• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ຜູ້ເປັນ “ກັບຕັນເຮືອ” ຂອງໂຮງລະຄອນແຈ່ວ ຫວຽດນາມ

ດ້ວຍຄວາມປາຖະໜາ ຢາກໃຫ້ຂັບລຳພື້ນເມືອງ ແຈ່ວເຊິ່ງແມ່ນ ຮູບແບບ ສິລະປະປະເພດໜຶ່ງ ທີ່ເປັນຂອງ ຫວຽດນາມລ້ວນໆ ໄດ້ມີການ ຂະຫຍາຍຕົວ, ປຸກລຸກຄ່ານິຍົມ ທີ່ໄດ້ຮັບຊົມ ການສະແດງແຈ່ວ ຂອງຊາວ ຮ່າໂນ້ຍ ກ່ໍຄືດຶງດູດແຂກທ່ອງທ່ຽວ ຕ່າງປະເທດ, ສິລະປິນດີເດັ່ນ ແທງງວານ -ຜູ້ອຳນວຍການ ຂອງ ໂຮງລະຄອນ ແຈ່ວຫວຽດນາມ, ຜູ້ທີ່ໄດ້ຮັບການ ຂະໜານນາມ ຈາກວົງການແຈ່ວ ຫວຽດນາມ ແມ່ນ “ຕົວລະຄອນ ແຫວກແນວ” ພວມມີບາດກ້າວເດີນ ຢ່າງອາດເອື້ອມ ແຕ່ໄດ້ຮັບຜົນສຳເລັດ ເປັນໜ້າຊື່ນຊົມ.
 
ຈາກບ່ອນເປັນ “ຕົວລະຄອນແຫວກແນວ”…
ເວົ້າເຖິງສິລະປິນດີເດັ່ນແທງງວານ, ຄົນທັງຫຼາຍຕ່າງກ່ໍຈື່ຈຳວ່າ ນັ້ນແມ່ນຜູ້ຍິງທີ່ແກ້ມບ່ອງ, ຕາດຳຄົມ, ຮີມສົບບາງໆ ຍາມໃດ ກ່ໍຄອຍ ມີຮອຍຍິ້ມຢູ່ສະເໝີ, ມີຄວາມຕັ້ງໝັ້ນ, ມີສຽງຮ້ອງ ດັງລະງົມ ແລະ ຄວາມຫຼົງໄຫຼເມົາມົວເປັນພິເສດ ຕ່ໍກັບ ຂັບແຈ່ວ…

ໃນວົງການແຈ່ວຫວຽດນາມ, ກ່າວເຖິງນາງ ແມ່ນກ່າວເຖິງສິລະ ປິນໜຶ່ງ ທີ່ມີທັງຄວາມງາມ ແລະ ສຽງຮ້ອງດີ. ດ້ວຍ ທ່າແຮງຄືແນວນັ້ນ, ອັນທີ່ຄວນແມ່ນ ນາງຕ້ອງສວມບົດບາດ ເປັນຕົວລະ ຄອນທີ່ມີລັກສະນະ “ເປັນຕາແພງ“, “ຍິງແງະງອນ”. ແຕ່ໃນຕົວ ຈິງ, ແທງງວານພັດສ້າງຄວາມປະທັບໃຈໃຫ້ກັບຜູ້ຊົມ ເຮັດໃຫ້ ເຂົາເຈົ້າບ່ໍອາດລືມຕົນເອງໄດ້ ຜ່ານຕົວລະຄອນ ທີ່ມີນິໄສ ກະດ້ອງກະແດ້ງ, ປາກແຂງ ແລະ ດື້ດັນ.

ສິລະປິນດີເດັ່ນແທງງວານ, ຜູ້ມີຊື່ສຽງໂດ່ງດັງ ດ້ວຍການສວມ ບົດບາດເປັນ “ຕົວລະຄອນແຫວກແນວ” ໃນວົງການແຈ່ວຫວຽດ ນາມ.

ນາງແທງງວານ ໃນການໄປສະແດງ ຢູ່ໝູ່ເກາະ ເຈື່ອງຊາ.

ອະນຸສອນທີ່ບ່ໍມີຍາມຈາງຫາຍ ຂອງສິລະປິນ ແທງງວານໃນເມື່ອ ໄດ້ຢູ່ພ້ອມກັບກຸ່ມນັກຮົບ
ເທິງເກາະ ຊອງຕື້ໄຕ ຂອງໝູ່ເກາະເຈ່ືອງຊາຫວຽດນາມ.

ເວົ້າເຖິງສິລະປິນດີເດັ່ນແທງງວານ, ຄົນທັງຫຼາຍຕ່າງກ່ໍຈື່ຈຳວ່າ ນັ້ນແມ່ນຜູ້ຍິງທີ່ແກ້ມບ່ອງ, ຕາດຳຄົມ, ຮີມສົບບາງໆ ຍາມໃດ ກ່ໍຄອຍ ມີຮອຍຍິ້ມຢູ່ສະເໝີ, ມີຄວາມຕັ້ງໝັ້ນ, ມີສຽງຮ້ອງ ດັງລະງົມ ແລະ ຄວາມຫຼົງໄຫຼເມົາມົວ ເປັນພິເສດ ຕ່ໍກັບ ຂັບແຈ່ວ…

ໃນວົງການແຈ່ວຫວຽດນາມ, ກ່າວເຖິງນາງ ແມ່ນກ່າວເຖິງສິລະ ປິນໜຶ່ງ ທີ່ມີທັງຄວາມງາມ ແລະ ສຽງຮ້ອງດີ. ດ້ວຍ ທ່າແຮງຄື ແນວນັ້ນ, ອັນທີ່ຄວນແມ່ນ ນາງຕ້ອງສວມບົດບາດ ເປັນຕົວລະ ຄອນທີ່ມີລັກສະນະ “ເປັນຕາແພງ“, “ຍິງແງະງອນ”. ແຕ່ໃນຕົວຈິງ, ແທງງວານພັດສ້າງ ຄວາມປະທັບໃຈ ໃຫ້ກັບຜູ້ຊົມ ເຮັດໃຫ້ ເຂົາເຈົ້າບ່ໍອາດ ລືມຕົນເອງໄດ້ ຜ່ານຕົວລະຄອນ ທີ່ມີນິໄສ ກະດ້ອງກະແດ້ງ, ປາກແຂງ ແລະ ດື້ດັນ.

ກາລະໂອກາດທີ່ນຳນາງໄປເຖິງ ການສວມແຕ່ບົດບາດ ເປັນຕົວ ລະຄອນ ທີ່ມີລັກສະນະຕ່າງໝູ່ ແມ່ນບັງເອີນທີ່ສຸດ. ຍາມຍັງ ເປັນນັກຮຽນ, ນາງໄດ້ຮັບຄຳຍ້ອງຍໍ ຈາກຄູອາຈານວ່າ ແມ່ນຜູ້ມີ ສຽງ ດີ. ແຕ່ເວລານັ້ນ, ຮູບໂສມປະນົມພັນ ຂອງນາງພັດ ຂ້ອນຂ້າງ “ຕຸ້ຍ”. ສະນັ້ນ, ເຖິງວ່າຮຽນເກັ່ງ ແລະ ເຂົ້າບົດບາດ ຂອງຕົວລະຄອນທີ່ດັງຄື ຊຸຍເວີນ, ທິເມົ່າ, ທິເຟືອງ… ເປັນຢ່າງດີທີ່ສຸດແຕ່ ນາງພັດບ່ໍໄດ້ຮັບມອບໃຫ້ສວມບົດບາດ ຂອງ “ຕົວລະຄອນເປັນທຳ” ເຊິ່ງສ່ວນຫຼາຍ ຕ້ອງມີຮູບຊົງ ເບົາບາງ, ອ່ອນແອ. ຕົວລະຄອນຄັ້ງແລກທີ່ນາງໄດ້ສະແດງ ແມ່ນນາງລະບຳ ເຫວ້ ຜູ້ທີ່ຫຶງຫວງ, ປາກຈັດ ໃນບົດລະຄອນ ແຈ່ວ “ຈູມ໊າຍເຖີ່ນ”.

ດ້ວຍຜົນສຳເລັດ ເກີນການຄາດຄິດ ຈາກຕົວລະຄອນນີ້, ນາງ ເລີ່ມໄດ້ຮັບການແບ່ງປັນ ໃຫ້ສວມບົດບາດເປັນ ຕົວລະຄອນ ຕ່າງໆ ທີ່ມີບຸກຄະລິກສ່ວນຕົວໂດດເດັ່ນ, ຕ່າງໝູ່ ຊ້ຳບ່ໍໜຳ ແມ່ນຕົວລະຄອນຕະຫຼົກອີກ. ນັບແຕ່ເວລາ ປະກອບອາຊີບ ມາ ຮອດປັດຈຸບັນ, ໝາຍຄວາມວ່າ ເປັນຫຼາຍສິບປີແລ້ວ ນາງຍັງສະ ໜິດຕິດພັນກັບຕົວລະຄອນ ທີ່ ປາກແຂງ, ປາກເປັນຫຼາຍຄວາມ ຄື: ອີ່ນາຍຊຸ່ງໃນບົດ “ກວານເອີມທິກ໋ິງ”, ອີ່ນາຍກີມ ໃນບົດ “ຊຸຍ ເວີນ”, ຕົວລະຄອນ ຕະຫຼົກ ຢາບເອີດໃນບົດ “ນາງສາວກັບອ້າຍ ມວຍປ້ຳ”, ຕົວລະຄອນພະຊີນີ ໃນບົດ “ບັກຂີ້ຕົວະ”, ນາງຮັບໃຊ້ ໃນບົດ “ພະລາຊະກຸມມານມີ ຫູງົວ”, ຕົວລະຄອນໂນຮາໃນບົດ “ມະເຫສີ ບາຕື”, ຕົວລະຄອນເຈົ້າຂອງ ຮ້ານຮົ່ງເຈົາໃນບົດ “ໂຮ່ ຊວນເຮືອງ”, ຕົວລະຄອນ ຮວ້ານທື ໃນບົດ“ເລື່ອງນາງກ່ຽວ”…

ຈະແມ່ນສວມບົດບາດ ເປັນຕົວລະຄອນໃດກ່ໍຢ່າ, ນາງກ່ໍສ້າງ ຄວາມປະທັບໃຈ ຢ່າງເລິກເຊິ່ງ ເຖິງຂັ້ນ ມັນໄດ້ກາຍເປັນ ຕົວລະຄອນສະເພາະຂອງນາງ. ເຕື້ອງເຖິງນາງ ແມ່ນໄດ້ຫຼິງເຫັນ ຍິງຜູ້ ໜຶ່ງທີ່ປາກມ່ອນ, ກະດັດກະດ້ໍ ແກມ ຄວາມ ຕະຫຼົກເຮຮາ ອັນໄດ້ ເຮັດໃຫ້ ຜູ້ຊົມມ່ວນໄປນຳຈົນບ່ໍອາດລືມໄດ້.

ອາດຍ້ອນບຸກຄະລິກທີ່ເຂັ້ມແຂງ, ຂາດຂັ້ນແນວນັ້ນ ຈຶ່ງຊ່ວຍໃຫ້ ນາງສວມບົດບາດຍາກໆ ບັນລຸເຖິງຈຸດສຸດຍອດເຊິ່ງ ບ່ໍມີໃຜປ່ຽນແທນໄດ້. ນາງໄດ້ສ້າງຊື່ສຽງໂດ່ງດັງໄປທົ່ວທັງພາຍໃນ ແລະ ຕ່າງປະເທດ ດ້ວຍຊື່ແຝງວ່າ “ຕົວລະຄອນ ແຫວກແນວ” ຂອງວົງ ການແຈ່ວຫວຽດນາມ.

ກ້າວໄປເຖິງການເປັນ “ກັບຕັນເຮືອ” ຂອງໂຮງລະຄອນແຈ່ວ ຫວຽດນາມ
ເນື່ອງຈາກການທີ່ໄດ້ໄປຮອດຫຼາຍແຫ່ງໃນໂລກ ພ້ອມກັບສຽງ ເພງແຈ່ວທຸກປະເພດ, ແທງງວານ ຍິ່ງຊາບຊຶ້ງ ແລະ ເຫັນແຈ້ງ ເຖິງຄຸນຄ່າ ຂອງສິລະປະພື້ນເມືອງ. ໃນນາມເປັນ ຜູ້ອຳນວຍການ ຂອງໂຮງລະຄອນແຈ່ວ ຫວຽດນາມ, ນາງ ບ່ໍພຽງແຕ່ແບກຫາບ ພາລະໜ້າທີ່ເປັນຜູ້ຮັກສາພະລັງແຮງ ແຫ່ງການຖ່າຍຖອດ ອາຊີບ ໃຫ້ແກ່ຄົນລຸ້ນຫຼັງເທົ່ານັ້ນ, ຫາກຍັງ ຕ້ອງເປັນຜູ້ຂັດທ້າຍ ດ້ວຍພາລະກຳຂອງ “ກັບຕັນເຮືອ” ຜູ້ໜຶ່ງ.

ສິລະປິນດີເດັ່ນ ແທງງວານ ເລົ່າສູ່ຟັງວ່າ: “ຂ້າພະເຈົ້າ ມີຄວາມ ເຊື່ອໝັ້ນຢ່າງແນ່ວແນ່ ຕ່ໍປະເພດສິລະປະ ພື້ນເມືອງນີ້. ມັນຈະຍືນຍົງຄົງ ຢູ່ຄວບຄູ່ກັບຊີວິດ ແລະ ວັດທະນະທຳ ຂອງ ຊາວຫວຽດ ຢ່າງບ່ໍຕ້ອງສົງໄສ”. ຍ້ອນຄວາມໝັ້ນໃຈ ບວກກັບ ຄວາມຜິດຊອບ ຂອງສິລະປິນຜູ້ໜຶ່ງ, ໃນໄລຍະຜ່ານມາ, ນາງ ໄດ້ພ້ອມກັບ ບັນດາສິລະປິນ ຂອງໂຮງລະຄອນ ແຈ່ວ ຫວຽດນາມ ໄດ້ມີຫຼາຍໂຄງການ, ລາຍການນຳແຈ່ວ ເຂົ້າໃກ້ກັບ ຜູ້ຊົມຫຼາຍກວ່າ. ພິເສດ ແມ່ນການກຳນົດທິດ ໃຫ້ ຂະຫຍາຍ ແຈ່ວ ກາຍເປັນຜະລິດຕະພັນ ວັດທະນະທຳໜຶ່ງ ທີ່ເອກະລັກ ເພື່ອບໍລິການ ແກ່ການທ່ອງທ່ຽວ ແນໃສ່ສະເໜີ ແລະ ດຶງດູດ ແຂກທ່ອງທ່ຽວ ຕ່າງປະເທດສົນໃຈ ປະເພດສິລະປະ ພື້ນເມືອງເກົ່າແກ່ຂອງຫວຽດນາມ .

ທຳອິດ ຈະຕ້ອງເວົ້າເຖິງ ລາຍການຟື້ນຟູ ເວທີສະແດງແຈ່ວ ຢູ່ກາງນະຄອນຫຼວງ. ພາຍຫຼັງປີໜຶ່ງທີ່ທົດລອງ, ມາປັດຈຸບັນ ເວທີສະແດງແຈ່ວນີ້ ໄດ້ເປັນທີ່ຮູ້ຈັກກັນດີແຜ່ຫຼາຍ ໃນໝູ່ມະຫາ ຊົນນະຄອນຫຼວງ ແລະ ແຂກທ່ອງທ່ຽວຊາວຕ່າງປະເທດ ໃນ ຕອນຄ່ຳວັນສຸກ ແຕ່ລະທິດ. ພິເສດ, ຕ່ໍກັບລາຍການສະແດງ ສະຫງວນໃຫ້ແກ່ຊາວຕ່າງປະເທດ ກ່ໍມີການພາກດ້ວຍ ພາສາ ອັງກິດ ເພື່ອຊ່ວຍໃຫ້ຜູ້ຊົມສາມາດຕິດຕາມໄດ້ງ່າຍ. ອາດເວົ້າໄດ້ວ່າ, ຄວາມມຸ້ງມາດປາຖະໜາ ຢາກເຮັດໃຫ້ ເວທີສະແດງແຈ່ວຢູ່ ຮ່າໂນ້ຍ ຟື້ນຊີບຄືນໃໝ່ ຂອງນາງ ໄດ້ ປະສົບຜົນສຳເລັດ ໃນເບື້ອງຕົ້ນ.

ສິລະປິນດີເດັ່ນແທງງວານ, ຜູ້ເປັນ “ກັບຕັນເຮືອ”ຂອງໂຮງລະ ຄອນແຈ່ວຫວຽດນາມ.

ນອກຈາກວຽກງານບໍລິຫານ ແລະ ພັດທະນາໂຮງລະຄອນແຈ່ວ ຫວຽດນາມ, ນາງຍັງເຂົ້າຮ່ວມການກ່ໍສ້າງ ບຳລຸງສິລະປິນ
ລຸ້ນຄົນໜຸ່ມ ທີ່ພຽບພ້ອມໄປດ້ວຍ ຄວາມສາມາດ ແລະ ນ້ຳໃຈ ເພື່ອສິລະປະຂັບແຈ່ວຫວຽດນາມ.


ນາງໄດ້ທຸ້ມເທຈິດໃຈ ເຂົ້າໃນການຖ່າຍຖອດອາຊີບ ກ່ໍຄືແປວໄຟ ແຫ່ງຄວາມຫຼົງໄຫຼ ສິລະປະແຈ່ວໃຫ້ແກ່ລຸ້ນຄົນໜຸ່ມ.

ນາງໄດ້ປະດິດຄິດແຕ່ງ ບົດແຈ່ວທີ່ມີທຳນອງໃໝ່ ຫຼາຍບົດ ສັນລະເສີນ ຄວາມງາມ
ແລະ ຄວາມຮັກ ຕ່ໍໝູ່ເກາະແດນດິນ ຫຼາຍແຫ່ງ ຂອງປະເທດຊາດ.


ພິເສດ, ນາງແມ່ນຜູ້ສຸດຈິດສຸດໃຈ ກັບການຂະຫຍາຍ ກ່ໍຄືໂຄສະ ນາ ນຳສະເໜີ ການຂັບແຈ່ວ
ເຊິ່ງແມ່ນສິລະປະພື້ນເມືອງ ປະເພດໜຶ່ງ ຂອງຫວຽດນາມ ອອກຕ່າງປະເທດ.
 
ຕ່ໍຈາກນັ້ນ ແມ່ນລາຍການສະແດງແຈ່ວ ໂດຍຜ່ານ ເຄື່ອງ ດົນຕີພື້ນເມືອງ 5 ປະເພດທີ່ເອີ້ນວ່າ “ນຳກຸງແຈ່ວ”. ລາຍການ ໄດ້ຮັບການສະໜັບສະໜູນ ອັນໃຫຍ່ຫຼວງ ຈາກຊາວ ນະຄອນຫຼວງ, ແຂກທ່ອງທ່ຽວ ຊາວຕ່າງປະເທດ ແລະ ປະສົບ ຜົນສຳເລັດ ເກີນຄວາມມຸ້ງຫວັງ. ບ່ໍພຽງແຕ່ເທົ່ານັ້ນ, ລາຍການ ຍັງໄດ້ຮັບການຕີລາຄາສູງ ຈາກວົງການນັກວິຊາການ. ສາເຫດ ທີ່ພາໃຫ້ລາຍການ ບັນລຸຜົນສຳເລັດອັນໃຫຍ່ຫຼວງ ຄືແນວນັ້ນ ຕາມນາງແທງງວານ ແມ່ນຍ້ອນ ຄວາມກ້າຄິດ ໃນ ແນວຄວາມຄິດ ແລະ ການປະດິດຄິດສ້າງ ຂອງທາງ ໂຮງລະຄອນ ເມື່ອປະຕິບັດຕົວຈິງ.

ໃນລາຍການນີ້, ນາງແທງງວານໄດ້ນຳໃຊ້ ຈັງຫວະຕ່າງໆ ກ່ໍຄື ເຄື່ອງດົນຕີພື້ນເມືອງ ຂອງແຈ່ວຢ່າງກຸ້ມຄ່າ ແລະ ມີຫົວຄິດ ປະດິດສ້າງ. ນັ້ນແມ່ນການປະສານສຽງຂອງ “3 ໃນ 1” ຄື: ຈັງຫວະດົນຕີແຈ່ວບູຮານ; ຈັງຫວະດົນຕີຂອງເພງພື້ນເມືອງ ພາກ ໃຕ້ “ເດີ່ນກາຕ່າຍຕ໋ື”; ປັດໄຈພື້ນເມືອງ ແຕ່ໄດ້ດັດໃຫ້ມີ ລັກສະນະ ຍຸກສະໄຫມໃໝ່ ອັນໄດ້ຈູງໃຈ ມະຫາຊົນ ມາຢູ່ ໃກ້ກັບແຈ່ວ ຫຼາຍກວ່າ. ດ້ວຍການປ່ຽນໃໝ່ ຢ່າງມີຫົວຄິດ ປະດິດສ້າງ ດັ່ງກັບ ການຕີລາຄາ ຂອງບັນດານັກຄົ້ນຄວ້ານັ້ນ, ໂຮງລະຄອນແຈ່ວ ຫວຽດນາມໄດ້ ຊອກເຫັນເສັ້ນທາງເດີນ ໃຫ້ແກ່ດົນຕີແຈ່ວ, ເຮັດໃຫ້ແຈ່ວ ຫວຽດນາມ ມີແບບແຜນ ລີລາໃໝ່.

ສິລະປິນດີເດັ່ນ ແທງງວານ ໃຫ້ຊາບວ່າ: “ຜູ້ຊົມເມື່ອໄດ້ຟັງ “ນຳ ກຸງແຈ່ວ” ມີຄວາມຮູ້ສຶກຄືວ່າໃໝ່ໆ ແຕ່ທີ່ແທ້ນັ້ນ ແມ່ນ ຈັງຫວະທີ່ ໄດ້ຄັດມາຈາກບົດດົນຕີແຈ່ວ ອັນເປັນມູນເຊື້ອ. ເຄື່ອງດົນຕີຍັງຄື ເກົ່າ ແຕ່ການປະສານສຽງພັດໃໝ່. ດ້ວຍ ເຫດນັ້ນ ມັນສ້າງເປັນ ຈັງຫວະສຽງໃໝ່, ລົມຫາຍໃຈໃໝ່, ຄວາມແຕກຕ່າງທີ່ແປກຫູ ແປກຕາ ມີພະລັງຈູງໃຈຜູ້ຊົມ ເປັນພິເສດ.

ດ້ວຍການປະຕິບັດວຽກງານຕ່າງໆ ທີ່ເວົ້າມາຂ້າງເທິງນັ້ນ, ສິລະ ປິນດີເດັ່ນ ແທງງວານ ພ້ອມກັບບັນດາສິລະປິນ ຂອງ ໂຮງລະຄອນ ແຈ່ວຫວຽດນາມ ໄດ້ເຮັດໃຫ້ແຈ່ວ ຄືນມາມີຊີວິດ ຢູ່ໃນໝູ່ມະຫາຊົນ, ຍິ່ງໄປກວ່ານັ້ນ ແມ່ນໄດ້ມາເຖິງຜູ້ຊົມ ຊາວ ຕ່າງປະເທດ, ນັບທັງຜູ້ທີ່ມີຄວາມຮັກຫອມ ສິລະປະ ພື້ນເມືອງ ຂອງຫວຽດນາມ.
ບົດ: ຖາວວີ - ພາບ: ວັນກວ່ຽນ

bichlien

ນັກສິລະປິນ ລະນາດຫີນ ອາຮີວນ

ນັກສິລະປິນ ລະນາດຫີນ ອາຮີວນ

ອາຮີວນ ບໍ່ໄດ້ຮຽນດົນຕີໃນໂຮງຮຽນໃດ, ບໍ່ໄດ້ຮັບການສິດສອນ ຈາກໃຜ, ແຕ່ຍ້ອນສຽງ ເຕີຣຶງ, ຕີງນິງ, ກະນີ, ລະນາດຫີນ... ຄືດັ່ງເວດມົນ ທີ່ບໍ່ມີຕົວຕົນ ດຶງດູດຫົວໃຈ ຂອງ ລາວ, ປຸກແປວໄພ ແຫ່ງຄວາມຫຼົງໄຫຼ ແລ້ວນຳພາ ໃຫ້ລາວ ກາຍເປັນນັກສິລະປິນ ໜຸ່ມດີເດັ່ນ ທີ່ສາມາດປະດິດສ້າງ ແລະ ຫຼິ້ນເຄື່ອງດົນຕີ ບູຮານທຸກປະເພດ ຂອງ ຊາວເຜົ່າ ຢາຣາຍ.

Top