• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີບູຊາເຈົ້າຊີວິດຮຸ່ງ-ງານບຸນວິຫານຮຸ່ງ

(ພິທີ​ບູຊາ​​ເຈົ້າ​ຊີວິດ​ຮຸ່ງ-ງານ​ບຸນ​ວິຫານ​ຮຸ່ງ ປີ 2016)
      ຕອນ​ເຊົ້າ​ວັນ​ທີ 12/4, ຄະນະ​ຈັດ​ຕັ້ງ​ພິທີ​ບູຊາ​​ເຈົ້າ​ຊີວິດ​ຮຸ່ງ-ງານ​ບຸນ​ວິຫານ​ຮຸ່ງ ປີ 2016 ຈັດ​ຕັ້ງ​ພິທີ​ບູຊາ​ບັນພະບຸລຸດ​ຂອງ​ປະ​ເທດ​ ລາກ​ລອງ​ກວນ, ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ເຈົ້າ​ແມ່ ​ເອົາ​ເກີ, ​ເຊິ່ງ​ແມ່ນ​ຜູ້​ທີ່​ໄດ້​ກຳ​ເນີ​ດປະຊາ​ຄົມ​ບັນດາ​ເຜົ່າ ຫວຽດນາມ, ​ແລະ ມີ​ຄຸນງາມຄວາມດີ​ໃນ​ການ​ບຸກ​ເບີກ, ​​ເປີດ​ກວ້າງ​ພົມ​ແດນ, ສ້າງ​ຕັ້ງ​ປະ​ເທດ, ຊ່ວຍ​ປະຊາຊົນ​ປູກ​ເຂົ້ານາ​ທາມ, ລ້ຽງ​ມ້ອນ, ຕ່ຳ​ຜ້າ, ສ້າງ​ຊີວິດ​ອິ່ມໜຳສຳລານ ​ແລະ ມີ​ຄວາມ​ຜາ​ສຸກ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ທຳ​ອິດ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ບູຊາ​​ເຈົ້າ​ຊີວິດ​ຮຸ່ງ-ງານ​ບຸນ​ວິຫານ​ຮຸ່ງ ປີ 2016. ນະ​ທີ່​ນີ້, ການ​ນຳ​ແຂວງ ຟູ໋ທໍ້ ​ໄດ້​ຕາງໜ້າ​ປະຊາຊົນ​ທົ່ວ​ປະ​ເທດ​ປະຕິບັດ​ພິທີ​ຖະຫວາຍ​ທູບ​ທຽນ, ດອກ​ໄມ້, ​ເຄື່ອງ​ຂອງ​ບູຊາບັນພະບຸລຸດ​ຂອງ​ປະ​ເທດ​ຊາດ, ສະ​ແດງ​ຄວາມ​ຮູ້​ບຸນ​ຄູນ​ອັນ​ໃຫຍ່​ຫຼວງ​ຂອງ​ບັນພະບຸລຸດ​ໃນ​ການກໍ່​ຕັ້ງ, ສ້າງ​ພື້ນຖານ​ໃຫ້​ແກ່​ຊາດ​ຫວຽດນາມ; ພ້ອມ​ທັງ​ພາວະນາ​ຂໍ​ໃຫ້​ບັນພະບຸລຸດ​ຂອງ​ປະ​ເທດ​ດົນ​ບັນດານ​ໃຫ້​ປະ​ເທດ​ຊາດ​ມີ​ຄວາມ​ສະ​ຫົງ​ບປອດ​ໄພ, ປະຊາຊົນ​ຢູ່​ເຢັນ​ເປັນ​ສຸກ ​ແລະ ມີ​ອາຍຸ​ຍືນ​.
        ​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ທີ 12/4, ການ​ນຳ​ແຂວງ ຟູ໋ທໍ້, ພ້ອມ​ກັບ​ນັກ​ທ່ອງ​ທ່ຽວ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ໄດ້​ຖະຫວາຍ​ທູບ​ທຽນ​ເຈົ້າ​ແມ່ ​ເອົາ​ເກີ​ເຊັ່ນ​ດຽວ​ກັນ.
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top