• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັກ,ລັດຍາມໃດກໍ່ເອົາໃຈໃສ່ເປັນພິເສດເຖິງການເບິ່ງແຍງດູແລ, ສ້າງຂະແໜງສາທາລະນະສຸກ


ພັກ,ລັດຍາມໃດກໍ່ເອົາໃຈໃສ່ເປັນພິເສດເຖິງການ
ເບິ່ງແຍງດູແລ, ສ້າງຂະແໜງສາທານະນະສຸກ

      ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນການ​ແພດ​ສຳຮອງ, ຕອນ​ເຊົ້າ​ວັນ​ທີ 5/12 ທີ່ ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ມີ​ການ​ພົບ​ປະ ​ແລະ ​ໂອ້​ລົມ​ກັບ​ພະນັກ​ງານ​ສາທາລະນະ​ສຸກ​​ດີ​ເດັ່ນ​ທີ່ເປັນ​ກຽດ​ໄດ້​ຮັບ​ລາງວັນ ດັ້ງ​ວັນ​ຫງື.
        ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້ ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ຢັ້ງຢືນ​ວ່າ: ພັກ, ລັດ ​ແລະ ປະຊາຊົນ ຍາມ​ໃດ​ກໍ່​ສະຫງວນ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ເບິ່ງ​ແຍງ​ດູ​​ແລ, ສ້າງ​ຂະ​ແໜງ​ສາທາລະນະ​ສຸກ​ເວົ້າ​ລວມ​, ການ​ແພດ​ສຳຮອງ​ເວົ້າ​ສະ​ເພາະ​​ໃຫ້ນັບ​ມື້ນັບ​ເຂັ້ມ​ແຂງ. ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ສະ​ເໜີ​ຂະ​ແໜງ​ສາທາລະນະ​ສຸກ​ຄວນ​ເອົາ​ໃຈ​ໃສ່​ບຳລຸງ, ສ້າງ​ຖັນ​ແຖວ​ພະນັກງາ​ນການ​ແພດ​ສຳຮອງ ທັງ​ມີກຳລັງ​ຄວາມ​ສາມາດ, ​ສີ​ມື​​ແຮງ​ງານ, ລະດັບ​ວິຊາ​ສະ​ເພາະ​ສູງ, ທັງ​ມີ​ຄຸນສົມບັດ​ດີ, ມີ​ກຳລັງ​ຄວາມ​ສາມາດຢ່າງ​ພຽງພໍ​​ເພື່ອ​ຮັບ​ມືກັບ​ບັນດາ​ໂລກ​ພະ​ຍາດ​ອັນຕະລາຍ. ທ່ານ​ປະທານ​ປະ​ເທ​ດ ​ເຈີ່ນ​ດ້າຍ​ກວາງ ກ່າວວ່າ:
        “ຂະ​ແໜງ​ສາທາລະນະ​ສຸກ​ຄວນ​ກຳ​ແໜ້ນ​ສະພາບ​ການ, ຄົ້ນ​ພົບ​ບັນດາ​ໂລກ​ພະຍາດ​ທີ່​ອັນ​ຕະລາຍ​ຫາ​ກໍ່​ເກີດ​ໃໝ່ຢ່າງ​ທັນ​ການ, ​ເປັນ​ເຈົ້າ​ການ, ​ເປັນ​ເສນາ​ທິກາ​ນ​ໃຫ້​ພັກ, ລັດ ກ່ຽວ​ກັບບັນດາ​ແຜນ​ນະ​ໂຍບາຍ, ມາດ​ຕະການ​ທີ່​ເໝາະ​ສົມ​. ​ປະຕິບັ​ດທິດ​ນຳ ຖື​ປະຊາຊົນ​ເປັນ​ໃຈກາງ, ປ້ອງ​ກັນ, ຄວບ​ຄຸມພະ​ຍາດຕິ​ດ​ແປ​ດ, ບໍ່​ປະ​ໃຫ້​ພະຍາດ​​ແຜ່​ລະບາດ ​ແລະ ຄວບ​ຄຸມ​ສຸຂະພາບ​ຂອງ​ປະຊາຊົນ​ໃນ​ປະຊາ​ຄົມ​ເປັນ​ຢ່າງ​ດີ​. ຍູ້​ແຮງ​ຂະ​ບວນການ​ເຮັດອະນາ​ໄມ​ຮັກ​ຊາດ, ປ້ອງ​ກັນ​ພະຍາດ ​ແລະ ອອກກຳລັງ​ກາຍ”.
(ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top