• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ຜູ້ທີ່ນໍາເອົາສິ່ງຍອດຍິ່ງຂອງສິລະປະມວຍຫວຽດນາມອອກສູ່ໂລກພາຍນອກ

ໃນຖານະເປັນສິດມວຍຂອງທັງຄ້າຍມວຍ ວິງຊວນ ຫວຽດນາມ ແລະ Vovinam- ຫວຽດຫວໍດ້າວ, ອາຈານ ຟານເຢືອງບິ່ງ ໄດ້ຮວບຮວມເອົາສິ່ງຍອດຍິ່ງຂອງທັງສິລະປະມວຍສາກົນ  ແລະ ມວຍພື້ນເມືອງ ຫວຽດນາມ. ເພາະສະນັ້ນ, ອາຈານຟານເຢືອງບິ່ງ ບໍ່ພຽງແຕ່ເປັນຜູ້ຕາງໜ້າ ຂອງຄ້າຍມວຍ Vovinam- ຫວຽດຫວໍດ້າວ ຂອງພາກເໜືອເທົ່ານັ້ນ, ຫາກເພິ່ນຍັງເປັນຜູ້ທີ່ມີຄຸນງາມຄວາມດີໃນການນຳເອົາຈິດໃຈມວຍຫວຽດ ເຜີຍແຜ່ໂຄສະນາ ອອກສູ່ໂລກພາຍນອກອີກດ້ວຍ. 
ສຳລັບວົງການມວຍ ຫວຽດ, ເມື່ອເວົ້າເຖິງເພິ່ນແມ່ນເວົ້າເຖິງສິດມວຍຜູ້ເກັ່ງກ້າຂອງຄ້າຍມວຍ ວິງຊວນ ແລະ Vovinam- ຫວຽດຫວໍດ້າວ. ໃນເວລາຊອກຮູ້ກ່ຽວກັບເພິ່ນ, ພວກຂ້າພະເຈົ້າໄດ້ຮູ້ຊື່ແຝງຂອງເພິ່ນແມ່ນ “ບິ່ງບູ້ນ”, ຊື່ແຝງຕິດພັນກັບທ່າມວຍ ໜຶ່ງທີ່ມີ​ໜ້ອຍ​ຄົນ​ທີ່​ສຸດ​ທີ່​ສາມາດ​ຝຶກ​ໄດ້, ນັ້ນແມ່ນ “ຊຸກກົດກົງ” (​ໃນ​ຊົ່ວ​ພິບ​ຕາສາມາດເຮັດໃຫ້ກະດູກຫົດເຂົ້າຢືດອອກ, ຮ່າງ​ກາຍອ່ອນ​ເອຍ, ສາມາດ​ເຮັດ​ໃຫ້​ຮ່າງກາຍ​ຫົດ​ເຂົ້າ ນອນໃນກະຕ່າເຂົ້າປຸ່ນໄດ້).

ເມື່ອໄດ້ພົບ​ປະໂອ້ລົມກັບເພິ່ນ, ພວກຂ້າພະເຈົ້າຮູ້ສຶກວ່າ ອາຍຸສັງຂານ​ບໍ່​ໄດ້​ກະທົບກະ​ເທືອ​ນຕໍ່ຈິດໃຈ ແລະ ຄວາມສະຫຼາດສະຫຼຽວຂອງຄູມວຍຄົນໜຶ່ງດີເດັ່ນຄືເພິ່ນ.
 

ໃນຮ່າງກາຍຂອງຄູມວຍ ຟານເຢືອງບິ່ງ ຍາມ​ໃດ​ກໍ່​ຄົງ​ໄວ້ສອງວາດຊົງ “ແຂງກັບອ່ອນ” ຂອງສອງ​ຄ້າຍມວຍ ວິງຊວນ ແລະ Vovinam- ຫວຽດຫວໍດ້າວ ຢ່າງຕະຫຼອດການ. ສະນັ້ນ, ເລື່ອງທີ່ພວກຂ້າພະ ເຈົ້າໂອ້ລົມກັບເພິ່ນ ຕິດພັນກັບການພັດທະນາຂອງສອງຄ້າຍ ມວຍດັ່ງກ່າວ ຢູ່ ຫວຽດນາມ. 

ອາຈານ​ມວຍຟານເຢືອງບິ່ງ.


ອານ​ຈານ ຟານເຢືອງບິ່ງ (​ເສື້ອ​ດໍາ)ແລະ ອາຈານ ຫງວຽນລົກ (ຂວາ​ມື)
ພ້ອມກັບບັນດານັກມວຍລຸ້ນທຳອິດຂອງຄ້າຍມວຍ Vovinam.



ອາຈານຟານເຢືອງບິ່ງ ຖ່າຍຮູບຮ່ວມກັນກັບ ບັນດາສິດມວຍຂອງຕົນຢູ່ເຢຍລະມັນ .


ອາຈານ ຟານເຢືອງບິ່ງ ຮັບໃບຮັບຮອງອາຈານໃຫຍ່
ຂອງສະຫະພັນໂລກ ມວຍພື້ນເມືອງ ຫວຽດນາມ.



າຈານຟານເຢືອງບິ່ງ ເຂົ້າຮ່ວມກອງປະຊຸມໃຫຍ່ສ້າງຕັ້ງ
ສະຫະພັນໂລກ ມວຍພື້ນເມືອງ ຫວຽດນາມ


ໃບ​ຢັ້ງຢືນ ອາຈານຟານເຢືອງບິ່ງ ເຂົ້າຮ່ວມການສ້າງຕັ້ງ
ແລະ ພັດທະນາສະມາຄົມມວຍ ຮ່າໂນ້ຍ.



ໃບຮັບຮອງອາຈານໃຫຍ່ ຂອງສະຫະພັນໂລກ ມວຍພື້ນເມືອງ ຫວຽດນາມ ສຳລັບ ອາຈານ ຟານເຢືອງບິ່ງ.
ກ່ຽວກັບຄ້າຍ ວິງຊວນ ຫວຽດນາມ, ນີ້ແມ່ນວິຊາມວຍໂດຍ​ແມ່ນອາຈານມວຍ ເຕ໋ກົງ (ອາຈານໜຶ່ງທີ່ມີຊື່ສຽງຂອງ ຈີນ) ນໍາ​ເຂົ້າ​ມາ ຫວຽດນາມ ເມື່ອປີ 1907. ຖ້າອາຈານເຕ໋ກົງ ເປັນຜູ້ວາງດິນຈີ່ກ້ອນທຳອິດໃຫ້​ແກ່ການພັດທະນາຄ້າຍ ວິງຊວນ ຫວຽດນາມ ອາຈານ ຟານເຢືອງບິ່ງ ເປັນໜຶ່ງໃນບັນດາຄູມວຍທີ່ຮັກສາ ແລະ ພັດທະນາຄ້າຍ​ມວຍ ວິງຊວນ ຫວຽດນາມ ໃຫ້ກາຍເປັນຄ້າຍ​ມວຍ​ໃຫຍ່​ໜຶ່ງໃນສົມບັດດ້ານມວຍພື້ນເມືອງຂອງ
ຫວຽດນາມ.

​ເລີ່​ມຈາກ​ຄວາມ​ໄຝ່ຝັນ​ທີ່​ສຸດ​ແສນ “ ທໍາ​ມະ​ດາ ”ຂອງ​ເພິ່ນ​ແຕ່​ຄາວ​ຍັງ​ເຍົາ​ໄວ ນັ້ນ​ກໍ່​ຄື ຢາກ​ກາຍ​ຕົວ​ເປັນ​ຕົວ​ສະ​ແດງ​ໃນ​ເລື່ອງການ​ຕໍ່ສູ້​ຂອງ​ນັກ​ມວຍ.ເພາະສະນັ້ນ, ເມື່ອອາຈານມວຍ ເຕ໋ກົງ ຮັບເອົາເປັນລູກສິດ, ເພິ່ນກໍ່ເລີຍໄດ້ຮຽນເອົາບັນດາສິ່ງ​ຍອດ​ຍິ່ງ​ທີ່ສຸດ ຂອງວິຊາມວຍ ວິງຊວນກວ່ຽນ. ຈາກນັ້ນ, ເພິ່ນກາຍເປັນ ລູກສິດຜູ້ເກັ່ງກ້າຂອງອາຈານມວຍ ເຕ໋ກົງ ແລະ ຄ້າຍມວຍ ວິງຊວນ ຫວຽດນາມ. ຊື່ສຽງຂອງເພິ່ນໃນສະໄໝນັ້ນ ໂດ່ງດັງ
ອອກໄປທົ່ວທັງ​ພາຍ​ໃນ ແລະ ຕ່າງປະເທດ. ​ເພາະສະ​ນັ້ນ,ຈຶ່ງ​ໄດ້ມີນັກຮຽນຫຼາຍຄົນຊອກມາຮຽນນຳເພິ່ນ. ປະຈຸບັນ, ລູກສິດຂອງອາຈານຟານເຢືອງບິ່ງ ບໍ່ພຽງແຕ່ຢູ່ພາຍໃນເທົ່ານັ້ນ, ຫາກຍັງມີຢູ່ຫຼາຍປະເທດໃນໂລກອີກດ້ວຍ.
 
ບໍ່ຢຸດ​ຢູ່ແຕ່ເທ່ົານັ້ນ, ຈິດໃຈ ແລະ ຄວາມມັກຮັກເມົາມົວກັບວິຊາມວຍໃນຕົວຂອງອາຈານ ຟານເຢືອງບິ່ງ ໄດ້ພາເພິ່ນໄປຊອກຮູ້ ແລະ ຄົ້ນຄວ້າບັນດາຈຸດດີເດັ່ນທີ່ສຸດຂອງບັນດາຄ້າຍມວຍຕ່າງໆ, ໃນນັ້ນ ມີຄ້າຍມວຍ Vovinam (ວິຊາມວຍໂດຍອາຈານ ຫງວຽນລົກ ເປັນຜູ້ສ້າງຕັ້ງເມື່ອປີ 1938 ແລະ ປະຈຸບັນ ມີໜ້າຢູ່ 60 ປະເທດໃນໂລກ).
 
Vovinam ເປັນວິຊາມວຍໜຶ່ງທີ່ໄດ້ສ້າງຕັ້ງຂຶ້ນມາຈາກວິຊາມວຍປ້ຳພື້ນເມືອງຂອງ ຫວຽດນາມ. ດ້ວຍມູນຫຼັກ “ແຂງກັບອ່ອນ”, Vovinam ຖືເປັນວິຊາມວຍໜຶ່ງສະແດງໃຫ້ເຫັນແຈ້ງ​ເຖິງ ຈິດໃຈ, ວາດຊົງຂອງຊາວ ຫວຽດນາມ. ຍ້ອນແນວນີ້, ເພິ່ນຈຶ່ງມາຂໍເປັນລູກສິດຂອງອາຈານຫງວຽນລົກ.
 
ສຳລັບອາຈານຫງວຽນລົກ, ຫຼັງຈາກໄດ້​ເຫັນ​ກັບຕາຄວາມສາມາດໃນວິຊາມວຍຂອງ ຟານເຢືອງບິ່ງ, ເພິ່ນກໍ່ເຊິນ ຟານເຢືອງບິ່ງ ພັກໃນເຮືອນ ແລະ ຮັບຜິດຊອບຊ່ວຍສອນມວຍໃຫ້ແກ່ບັນດານັກມວຍ. ເວລາຝຶກຢູ່ໃນໂຮງມວຍ, ເພິ່ນ ເຂົ້າໃຈໄດ້ນຳ້ໃຈ, ຄຸນສົມບັດຂອງອາຈານ ຫງວຽນລົກ ແລະ ຈຸດດີຂອງວິຊາມວຍ Vovinam, ເປັນຕົ້ນແມ່ນເຂົ້າໃຈໄດ້ຄຸນຄ່າອັນສູງສົ່ງຂອງມວຍ​ໂດຍຜ່ານການເປີດອົກເປີດໃຈຂອງອາຈານ ຫງວຽນລົກ “ເປັນນັກມວຍຕ້ອງນັບຖືກຽດຂອງນັກມວຍ ຫວຽດນາມ, ເຂົ້າໃຈໜ້າທີ່ ແລະ ຍອມເສຍສະຫຼະຊີວິດເພື່ອ ອຸດົມຄະຕິຂອງນັກມວຍ”.
 
ຕັ້ງແຕ່ນັ້ນມາ, ອາ​ຈານຟານເຢືອງບິ່ງ ສັນຍາຈະອຸທິດຊີວິດຂອງຕົນເພື່ອຮັກສາ ແລະ ພັດທະນາວິຊາມວຍທີ່ເຕັມໄປດ້ວຍລັກສະນະ ແລະ ຈິດໃຈຂອງຊາວ ຫວຽດນາມ. ອາຈານ ຟານເຢືອງບິ່ງ ຖືໄດ້ວ່າເປັນຜູ້ຕາງໜ້າຂອງຄ້າຍມວຍ Vovinam-ຫວຽດຫວໍດ້າວ ພາກເໜືອ, ເປັນຜູ້ສືບທອດແລະ ປະຕິບັດຕາມຄຳສັ່ງສອນຂອງອາຈານ ຫງວຽນລົກ ນັ້ນ​ກໍ່​ຄືເຜີຍແຜ່ວິຊາ​ມວຍ Vovinam ລົງ​ສູ່ພາກໃຕ້ຫວຽດນາມ.
 
ປະຈຸບັນ, Vovinam ບໍ່ພຽງແຕ່ພັດທະນາຢູ່ພາກໃຕ້ເທ່ົານັ້ນ, ຫາກຍັງແຜ່ອອກໄປເຖິງຫຼາຍປະເທດໃນໂລກອີກດ້ວຍ. ປີ 1995, ເພິ່ນພ້ອມດ້ວຍ​ບັນດາອາຈານໃນສະພາຊົ່ວຄາວອາຈານ​ມວຍ Vovinam-ຫວຽດຫວໍດ້າວ ຫາຍຫງວ້າຍ, ອອກຖະແຫຼງການສ້າງຕັ້ງສະພານັກມວຍ, ປະຈຸບັນແມ່ນສະຫະສະຫະພັນ Vovinam ໂລກ. Vovinam ເປັນວິຊາມວຍໜຶ່ງຂອງຊາວ ຫວຽດນາມ ມີໜ້າຢູ່ 60 ກວ່າປະເທດໃນໂລກ. ຜົນງານດັ່ງກ່າວ
ມີການປະກອບສ່ວນຢ່າງບໍ່ໜ້ອຍຂອງອາຈານ ຟານເຢືອງບິ່ງ.


ອາຈານ ຟານເຢືອງບິ່ງ ສອນທ່າມວຍໃໝ່ໃຫ້ບັນດານັກມວຍ.


ສິດມວຍກົ້ມຫົວອຳລາຄູມວຍພາຍຫຼັງຊົ່ວ​ໂມງຮຽນ.


ອາຈານ ແລະ ບັນດາລູກສິດຂອງຕົນ.

ເຖິງວ່າ ອາຍຸ 86 ປີແລ້ວ,​ ແຕ່ມື້ໃດອາຈານ ຟານເຢືອງບິ່ງ ກໍ່ສະຫງວນເວລາ 30 ນາທີເພື່ອຝຶກຈີ້ກົງ (ຝຶກຫາຍໃຈ ແລະ ຮ່າງກາຍ) ແລະ ສອນມວຍໃຫ້ບັນດານັກຮຽນຢູ່ເຮືອນຂອງຕົນ. ສິ່ງດັ່ງກ່າວ ຊ່ວຍເຮັດໃຫ້ອາຈານ ຟານເຢືອງບິ່ງ ຮັກສາໄດ້ ຄວາມສະຫຼາດຫຼັກແຫຼມ ແລະ ຄວາມຍອດແຍ້ຂອງຄູມວຍເກັ່ງກ້າຄົນໜຶ່ງ.
ບົດ: ວີຖາວ - ພາບ: ເຈີ່ນແທງຢາງ

ນັກສິລະປິນ ລະນາດຫີນ ອາຮີວນ

ນັກສິລະປິນ ລະນາດຫີນ ອາຮີວນ

ອາຮີວນ ບໍ່ໄດ້ຮຽນດົນຕີໃນໂຮງຮຽນໃດ, ບໍ່ໄດ້ຮັບການສິດສອນ ຈາກໃຜ, ແຕ່ຍ້ອນສຽງ ເຕີຣຶງ, ຕີງນິງ, ກະນີ, ລະນາດຫີນ... ຄືດັ່ງເວດມົນ ທີ່ບໍ່ມີຕົວຕົນ ດຶງດູດຫົວໃຈ ຂອງ ລາວ, ປຸກແປວໄພ ແຫ່ງຄວາມຫຼົງໄຫຼ ແລ້ວນຳພາ ໃຫ້ລາວ ກາຍເປັນນັກສິລະປິນ ໜຸ່ມດີເດັ່ນ ທີ່ສາມາດປະດິດສ້າງ ແລະ ຫຼິ້ນເຄື່ອງດົນຕີ ບູຮານທຸກປະເພດ ຂອງ ຊາວເຜົ່າ ຢາຣາຍ.

Top