• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີສະເຫຼີມສະຫຼອງວັນສາກົນໃຊ້ພາສາຝະຣັ່ງ

ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ
 ຫວຽດນາມ ຮ່າ​ກີ​ມງອກ
(ພາບ: TTXVN)
      ຕອນ​ຄ່ຳ​ວັນ​ທີ 17/03, ຢູ່​ຮ່າ​ໂນ​້ຍ ກະຊວງການ​ຕ່າງປະ​ເທດ ຫວຽດນາມ ສົມທົບ​ກັບ​ອົງການ​​ຝະຣັ່ງ​ໂກ​ໂຟນີສາກົນ (OIF) ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ​ວັນ​ສາກົນ​ໃຊ້​ພາສາຝະຣັ່ງ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະ​ຫຼອງ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ຮ່າ​ກີ​ມງອກ ຕີ​ລາຄາ​ສູງ​ບັນດາ​ຜົນງານ​ເຊິ່ງປະຊາ​ຄົມ​ໃຊ້​ພາສາ​ຝະຣັ່ງບັນລຸ​ໄດ້​ໃນ​ຂົງ​ເຂດ​ຮ່ວມ​ມື ​ແລະ ບັນດາ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ຂອງ​ປະຊາ​ຄົມ​ໃຊ້​ພາສາ​ຝະຣັ່ງ ​ໃນ​ການ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາ​ຍທົ່ວ​ໂລກ​ທັງ​ດ້ານ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ການ​ພັດທະນາ. ທ່ານ​ຮອງ​ລັດຖະມົນຕີ ຮ່າ​ກີ​ມງອກ ຢືນຢັນ​ວ່າ
        “ຫວຽດນາມ ​ໄດ້, ພວມ​ ​ແລະ ຈະ​ສືບ​ຕໍ່​ເປັນ​ເຈົ້າ​ການ, ຕັ້ງໜ້າ​ເຂົ້າ​ຮ່ວມ​ການປະກອບສ່ວນ​ເຂົ້າ​ໃນ​ການ​ປັບປຸງ​ນ້ຳ​ໃຈ​ສາມັກຄີ ​ແລະ ການ​ຮ່ວມ​ມື​ໃນ​ປະຊາ​ຄົມ​ໃຊ້​ພາສາ​ຝະຣັ່ງ ​ເພື່ອ​ສັນຕິພາບ, ສະຖຽນ​ລະພາບ, ການ​ພັດທະນາ​ແບບ​ຍືນ​ຍົງ​ໃນ​ໂລກ. ຫວຽດນາມ ພ້ອມ​ແລ​້ວທີ່​ຈະ​ເປັນ​ຂົວ​ຕໍ່​ໃຫ້ການ​ພັດທະນາ​ຢ່າງ​ແຮງ​ຂອງ​ປະຊາ​ຄົມ​ໃຊ້​ພາສາ​ຝະຣັ່ງຢູ່ ອາຊີ - ​ແຊີ​ຟິກ”.
        ສ່ວນ​ທ່ານ Eric Normand Thibeault ຜູ້ຕາງໜ້າ​ພາກ​ພື້ນ ອາຊີ - ປາຊີ​ຟິກຂອງ​ອົງການ​ຝະຣັ່ງ​ໂກ​ໂຟນີສາກົນ ຢືນຢັນ​ວ່າ ອົງການ​ຝະຣັ່ງ​ໂກ​ໂຟນີສາກົນຕີ​ລາຄາ​ສູງ​ບົດບາດ​ຂອງ ຫວຽດນາມ ​ໃນ​ປະຊາ​ຄົມ​ໃຊ້​ພາສາ​ຝະຣັ່ງ. ທ່ານ Eric Normand Thibeault ຖື​ເປັນ​ສຳຄັນ​ບັນດາ​ໂຄງການ​ຮ່ວມ​ມື​ກັບ ຫວຽດນາມ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ສອນ​ພາສາ​ຝະຣັ່ງດ້ວຍ​ພາສາ​ຝະຣັ່ງ, ຊຸກຍູ້​ວັດທະນະທຳ​ຫລາຍ​ຮູບ​ຫລາຍ​​ແບບ, ກະກຽ​ມ​ໃຫ້ການ​ເຂົ້າ​ຮ່ວມ​​ກຳ​ລັງຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ ​ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​.
 (ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top