• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສິລະປະ

ພາບແຕ້ມດ່ວນບັນທຶກປະຫວັດສາດ ຂອງ ຮວິ່ງ ເຟືອງ ດົງ

ຮວິ່ງເຟືອງດົງ ແມ່ນນັກຈິດຕະກອນ ທັງເປັນນັກຮົບຜູ້ໜຶ່ງທີ່ໄດ້ເຂົ້າຮ່ວມຂະບວນການຕໍ່ສູ້ຕ້ານຝຣັ່ງ ແລະ ອາເມລິກາ.  ຮວິ່ງເຟືອງດົງ ໄດ້ຜ່ານຫລາຍສະໜາມຮົບ, ເຂົ້າຮ່ວມບັ້ນລົບໂຈມຕີສັດຕູຫລາຍໆຄັ້ງ ແລະ ລາວທັນໄດ້ບັນທຶກໄວ້ ບັນດາເຫດການທາງປະຫວັດສາດ ດ້ວຍການວາດພາບດ່ວນຢ່າງມີຊີວິດຊີວາ. ມາຮອດປະຈຸບັນ, ຈຳນວນພາບແຕ້ມ ຂອງເພິ່ນ ແມ່ນຫຼາຍກວ່າ 20 ພັນ, ໄດ້ກາຍເປັນສາງ ຂ້ໍມູນເອກະ ສານປະຫວັດສາດທີ່ລ້ຳຄ່າແຫ່ງໜຶ່ງ.
ນັກຈິດຕະກອນ ຮວິ່ງເຟືອງດົງ ຊື່ແທ້ແມ່ນ ຮວິ່ງ ກົງ ຍ້ານ ເກີດປີ 1925 ທີ່ ບິ່ງຮ່ວາ-ຢາດິ້ງ (ປັດຈຸບັນແມ່ນນະຄອນ ໂຮ່ຈີມິນ). ພາຍຫຼັງຮຽນຈົບຈາກ ໂຮງຮຽນວິຈິດສິນ ຢາດິ້ງ (ປີ 1945), ເພິ່ນໄດ້ເຂົ້າຮ່ວມການຕ່ໍສູ້ຕ້ານຝຣັ່ງ(1945-1954). ພາຍຫຼັງໄຊຊະນະດ້ຽນບຽນຝູ 1954, ທ່ານຂຶ້ນໄປ ພາກເໜືອ  ຮຽນຕ່ໍ ຢູ່ວິທະຍາໄລວິຈິດສິນ ຮ່າໂນ້ຍ(1957-1963) ລົງເລິກຂະແໜງຄວັດແກະສະຫຼັກ ແລະ ກາຍເປັນ ສະມາຊິກ ສະມາຄົມວິຈິດສິນ ຫວຽດນາມນັບແຕ່ປີ 1957.

ຮວິ່ງເຟືອງດົງ ເຜີຍໃຫ້ເຫັນພອນສະຫວັນ ທາງດ້ານຈິດຕະ ກຳ ມາແຕ່ຄາວຍັງນ້ອຍ ດ້ວຍບັນດາຜົນການແຕ້ມແຕ່ງ ທີ່ ສ້າງຄວາມປະທັບໃຈ ໃຫ້ແກ່ຄູອາຈານ ແລະ ເພື່ອນໆ ເມື່ອ ຍັງຮຽນຢູ່ ໂຮງຮຽນສາມັນ. ພາບແຕ້ມ ຈຳນວນບໍ່ໜ້ອຍ ຂອງ ເພິ່ນ ຖືກນຳໄປ ວາງສະແດງ ຢູ່ພາຍໃນ ແລະ ບັນດາ ປະເທດ ເອີຣົບຕາເວັນອອກ, ກູບາ, ຈີນ ແລະ ອື່ນໆ ທັງໝົດລ້ວນແຕ່ ໄດ້ຮັບການຕີລາຄາສູງ ຈາກວົງການວິຊາການ.


ນັກຈິດຕະກອນ ຮວິ່ງເຟືອງດົງ, ຜູ້ເປັນເຈົ້າຂອງ ພາບແຕ້ມດ່ວນປະມານຊາວພັນແຜ່ນ ກ່ຽວກັບຫົວເລື່ອງ
ສົງຄາມຕໍ່ຕ້ານ ຝຣັ່ງ ແລະ ອາເມລິກາ ກູ້ຊາດ. ພາບ: ເລມິນ/VNP



ນັກຈິດຕະກອນ ຮວິ່ງເຟືອງດົງ ພ້ອມພັນລະຍາແມ່ນ ທ່ານໝໍ ເລທິທູ
ໃນຄັ້ງກັບມາຢາມສະໜາມຮົບເກົ່າ. ພາບ: ເອກະສານ



ນັກຈິດຕະກອນ ຮວິ່ງເຟືອງດົງ(ຜູ້ທີສອງ, ຈາກຊ້າຍ) ທີ່ງານວາງສະແດງ “ຮວິ່ງເຟືອງດົງ-ຊີວິດແຫ່ງການປະດິດສ້າງ
ສິລະປະກຳ”, ໄດ້ຮັບການຈັດຕັ້ງຢູ່ຫໍພິພິດທະພັນວິຈິດສິນ ນະຄອນໂຮ່ຈີມິນ. ພາບ: ເລມິນ/VNP

 
ເມື່ອເກີດມີຂະບວນການລຸກຮຶ້ຂຶ້ນທົ່ວພາກໃຕ້ , ຮວິ່ງເຟືອງດົງ ກັບມາ ຊອັກ ຈັງ ເຂົ້າຮ່ວມການປະຕິວັດ. ແຕ່ປີ 1971, ເພິ່ນ ເປັນ ຫົວໜ້າພະແນກແຕ້ມຢາຍຟ້ອງ(ປົດປ່ອຍ), ພ້ອມກັນນັ້ນທັງ ເຂົ້າຮ່ວມການ ກ່ໍສ້າງບໍາລຸງລຸ້ນຈິດຕະກອນໜຸ່ມ, ທັງເຂົ້າຮ່ວມການສູ້ຮົບ. ໃນນັ້ນ ເດັ່ນກວ່າໝູ່ແມ່ນສອງຫ້ອງຮຽນວິຊາຈິດຕະກໍາເຊິ່ງແມ່ນທ່ານເອງເປັນຜູ້ລິເລີ່ມ ທັງເປັນຄູສອນ ນັ້ນ ຄື: ຫ້ອງແຕ້ມ ໂດ່ຍເທີ (ໄຕນິງ) ປີ 1964 ແລະ ຫ້ອງ ຝຶກອົບ ຮົບ ເດິ່ມແບ (ກຳປູເຈຍ) ປີ 1968. ຈາກສອງຫ້ອງຮຽນນີ້, ເພິ່ນໄດ້ກໍ່ສ້າງ, ບໍາລຸງໄດ້ນັກຈິດຕະກໍາທີ່ມີສີມືດີເປັນຈໍານວນບໍ່ໜ້ອຍເພື່ອຮັບໃຊ້ການປະຕິວັດ.

ໃນຊ່ວງໄລຍະເວລາເຄື່ອນໄຫວ ຢູ່ສະໜາມຮົບ ທາງພາກ ໃຕ້ນີ້ເອງ ທີ່ ໄດ້ຊ່ວຍໃຫ້ເພິ່ນເຫັນກັບຕາຫລາຍບັ້ນຮົບທີ່ດຸ ເດືອດຮ້າຍແຮງ ເຊິ່ງມີການບາດເຈັບ, ສູນເສຍ ບໍ່ຈັກ ວ່າເທົ່າ ໃດ ພ້ອມກັບແວ່ນແຍງຂອງເພື່ອນສູ້ຮົບທີ່ມີ ມານະຈິດ ແລະ ນໍ້າໃຈແຂງແກ່ນເໝືອນເຫລັກກ້າ , ຮ່ວມແຮງຮ່ວມໃຈກັນ ເພື່ອປະເທດຊາດ. ທັງໝົດຮູບພາບທີ່ກ້າແກ່ນ ບໍ່ຍອມຈໍານົນນັ້ນ, ມັນໄດ້ຖືກ ຮວິ່ງເຟືອງດົງ ບັນທຶກໄວ້ດ້ວຍວິທີວາດພາບດ່ວນເທິງໜ້າເຈ້ຍສີຂາວ.

ດ້ວຍປຶນ AK ກະບອກໜຶ່ງ ພ້ອມກັບ ຊຸດເຄື່ອງອຸປະກອນ ການແຕ້ມຮູບທີ່ສ້າງເອົາເອງຍາມໃດກ່ໍເອົາຕິດຕົວໄປນໍາ, ເພິ່ນໄດ້ຕະລຸຍອອກສູ່ແນວໜ້າ, ເຂົ້າຮ່ວມສະໜາມຮົບຕ່າງໆ, ຜ່ານທຸກເສັ້ນທາງ ແລະ ມີໜ້າເກືອບວ່າຢູ່ທຸກສະໜາມຮົບ ທາງທິດຕາເວັນອອກ  ແລະ ທິດຕາເວັນຕົກຂອງພາກໃຕ້ ຫວຽດນາມ. ເພິ່ນແຕ້ມຢູ່ທຸກບ່ອນ, ທຸກເວລາ ຍ້ອນຄວາມ ຮູ້ສຶກ “ເໝືອນກັບວ່າຕົນເອງຍັງ ຕິດໜີ້ກັບທຸກພື້ນທີ່ທີ່ໄດ້ໄປຜ່ານ, ກັບຜູ້ຄົນທີ່ໄດ້ພົບພ້ໍ ແລະ ແຕ້ມຄືກັບວ່າ ນັ້ນແມ່ນມື້ທ້າຍສຸດ”.

ດ້ວຍການນຳໃຊ້ວິທີວາດພາບດ່ວນ, ຮວິ່ງເຟືອງດົງ ສາມາດຈົດແຕ້ມຄືນໄດ້ຢ່າງຊື່ຕົງ ແລະ ມີຊີວິດຊີວາກ່ຽວກັບສະຖານະການຊົ່ວບຶດຊົ່ວຄາວຂອງຊີວິດ, ຂອງສົງຄາມ.  ຈາກຮູບແຕ້ມ ທີ່ມີລັກສະນະ ເປັນການວາດພາບແນວນັ້ນ, ຍາມເມື່ອຫວ່າງ ວຽກ ເພິ່ນໄດ້ນຳມາຄັດເລືອກເພື່ອແຕ້ມແຕ່ງເປັນພາບສີນ້ຳ ຫຼື ສີນ້ຳມັນ ແລະ ຜົນການແຕ່ງແຕ້ມລາຍໃຫຍ່ຄື: ບັ້ນຮົບ ເອີບ ບັກ (1963), ບັ້ນຮົບບິ່ງຢ໊າ (1965), ບັ້ນຮົບຂົວໂຕໜັງສື Y (1969), ບັ້ນຮົບ Junction City(1967) ແລະ ອື່ນໆ  ໄດ້ ກຳເນີດເກີດຂຶ້ນເຊັ່ນນັ້ນ.

ພາບວາດດ່ວນຂອງ ຮວິ່ງເຟືອງດົງ ເໝືອນກັບວ່າ ໄດ້ດຶງດູດເອົາ ແຂກຜູ້ຊົມເຂົ້າໃນແຕ່ລະບັ້ນໂຈມຕີ, ແຕ່ລະທິວທັດ, ແຕ່ລະຕົວລະຄອນ, ແຕ່ລະຮູບຊົງຂອງຜູ້ຄົນ. ເໝືອນກັບວ່າພວກເຂົາມີໜ້າໂດຍກົງຢູ່ກັບບ່ອນທີ່ເກີດມີເຫດການນັ້ນ. 

ນັບແຕ່ເຫດການໃຫຍ່ ຈົນເຖິງຮູບພາບວຽກຈິງ, ຄົນແທ້ຄື: ອ້າຍທະຫານປົດປ່ອຍ, ນາງສາວຜູ້ຕິດຕ່ໍພາທາງ, ແມ່ຫວຽດນາມວິລະຊົນ ທີ່ນັກຈິດຕະກອນ ຮວິ່ງເຟືອງດົງ ບັນທຶກໄວ້ໃນຄາວນັ້ນ ມາຮອດປະຈຸບັນໄດ້ກາຍເປັນເອກະສານຂໍ້ມູນທີ່ ລ້ຳ ຄ່າທີ່ສຸດໃຫ້ແກ່ ພື້ນຖານຈິດຕະກຳປະຕິວັດຂອງ ຫວຽດນາມ.

ທ່ານ ເຈິ່ນ ແບກ ດັ່ງ, ນັກຄົ້ນຄວ້າ ໄດ້ໃຫ້ຄໍາສັງເກດວ່າ: “ບໍລິມາດການປະດິດແຕ່ງແຕ້ມ ຂອງ ຮວິ່ງເຟືອງດົງ ຈັ່ງແມ່ນມະ ຫຶມາ, ປະມານຊາວພັນພາບແຕ້ມ ນັບແຕ່ພາບວາດ ຈົນເຖິງ ພາບແຕ້ມ ທີ່ມີໂຄງຢ່າງຄັກແນ່. ມີຈໍານວນໜຶ່ງມັນມີກະບອກສຽງໂດຍມັນເອງ. ຊົ່ວຊີວິດໜຶ່ງ ທີ່ໄດ້ອອກແຮງງານ ຢ່າງບ່ໍຮູ້ ອິດເມື່ອຍ, ກອງຊັບສົມບັດ ໜຶ່ງທີ່ລ້ຳຄ່າທາງດ້ານປະຫວັດ ສາດ ແລະ ສິລະປະ”.

ໃນຄັງສາງນັ້ນ, ມີສາມຜົນງານແຕ້ມແຕ່ງຄື “ບັ້ນຮົບ ເອິບ ບັກ”, “ບັ້ນຮົບບິ່ງຢ໊າ”, “ບັ້ນຮົບລາງ່າ” ໄດ້ຮັບລາງວັນ ແຫ່ງ ລັດໃນ ປີ 2007. ນີ້ເປັນລາງວັນທີ່ມີຄວາມໝາຍສຳຄັນທີ່ສຸດໃນພາລະກິດການຈັບຝອຍແຕ້ມ ຂອງນັກຈິດຕະກອນ ຮວິ່ງເຟືອງດົງ.
ພາບແຕ້ຈຳນວນໜຶ່ງຂອງ ນັກຈິດຕະກອນ ຮວິ່ງເຟືອງດົງ: 
ພາບແຕ້ມ “ບັ້ນຮົບບີ່ງຢ໊າ-1965”- ລາງວັນແຫ່ງລັດປີ 2007. ພາບ: ເລມິນ/VNP

ພາບແຕ້ມ “ບັ້ນຮົບລາງ່າ ປີ 1946”- ລາງວັນແຫ່ງລັດປີ 2007. ພາບ: ເລມິນ/VNP

ພາບແຕ້ມ “ວາງແຜນສູ້ຮົບ”. ພາບ: ເລມິນ/VNP

ພາບແຕ້ມ “ ຜ່ານຂົວດ້າຍລົກ”- ກ໋ວາງນາມວັນທີ15/9/1963. ພາບ: ເລມິນ/VNP

ພາບແຕ້ມ “ການຜ່າຕັດທີ່ສະໜາມຮົບ”-ແຕ້ມປີ 1967.
ພາບ: ເລມິນ/ VNP

ພາບແຕ້ມ “ບັ້ນຮົບໂຈມຕີທາງທິດໃຕ້ຂົວຮູບໜັງສື Y”-ແຕ້ມປີ 1968 ພາບ: ເລມິນ/VNP

ພາບ “ລົກນິງໄດ້ຮັບການປົດປ່ອຍ”-ແຕ້ມປີ 1973.
ພາບ: ເລມິນ/VNP

 
ພາບແຕ້ມ “ນ້ອງລານກອງຫຼອນຕາແສງລົກເຕິ້ນ”-ລົກນິງ ວັນທີ 14/4/1973.  ພາບ: ເລມິນ/VNP

ພາບ “ແຄມຝັ່ງຫ້ວຍລົກ-ລົກນິງປົດປ່ອຍ”-ແຕ້ມປີ1973. ພາບ: ເລມິນ/VNP
 
ປີ 2006, ປຶ້ມປະມວນພາບແຕ້ມ ດ້ວຍສອງພາສາອັງກິດ - ຫວຽດນາມ ພາຍໃຕ້ຫົວຂໍ້ “ຮວິ່ງເຟືອງດົງ-ມູມມອງຈາກສົງ ຄາມ ແລະ ສັນຕິພາບ” ໜາ 177 ໜ້າ ໂດຍໄດ້ຄັດເລືອກ ມາ ຈາກຜົນການປະດິດແຕ່ງແຕ້ມຫຼາຍພັນຢ່າງຂອງເພິ່ນໄດ້ ຖືກ ຈຳໜ່າຍເປັນທາງການຢູ່ສະຫະລັດອາເມລິກາ. ປຶ້ມຫົວນີ້ ເປັນຂອງ ຂວັນຍ້ອມນໍ້າໃຈທີ່ມີຄວາມໝາຍ, ເປັນວິທີການ ຕອບບຸນແທນຄຸນເລັກນ້ອຍທຽບກັບສິ່ງຕ່າງໆທີ່ນັກຈິດຕະ ກອນຜູ້ອາວຸໂສໄດ້ອຸທິດຕະຫຼອດ 70 ປີແຫ່ງການຈັບ ຝອຍ ແຕ້ມ.

ທຸກວັນນີ້, ເຖິງວ່າກ້າວເຂົ້າສູ່ໄວ 90 ແລ້ວກ່ໍຕາມ, ແຕ່ຄວາມ ຮັກຂອງເພິ່ນທີ່ມີຕໍ່ຈິດຕະກຳ ແມ່ນບ່ໍມີຈາງຫາຍເທື່ອ. ແຕ່ ລະມື້, ເພິ່ນຍັງມະລຸກຄຸກຄຸ້ຍ ຢູ່ກັບໂຮງແຕ້ມ, ແຕ່ງແຕ້ມຄືນ ພາບວາດດ່ວນໃນເມື່ອກ່ອນ, ນີ້ເໝືອນກັບວ່າເປັນທັງໜ້າທີ່ວຽກງານ, ເປັນທັງຂອງຫລິ້ນມ່ວນປະຈໍາວັນອັນໜຶ່ງຂອງເພິ່ນ. ຫວ່າງແລ້ວນີ້, ພວກຂ້າພະເຈົ້າພົບກັບເພິ່ນ ຢູ່ເຮືອນສ່ວນຕົວ ຂອງເພິ່ນ, ໄດ້ຮັບການ ຕ້ອນຮັບ ຢ່າງອົບອຸ່ນ ແລະ ສິ່ງທີ່ເຮັດ ໃຫ້ ພວກ ຂ້າພະເຈົ້າມີຄວາມສຸກແມ່ນເພິ່ນໄດ້ເຊີນ ໃຫ້ນັ່ງເພື່ອເພິ່ນຈະແຕ້ມຮູບບຸກຄົນໃຫ້ ດ້ວຍຕົວເພິ່ນເອງ .


ເມື່ອລົມກັບພວກຂ້າພະເຈົ້າກ່ຽວກັບອາຊີບ, ເພິ່ນຍັງມີຄວາມ ຕໍ່າຄ້ອຍນ້ອຍໃຈ: “ຢ້ານແຕ່ຟ້າແຖນບ່ໍເອົາໃຈຄົນ, ຂ້າພະ ເຈົ້າປາດຖະໜາທີ່ສຸດຢາກແຕ້ມພາບຊຸດໜຶ່ງກ່ຽວກັບພາບພໍ່ແມ່ພີ່ນ້ອງ, ນັກຮົບເຮົາພວມເຝົ້າ ຍາມປ້ອງກັນທະເລ, ຊາຍ ແດນຂອງປະເທດຊາດ ຕະຫລອດເວັນຄືນ”.
ບົດ: ເຊີນເງ້ຍ - ພາບ: ເລມິນ ແລະ ເອກະສານ
 

bichlien

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ບັນດານາຍຊ່າງ ຂອງ ໝູ່ບ້ານ ​ເຄື່ອງ​ປັ້ນດິນ​ເຜົາ ​ບາດຈ່າງ (ເມືອງ ຢາເລີມ - ຮ່າ​ໂນ້ຍ) ​ໄດ້​ຮັບ​ແຮງ​ບັນດານ​ໃຈ​ຈາກ​ ກາຈໍ້າ ຮ່ວາງເດ໋ ຈີບ໋າວ  (ກາຈໍ້າ ຂອງ ມະຫາກະສັດ) ທີ່​ຫາ​ກໍ່​ນຳ​ມາ​ຈາກ ຝຣັ່ງ ​ເພື່ອ​ປະດິດ, ສ້າງ​ເປັນ ກາຈໍ້າ ​ມັງ ກອນ ​ຟອກຄຳ ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງການ ​ຂອງ​ ປະຊາຊົນ ​ໃນ​ປີ ມະໂລງ 2024.

Top