• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜູ້ນຳພັກ ແລະ ລັດຖະບານຫວຽດນາມຕ້ອນຮັບປະທານາທິບໍດີ ອິດສຣາແອນ


ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ ຫງວຽນ​ຟູ້​ຈ້ອງ ​ຕ້ອນ​ຮັບ​
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອິດ​ສະ​ຣາ​ແອນ Reuven Ruvi Rivlin
(ພາບ: TTXVN)
      ໃນ​ຕອນ​ບ່າຍ​ວັນ​ທີ 20/03, ຢູ່​ຮ່າ​ໂນ້ຍ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມມູ​ນິດຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອິດ​ສະ​ຣາ​ແອນ Reuven Ruvi Rivlin . ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມມູ​ນິດຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ສະ​ເໜີ​ວ່າ ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ, 2 ປະ​ເທດ​ຕ້ອງ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື 2 ຝ່າຍ, ເອົາ​ໃຈ​ໃສ່​ພັດ​ທະ​ນາ​ການ​ພົວ​ພັນ​ເສດ​ຖະ​ກິດ, ສົ່ງ​ເສີມ​ການ​ຮ່ວມ​ມື​ລົງ​ທຶນ​ລະ​ຫວ່າງ 2 ປະ​ເທດ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ຕ່າງໆ. ສ່ວນ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອິດ​ສະ​ຣາ​ແອນ Reuven Ruvi Rivlin ກໍ​ໄດ້​ຕີ​ລາ​ຄາ​ສູງ​ບັນ​ດາ​ຜົນ​ງານ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ກໍ​ຄື​ອິດ​ທິ​ພົນ​ຊື່​ສຽງ ແລະ ບົດ​ບາດ​ຂອງຫວຽດ​ນາມ​ໃນ​ພາກ​ພື້ນ ແລະ ສາ​ກົນ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອິດ​ສະ​ຣາ​ແອນ Reuven Ruvi Rivlin ຢືນ​ຢັນ ມີ​ຄວາມ​ຫວັງ ແລະ ຕັດ​ສິນ​ໃຈ​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຢີ, ກະ​ສີ​ກຳ, ການ​ຄ້າ, ການ​ປ້ອງ​ກັນ​ຊາດ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບ...
 

ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​
ໄດ້​ພົບ​ປະ​​ທ່ານ​ປະທານາທິບໍດີ ອິດສຣາ​ແອນ Reuven Ruvi Rivlin
(ພາບ: TTXVN)

          ແລ້ະກໍ່​ໃນ​ຕອນ​ບ່າຍ​ວັນ​ທີ 20/03, ຢູ່​ຮ່າ​ໂນ້ຍ ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ໄດ້​ພົບ​ປະ​ກັບ​ທ່ານ​ປະທານາທິບໍດີ ອິດສຣາ​ແອນ Reuven Ruvi Rivlin. ທ່ານ​ນາຍົກ​ລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຢືນຢັນ​ວ່າ ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ການ​ພົວພັນ​ຮ່ວມ​ມື​ກັບ ອິດສຣາ​ແອນ. 2 ຝ່າຍ​ຄວນ​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ, ນຳວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີກາຍ​ເປັນ​ການ​ຮ່ວມ​ມື​ປາຍ​ແຫຼມ​ລະຫວ່າງ 2 ປະ​ເທດ, ​ໃນ​ນັ້ນ​ມີ​ກະສິກຳ​ເຕັກ​ໂນ​ໂລ​ຢີສູງ.
        ສ່ວນ​ທ່ານ​ປະທານາທິບໍດີ ອິດສຣາ​ແອນ Reuven Ruvi Rivlin ຢືນຢັນ​ວ່າ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ ອາຊີ, ​ໃນ​ນັ້ນມີ​ ຫວຽດນາມ; ຖື ຫວຽດນາມ ​​ແມ່ນ​ປະ​ເທດ​ສຳຄັນ​ໃນ​ກຸ່ມ ອາ​ຊຽນ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ​ຕໍ່​​ການ​ຜັນ​ແປ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ຢູ່​ຕາ​ເວັນ​ອອກ​ກາງ ປິນ​ຂັ້ນ​ໄດ

ຫວຽດ​ນາມ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ​ຕໍ່​​ການ​ຜັນ​ແປ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ຢູ່​ຕາ​ເວັນ​ອອກ​ກາງ ປິນ​ຂັ້ນ​ໄດ

ຫວຽດນາມ ມີຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ບັນດາການຜັນແປເຮັດໃຫ້ຄວາມເຄັ່ງຕຶງໃນປັດຈຸບັນຢູ່ພາກພື້ນຕາເວັນອອກກາງປີນຂັ້ນໄດ, ໂດຍສະເພາະແມ່ນບັນດາການກະທຳໃຊ້ອາວຸດ ລະເມີດກົດບັດ ສປຊ ແລະ ກໍ່ຜົນເສຍຫາຍຕໍ່ປະຊາຊົນ.

Top