• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜູ້ອຳນວຍການໃຫຍ່ VNA ພົບປະເຈລະຈາກັບ ຜູ້ອຳນວຍການໃຫຍ່ KPL

ໃນກອບການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ລະ ຫວ່າງ ວັນທີ 6-11 ທັນວາ,  ໃນຕອນເຊົ້າ ວັນທີ 7 ທັນວາ, ຢູ່ ສູນສຳນັກຂ່າວສານແຫ່ງຊາດ (ຮ່າໂນ້ຍ), ທ່່ານ ຫງວຽນ ດຶກ ເລີ້ຍ, ຜູ້ອຳນວຍການໃຫຍ່ ສຳນັກຂ່າວສານຫວຽດນາມ (VNA)  ແລະ ທ່ານ ສູນທອນ ຄັນທະວົງ, ຜູ້ອຳນວຍການ ໃຫຍ່ສຳນັກຂ່າວສານປະເທດ ລາວ (KPL) ໄດ້ດຳເນີນການ ພົບປະເຈລະຈາຢ່າງເປັນທາງການ.

ທີ່ການພົບປະເຈລະຈາດັ່ງກາວ, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບສະພາບການເຄື່ອນໄຫວ ແລະ ບາດກ້າວ ຂະຫຍາຍ ຕົວ ຂອງ VNA  ແລະ KPL ໃນໄລຍະຜ່ານມາ; ທົບທວນ ຄືນໃໝ່ ບັນດາການເຄື່ອນໄຫວສອງຝ່າຍ ທີ່ໄດ້ຜັນຂະ ຫຍາຍ ໃນ ປີ 2016 ບົນຈິດໃຈ  ຂໍ້ຕົກລົງ ວ່າດ້ວຍການຮ່ວມມື ດ້ານ ວິຊາຊີບ ໄລຍະ 2016-2020.
ທ່ານຜູ້ອຳນວຍການໃຫຍ່ VNA ຫງວຽນດຶກເລີ້ຍ ແລະ ແລະ ທ່ານຜູ້ອຳນວຍການໃຫຍ່ KPL ສູນທອນ ຄັນທະວົງ
ລົງນາມ ໃນບົດບັນທຶກວ່າດ້ວຍການຮ່ວມມື.

 
ທ່ານ ຜູ້ອຳນວຍການໃຫຍ່ ຫງວຽນດຶກເລີ້ຍ ໄດ້ສະແດງ ຄວາມ ຂອບໃຈ ຕໍ່ ຄະນະການນຳ ແລະ ບັນດາເພື່ອນຮ່ວມ ງານ KPL ໄດ້ຊ່ວຍເຫຼືອ ນັກຂ່າວ ຂອງ VNA ປະຈຳ ຢູ່ນະ ຄອນຫລວງວຽງຈັນ ໃນການປະຕິບັດໜ້າທີ່ ວຽກງານຂອງຕົນ ປະສົບຜົນສຳເລັດໃນປີ 2016; ຊ່ວຍ VNA ສືບຕໍ່ຈຳໜ່າຍ ຂ່າວພາບຫວຽດນາມ ພິມເປັນພາສາລາວ; ໂຄສະນາບັນດາ ຜະລິດຕະພັນ ທາງເອເລກໂຕຣນິກ ຂອງ VNA ເຊ່ັນ ຂ່າວ ພາບ ຫວຽດນາມ, VietnamPlus ຢູ່ໃນໜ້າເວັບໄຊ ຂອງ KPL.

ສ່ວນທ່ານ ຜູ້ອຳນວຍການໃຫຍ່ ສູນທອນ ຄັນທະວົງ ກໍໄດ້ສະ ແດງຄວາມຍິນດີ ຕໍ່ຜົນສຳເລັດທີ່ VNA ບັນລຸໄດ້ ໃນໄລ ຍະ ຜ່ານມາ ແລະ ຫວັງວ່າ ໃນຕໍ່ໜ້າ VNA ຈະສືບຕໍ່ ມີບາດກ້າວ ຂະຫຍາຍຕົວໃນຍິ່ງໆ ຂຶ້ນ; ສະແດງ ຄວາມຂອບໃຈ ຕໍ່ VNA ທີ່ໄດ້ຊ່ວຍເຫຼືອ ພະນັກ ງານ, ນັກຂ່າວ ຂອງ KPL ຮັບຮູ້ ຮູບ  ການເຮັດໜັງ ສືພິມແບບໃໝ່ ແລະ ສືບຕໍ່ຜັນຂະຫຍາຍ ການ ເຄື່ອນໄຫວ ຊ່ວຍເຫລືອ ດ້ານເຕັກນິກ ໃຫ້ແກ່ KPL ໃນໄລຍະ ຜ່ານມາ.

ໃນສະພາບແວດລ້ອມ ທີ່ສອງສຳນັກຂ່າວສານ ຂອງ ລາວ ແລະ ຫວຽດນາມ ພວມດຳເນີນການ ຫັນປ່ຽນ ໂຄງປະກອບ ຜະລິດຕະພັນ ແລະ ຫັນປ່ຽນຂັ້ນຕອນການເຮັດວຽກ, ຜູ້ນຳ ທັງສອງ ໄດ້ເປັນເອກະພາບ ໃນການສືບຕໍ່ຍົກສູງ ຄຸນນະພາບ ດ້ານແລກປ່ຽນຂໍ້ມູນຂ່າວສານ, ຊຸກຍູ້ການໂຄສະນາ ເຜີຍແຜ່ ກ່ຽວກັບ ສາຍພົວພັນ ຮ່ວມມືແບບພິເສດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃນຕໍ່ໜ້າ, ພິເສດແມ່ນປີ 2017 ຄື: 55 ປີ ວັນສ້າງຕັ້ງສາຍພົວພັນການທູດ (05/9/1962-05/9/2017) ແລະ 40 ປີ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມ ມື (18/7/1977-18/72017) ລະຫວ່າງ ສອງປະເທດ. VNA ພ້ອມໃຫ້ຄວາມຊ່ວຍເຫລືອ KPL ຕາມ ຄວາມສາມາດຂອງ ຕົນ ໃນການຍົກລະດັບລະບົບເວັບໄຊ; ຄົ້ນຄວ້າ, ປະສານສົມ ທົບ ແລະ ຊ່ວຍເຫລືອ KPL ຂະຫຍາຍ ເຄືອຄ່າຍ ອິນເຕີເນັດ ທີ່ສຳນັກງານ ແຫ່ງໃໝ່ ຂອງ KPL; ເຫັນດີ ກັບຂໍ້ສະເໜີຂອງ  KPL ໃນການແຕ່ງຕັ້ງ ພະນັກງານ ຂອງ KPL ມາຝຶກອົບຮົມ ຢູ່ VNA.

ສິ້ນສຸດການພົບປະເຈລະຈາ, ທ່ານຜູ້ອຳນວຍການໃຫຍ່ VNA ແລະ ທ່ານຜູ້ອຳນວຍການໃຫຍ່ KPL ໄດ້ລົງນາມ ໃນບົດບັນ ທຶກວ່າດ້ວຍການຮ່ວມມື. 

ຄະນະຜູ້ແທນຂັ້ນສູງສຳນັກຂ່າວສານປະເທດລາວ (KPL) ໄດ້ທຳການຢ້ຽມຢາມ ແລະ ແລກປ່ຽນດ້ານວິຊາສະເພາະ
ກັບຄະນະ ບັນນາທິການ ຂ່າວພາບຫວຽດນາມ. 

 
ຫຼັງການເຈລະຈາ, ຄະນະຜູ້ແທນຂັ້ນສູງ KPL ໄດ້ໄປຢ້ຽມ ຢາມ ແລະ ແລກປ່ຽນດ້ານວິຊາສະເພາະກັບ ຄະນະ ບັນນາທິ ການຂ່າວພາຍໃນ, ໜັງສືພິມເອເລັກໂຕຣນິກ VietnamPlus ຂອງ VNA.

ໃນຕອນບ່າຍວັນທີ 7 ທັນວາ, ຄະນະຜູ້ແທນຂັ້ນສູງ KPL ຈະ ໄດ້ເຂົ້າຢ້ຽມຂຳ່ນັບ ທ່ານນາຍົກລັດຖະມົນຕີ ຫງວຽນຊວນ ຟຸກ; ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ລາ່ວກາຍ.
ໂດຍ: VNA/VNP

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຕອນເຊົ້າວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເລີ່ມດຳເນີນບັ້ນເຄື່ອນໄຫວ “ດ້ຽນບຽນຝູ - ຄາດຫວັງແຫ່ງປະເທດຊາດ”, ໂດຍສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ.

Top