• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ຜູ້ມຸ່ງສູ່ອະນາຄົດ

ເພິ່ນແມ່ນຮອງສາດສະດາຈານ, ດຣ, ຜູ້ອຳນວຍການໂຮງໝໍແມ່ ແລະເດັກ ສູນກາງ, ລັດຖະມົນຕີຊ່ວຍວ່າການ ກະຊວງສາທາລະນະສຸກ ຫງວຽນວຽດຕ໋ຽນ, ຜູ້ມີຊື່ສຽງ ຍ້ອນໄດ້ ທຳການຜ່າຕັດຫຼາຍລາຍ ເພື່ອກູ້ເອົາຊີວິດອິນຊີຂອງແມ່ຖືພາ ແລະ ເດັກນ້ອຍນັບເປັນຫຼາຍພັນ ຄົນ.
 
ຫວ່າງບ່ໍດົນມານີ້, ທີ່ໂຮງໝໍແມ່ ແລະ ເດັກສູນກາງ, ພວກຂ້າພະເຈົ້າໄດ້ມີ ໂອກາດປະຈັກແກ່ຕາ ຮອງສາດສະດາຈານ ຫງວຽນວຽດຕ໋ຽນ ດຳເນີນການຜ່າຕັດໂດຍກົງ ທັງໃຫ້ການແນະນຳ ຈຸທ່ານໝໍ ຊາວອິນໂດເນເຊຍ, ມາເລເຊຍ ແລະ ຝຣັ່ງ ໄດ້ຮູ້ຈັກກັບເຕັກນິກ ການຜ່າຕັດ ກ້ອນເບົ້າໃນມົດລູກ ດ້ວຍວິທີໃຊ້ລັງສີບຳບັດ ໃຫ້ແກ່ແມ່ມານ ຜູ້ໜຶ່ງ. ເຖິງວ່າການຜ່າຕັດລາຍນີ້ ສັບສົນທີ່ສຸດ ແຕ່ເພິ່ນຍັງຮັກສາໄວ້ໄດ້ ເຊິ່ງ ຄວາມທຸ່ນທ່ຽງ ເປັນເຈົ້າສະພາບການ ເພື່ອໃຫ້ການແນະນຳທຸກຄົນຢ່າງລະອຽດ ຄັກແນ່.
ເປັນຜູ້ໜຶ່ງທີ່ໄດ້ມີໜ້າ ຢູ່ໃນຫ້ອງຜ່າຕັດ, ເຫັນກັບຕາການປະຕິ ບັດງານ ໃນແຕ່ລະອິລິຍະບົດທີ່ຮຽກຮ້ອງຕ້ອງຊັດເຈັນ, ໄວມືໄວຕາ ຂອງ ສາດສະດາຈານ, ຂ້າພະເຈົ້າຍິ່ງມີຄວາມນິຍົມນັບຖື ຕ່ໍ ນຳ້ໃຈ ແລະ ຄວາມເກັ່ງກ້າສາມາດເປັນພິເສດຂອງເພິ່ນ. ທ່ານ ໝໍຊາວຕ່າງປະເທດ ທຸກຄົນ ຕ່າງກ່ໍສະແດງຄວາມເຄົາລົບ ແລະ ດີໃຈ ເມື່ອໄດ້ຮັບການແນະນຳຢ່າງສຸດຈິດສຸດໃຈ ຂອງ ຮອງສາດ ສະດາຈານ. ການຜ່າຕັດ ໄດ້ຮັບ ຜົນເໜືອເກີນຄາດ. ທຸກຄົນລ້ວນແຕ່ໃຫ້ການຕີລາຄາສູງ ຕ່ໍລະດັບ ແລະ ກຳມະວິທີ ກ່ໍຄືສີມືດີ ຂອງຮອງສາດສະດາຈານ ໃນການດຳເນີນການ ຜ່າຕັດ ດ້ວຍເຕັກນິກໃຊ້ແສງລັງສີ. ຫຼັງການຜ່າຕັດທີ່ຍາກສັບສົນ, ເສື້ອຄຸມສີຂາວຂອງທ່ານປຽກຊຸ່ມນ້ຳເຫື່ອ ແຕ່ໃນແສງຕາສະທ້ອນໃຫ້ເຫັນເຖິງ ຄວາມສຸດແສນຊື່ນໃຈ ຈົນບ່ໍອາດພັນລະນາໄດ້.

ທ່ານໝໍ ຫງວຽນວຽດຕ໋ຽນ ຢູ່ຕໍ່ໜ້າຫ້ອງຜ່າຕັດ ທີ່ໂຮງໝໍແມ່ ແລະ ເດັກ ສູນກາງ.
ແລກປ່ຽນບົດຮຽນ ກ່ຽວກັບເຕັກນິກຜ່າຕັດນຳໃຊ້ ແສງສີບຳບັດ ກັບທ່ານໝໍຊາວຝຣັ່ງ ຄົນໜຶ່ງ.
ຫຼັງການຜ່າຕັດກ້ອນເບົ້າໃນມົດລູກໂດຍກົງ ໃຫ້ແກ່ແມ່ມານ ຜູ້ໜຶ່ງ, ທ່ານໝໍ ຫງວຽນວຽດຕ໋ຽນ ໄດ້ພ້ອມກັບ ບັນດາທ່ານໝໍ ຄົນຕ່າງປະເທດ ທີ່ມາຈາກບັນດາປະເທດ ມາເລເຊຍ, ອິນໂດເນເຊຍ ແລະ ຝຣັ່ງ ໄດ້ເຂົ້າຮ່ວມການສຳມະນາ: “ການຜ່າຕັດພະຍາດແມ່ຍິງດ້ວຍເຕັກນິກໃຊ້ແສງລັງສີ”.
ແຕ່ລະປີ, ໂຮງໝໍແມ່ ແລະ ເດັກສູນກາງ ໃຫ້ການຕ້ອນຮັບທ່ານໝໍ ຫຼາຍຄະນະ ມາຈາກປະເທດຕ່າງໆ ໃນອາຊີ ມາສຶກສາ, ເປີດກວ້າງ ການ ຮ່ວມມືດ້ານວິຊາສະເພາະ, ຮັບມອບຄວາມຮູ້ຫຼ້າສຸດກ່ຽວກັບ ຜົນສຳເລັດ ກ່ໍຄືເຕັກໂນໂລຢີກ້າວໜ້າ ທາງການແພດຂອງຫວຽດນາມ, ໂດຍ ສະເພາະແມ່ນໃນຂົງເຂດ ສຸຕິຂະພະຍາດແມ່ຍິງ, ເດັກແດງ ແລະ ການວາງແຜນຄອບຄົວ. ເຖິງວ່າຈະຂ້ອງຄາກັບວຽກງານ ຫຼາຍປານໃດ ກໍຕາມ, ແຕ່ຮອງສາດສະດາຈານ ກໍຍັງແບ່ງເວລາໃຫ້ການຕ້ອນຮັບ ແລະ ທຳການຜ່າຕັດໂດຍກົງໃນລາຍຕ່າງໆ ທີ່ຄັບຂັນ, ສຸກເສີນ ເພື່ອຊ່ວຍ ໃຫ້ທ່ານໝໍ ຊາວຕ່າງປະເທດ ມີເງື່ອນໄຂສຶກສາ ຮ່ຳຮຽນ ແລະ ເຂົ້າໃຈຄັກແນ່ ກ່ຽວກັບເຕັກນິກ ການຜ່າຕັດເອົາ ເດັກແດງຂອງຂະແໜງ ແພດສາດຫວຽດນາມ.
ໂດຍໄດ້ຮຽນຈົບຈາກມະຫາວິທະຍາໄລການແພດ ເມື່ອອາຍຸ 27 ປີ, ນັບແຕ່ນັ້ນມາຮອດປັດຈຸບັນ ຮອງສາດສະດາຈານຫງວຽນວຽດຕ໋ຽນ ໄດ້ປະສົບຜົນສຳເລັດ ໃນການຜ່າຕັດໃຫ້ແກ່ແມ່ມານ ໃນກໍລະນີທີ່ສັບສົນ ນັບເປັນຫຼາຍພັນລາຍ. ບັດນີ້, ເພິ່ນແມ່ນຊ່ຽວຊານ ແຖວໜ້າ ຂອງ ຫວຽດນາມໃນການຜ່າຕັດນຳໃຊ້ແສງລັງສີບຳບັດ. ທີ່ໂຮງໝໍແມ່ ແລະ ເດັກ ສູນກາງ, ຮອງສາດສະດາຈານໄດ້ເຮັດວຽກບ່ໍມີ ມື້ພັກມື້ເຊົາ ເພາະຕ້ອງແບກຫາບການບໍລິຫານໂດຍກົງໃນວຽກງານທັງໝົດຂອງໂຮງໝໍ ທັງຕ້ອງເຂົ້າຮ່ວມການ ກວດພະຍາດ ແລະ ປະຕິບັດການຜ່າຕັດ ໂດຍກົງສຳລັບລາຍທີ່ຍາກສັບສົນ. ເວລາຍັງເຫຼືອ, ເພິ່ນສະຫງວນໃຫ້ແກ່ການ ຄົ້ນຄວ້າວິທະຍາສາດ. ຄຽງຄູ່ ກັນນັ້ນ, ເພິ່ນຍັງເອົາໃຈໃສ່ ເປັນ ພິເສດເຖິງການບຳລຸງສ້າງ ຖັນແຖວທ່ານໝໍ ຜູ້ສືບທອດ ດ້ວຍຄວາມມຸຸ່ງຫວັງວ່າ ຫວຽດນາມ ຈະມີ ທ່ານໝໍປິ່ນປົວແມ່ມານ ຜູ້ເກ່ັງກ້າສາມາດ ທຽມທັນກັບປະເທດ ຕ່າງໆໃນໂລກ. ການເຮັດວຽກຢ່າງສຸດຈິດສຸດໃຈ, ການອຸທິດສ່ວນຢ່າງ ລືມເນື້ອລືມຕົວຂອງເພິ່ນໄດ້ເຮັດໃຫ້ ເພື່ອນ ຮ່ວມງານ, ມິດສະຫາຍຕ່າງກໍເຄົາລົບນັບຖື ແລະ ຮູ້ສຶກຕື້ນຕັນໃຈ.
ປະຈຸບັນນີ້, ໂຮງໝໍແມ່ ແລະ ເດັກ ສູນກາງມີພະນັກງານ 815 ຄົນ ໃນນັ້ນມີ ສາດສະດາຈານ, ດຣ. 11 ຄົນ ແລະ ທ່ານໝໍ 142 ຄົນ. ນີ້ແມ່ນໂຮງໝໍ ຈັດອັນດັບຂອງຫວຽດນາມກ່ຽວກັບເຕັກນິກ ການຜ່າຕັດໃຊ້ແສງລັງສີບຳບັດ ແລະ ປະສົມພັນໃນຫຼອດແກ້ວ. ໂຮງໝໍແຫ່ງນີ້ ກ່ໍແມ່ນຂັ້ນສູງສຸດດ້ານວິຊາສະເພາະກ່ຽວກັບ ຂະແໜງແມ່ ແລະ ເດັກ ຢູ່ຫວຽດນາມ. ໃນຜົນງານດັ່ງກ່າວ ແມ່ນມີສ່ວນຮ່ວມ ທັງທາງດ້ານ ສະຕິ ປັນຍາ ແລະ ເຫື່ອແຮງຂອງຮອງສາດສະດາຈານ ຫງວຽນວຽດຕ໋ຽນ.
ເພິ່ນເຜີຍຄວາມນຶກຄິດອອກມາວ່າ: “ອາຊີບເປັນທ່ານໝໍ ສຸດທີ່ ເຄັ່ງຄັດ, ມັນຮຽກຮ້ອງໃຫ້ທ່ານໝໍ ບ່ໍພຽງແຕ່ມີກຳລັງແຮງ, ສະຕິ ປັນຍາ ແລະ ຄວາມຕັ້ງໝັ້ນເທົ່ານັ້ນ ຫາກຍັງຕ້ອງຮູ້ຈັກການ ນ້ອມທ່ອມຕົວເພື່ອສຶກສາຮ່ຳຮຽນ ແລະ ຮັບຟັງ. ນັບຕັ້ງແຕ່ຄາວຍັງ ເປັນນັກສຶກສາ, ຂ້າພະເຈົ້າ ໄດ້ເລືອກເອົາ ຕຳແໜ່ງເປັນຜູ້ຊ່ວຍ ໃນການຜ່າຕັດ ເພື່ອມີໂອກາດໄດ້ປະຕິບັດຕົວຈິງຫຼາຍເທົ່າທີ່ຈະທຳໄດ້. ສຳລັບຂ້າພະເຈົ້າ, ການທີ່ໄດ້ ປະຕິບັດງານໂດຍກົງ ບ່ໍພຽງແຕ່ ແມ່ນຄວາມຊິນເຄີຍ ຫາກຍັງແມ່ນຄວາມມ່ວນຊື່ນ, ແມ່ນວາດສະໜາ ເຊິ່ງຂ້າພະເຈົ້າໄດ້ ສະໜິດຕິດພັນ ກັບ ມັນມາຕະຫຼອດຊີວິດ”. ອາດຍ້ອນສິ່ງນີ້ເອງ ມັນໄດ້ເປັນແຮງບັນດານໃຈໃຫ້ແກ່ຮອງສາດສະດາຈານ ສາມາດປະຕິບັດການປິ່ນປົວ ແລະ ຜ່າຕັດ ຫຼາຍກໍລະນີທີ່ຍາກຊາ, ກູ້ເອົາຊີວິດ ແລະ ນຳມາເຊິ່ງອະນາຄົດ ທີ່ໃສແຈ້ງໃຫ້ແກ່ຜູ້ເປັນແມ່ ແລະ ເດັກນ້ອຍຫຼາຍຄົນ.

ເຄື່ອງມືຜ່າຕັດ ນຳໃຊ້ແສງລັງສີ ຂອງໂຮງໝໍແມ່ ແລະ ເດັກ ສູນກາງ ທີ່ນຳເຂົ້າຈາກປະເທດເຢຍລະມັນ ໄດ້ຊ່ວຍໜູນ
 ແລະ ປະກອບສ່ວນ ເຮັດໃຫ້ບັນດານັກປາດຂອງໂຮງໝໍ ຍົກເຕັກນິກ ການຜ່າຕັດໃຫ້ສູງຂຶ້ນ.

ພ້ອມແລ້ວທີ່ຈະເຂົ້າການຜ່າຕັດ.

ນັກປາດ ຫງວຽນວຽດຕ໋ຽນ ປະຕິບັດເຕັກນິກ ການຜ່າຕັດ ກ້ອນເບົ້າໃນມົດລູກ ນຳໃຊ້ແສງລັງສີບຳບັດ ໃຫ້ແກ່ແມ່ມານຜູ້ໜຶ່ງ.

ໄລ່ສະເລ່ຍ, ການຜ່າຕັດແຕ່ລະລາຍ ຈະແກ່ຍາວກວ່າ 1 ຊົ່ວໂມງ ດ້ວຍການປະກອບເຫື່ອແຮງຂອງທ່ານໝໍຫຼາຍຄົນ.
ສຸມຈິດສຸມໃຈ ຕໍ່ການຜ່າຕັດ.

ການຜ່າຕັດ ນຳໃຊ້ແສງລັງສີບຳບັດ ໂດຍນັກປາດ ຫງວຽນວຽດຕ໋ຽນ ເປັນຜູ້ປະຕິບັດໄດ້ຮັບການຖ່າຍທອດສົດ ຢູ່ເທິງ ໜ້າຈໍ ເພື່ອໃຫ້ບັນດາທ່ານໝໍຄົນຫຼາຍຄົນ ສາມາດ ຕິດຕາມ ແລະ ຖອດຖອນບົດຮຽນໄດ້.
ເຖິງວ່າ ບັນລຸ ໄດ້ຜົນງານຫຼາຍຢ່າງໃນຂົງເຂດວິທະຍາສາດ ແລະ ຄ້າງຄາຫຼາຍທີ່ສຸດໃນຖານະເປັນຜູ້ບໍລິຫານໂຮງໝໍ ແຕ່ ຮອງສາດສະດາຈານ ບໍ່ມີຍາມລົດລະການສຶກສາຮ່ຳຮຽນໂດຍຕົນເອງ. ປີ 1999, ຂະນະທີ່ພວມດຳລົງຕຳແໜ່ງສຳຄັນຢູ່ໂຮງໝໍ ແຕ່ໄດ້ຍິນ ຂ່າວວ່າ ມີຊຸດຝືກ ອົບຮົມການປະສົມພັນໃນຫຼອດແກ້ວ ຢູ່ອາເມລິກາ, ທ່ານໄດ້ພະຍາຍາມ ສັບຊ້ອນເວລາເພື່ອເຂົ້າຮ່ວມ ດ້ວຍຄວາມປະສົງທີ່ຈະຮັບເອົາ ຄວາມ ຮູ້ໃໝ່ສຸດທາງດ້ານນີ້ ມານຳໃຊ້ຢູ່ໃນໂຮງໝໍຂອງຕົນ. ປີ 2000, ທ່ານໄດ້ປະຕິບັດການທົດລອງ ປະສົມພັນໃນຫຼອດແກ້ວຫຼາຍລາຍທີ່ ຫວຽດນາມ ຢ່າງສຳເລັດຜົນ ຈາກນັ້ນໄດ້ຖ່າຍທອດ ເຕັກໂນໂລຢີນີ້ ໃຫ້ແກ່ຫົວໜ່ວຍຕ່າງໆ ໃນນັ້ນ ມີສະຖາບັນເສນາຮັກ ແລະ ບັນດາມະຫາ ວິທະຍາໄລແພດສາດ ແຫ່ງໃຫຍ່ ໃນທົ່ວປະເທດ. ດ້ວຍການປະສົບຜົນສຳເລັດດັ່ງກ່າວ, ທ່ານໄດ້ສ້າງຕັ້ງ ສູນຊ່ວຍໜູນການປະສູດທີ່ໂຮງ ໝໍແມ່ ແລະ ເດັກ ສູນກາງ. ນີ້ຖືກຖືວ່າ ແມ່ນບາດກ້າວບຸກທະລຸ ຂອງຂະແໜງການຈະເລີນ ພັນຫວຽດນາມ. ຈາກສູນແຫ່ງນີ້, ກໍລະນີ ຮາມລູກ ຕ່າງໆ ເຊີ່ງເຄີຍໄດ້ໄປປິ່ນປົວຢູ່ຕ່າງປະເທດ ບ່ໍມີຜົນ ແຕ່ເມື່ອມາຫາ ຮອງສາດສະດາຈານ ກໍໄດ້ຮັບການປິ່ນປົວຈາກເພິ່ນໃຫ້ຫາຍຂາດ. ເນື່ອງຈາກນັ້ນ, ຜົວເມຍຫຼາຍຄູ່ ຈຶ່ງໄດ້ສະເຫວີຍຄວາມສຸກ ຂະນະທີ່ຕ້ອນຮັບລູກ ຜູ້ເປັນຫົວແກ້ວຫົວແຫວນ ຂອງຕົນ ຫຼັງການລໍຄອຍມາເປັນ ເວລາຫຼາຍປີແລ້ວ.
ຍ້ອນຄວາມລຽບງ່າຍໃນຊີວິດສ່ວນຕົວ, ເປັນຜູ້ສຸດຈິດສຸດໃຈໃນ ວຽກງານຄຸ້ມຄອງ ກໍຄືການບົວລະບັດເບິ່ງແຍງ ແລະ ປິ່ນປົວຄົນເຈັບ, ຮອງ ສາດສະດາຈານ ຫງວຽນວຽດຕ໋ຽນ ຖືກໝົດທຸກຄົນເອີ້ນວ່າ: “ຜູ້ມຸ່ງສູ່ອະນາຄົດ” ດ້ວຍຄວາມຖະໜອມຫອມຮັກຢ່າງສຸດຊຶ້ງໃຈ. ເນື່ອງຈາກ ການມີສ່ວນປະກອບອັນໃຫຍ່ຫຼວງໃຫ້ແກ່ຂະແໜງແພດສາດ, ເພິ່ນໄດ້ປະດັບນາມມະຍົດ ອັນລ້ຳຄ່າ ວິລະຊົນແຮງງານຈາກພັກລັດ.
ບົດ: ເຈີ່ນ ເວີນ - ພາບ: ເຈີ່ນຮ໋ວນ

bichlien

ນັກສິລະປິນ ລະນາດຫີນ ອາຮີວນ

ນັກສິລະປິນ ລະນາດຫີນ ອາຮີວນ

ອາຮີວນ ບໍ່ໄດ້ຮຽນດົນຕີໃນໂຮງຮຽນໃດ, ບໍ່ໄດ້ຮັບການສິດສອນ ຈາກໃຜ, ແຕ່ຍ້ອນສຽງ ເຕີຣຶງ, ຕີງນິງ, ກະນີ, ລະນາດຫີນ... ຄືດັ່ງເວດມົນ ທີ່ບໍ່ມີຕົວຕົນ ດຶງດູດຫົວໃຈ ຂອງ ລາວ, ປຸກແປວໄພ ແຫ່ງຄວາມຫຼົງໄຫຼ ແລ້ວນຳພາ ໃຫ້ລາວ ກາຍເປັນນັກສິລະປິນ ໜຸ່ມດີເດັ່ນ ທີ່ສາມາດປະດິດສ້າງ ແລະ ຫຼິ້ນເຄື່ອງດົນຕີ ບູຮານທຸກປະເພດ ຂອງ ຊາວເຜົ່າ ຢາຣາຍ.

Top