• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ຜົນສຳເລັດຂອງ AMM 49

ເຖິງແມ່ນວ່າຍັງມີຄວາມເຫັນທີ່ແຕກຕ່າງ, ແຕ່ສຸດທ້າຍກອງປະຊຸມ ລັດຖະມົນຕີການຕ່າງປະເທດອາຊຽນຄັ້ງທີ 49 (AMM 49) ຍັງໄດ້ອອກຖະແຫຼງການຮ່ວມ, ສິ່ງດັ່ງກ່າວໄດ້ຢືນຢັນຫຼັກໝັ້ນ ສຸດທີ່ສຳຄັນຂອງອາຊຽນໃນບັນດາບັນຫາໃຫຍ່ໆ, ໃນນັ້ນ ມີບັນຫາທະເລຕາເວັນອອກ. 
ນັບແຕ່ວັນທີ 24-26 ກໍລະກົດ, ກອງປະຊຸມລັດຖະມົນຕີ ການຕ່າງປະເທດອາຊຽນຄັ້ງທີ 49(AMM 49) ແລະ ບັນດາ ກອງປະຊຸມທີ່ກ່ຽວຂ້ອງໄດ້ຖືກຈັດຂຶ້ນທີ່ນະຄອນຫຼວງ ວຽງຈັນແຫ່ງ ສປປ.ລາວ. ນີ້ແມ່ນເຫດການການເມືອງ ອັນ ສຳຄັນຂອງອາຊຽນໄດ້ຮັບການດຳເນີນໄປຫຼັງຈາກ ສານກຳມະ ການປະຈຳ (PCA) ຢູ່ລາໄຮ (ໂຮນລັງ) ອອກຄຳຕັດສິນສຸດ ທ້າຍ ກ່ຽວກັບເລື່ອງຮ້ອງຟ້ອງຢູ່ທະເລຕາເວັນອອກ. ດັ່ງນັ້ນ, ບັນຫາທະເລຕາເວັນອອກຍັງສືບຕໍ່ກາຍເປັນປະເດນພົ້ນເດັ່ນ ທີ່ບັນດາກອງປະຊຸມຄັ້ງນີ້ ແລະ ມັນກໍດຶງດູດຄວາມສົນໃຈເປັນ ພິເສດຂອງຫາງສຽງວິຈານສາກົນ.

ອາດເຫັນໄດ້ວ່າ, ທີ່ກອງປະຊຸມຄັ້ງນີ້, ບັນຫາທະເລຕາເວັນ ອອກຖືກຫຼາຍປະເທດແບ່ງປັນຄວາມງໍ້ງຽງກ່ຽວກັບຄວາມເປັນ ໄປທີ່ໄດ້ ແລະ ກຳລັງເປັນໄປຢູ່ທະເລຕາເວັນອອກ, ໃນນັ້ນ ມີ ເລື່ອງການກໍ່ສ້າງເກາະທຽມ ແລະ ການຫັນເປັນທະຫານ. ບັນດາປະເທດໄດ້ເນັ້ນໜັກເຖິງການຮັກສາສັນຕິພາບ, ຄວາມ ສະຫງົບປອດໄພ ແລະ ຄວາມເສລີໃນການເດີນທະເລ ແລະ ການເດີນອາກາດຢູ່ທະເລຕາເວັນອອກແມ່ນຜົນປະໂຫຍດ ແລະ ຄວາມຮັບຜິດຊອບລວມຂອງບັນດາປະເທດ, ຖືສໍາຄັນ ການປະຕິບັດຕາມກົດໝາຍສາກົນ ແລະ ສົນທິສັນຍາຂອງ ສະຫະປະຊາຊາດວ່າດ້ວຍກົດໝາຍທະເລ ປີ1982 (UNCLOS), ປະຕິບັດການລະງັບໃຈ, ບໍ່ມີການກະທຳເຮັດໃຫ້ ສະພາບການສັບສົນຍິ່ງກວ່າອີກ, ບໍ່ນຳໃຊ້ກຳລັງອາວຸດ ຫຼື ນາບຂູ່ການນຳໃຊ້ກຳລັງອາວຸດ, ປະຕິບັດຖະແຫຼງການວ່າດ້ວຍ ການປະພຶດຕໍ່ຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC) ແລະ ສ້າງໃຫ້ສໍາເລັດໂດຍໄວປະມວນກົດລະບຽບການປະພຶດຕໍ່ຢູ່ທະເລຕາເວັນອອກ (COC). ມີບາງປະເທດຍົກໃຫ້ເຫັນທັດສະນະຂອງຕົນກ່ຽວກັບການຮ້ອງຟ້ອງຕໍ່ສານກຳມະການໄດ້ສ້າງຕັ້ງຂຶ້ນບົນພື້ນຖານຕາມເອກະສານຊ້ອນທ້າຍທີ VII ຂອງ UNCLOS.
ພິທີເປີດ AMM 49 ທີ່ນະຄອນຫຼວງວຽງຈັນແຫ່ງ ສປປ.ລາວ. ພາບ: AFP/VNA


ບັນດາທ່ານຫົວໜ້າຄະນະຖ່າຍຮູບຮ່ວມກັນທີ່ພິທີເປີດ AMM 49. ພາບ: AFP/VNA


ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະ ເທດ ຟ້າມບິ່ງມິນ ນຳໜ້າຄະນະຜູ້ແທນຫວຽດນາມເຂົ້າຮ່ວມ ກອງປະຊຸມ.  ພາບ: ຟ້າມກຽນ/VNA

ເຖິງແມ່ນວ່າປະສົບກັບຄວາມຫຍຸ້ງຍາກນາໆປະການ ແຕ່ໃນ ສຸດທ້າຍ AMM 49 ກໍໄດ້ອອກຖະແຫຼງການຮ່ວມ. ພິເສດ, ໃນເນື້ອໃນຖະແຫຼງການຮ່ວມມີສ່ວນໜຶ່ງເວົ້າສະເພາະ ກ່ຽວກັບບັນຫາທະເລຕາເວັນອອກ, ໃນນັ້ນສະແດງຄວາມ ສຸດທີ່ກັງວົນກ່ຽວກັບບັນດາຄວາມເປັນໄປໃນມໍ່ໆນີ້ກໍຄືໃນ ປັດຈຸບັນຢູ່ທະເລຕາເວັນອອກ ແລະ ຮັບຮູ້ຄວາມງໍ້ງຽງຂອງ ທ່ານລັດຖະມົນຕີຈຳນວນໜຶ່ງກ່ຽວກັບບັນດາການກະທຳ ດັດແປງ ແລະ ປີນຂັ້ນໄດການເຄື່ອນໄຫວຕ່າງໆຢູ່ຂົງເຂດ, ເປັນສິ່ງທີ່ພວມກໍ່ທຳລາຍຄວາມໄວ້ເນື້ອເຊື່ອໃຈ, ເຮັດໃຫ້ສະພາບການເຄັ່ງຕຶງຂຶ້ນຕື່ມ ແລະ ອາດສາມາດທຳລາຍເຖິງ ສັນຕິພາບ, ຄວາມສະຫງົບ ແລະ ສະຖຽນລະພາບຢູ່ພາກພື້ນ.

ຖະແຫຼງການຢືນຢັນລະດັບຄວາມສຳຄັນຂອງການຮັກສາ ແລະ ຊຸກຍູ້ຄວາມເປັນສັນຕິພາບ, ສະຖຽນລະພາບ, ຄວາມສະຫງົບປອດໄພ ແລະ ຄວາມເສລີພາບໃນການເດີນທະເລ ແລະ ການເດີນອາກາດຜ່ານຂົງເຂດເບື້ອງເທິງທະເລຕະເວັນອອກ; ຢືນຢັນຄືນຄວາມຈຳເປັນຕ້ອງເພີ່ມທະວີຄວາມເຊື່ອໝັ້ນເຊິ່ງກັນ ແລະ ກັນ; ລະງັບບັນດາການກະທຳທີ່ຈະເຮັດໃຫ້ສະພາບການເຄັ່ງຕຶງຍິ່ງກວ່າອີກ ແລະ ເດີນໄປຕາມບັນດາມາດຕາການ ແກ້ໄຂໂດຍສັນຕິວິທີໃຫ້ແກ່ການທະເລາະພິພາດຕ່າງໆຕາມກົດໝາຍສາກົນ ຊຶ່ງລວມທັງສົນທິສັນຍາຂອງສະຫະປະຊາຊາດວ່າດ້ວຍກົດໝາຍທະເລປິ 1982.

ຖະແຫຼງການເນັ້ນໜັກລະດັບຄວາມສຳຄັນຂອງເລື່ອງບໍ່ໃຫ້ຫັນເປັນທະຫານ ແລະ ລະງັບການດຳເນີນທຸກໆການເຄື່ອນໄຫວ ຊ່ຶງປະກອບມີທັງການປ່ຽນແປງສະພາບການປັດຈຸບັນ ຊຶ່ງສາມາດກໍ່ໃຫ້ເກີດສະພາບການສັບສົນ ແລະ ເຮັດໃຫ້ຄວາມເຄັ່ງຕຶງຢູ່ທະເລຕາເວັນອອກເພີ່ມຂຶ້ນເລື້ອຍໆ.

ຖະແຫຼງການກໍເນັ້ນໜັກເຖິງລະດັບຄວາມສຳຄັນຂອງການປະຕິບັດຢ່າງຄົບຖ້ວນ ແລະ ມີປະສິດທິຜົນຖະແຫຼງການວ່າດ້ວຍການປະພຶດຕໍ່ຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC), ໃນເມື່ອເນັ້ນໜັກການຊຸກຍູ້ໃຫ້ຝ່າຍຕ່າງໆເຮັດວຽກຢ່າງມີປະສິດທິຜົນ ແລະ ສ້າງໃຫ້ສໍາເລັດໂດຍໄວປະມວນ ກົດລະບຽບການປະພຶດຕໍ່ຢູ່ທະເລຕາເວັນອອກ (COC), ລວມທັງການເພີ່ມທະວີການພົບປະເປັນປະຈຳຂອງບັນດາເຈົ້າໜ້າທີ່ອາຊຽນ ແລະ ຈີນ ແລະ ການພົບປະຂອງກຸ່ມເຮັດວຽກລວມກ່ຽວກັບການປະຕິບັດ DOC.

ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊີຕາເວັນອອກ ຄັ້ງທີ 6 (EAS 6). ພາບ: ຟ້າມກຽນ/VNA 


ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ-ອາເມລິກາ. ພາບ: AFP/VNA


ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ-ຈີນ. ພາບ: Xinhua/VNA


ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ-ຍີ່ປຸ່ນ. ພາບ: ຟ້າມກຽນ/VNA 
 
ສັງເກດຕີລາຄາກ່ຽວກັບບັນຫານີ້, ທ່ານຮອງລັດຖະມົນຕີ ກະຊວງການຕ່າງປະເທດ ເລຮວ່າຍຈຸງ ໃຫ້ຮູ້ວ່າ, ເຖິງວ່າຍັງມີ ຄວາມແຕກຕ່າງ, ມີຄວາມຫຍຸ້ງຍາກຫຼາຍຢ່າງກໍຕາມ, ແຕ່ ບັນດາປະເທດອາຊຽນຍັງສາມາດອອກໄດ້ຖະແຫຼງການຮ່ວມ ຂອງ AMM 49, ສິ່ງດັ່ງກ່າວຢືນຢັນຫຼັກໝັ້ນທີ່ສຳຄັນຂອງ ອາຊຽນໃນບັນດາບັນຫາໃຫຍ່ໆ, ໃນນັ້ນມີບັນຫາທະເລ ຕາເວັນອອກ.

ນອກຈາກນັ້ນ, ການອອກຖະແຫຼງການຮ່ວມຂອງອາຊຽນ ກໍເປັນການຢືນຢັນຫຼັກໝັ້ນລວມຂອງກຸ່ມໃນສະຖານະການ ໂລກ ແລະ ພາກພື້ນມີຄວາມສັບສົນຫຼາຍຢ່າງ ຊຶ່ງສະແດງໃຫ້ ເຫັນອາຊຽນຮັບຮູ້ໄດ້ວ່າຕ້ອງພ້ອມກັນຊຸກຍູ້ບົດບາດເປັນໃຈ ກາງເພື່ອເພີ່ມທະວີຄວາມສາມັກຄີ, ບໍ່ພຽງແຕ່ຢູ່ໃນກອງປະຊຸມຄັ້ງດັ່ງກ່າວເທົ່ານັ້ນຫາກຍັງໃນກອງປະຊຸມຄັ້ງຕໍ່ໆໄປໃນໄລຍະ ຈະມາເຖິງນີ້.

ອາດເວົ້າໄດ້ວ່າ, ພ້ອມກັນກັບຫຼາຍເນື້ອໃນສຳຄັນອື່ນໆ, ເລື່ອງ AMM 49 ອອກຖະແຫຼງການຮ່ວມໄດ້ປະກອບສ່ວນສ້າງເປັນຜົນສຳເລັດລວມຂອງກອງປະຊຸມໃນຄັ້ງນີ້. ແລະ ໃນນັ້ນສ່ວນ ໜຶ່ງທີ່ບໍ່ນ້ອຍແມ່ນຄວາມພະຍາຍາມ ແລະ ການອອກແຮງປະ ກອບສ່ວນຂອງລາວ, ປະເທດຖືບົດບາດເປັນປະທານອາຊຽນ ໃນປີນີ້. 

ລັດຖະມົນຕີການຕ່າງປະເທດລາວ ທ່ານ ສະເຫຼີມໄຊ ກົມມະສິດ ໃນການຕ້ອນຮັບ ທ່ານຮອງນາຍົກລັດຖະມົນຕີ,
ລັດຖະມົນຕີ ການຕ່າງປະເທດ ຟ້າມບິ່ງມິນ. ພາບ: ຟ້າມກຽນ/VNA



ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ກັບທ່ານ ລັດຖະມົນຕີການຕ່າງປະເທດອາເມລິກາ John Kerry
ທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ-ອາເມລິກາ. ພາບ: AFP/VNA



ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ກັບທ່ານ ລັດຖະມົນຕີການຕ່າງປະເທດຈີນ ຫວາງອີ້
ທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ-ຈີນ. ພາບ: AFP/VNA



ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ໃນການພົບປະກັບທ່ານ ລັດຖະມົນຕີການຕ່າງປະເທດ ຟີລິບປິນ  
Perfecto Yasay ເນື່ອງໃນໂອກາດເຂົ້າຮ່ວມ AMM 49.  ພາບ: ຟ້າມກຽນ/VNA 



ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ໃນການພົບປະກັບທ່ານ ລັດຖະມົນຕີການຕ່າງປະເທດ ອົສຕະລີ
Julie Bishop ເນື່ອງໃນໂອກາດເຂົ້າຮ່ວມ AMM 49. ພາບ: ຟ້າມກຽນ/VNA 



ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ໃນການພົບປະ ກັບທ່ານທີ່ປຶກສາແຫ່ງລັດ, ລັດຖະມົນຕີການຕ່າງປະເທດ,
ລັດຖະມົນຕີຫ້ອງວ່າການປະທານາ ທິບໍດີ ມຽນມາ Aung San Suu Kyi ເນື່ອງໃນໂອກາດເຂົ້າຮ່ວມ AMM 49.   ພາບ: ຟ້າມກຽນ/VNA 



ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນຄັ້ງທີ 49 ແລະ ກອງປະຊຸມຕ່າງໆທີ່ກ່ຽວຂ້ອງມີທັງໝົດ 16 ກອງປະຊຸມ ຂັ້ນລັດຖະມົນຕີ, ລວມມີກອງປະຊຸມລັດຖະມົນຕີອາຊຽນ, ກອງປະຊຸມລັດຖະມົນຕີອາຊຽນກັບບັນດາປະເທດຄູ່ຮ່ວມມື, ສົນທະນາ ແລະ ກັບບັນດາຄູ່ຮ່ວມມືອື່ນໆໃນຂອບເຂດ ຂອງ ກອງປະຊຸມຂັ້ນສູງອາຊີຕາເວັນອອກ (EAS) ແລະ ເວທີປາໄສ ARF.

ປະຕິບັດໂດຍ: VNA/VNP




 

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ທ່າມກາງບັນຍາກາດທີ່ຄຶກຄື້ນ, ຕື່ນເຕັ້ນ ໃນມື້ຕົ້ນລະດູບານ ໃໝ່, ບັນດາງານບຸນປະເພນີ ຖືກຈັດຂຶ້ນຢູ່ທົ່ວປະເທດ, ຕາມ ເສັ້ນທາງທຸກສາຍ, ປະຊາຊົນ ແລະ ຄອບຄົວພາກັນ ໄປຮ່ວມ ງານບຸນ ຢ່າງກະຕືລືລົ້ນ ເພື່ອນຶກເຖິງຄຸນງາມຄວາມດີ ຂອງ ຜູ້ທີ່ໄດ້ປະກອບສ່ວນ ໃຫ້ບ້ານເກີດເມືອງນອນ, ປະເທດຊາດ ແລະ ອະທິຖານ ຂໍໃຫ້ປີໃໝ່ ຝົນຟ້າອາກາດເອື້ອອຳນວຍ, ຜົນລະປູກ ທີ່ອຸດົມສົມບູນ. ນັ້ນແມ່ນຄວາມງາມ ດ້ານວັດທະນະທຳ ທ່ີຄົງຕົວມາເປັນເວລາຫຼາຍພັນປີ ຂອງ ງານບຸນ ຫວຽດນາມ ທີ່ຕ້ອງໄດ້ຮັບການເຊີດຊູ. 

Top