• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ພະລັງແຮງໃໝ່ໃນການພົວພັນລະຫວ່າງ ຫວຽດນາມ - ຕານຊານີ, ໂມຊຳບິກ ແລະ ອີຣານ

ລະຫວ່າງວັນທີ 9-15 ມີນາ 2016, ທ່ານປະທານປະເທດ ເຈືອງເຕິ້ນຊາງ ໄດ້ມີການໄປຢ້ຽມຢາມທາງລັດຖະກິດປະເທດ ຕານຊານີ, ໂມຊຳບິກ ແລະ ອີຣານ. ການຢ້ຽມຢາມດັ່ງກ່າວ ໄດ້ສ້າງແຫຼ່ງພະລັງແຮງໃໝ່ ໃນການຊຸກຍູ້ການພົວພັນຮ່ວມມື, ໂດຍສະເພາະແມ່ນ ໃນຂົງເຂດເສດຖະກິດ-ການຄ້າລະຫວ່າງ ຫວຽດນາມ ກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອດັ່ງກ່າວ.
ທີ່ການໄປຢ້ຽມຢາມ, ທ່ານປະທານປະເທດເຈືອງເຕິ້ນຊາງໄດ້ພ້ອມ ກັບທ່ານຜູ້ນຳປະເທດຕ່າງໆພົບປະເຈລະຈາມາດຕະການພື້ນຖານ ເພື່ອຊຸກຍູ້ຢ່າງແຂງແຮງການພົວພັນເສດຖະກິດ-ການຄ້າສອງຝ່າຍ; ໃນນັ້ນໄດ້ມີການໃຫ້ຄຳຫມັ້ນສັນຍາຈະພ້ອມກັນກັບ ຕານຊານີຍົກສູງການພົວພັນທາງດ້ານເສດຖະກິດ-ການຄ້າຂຶ້ນເຖິງ 1 ຕື້ USD, ກັບໂມຊຳບິກຂຶ້ນເປັນ 500 ລ້ານ USD  ແລະ ກັບອີຣານຂຶ້ນເປັນ 2 ຕື້ USD ໃນປີ 2020.

ປະເພດສິນຄ້າຕົ້ນຕໍທີ່ບັນດາວິສາຫະກິດຫວຽດນາມກຳນົດໃຫ້ບູລິ ມະສິດສົ່ງອອກໃຫ້ບັນດາປະເທດດັ່ງກ່າວແມ່ນ ເຂົ້າສານ, ຜະລິດ ຕະພັນກະສິກຳ, ເຄື່ອງທະເລ, ເຄື່ອງນຸ່ງຫົ່ມ,  ແລະ ເກີບ. ກົງກັນ ຂ້າມ, ຫວຽດນາມຈະຊື້ປະເພດຜະລິດຕະພັນບູລິມະສິດຈາກຕານ ຊານີເຊັ່ນ: ໝາກມ່ວງຫິມະພານ, ອາຫານສັດລ້ຽງ, ຝ້າຍ; ຊື້ຈາກໂມ ຊຳບິກຈະມີ: ຝ້າຍ, ເຫຼັກແທ່ງເຄິ່ງສຳເລັດ, ຜະລິດຕະພັນເຄື່ອງໄມ້; ຊື້ຈາກ ອີຣານມີ: ຝຸ່ນ, ວັດຖຸດິບທີ່ເປັນທາດໜຽວ, ອຸປະກອນເຄື່ອງ ຈັກ.

ຄາດຄະເນໃນປີ 2016 ຈະຈັດຕັ້ງກອງປະຊຸມຄະນະກຳມະການ ລະຫວ່າງລັດຖະບານ ຫວຽດນາມ-ໂມຊຳບິກ (ຄັ້ງທີ 4) ທີ່ Maputo, ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ-ອີຣານ (ຄັ້ງທີ 9) ທີ່ Tehran ແລະ ຄະນະກຳມະການລະຫວ່າງ ລັດຖະບານ ຫວຽດນາມ-ຕານຊານີ (ຄັ້ງທີ 2) ທີ່ Dar Es Salaam.

ທ່ານປະທານາທິບໍດີ ຕານຊານີ John Magufuli ໃນການຕ້ອນຮັບ ທ່ານປະທານປະເທດ ເຈືອງເຕິ້ນຊາງ. ພາບ: ຫງວຽນຄາງ/VNA


ທ່ານປະທານປະເທດ ເຈືອງເຕີ້ນຊາງ ເຂົ້າຮ່ວມເວທີປະຖະກະຖາວິສາຫະກິດ ຫວຽດນາມ-ຕານຊານີ. ພາບ: ຫງວຽນຄາງ/VNA

ການຢ້ຽມຢາມດັ່ງກ່າວກໍເປັນໂອກາດເພື່ອເຮັດໃຫ້ບັນດາການນຳ ຫວຽດນາມ ແລະ ການນຳບັນດາປະເທດແລກປ່ຽນຄຳເຫັນກ່ຽວກັບ ບັນຫາຕ່າງໆຂອງພາກພື້ນ ແລະ ສາກົນ, ໃນນັ້ນມີບັນຫາຕ່າງໆ ທີ່ພວມດຶງ ດູດຄວາມສົນໃຈຈາກວົງຄະນາຍາດສາກົນ ຢູ່ພາກພື້ນແມ່ນອາຊີ ຕາເວັນອອກສ່ຽງໃຕ້, ພາກພື້ນຕາເວັນອອກກາງ, ກ່ຽວ ກັບ ການຕັດ ສິນໃຈຮ່ວມມືແກ້ໄຂບັນຫາທີ່ມີລັກສະນະທົ່ວໂລກ, ພົວພັນເຖິງ ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາເຊັ່ນ: ບັນຫາ ຕ້ານການກໍ່ການຮ້າຍ, ຄວາມບໍ່ສະຫງົບເກີດຂຶ້ນໃໝ່ ແລະ ການປ່ຽນ ແປງຂອງດິນຟ້າອາກາດ.

ພິເສດ, ສາມປະເທດມີຄວາມເຂົ້າໃຈກວ່າເກົ່າກ່ຽວກັບບັນຫາ ຂໍ້ພິພາດອຳນາດອະທິປະໄຕຢູ່ທະເລຕາເວັນອອກ, ໄດ້ແບ່ງປັນ ທັດສະນະວ່າ: ການພິພາດກ່ຽວກັບອຳນາດອະທິ ປະໄຕຢູ່ພາກ ພື້ນມີໄພອັນຕະລາຍນາບຂູ່ເຖິງສັນຕິພາບ, ສະຖຽນລະພາບຂອງ ພາກພື້ນ ແລະ ໂລກ.

ທັງສາມປະເທດຕ່າງກໍສະໜັບສະໜູນຢ່າງແຂງແຮງທັດສະນະ, ຫຼັກໝັ້ນກົດເກນການແກ້ໄຂຂໍ້ພິພາດໂດຍສັນຕິວິທີ, ຜ່ານການ ສົນທະນາ, ກົດໝາຍສາກົນ, ບັນດາຫຼັກການຂອງກົດບັດ ສະຫະ ປະຊາຊາດ, ໃນນັ້ນມີສົນທິສັນຍາວ່າດ້ວຍກົດໝາຍທະເລປີ 1982 ເປັນພື້ນຖານສຳຄັນເບື້ອງຕົ້ນໃຫ້ແກ່ທຸກໆການປະພຶດຕໍ່ ທີ່ພົວ ພັນເຖິງບັນດາຂໍ້ພິພາດ ແລະ ການຂັດແຍ່ງ.

ທ່ານປະທານາທິບໍດີ ໂມຊຳບິກ Filipe Jacinto Nyusi ເຊື້ອເຊີນທ່ານປະທານປະເທດ ເຈືອງເຕິ້ນຊາງ ກວດກອງກຽດຕິຍົດ
ທີ່ພິທີຕ້ອນຮັບຢ່າງເປັນທາງການ. ພາບ: ຫງວຽນຄາງ/VNA



ປະຊາຊົນນະຄອນຫຼວງ Maputo (ໂມຊຳບິກ) ຕ້ອນຮັບ ທ່ານປະ ທານປະເທດ ເຈືອງເຕິ້ນຊາງ ດ້ວຍຄວາມປິຕິຍິນດີ. ພາບ: ຫງວຽນຄາງ/VNA
 
ໃນການໄປຢ້ຽມຢາມທະວີບອາຟຣິກກາ ແລະ ຕາເວັນອອກກາງ ຄັ້ງນີ້ຂອງທ່ານປະທານປະເທດ, ມີເອກະສານສຳຄັນຫຼາຍສະບັບ ໃນຂົງເຂດຕ່າງໆຄື:: ການສຶກສາ, ທະນາຄານ, ນ້ຳມັນອາຍແກັສ ໄດ້ຮັບການລົງນາມແນໃສ່ເພື່ອຊຸກຍູ້ການຮ່ວມມືຢ່າງກວ້າງຂວາງ ເລິກເຊິ່ງກວ່າເກົ່າລະຫວ່າງຫວຽດນາມ ແລະ ປະເທດຕ່າງໆ.

ສິ່ງທີ່ໜ້າສົນໃຈແມ່ນມີຫຼາຍວິສາຫະກິດຂອງທັງສາມປະເທດຕ່າງກໍມີຄວາມສົນໃຈທີສຸດ ແລະ ໄດ້ຖືຫວຽດນາມເປັນຕະຫຼາດສະໜອງ ສິນຄ້າຕົ້ນຕໍເຊັ່ນ: ສະບຽງອາຫານ, ເກີບ, ເຄື່ອງໃຊ້ສອຍ, ເຄື່ອງ ຕັດຫຍິບ, ເຄື່ອງອຸປະກອນເອເລັກຕໂຣນິກ, ແນວພັນໄມ້ປູກ ແລະ ສັດລ້ຽງ… ບັນດາວິສາຫະກິດຫວຽດນາມເບື້ອງຕົ້ນກໍ່ ໄດ້ຊອກເຫັນ ກາລະໂອກາດລົງທຶນຢູ່ປະເທດເພື່ອນໃນຂົງເຂດຕ່າງໆຄື: ການຜະ ລິດກະສິກຳ, ການປູກ, ການລ້ຽງສິນທະເລ, ຕົ້ນໄມ້ອຸດສາຫະກຳ, ນ້ຳມັນອາຍແກັສ, ໂທລະຄົມມະນາຄົມ… ມີວິສາຫະກິດຈຳນວນ ໜຶ່ງຂອງຫວຽດນາມໄດ້ຕິດຕໍ່ ແລະ ມີຄູ່ຮ່ວມມື, ມີແຜນການເປີດ ຫ້ອງການຜູ້ຕາງໜ້າຢູ່ຕານຊານີ ແລະ ໂມຊຳບິກ.

ປະທານາທິບໍດີ ອີຣານ Hassan Rouhani ແລະ ທ່ານປະທານ ປະເທດ ເຈືອງເຕິ້ນຊາງ ໃນເວທີພົບປະກັບວົງການໜັງສືພິມ. ພາບ: ຫງວຽນຄາງ/VNA


ທ່ານປະທານປະເທດ ເຈືອງເຕິ້ນຊາງ  ພົບປະແລກປ່ຽນ ຄຳຄິດຄຳເຫັນກັບມະຫາສັງຄະນາຍົກອີຣານ Ali Khamenei . ພາບ: VNA

ເຖິງວ່າໄລລະທາງດ້ານພູມສາດຫ່າງໄກກັນຫຼາຍຍ້ອນອຸປະສັກຫຼາຍຢ່າງ, ໄລຍະເວລາຂອງການຢ້ຽມຢາມຈຳກັດ ແຕ່ໝາກຜົນທີ່ບັນ ລຸໄດ້ແມ່ນ ໃຫຍ່ຫຼວງ ແລະ ແທດເໝາະກັບຄວາມເປັນຈິງສຸດທີ່. ຜົນສຳເລັດຂອງການຢ້ຽມຢາມຄັ້ງນີ້ພ້ອມກັບບັນດາຂໍ້ຕົກລົງ, ເອກະ ສານທີ່ບັນລຸໄດ້ເປັນຂີດໝາຍອັນສຳຄັນ, ທັງເປັນພື້ນຖານອັນ ແໜ້ນແກ່ນເພື່ອເຮັດໃຫ້ການພົວພັນລະຫວ່າງ ຫວຽດນາມກັບສາມ ປະເທດຕານຊານີ, ໂມຊຳບິກ ແລະ ອີຣານກ້າວເຂົ້າ ສູ່ບາດກ້າວ ໃໝ່, ເພື່ອການພັດທະນາຮູ່ງເຮືອງຖາວອນຂອງຫວຽດນາມ ແລະ ບັນດາປະເທດອ້າຍນ້ອງເພື່ອນມິດ. 
ປະຕິບັດໂດຍ: VNA/VNP

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ທ່າມກາງບັນຍາກາດທີ່ຄຶກຄື້ນ, ຕື່ນເຕັ້ນ ໃນມື້ຕົ້ນລະດູບານ ໃໝ່, ບັນດາງານບຸນປະເພນີ ຖືກຈັດຂຶ້ນຢູ່ທົ່ວປະເທດ, ຕາມ ເສັ້ນທາງທຸກສາຍ, ປະຊາຊົນ ແລະ ຄອບຄົວພາກັນ ໄປຮ່ວມ ງານບຸນ ຢ່າງກະຕືລືລົ້ນ ເພື່ອນຶກເຖິງຄຸນງາມຄວາມດີ ຂອງ ຜູ້ທີ່ໄດ້ປະກອບສ່ວນ ໃຫ້ບ້ານເກີດເມືອງນອນ, ປະເທດຊາດ ແລະ ອະທິຖານ ຂໍໃຫ້ປີໃໝ່ ຝົນຟ້າອາກາດເອື້ອອຳນວຍ, ຜົນລະປູກ ທີ່ອຸດົມສົມບູນ. ນັ້ນແມ່ນຄວາມງາມ ດ້ານວັດທະນະທຳ ທ່ີຄົງຕົວມາເປັນເວລາຫຼາຍພັນປີ ຂອງ ງານບຸນ ຫວຽດນາມ ທີ່ຕ້ອງໄດ້ຮັບການເຊີດຊູ. 

Top