະເໜີຕົວສະມາຄົມມິດຕະພາບຫວຽດນາມ-ລາວ ສາຂາຢູ່ສະຖາບັນໂຄສະນາຂ່າວສານແລະສື່ມວນຊົນ

ປອ ລ​ືວ​ວັນ​ອານ, ຮອງ​ຜູ້​ອຳ​ນວຍ​ການ​ສະ​ຖາ​ບັນໂຄ​ສະ​ນາ​ຂ່າ​ວ​ສານ ແລະ ສື່ມວນ​ຊົນ ກ່​າວ​ຄຳ​ເຫັນ​ທີ່​ພິ​ທີ
      ພິ​ທີ​ສະ​ເໜີ​​ຕົວສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ສາ​ຂາຢູ່​ສະ​ຖາ​ບັນ​ໂຄ​ສະ​ນາ​ຂ່າ​ວ​ສານ ແລະ ສື່ມວນ​ຊົນ ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 20/4, ຢູ່​ຮ່າ​ໂນ້ຍ, ໂດຍ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ນະ​ຄອນຫຼວງ ຮ່າ​ໂນ້ຍ ສົມ​ທົບ​ກັບ​ສະ​ຖາ​ບັນໂຄ​ສະ​ນາ​ຂ່າ​ວ​ສານ ແລະ ສື່ມວນ​ຊົນຈັດ​ຕັ້ງ. ກ່າ​ວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ຮອງ​ສາດ​ສະ​ດາ​ຈານ, ປອ ລ​ືວ​ວັນ​ອານ, ຮອງ​ຜູ້​ອຳ​ນວຍ​ການ​ສະ​ຖາ​ບັນໂຄ​ສະ​ນາ​ຂ່າ​ວ​ສານ ແລະ ສື່ມວນ​ຊົນ, ໃຫ້​ຮ​ູ້​ວ່າ:
        ໃນ​ມູນ​ເຊື້ອ​ແຫ່ງ​ການ​ພັດ​ທະ​ນາ​ຂອງ​ສະ​ຖານ​ບັນໂຄ​ສະ​ນາ​ຂ່າ​ວ​ສານ ແລະ ສື່ມວນ​ຊົນ ໃນ​ຕະຫຼອດ 20 ປີ​ຜ່ານ​ມາ, ແຕ່​ລະ​ປີ, ສະ​ຖາ​ບັນ​ລ້ວນ​ແຕ່​ໄດ້​ຮັບ​ນັກ​ສຶກ​ສາ, ນັກ​ສຳ​ມະ​ນາ​ກອນ ແລະ ນັກ​ຄົ້ນ​ຄ້​ວາ​ຈາກ ສ​ປ​ປ ລາວ. ສະ​ຖາ​ບັນ​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ວ່າໃນ​ຊຸມ​ປີ​ຜ່ານ​ມາ​ໄດ້​ປະ​ກອບ​ສ່ວນບ​ຳ​ລຸງ​ສ້າງ​ນັກ​ຮຽນ, ນັກ​ສຶກ​ສາ, ນັກ​ສຳ​ມະ​ນາ​ກອນ​ລຸ້ນ​ຕ່າງໆ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ໃຫ້​ແກ່​ລາວ. ເມື່ອ​ໄດ້​ຮັບ​ຂໍ້​ຕົກ​ລົງ​ສ້າງ​ຕັ້ງ​ສະ​ມາ​ຄົມ​ ຫວຽດ​ນາມ - ລາວ, ສາ​ຂາ​ຢູ່​ສະ​ຖາ​ບັນ, ພວກ​ຂ້າ​ພະ​ເຈົ້າ​ຖື​ວ່າ ນີ້​ແມ່ນ​ກາ​ລະ​ໂອ​ກາດ​ໃໝ່​ເພື່ອ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ປະ​ຕິ​ບັດ​ສຳ​ເລັດ​ພາ​ລະ​ໜ້າ​ທ​ີ່ ເພື່ອ​ສືບ​ຕໍ່​ປະ​ກອບ​ສ່ວນ​​ເພີ່ມ​ພຸນ​ຄຸນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ.
ການນ​ຳ​ສະ​ມາ​ຄົມ​ສາ​ຂາ​ຢູ່​ສະ​ຖາ​ບັນສະ​ຖາ​ບັນໂຄ​ສະ​ນາ​ຂ່າ​ວ​ສານ ແລະ ສື່ມວນ​ຊົນ ຮັບ​ດອກ​ໄມ້​ອວຍ​ພອນ
  ເລື່ອງ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ນະ​ຄອນ ຮ່າ​ໂນ້ຍ ຮັບຮູ້ ແລະ ມອບ​ໃບ​ຢັ້ງ​ຢືນ​ສ້​າງ​ຕັ້ງ​ສະ​ມາ​ຄົມ ຫວຽດ​ນາມ -ລ​າວ ສາ​ຂາ​ຢູ່​ສະ​ຖາ​ບັນໂຄ​ສະ​ນາ​ຂ່າ​ວ​ສານ ແລະ ສື່ມວນ​ຊົນ ໄດ້​ສະ​ແດງ​ຄວ​າມ​ເອົາ​ໃຈ​ໃສ່​ຂອງ​ການ​ນຳ 2 ປະ​ເທດ​ຕໍ່​ວຽກ​ງານບ​ຳ​ລຸງ​ສ້າງ​ພະ​ນັກ​ງານ​ສື່ມວນ​ຊົນ, ສື່​ສານ ໃຫ້​ແກ່ ສ​ປ​ປ ລາວ. ປອ ເກີ່ນ​ວຽດ​ແອງ, ຮອງ​ປ​ະ​ທານ​ຜູ້​ປະ​ຈຳ​ການ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບນະ​ຄອນຫຼວງ ຮ່າ​ໂນ້ຍ, ເນັ້ນ​ໜັກ​ວ່າ:
        ສະ​ມາ​ຄົມ​ມິດ​ຕະ​ພ​າບ ຫວຽດ​ນາມ - ລາວ ສາ​ຂາ​ຢູ່​ສະ​ຖາ​ບັນ ຈະ​ຊ່ວຍ​ໃຫ້​ນັກ​ສຶກ​ສາ 2 ປະ​ເທດ​ມີ​ເງື່ອນ​ໄຂ​ພົວ​ພັນ​ແລກ​ປ່ຽນ, ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງ​ກັນ ແລະ ກັນ ແລະ ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ນະ​ຄອນຫຼວງ ຮ່າ​ໂນ້ຍ. ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ສະ​ມາ​ຄົມ​ຈະ​ມີ​ບັນ​ດາ​ການ​ເຄື່ອນ​ໄຫວ​ແທດ​ຈິງ ປະ​ກອບ​ສ່ວນ​ເພີ່​ມ​ທະ​ວີ​ນ້ຳ​ໃຈ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ເຂົ້າ​ໃນ​ຜົນ​ງານ​ລວມ​ຂອງ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ນະ​ຄອນຫຼວງ ຮ່າ​ໂນ້ຍ.
 (ແຫຼ່ງຄັດຈາກ VOV)

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ມະຕິກໍ່ຮຽກຮ້ອງໜູນຊ່ວຍການຫັນອາຊີບຫາປາເປັນທັນສະໄໝ, ສ້າງເງື່ອນໄຂໃຫ້ຊາວປະມົງອອກສູ່ທະເລ, ຕິດພັນກັບທະເລ, ຄຸ້ມຄອງອາຊີບການປະມົງ

Top