• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານຫງວຽນທ້ຽນເຍີນເຂົ້າຮ່ວມການພົບປະກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ

ທ່ານ ຫງວຽນ​ທ້ຽນ​ເຍ​ີນ ມອບ​ຂອງ​ຂວັນ​ໃຫ້​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ
           ​​ຕອນ​ເຊົ້າ​ວັນ​ທີ 20/1, ຢູ່​ນະ​ຄອນ ໂຮ່​ຈີ​ມິນ, ຄະ​ນະ​ກຳ​ມະ​ການ​ສູນ​ກາງ ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ແລະ ຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ​ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ກັບ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດຜູ້​ດີ​ເດັ່ນ​ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ​ປີ​ລະ​ກາ 2017. ທ່ານ ຫງວຽນ​ທ້ຽນ​ເຍີນ, ປະ​ທານ ຄະ​ນະ​ກຳ​ມະ​ການ​ສູນ​ກາງ ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ເຂົ້າ​ຮ່ວມ​ການ​ພົບ​ປະ​​ສ້າງສັນ.
        ທີ່​ການ​ພົບ​ປະ, ທ່ານ ຫວູ​ຮົ່ງ​ນາມ, ຮອງລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ແຫ່​ງ​ລັດ ກ່ຽວ​ກັບ​ຊາວ ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ, ໃຫ້​ຮູ້​ວ່າ:
        “ປະ​ຊ​າ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ມີ​ທ່າ​ແຮງ​ແມ່ນ​ຮຽນ​ເກັ່ງ, ແມ່ນ​ຜູ້​​ເກັ່ງ​ກ້າສາ​ມາດ​ກ່ຽວ​ກັບ​ດ້ານ​ວິ​ທະ​ຍາ​ສາດ, ​ພຸມ​ປັນ​ຍາ. ຈຳ​ນວນ​ນັກ​ຮຽນ​ຮູ້​ແມ່ນ​ຊາວ ຫວຽດ​ນາມ ໄດ້​​ກັບ​ເມືອ​ປະ​ເທດເຂົ້າ​ຮ່ວມ​ການ​ສ້າງ​ສາ​ປະ​ເທດ​ຊາດ​ດ້ວຍ​ຈຳ​ນວນຫຼ​າຍ, ແຕ່​ລະ​ປີ​ມີ​ປະ​ມານແຕ່ 300  400 ຄົນ​ໄດ້​ກັບ​ເມືອ​ສິດ​ສອນ, ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ, ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ​ປະ​ກອບ​ສ່ວນ​ໃຫ້​ແກ່ບັນ​ດາ​ຍຸ​ດ​ທະ​ສາດ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ.”
 (ແຫຼ່ງຄັດຈາກ VOV)

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top