• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຜ່ານປະສົບການຕົວຈິງການທ່ອງທ່ຽວດ້ວຍລົດຖີບ

ການທ່ອງທ່ຽວຕົວຈິງເພື່ອຄົ້ນຫາດ້ວຍລົດຖີບ ກຳລັງເປັນ ກິດຈະກຳເຄື່ອນໄຫວທີ່ດຶງດູດໃຈ, ໂດຍສະເພາະແມ່ນສຳລັບວົງການໄວໜຸ່ມ. ດ້ວຍກິດຈະກຳດັ່ງກ່າວ ມັນໄດ້ ສ້າງໂອກາດໃຫ້ເຂົາເຈົ້າໄດ້ຝຶກຝົນຫຼໍ່ຫຼອມດ້ານ ກຳລັງກາຍ, ທັງມີໂອກາດໄດ້ສຳຜັດກັບສະພາບຕົວຈິງ, ລະຫຼິ້ນມ່ວນຊື່ນ ແລະ ຕິດພັນກັນໃນເວລາປະຕິບັດ ຂະບວນການເດີນທາງຄົ້ນຫາຄັ້ງຕ່າງໆຂອງຕົນ. 
ທີ່ນະຄອນໂຮ່ຈີມິນ, ຂະບວນການຂີ່ລົດຖີບກິລາ ນັບມື້ ນັບໄດ້ຮັບການແຜ່ຂະຫຍາຍຢ່າງກວ້າງຂວາງ. ມີສະໂມສອນ, ສະມາຄົມ ຫຼື ກຸ່ມ,ຈຸ ນັບຫຼາຍສິບໜ່ວຍ ໄດ້ຮັບການສ້າງ ແລະ ຈັດຕັ້ງຂຶ້ນ ມີຫລາກຫຼາຍ ການເຄື່ອນໄຫວທີ່ຟົດຟື້ນ, ແປກໃໝ່ໄປເລື້ອຍໆ. ໃນນັ້ນ, ມີສະໂມສອນ Jett Fun-Ride ໂດຍແມ່ນ Jett Cycles ເປັນຜູ້ສ້າງຕັ້ງຂຶ້ນໄດ້ເປັນໜຶ່ງໃນບັນດາສະໂມສອນທີ່ມີການເຄື່ອນໄຫວຢ່າງຕັ້ງຫນ້າກວ່າໝູ່.

ໃນຕົວຈິງ, Jett Cycles ແມ່ນຊື່ເຄື່ອງໝາຍການຄ້າ ຂອງລົດຖີບ ໂດຍຜູ້ເປັນເຈົ້າຂອງກຳມະສິດ ຖືສັນຊາດ ການາດາສ້າງຕັ້ງຂຶ້ນ, ມີພາກສ່ວນປະດິດສ້າງຢູ່ ຫວຽດນາມ. ຜະລິດຕະພັນລົດຖີບ Jett ໄດ້ຮັບການຜະລິດອອກມາບົນພື້ນຖານຂອງຄວາມສົມບູນແບບທາງດ້ານຄຸນນະພາບ ແລະ ລະບົບການຮັບປະກັນສິນຄ້າ ແລະ ບົວລະບັດຮັກສາດີທີສຸດ ຊຶ່ງນຳມາແກ່ຜູ້ທົດສອບຕົວຈິງຄວາມຮູ້ສຶກທີ່ດີເລີດຕະຫລອດຂະບວນການຄົ້ນຫາ.

ທ່ານຢຸຍ, ຜູ້ຈັດຕັ້ງການໄປທ່ອງທ່ຽວທົດສອບຕົວຈິງ ຂອງ  Jett Cycles ໃຫ້ຮູ້ວ່າ, ສະໂມສອນ Jett Fun-Ride ແມ່ນໄດ້ສະຫງວນໃຫ້ແກ່ລຸ້ນຊາວໜຸ່ມ ຜູ້ທີ່ຮັກມັກ ປະເພດກິລາຖີບລົດ, ລວມທັງຕໍ່ບຸກຄົນທີ່ບໍ່ເຄີຍຖີບ ຫລື ຖີບຍັງບໍ່ຊຳນານກັບການຖີບລົດປະຈົນໄພ. ເງື່ອນໄຂເຂົ້າຮ່ວມຂະບວນການແມ່ນບໍ່ໄດ້ຄິດຄ່າໃຊ້ຈ່າຍ ພຽງແຕ່ຜູ້ເຂົ້າຮ່ວມຕ້ອງເຂົ້າຮ່ວມຕົງກັບເວລາ, ສະຖານທີ່ ແລະ ກຽມພ້ອມທີ່ຈະອອກເດີນທາງ.

ສະໂມສອນ Jett Fun-Ride ໂດຍແມ່ນJett Cycles ເປັນຜູ້ຈັດຕັ້ງ ການທ່ອງທ່ຽວດ້ວຍລົດຖີບຕ່າງໆຂຶ້ນ
ຊຶ່ງ ດຶງດູດໃຈບັນດາເພື່ອນລຸ້ນໜຸ່ມເປັນຈຳນວນຫຼວງຫຼາຍ. ພາບ: ເອກະສານ



ເຂົ້າຮ່ວມການທ່ອງທ່ຽວດ້ວຍລົດຖີບແມ່ນເໝາະກັບ ເພື່ອນໆລຸ້ນໄວໜຸ່ມຜູ້ມັກຮັກຄວາມສ່ຽງໄພ. ພາບ: ທົງຫາຍ


ທ່ອງທ່ຽວດ້ວຍລົດຖີບກຳລັງເປັນກິດຈະກຳເຄື່ອນໄຫວທີ່ດຶງດູດໃຈສຳລັບບັນດາເພື່ອນລຸ້ນໜຸ່ມ. ພາບ: ເອກະສານ


ບໍ່ຖໍ້ຖອຍກັບເງື່ອນໄຂຂອງດິນຟ້າອາກາດ,  ບັນດາ ໄວໜຸ່ມຍັງຄົງສືບຕໍ່ການເດີນທາງຂອງຕົນ. ພາບ: ທົງຫາຍ


ພຶດຕິກຳຕົວຈິງໃນການຜ່ານຜ່າບວກນຳ້ຢູ່ເຂດທາງບ້ານ ນອກໄດ້ສ້າງຄວາມປະທັບໃຈຕໍ່ຜູ້ຫລີ້ນ. ພາບ: ເອກະສານ


ການທ່ອງທ່ຽວຜ່ານປະສົບການຕົວຈິງດ້ວຍລົດຖີບໄດ້ນຳມາຄວາມເບີກບານມ່ວນຊື່ນຫຼັງການເຮັດວຽກທີ່ ອິດເມື່ອຍ. ພາບ: ເອກະສານ


ລົດຖີບທີ່ນຳໃຊ້ເຂົ້າຮ່ວມຂະບວນການຕ້ອງຮັບປະກັນໄດ້ຕາມມາດຕະຖານ: ແໜ້ນແກ່ນ, ຄົງທົນ
ເພື່ອຜ່ານຜ່າໄດ້ ທຸກພູມສັນຖານ. ພາບ: ເອກະສານ



ບັນດາສະມາຊິກຊ່ວຍເຫລືອກັນສ້ອມແປງລົດຖີບທີ່ຖືກເປ່ເພຕາມເສັ້ນທາງເດີນ. ພາບ: ເອກະສານ


ເວລາພັກຜ່ອນເຊົາເມື່ອຍລະຫວ່າງທາງ. ພາບ: ເອກະສານ


ຜ່ານຂະບວນການທ່ອງທ່ຽວອັນຍາວໄກ, ສະມາຊິກ ໃນຄະນະສະຫລອງ ແລະ ມ່ວນຊື່ເມື່ອມາຮອດ ຈຸດໝາຍປາຍທາງ. ພາບ: ເອກະສານ
 
ເງື່ອນໄຂຕ່າງໆທີ່ຈຳເປັນຂອງຜູ້ເຂົ້າຮ່ວມມີ: ລົດຖີບຄັນໜຶ່ງທີ່ຮັບປະກັນ ຄຸນນະພາບດີ ແລະ ຂະໜາດນ້ອຍໃຫຍ່ໃຫ້ເໝາະສົມກັບ ຮ່າງກາຍຂອງຜູ້ເຂົ້າຮ່ວມເພື່ອເຮັດໃຫ້ມີຄວາມ ສະບາຍໃຈຕະຫຼອດການເດີນທາງ; ມີໂສ້ງເສື້ອປະກັນໄພ, ໝວກກັນກະທົບ; ຖົງນ້ອຍເພື່ອບັນຈຸອຸປະກອນສ້ອມແປງລົດ; ແລະ ສຳຄັນແມ່ນມັກການພະເນຈອນປະຈົນໄພ. ຕະຫຼອດໄລຍະການເດີນທາງ, ພາກສ່ວນເຕັກນິກຂອງສະໂມສອນພ້ອມແລ້ວທີ່ຈະໃຫ້ການຊ່ວຍເຫຼືອບັນດາສະມາຊິກທີ່ເຂົ້າຮ່ວມເມື່ອມີເຫດສຸກເສີນເກີດຂຶ້ນ.

ຈຸດໝາຍປາຍທາງຂອງການເດີນທາງແຕ່ລະຄັ້ງແມ່ນເຂດທ່ອງທ່ຽວຊີວະພາບ, ຮ່ອງຮອຍປະຫວັດສາດ ຫຼື ທັດສະນີຍະພາບແຫ່ງຕ່າງໆ ກັບສາຍທາງເດີນ ທີ່ມີສິ່ງທ້າທາຍເພື່ອຄວາມຝຶກຝົນຕົນເອງ ແລະ ທັງເປັນການ ຄົ້ນຫາບັນດາສິ່ງທີ່ແປກໃໝ່ໃຫ້ແກ່ຊາວໜຸ່ມແຕ່ລະຄົນ.

ພວກຂ້າພະເຈົ້າໄດ້ເຂົ້າຮ່ວມການທ່ອງທ່ຽວດ້ວຍລົດຖີບ ໄປເຖິງເຂດທ່ອງທ່ຽວຊີວະພາບເກີ່ນເຢີ່ ກັບບັນດາ ສະມາຊິກ ຂອງສະໂມສອນ Jett Fun-Ride. ເກີ່ນເຢີ່ ເປັນເມືອງແຄມທະເລແຫ່ງດຽວຕັ້ງຢູ່ທາງທິດ ຕາເວັນອອກສ່ຽງໃຕ້ ແລະ ຫ່າງຈາກໃຈກາງນະຄອນ ໂຮ່ຈີມິນປະມານ 50 ຫຼັກ. ທີ່ເກີ່ນເຢີ່, ທ່ານຈະໄດ້ເຫັນ ກັບຕາເຂດປານ້ຳເຄັມ ສະຫຼັບກັນກັບແມ່ນ້ຳລຳເຊ ໜາແໜ້ນທີ່ເຕັມໄປດ້ວຍ ລະບົບນິເວດທີ່ມີຫຼາກຫຼາຍ ຊີວະນາໆພັນກັບຫຼາຍຊະນິດສັດ ແລະ ພືດສາສາດ ທີ່ຫາຍາກໃນຍ່ານຝັ່ງທະເລຫວຽດນາມ.

ໃນເວລາ 5 ໂມງ 30 ນາທີຕອນເຊົ້າ, ທຸກຄົນໃນຄະນະ ໄດ້ເລີ່ມອອກເດີນທາງຈາກໃຈກາງນະຄອນໂຮ່ຈີມິນຜ່ານເສັ້ນທາງສາຍຕ່າງໆໃນນະຄອນໄປເຖິງເມືອງ 4, ເມືອງ ຍ່າແບ່. ຮອດ 7 ໂມງເຊົ້າຄະນະໄດ້ໄປຮອດທ່າເຮືອ ບັກບິ່ງແຄ໋ງ ເພື່ອຜ່ານເມືອງເກີ່ນເຢີ່. ແຕ່ລະໄລຍະການເດີນທາງ ຄະນະໄດ້ພັກຜ່ອນເພື່ອພົບປະແລກປ່ຽນ ກ່ຽວກັບປະສົບການເຂົ້າຮ່ວມການຖີບລົດ ແລະ ຮຽນຮູ້ ກ່ຽວກັບລົດຖີບ. ເຖິງແມ່ນວ່າຈະມີແສງແດດຕະຫລອດເສັ້ນທາງທີ່ມີຄວາມຍາວ 40 ກິໂລແມັດ ແຕ່ພວກເຮົາເຫັນວ່າເພື່ອນຫນຸ່ມທຸກຄົນຍັງຕັ້ງໃຈຖີບລົດເຫມືອນເປັນວິທີການຫນຶ່ງທີ່ຝຶກຝົນດ້ານຄວາມມານະອົດທົນ ແລະ ໃນເວລາປະມານ 10 ໂມງຕອນສວຍ ຄະນະມາເຖິງ ທະເລເກີ່ນເຢີ່. ຢູ່ທີ່ນີ້, ຄະນະໄດ້ພັກຜ່ອນ, ມ່ວນຊື່ນ, ຖ່າຍຮູບເປັນທີ່ລະນຶກ ແລະ ພາກັນກິນເຂົ້າໃນສາຍລົມ ທີ່ພັດມາຈາກທະເລເກີ່ນເຢີ່.

ຕາມທ່ານຢຸຍ, ສະໂມສອນ Jett Fun-Ride ເຄີຍຈັດຕັ້ງ ການທ່ອງທ່ຽວດ້ວຍລົດຖີບໃນໄລຍະທາງທີ່ມີຄວາມຍາວແຕ່ 30 ເຖິງ 60 ກິໂລແມັດຄື: ຖີບອ້ອມຮອບ ໃຈກາງນະຄອນໂຮ່ຈີມິນ, ຢ້ຽມຊົມວັດພູ ເຈົາເຖີ໋ຍ (ແຂວງ ບິ່ງເຢືອງ), ຊົມນ້ຳຕົກຕາດ ຢາງດ່ຽນ (ແຂວງໂດ່ງນາຍ). ຄາດວ່າໄລຍະອັນໃກ້ໆນີ້, ທາງສະໂມສອນຈະຈັດຕັ້ງ ຫລາຍຄັ້ງໄປໄກກວ່ານີ້, ໄປຮອດແຂວງຕ່າງໆທີ່ຂຶ້ນກັບ ທົ່ງພຽງແມ່ນ້ຳຂອງ. ຜ່ານຂະບວນການທ່ອງທ່ຽວດັ່ງກ່າວ, ບັນດາເພື່ອນໄວໜຸ່ມສາມາດໄດ້ຄົ້ນຫາ ແລະ ຜ່ານ ສິ່ງທ້າທາຍຫລາຍຢ່າງຢູ່ຫຼາຍພື້ນທີ່ ແລະ ພູມສັນຖານ ທີ່ແຕກຕ່າງກັນຂອງປະເທດຊາດ.

ບົດ: ຫງວຽນຫວູແທ່ງດາດ - ພາບ: ທົງຫາຍ

ຕາທິບ ທະເລຕາເວັນອອກ

“ຕາທິບ” ທະເລຕາເວັນອອກ

ສະຖານີ ຣາດາ 44 (T44) ສັງກັດກອງພັນ 292, ກອງພົນ 377, ເຫຼົ່າຮົບປ້ອງກັນອາກາດ ຕັ້ງທັບ ຢູ່ເທິງເກາະ ຟານວິງອາ ສັງ ກັດເມືອງເກາະ ເຈື່ອງຊາ ຊຶ່ງ ຖືວ່າ ເປັນ “ຕາທິບ”  ຢູ່ເທິງ ທະເລຕາເວັນອອກ, ກຳລັງເຝົ້າຍາມເຂດທະເລນ່ານຟ້າ ທີ່ ສັກ ສິດຂອງປະເທດຊາດ ຫວຽດນາມ ຕະຫຼອດວັນຄືນ. 

Top