• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສິລະປະ

ພາບແຕ້ມເຢາະເຢີ້ຍຂອງທ່ານແຈ້

ຜົນການປະດິດແຕ້ມ ຈຳນວນ 37 ຊຸດໂດຍແມ່ນນັກແຕ້ມ ຫງວຽນຫາຍຈີ້ (1943-2003) ຊຶ່ງເຄີຍໂດ່ງດັງດ້ວຍນາມ ປາກກາແຈ້, ໄດ້ແຕ້ມອອກໃນຊຸມປີບັ້ນທ້າຍຂອງຊີວິດ ແລະ ເວລາທີ່ຕາທັງຄູ່ເໝືອນກັບວ່າບອດ ໄດ້ຖືກນຳໄປວາງສະແດງ ທີ່ ປະເທດຝຣັ່ງ. ຜົນການປະດິດແຕ່ງດັ່ງກ່າວເປັນຄັ້ງທຳອິດທີ່ຄົນຄຸ້ນເຄີຍຂອງເພິ່ນນຳໄປສະເໜີຕໍ່ຜູ້ຊົມທີ່ນະຄອນໂຮ່ຈີມິນ ໃນງານວາງສະແດງຫົວຂໍ້ “ຄິດເຖິງແຈ້” ຫວ່າງມ່ໍໆມານີ້
ບ່ໍໄດ້ຜ່ານການຮຽນຈາກໂຮງຮຽນໃດໆ, ແຕ່ນັກຈິດຕະກຳແຈ້ ມີອາຊີບການແຕ້ມດ້ວຍຄວາມຫຼົງໄຫຼເມົາມົວ ແລະ ຄວາມ ສາມາດໃນການຮ່ຳຮຽນ, ປະດິດຄິດສ້າງດ້ວຍຕົນເອງ. ຈິດຕະ ກຳແຈ້ແຕ້ມຖະໜັດແມ່ນພາບສີນ້ຳມັນ, ພາບແພໄໝ ຫຼື  ໃສ່ແຜ່ນເຈ້ຍສາໃນຄວາມມັກ ແລະ ວິຊາປະຈຳຕົວແມ່ນແຕ້ມພາບເຢາະເຢີ້ຍ. ຍ້ອນຕາມເພິ່ນວ່າ, ຮູບພາບການເຍາະເຍີ້ຍມັນມີລັກສະນະສຽດສີແຕ່ມັນເຮັດໃຫ້ຊີວິດມີສີສັນມ່ວນຊື່ນ, ລື່ນເລີງ ແລະ ມີຄວາມຫ້າວຫັນເໝືອນດັ່ງແບບວິຖີການດຳລົງຊີວິດຂອງກະໂຕຈິດຕະກຳນັ້ນເອງ.

ພາບຈິດຕະກຳ ຫງວຽນຫາຍຈີ້ (1943-2003) - ຜູ້ທີ່ມີຊື່ສຽງ ໂດ່ງດັງດ້ວຍນາມປາກກາແຈ້. ພາບ: ເອກະສານ


ໃນຫອ້ງວາງສະແດງ “ຄິດເຖິງແຈ້” ທີ່  SI Restaurant (ເມືອງ 1, ນະຄອນໂຮ່ຈີມິນ).
 
ໃນງານວາງສະແດງ “ຄິດເຖິງແຈ້”, ໃນພາບສີນ້ຳມັນຕ່າງໆ ທີ່ລະບາຍໃນຮູບພາບແມ່ນໄດ້ກັ່ນຕອງມາຈາກວັດຖຸສິ່ງຕ່າງໆ ແລະ ເຫດການທີ່ຕົນເອງໄດ້ພົບພໍ້, ໄດ້ຜ່ານຜ່າ. ຜົນການຜະລິດແຕ້ມຄື “ປາ ແລະ ນົກ”,“ ພະທາດ Eiffel”, “ຮັງນົກ”, “ໜ້າກາກ”, “ຜູກມັດ”, “ປ່າໂຄກ”… ຊ້ອນແຝງໃນຮູບປະພັນ ທີ່ມີລັກສະນະພາບມິຕິ,  ຫຼາກຫຼາຍຄວາມໝາຍ, ກະຕຸ້ນແນວຄວາມນຶກຄິດຈາກຜູ້ຊົມ. 

ພາບແຕ້ມຕ່າງໆ ທີ່ຈິດຕະກຳແຈ້ແຕ້ມຄັ້ງທຳອິດແມ່ນກ່ຽວ ກັບຜູ້ໃກ້ຊິດໃນຄອບຄົວ. ແລະ ຕະຫຼອດຊີວິດຂອງການຈັບຟອຍແຕ້ມ,  ໃນຫົວເລື່ອງກ່ຽວກັບຄອບຄົວລູກເມຍ, ໂດຍສະເພາະແມ່ນຮູບພາບຂອງແມ່ຍິງຫວຽດນາມ ໄດ້ກວມເອົາ ເປັນຈຳນວນຫຼວງຫຼາຍ ໃນຜົນການປະດິດແຕ້ມທັງໝົດຂອງ ເພິ່ນ. ຊຸດພາບແຕ້ມ “ແມ່ຍິງປະເທດຂອງຂ້ອຍ” ລວມມີພາບຕະຫຼົກ 10 ແຜ່ນ ທີ່ໄດ້ປະດິດແຕ້ມໃນລະຫວ່າງ ປີ 1995 ແລະ ໄດ້ນຳໄປເຂົ້າຮ່ວມງານວາງສະແດງ “ພາບແຕ້ມເຢາະເຢີ້ຍທະວີບອາຊີ” ຈັດຂຶ້ນທີ່ປະເທດຍີ່ປຸ່ນກ່ໍຖືກນຳສະເໜີຕໍ່ ມະຫາຊົນໃນງານດັ່ງກ່າວ. ພາບແຕ້ມເຫຼົ່ານີ້ຖືກແຕ້ມດ້ວຍປາກກາເຫຼັກ ແລະ ວາດສີນ້ຳເທິງແຜ່ນເຈ້ຍສາ ໄດ້ສ່ໍສະແດງ ໃຫ້ເຫັນເຖິງ “ວິນຍານນະຂັນ” ຂອງຜູ້ເປັນເມຍ, ເປັນແມ່ທີ່ບາກບັ່ນສັນຫາເພື່ອຜົວ ແລະ ເບິ່ງແຍງລູກເຕົ້າ. ໃນນັ້ນ, ຜົນການປະດິດແຕ້ມກ່ຽວກັບ  “ໜ່ວຍພິພົບ ແລະ ກະຖັງຂີ້ ເຫຍື່ອ”, “ຜົວລູກ”, “ລົດສາມລ້ໍ” ສ່ອງແສງເຖິງຄວາມອົດທົນ, ຄວາມລຳບາກ ຂອງແມ່ຍິງທີ່ເຮັດໃຫ້ຜູ້ຊົມສະອື້ນໃຈນຳ.

ຊ່ວງໄລຍະທົດສະວັດທີ 1990, ພາບແຕ້ມເຢາະເຢີ້ຍຂອງແຈ້ ໄດ້ປະກົດໃນໜ້າໜັງສືພິມຫຼາຍສະບັບພາຍໃນປະເທດ. ງານວາງສະແດງໃນຄັ້ງນີ້ໂດຍແມ່ນຄອບຄົວຂອງເພິ່ນເອງຈັດຂຶ້ນເພື່ອເປັນການລະນຶກເຖິງທ່ານແຈ້, ພ້ອມກັນນັ້ນກ່ໍເພື່ອແລກປ່ຽນຜົນການປະດິດແຕ້ມຈຳນວນໜຶ່ງຂອງເພິ່ນທີ່ເປັນຄັ້ງທຳອິດປະກົດສູ່ສາຍຕາຂອງຜູ້ຊົມ.

ຜົນການປະດິດແຕ້ມຈຳນວນໜຶ່ງຂອງແຈ້:

ພາບແຕ້ມ: “ແບບວົງປິດ”.


ພາບແຕ້ມ: “ອູ່”.


ພາບແຕ້ມ: “ປ່າໂຄກ”


ພາບແຕ້ມ: “ປ້າຍຫ້າມ”


ພາບແຕ້ມ: “ນັ່ງເທິງແປ້ນຂວາກ”.


ພາບແຕ້ມ: “ຜູ້ມັດ”.


ພາບແຕ້ມ: “ປະຕູໄຊ”.


ພາບແຕ້ມ: “ໜ້າກາກ”.


ພາບແຕ້ມ: “ໂບດເຈົ້າແມ່ປາຣີ”.


ພາບແຕ້ມ: “ພະທາດ Eiffel”.


ພາບແຕ້ມ: “ຮັງນົກ”.


ພາບແຕ້ມ: “ນັກປຸກລະດົມ”.


ພາບແຕ້ມ: “ນາງງາມປາ”


ແລະ ຜົນການປະດິດແຕ້ມອື່ນໆອີກຈຳນວນຫນຶ່ງ...




















ບົດ: ເຊີນເງ້ຍ - ພາບ: ເລມິນ

ຫຸ່ນເງົາ ສາຍລົມໃໝ່ ບົນເວທີສະແດງລະຄອນ ຫວຽດນາມ

“ຫຸ່ນເງົາ” ສາຍລົມໃໝ່ ບົນເວທີສະແດງລະຄອນ ຫວຽດນາມ

ກ່ອນຈະໄດ້ຮັບການເລືອກເຟັ້ນ ແລະ ຈັດສາກ ໂດຍໂຮງລະຄອນ ຫວຽດນາມ, ບົດລະຄອນ “ຫຸ່ນເງົາ” ໂດຍ ທ່ານນາງ ຫວູຮວ່າງຮວາ ເປັນ 1 ໃນ 5 ບົດລະຄອນ ຖືກຈັດເຂົ້າ ບັນຊີລາຊື່ ສະເໜີຊີງລາງວັນ Patrick White Award 2023 ທີ່ສະຫງວນໃຫ້ ບົດລະຄອນ, ຊຶ່ງຈັດໂດຍໂຮງລະຄອນ ນະຄອນ Sydney (ອົດສະຕຣາລີ) ຈັດປະຈຳທຸກປີ.  ຜົນໄດ້ຮັບແມ່ນ “ຫຸ່ນເງົາ” ຖືກຈັດ ອັນດັບທີສອງ ແລະ ໄດ້ຮັບການຕີລາຄາສູງ ດ້ານຄຸນນະພາບ ຈາກສະພາວິຊາຊີບ ຂອງ ໂຮງລະຄອນ ນະຄອນ Sydney.

Top