• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີຕອບບຸນແທນຄຸນຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດເຂດຕາເວັນຕົກສ່ຽງເໜືອ

      ເນື່ອງໃນໂອກາດສະເຫຼີມສະຫຼອງວັນທະຫານເສຍອົງຄະ - ນັກຮົບ ເສຍສະຫຼະຊີວິດເພື່ອຊາດ ຄົບຮອບ 70 ປີ (27/7/1947 – 27/7/2017)

ທ່ານ ເຈືອງເຕີ໋ນຊາງ, ອະດີດປະທານປະເທດ ຫວຽດນາມ (ພາບ: ໜັງສືພິມເຊີນລາ)
      ຕອນຄຳ່ວັນທີ 16/7, ທີ່ນະຄອນ ເຊີນລາ, ຄະນະຊີ້ນຳ ເຂດຕາເວັນຕົກສ່ຽງເໜືອ ສົມທົບກັບ ແຂວງ ເຊີນລາ ຈັດຕັ້ງພິທີຕອບບຸນແທນຄຸນຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ເຂດຕາເວັນຕົກສ່ຽງເໜືອ, ດ້ວຍຫົວຂໍ້ວ່າ “ຈົດຈຳບຸນຄຸນບັນດາຜູ້ຈົ່ງຮັກພັກດີຕະຫຼອດໄປ”. ເຂົ້າຮ່ວມພິທີມີ ທ່ານ ເຈືອງເຕີ໋ນຊາງ, ອະດີດປະທານປະເທດ ຫວຽດນາມ, ທ່ານ ຫງວຽນວັນບີ່ງ ຫົວໜ້າຄະນະເສດຖະກິດສູນກາງ, ຫົວໜ້າຄະນະຊີ້ນຳ ເຂດຕາເວັນຕົກສ່ຽງເໜືອ; ບັນດາຜູ້ນຳພັກ, ລັດ, ບັນດາກະຊວງ, ຄະນະ, ຂະແໜງການ, ບັນດາແຂວງ ເຂດຕາເວັນຕົກສ່ຽງເໜືອ; ບັນດາຜູ້ຕາງໜ້າແມ່ນແມ່ຫວຽດນາມວິລະຊົນ, ຍາດຕິພີ່ນ້ອງ, ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ, ບັນດາທະຫານເສຍອົງຄະທີ່ດີເດັ່ນເຂດຕາເວັນຕົກສ່ຽງເໜືອ.
ພາຍຫຼັງພິທີແມ່ນລາຍການສິລະປະທີ່ເປັນເອກະລັກສະເພາະດ້ວຍຫົວຂໍ້: “ຈິດໃຈພິລະອາດຫານ - ຄວາມມຸ່ງຫວັງອິດສະຫຼະພາບ”. ທີ່ພິທີ, ທ່ານ ຫົວໜ້າຄະນະຊີ້ນຳເຂດຕາເວັນຕົກສ່ຽງເໜືອ ຫງວຽນວັນບີ່ງ ແລະ ຄະນະຈັດຕັ້ງມອບຂອບຂວັນຕອບບຸນແທນຄຸນ, ເຊີດຊູຜູ້ແທນແມ່ນບັນດາແມ່ຫວຽດນາມວິລະຊົນ, ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ, ບັນດາທະຫານເສຍ ອົງຄະ, ທະຫານເຈັບເປັນ. 
          ກອນໜ້ານັ້ນ, ວັນທີ 16/7, ຄະນະຜູ້ແທນ ຄະນະຊີ້ນຳເຂດຕາເວັນຕົກສ່ຽງເໜືອ, ການນຳແຂວງ ເຊີນລາ ໄດ້ຖະຫວາຍທູດທຽນຢູ່ ສຸສານ ນັກຮົບເສຍສະຫຼະຊີວິດເພື່ອຊາດ ຄຸກ ເຊີນລາ ແລະ ຢ້ຽມຢາມ ຄຸກ ເຊີນລາ, ອະນຸສອນສະຖານບັນດາວິລະຊົນ, ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ຄຸກ ເຊີນລາ, ຢູ່ໃນເຂດປູຊະນີຍະສະຖານລະດັບຊາດພິເສດ ຄຸກ ເຊີນລາ.
(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top