• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ປາ ທ່ອຍລ່ອຍ ຕົ້ມເຄັມກັບໝາກພິກໄທ

ທີ່ແຂວງ ກ່າເມົາ, ປາ ທ່ອຍລ່ອຍ (Giant Mudskipper) ໄດ້ປຸງແຕ່ງເປັນອາຫານພື້ນ​ບ້ານຫຼາຍເຍື່ອງຄື: ຕົ້ມເຄັມ​ໃສ່ຕ່ອນເຕົ້າຮູ້, ປີ້ງ​ເອືອບເກືອໝາກເຜັດ, ຕົ້ມສົ້ມ, ກ້ອຍ...ແຕ່ເຍື່ອງອາຫານທີ່ມີຄວາມນິຍົມຊົມຊອບ​​ທີ່​ທຸກ ຄົນມັກກິນກວ່າໝູ່ແມ່ນຕົ້ມເຄັມ​ໃສ່ໝາກພິກໄທ. 
ກວ່າ​ຈະຈັບປາ ທ່ອຍລ່ອຍໄດ້ຕ້ອງຊອກໃຫ້ເຫັນ​ເຮືອນ​ຮັງ ຂອງປາກ່ອນສ່ວນ​ຫລາຍ​ປາ​ມັກ​ຢູ່ດິນໂພນນ້ອຍໃນດອນ. ມີຫຼາຍວິທີຈັບປາຄື: ນຳໃຊ້ຄັນເບັດຕຶກ​ເອົາໃນຕອນກາງ ເວັນ, ນຳໃຊ້​ແສງໄຟຈັບປາ ໃນຕອນກາງຄືນ... ແຕ່ວິທີຈັບປາ ທີ່ຈັບໃຈ ແລະ ​ເປັນ​ທີ່​ນິຍົມທີ່ສຸດແມ່ນ​ໃຊ້ກະ​ແຕແຊຝັ້ນດ້ວຍ ໃບໝາກພ້າວ​ໄປປົກທາງ​ເຂົ້າ​ເຮືອນ​ຮັງ​ຂອງປາ.

ປາ ທ່ອຍລ່ອຍ ຕົ້ມເຄັມກັບໝາກພິກໄທມີລົດຊາດ ທີ່ເຂັ້ມຂຸ້ນ, ເປັນອາຫານພື້ນບ້ານຂອງແຂວງ ກ່າເມົາ. 
.
ປາ ທ່ອຍລ່ອຍ ທີ່ຈັບ​ໄດ້ແລ້ວ ຈະນຳໄປຕັດ​ຫົວ, ຕາ, ປາກ, ໄສ້ ປາອອກ, ເຊາະເກັດ, ລ້າງສະອາດແລ້ວເອືອບ​ໃສ່ ເຄື່ອງປຸງມີ: ໝາກພິກໄທ, ນຳ້ປາ, ເກືອ, ໝາກເຜັດ, ນຳ້ຕານ, ແປ້ງ ນົວ, ນຳ້ຕານ​ໄໝ້ ແລະ ຊີ້ນໝູສາມຊັ້ນ ຫຼື ນຳ້ໝາກພ້າວ.

ຫຼັງຈາກນັ້ນ ປາຈະໄດ້ເອົາ​ໃສ່ໝໍ້ດິນ, ໃສ່ນຳ້ຫນ້ອຍ​ຫນຶ່ງ ແລ້ວ ນຳໄປຕົ້ມດ້ວຍໄຟອ່ອນໆຈົນເຖິງເວລາເນື້ອປາແໜ້ນ ນຳ້​ແຫ້ງ. ປາຈະມີກິ່ນຫອມ, ລົດເຂັ້ມຄຸ້ນ, ​ເຕີມ​ດ້ວຍຜັກບົ່ວ​ໃບຊອຍ​ບາງໆ ແລ້ວປົງໝໍ້ລົງ.

ເນື້ອປາອ່ອນ, ຫວານກົມກືນກັບກິ່ນຫອມຂອງຊີ້ນໝູສາມ ຊັ້ນ, ຜັກບົ່ວ​ໃບ ແລະ ເຄື່ອງປຸງອື່ນໆ, ອາຫານ​ປະ​ເພດ​ນີ້​ກິນ​ກັບ​ເຂົ້າຈ້າວ​ຮ້ອນໆ ຫຼື ກັບເຂົ້າປຽກ ນອກ​ນັ້ນອາດ​ກິນ​ກັບ ໝາກແຕງ, ຜັກດິບ.



ປາ ທ່ອຍລ່ອຍ ເປັນໜຶ່ງໃນ 6 ຊະນິດສັດທີ່ແປກປະຫຼາດ ທີ່ສຸດໃນໂລກ ຍ້ອນມັນມີຕາ “ທ່ອຍລ່ອຍ” (ໂລ້),
ແລະ ອັນທີ່ແປກສຸດ ແມ່ນປາຊະນິດນີ້ ສາມາດມີຊີວິດ, ແລ່ນ, ເຕັ້ນ ແລະ ຊອກຫາອາຫານຢູ່ເທິງບົກ. 



ປາ ທ່ອຍລ່ອຍ ມັກຢູ່ເທິງດອນໃນເຂດປ່າຖືກນຳ້ເຄັມຊຶມເຂົ້າ ຫຼື ແຄມແມ່ນຳ້. 


ມັນມັກຂຸດຮູຢູ່ເທິງດອນ ຫຼື ແຄມແມ່ນຳ້ ເພື່ອລີ້ຕົວ.

ບົດ: ເວີນກຸຍ - ພາບ: ຫງວຽນລວນ

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ ແມ່ນຜະລິດຕະພັນພິເສດ ຂອງເມືອງ ຈຸ່ງແຄ໋ງ, ແຂວງ ກາວບັ່ງ. ໝາກກໍ່ ຈຸ່ງແຄ໋ງ ມີຊື່່ສຽງ ຍ້ອນມີຂະໜາດໃຫຍ່, ເປືອກໜາ, ແກ່ນສີເຫຼືອງ, ຫອມມັນ ແລະ ບັນຈຸປະລິມານ ທາດ ບຳລຸງສູງ. 

Top