• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດຫວຽດນາມເດີນທາງຢ້ຽມຢາມສັນຖະວະໄມຕີສ.ອິນເດຍຢ່າງເປັນທາງການ

ທ່ານ​ນາງ ຫງວຽນ​ທິກີ​ມ​ເງິນ ກຳມະການ​ກົມ​ການ​ເມືອງ,
ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ
      ຕອນ​ບ່າຍ​ວັນ​ທີ 08/12 ທ່ານ​ນາງ ຫງວຽນ​ທິກີ​ມ​ເງິນ ກຳມະການ​ກົມ​ການ​ເມືອງ, ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ ຫວຽດນາມ ອອກ​ຈາກ ຮ່າ​ໂນ້ຍ ​ເດີນທາງ​ຢ້ຽມຢາມສັນຖະ​ວະ​ໄມຕີ ສາທາລະນະ​ລັດ ອິນ​ເດຍ ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊີນ​ຂອງທ່ານ​ປະທານ​ສະພາ​ສູງ ສ.ອິນ​ເດຍ Mohammad Hamid Ansarin ​ແລະ ທ່ານ​ປະ​ທານ​ສະພາ​ຕ່ຳ ສ.ອິນ​ເດຍ Sumitra Mahajan. ການ​ຢ້ຽມຢາມ​ຄັ້ງ​ນີ້ ມີ​ຄວາມ​ໝາຍ​ສຳຄັນ, ​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ສ.ອິນ​ເດຍ ​ເລິກ​ເຊິ່ງກ່ວາ​ອີກ; ຫັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະຫວ່າງ 2 ປະ​ເທດ​ເປັນ​ລະອຽດ; ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຫລາຍ​ດ້ານ​ລະຫວ່າງ ຫວຽດນາມ ​ແລະ ສ.ອິນ​ເດຍ ​ໃນ​ສະພາບ​ການ 2 ປະ​ເທດ​ພວມ​ມຸ່ງ​ໄປ​ເຖິງ​ພິທີ​ສະ​ເຫຼີ​ມສະຫຼອງ 45 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ (1972 - 2017) ​ແລະ 10 ປີ​ແຫ່ງ​ວັນ​ສ້າງ​ຕັ້ງການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ (2007 - 2017). ການ​ຢ້ຽມຢາມ​ຄັ້ງນີ້ ​​ເພື່ອແນ​ໃສ່​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ແລະ ອົງ​ການ​ນິຕິບັນຍັດ ອິນ​ເດຍ ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ​ກ່ວາ​ອີກ, ວາງ​ພື້ນຖານ​ໝັ້ນຄົງ​ໃຫ້​ແກ່​ການ​ພົວພັນ​​ເປັນ​ປົກກະຕິຍາວ​ນານ​ກັບ ອິນ​ເດຍ ​ໃນ​ສະພາບ​ການ ຫວຽດນາມ ພວມ​ເຊື່ອ​ມ​ໂຍງ​​​ນັບ​ມື້​ນັບ​ເລິກ​ເຊິ່ງກ້ວາງ​ຂວາງເຂົ້າ​ກັບ​ພາກ​ພື້ນ ​ແລະ ​ໂລກ.
        ສິ້ນ​ສຸດ​ການ​ຢ້ຽມຢາມ​ສັນຖະ​ວະ​ໄມຕີ ສ.ອິນ​ເດຍ ຢ່າງ​ເປັນ​ທາງ​ການ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ ຫວຽດນາມ ຈະ​ຢ້ຽມຢາມ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ບັນດາ​ປະທານ​ສະພາ​ແຫ່ງ​ຊາດຍິງ​ໂລກ​ຄັ້ງ​ທີ 11 ຢູ່ ສະຫະລັດ ອາຣັບ​​ເອມີ​ເລ ​ໃນ​ລະຫວ່າງ​ວັນ​ທີ 11 – 13/12.
 (ແຫຼ່ງຄັດຈາກ VOV)
 

ຫວຽດ​ນາມ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ​ຕໍ່​​ການ​ຜັນ​ແປ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ຢູ່​ຕາ​ເວັນ​ອອກ​ກາງ ປິນ​ຂັ້ນ​ໄດ

ຫວຽດ​ນາມ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ​ຕໍ່​​ການ​ຜັນ​ແປ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ຢູ່​ຕາ​ເວັນ​ອອກ​ກາງ ປິນ​ຂັ້ນ​ໄດ

ຫວຽດນາມ ມີຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ບັນດາການຜັນແປເຮັດໃຫ້ຄວາມເຄັ່ງຕຶງໃນປັດຈຸບັນຢູ່ພາກພື້ນຕາເວັນອອກກາງປີນຂັ້ນໄດ, ໂດຍສະເພາະແມ່ນບັນດາການກະທຳໃຊ້ອາວຸດ ລະເມີດກົດບັດ ສປຊ ແລະ ກໍ່ຜົນເສຍຫາຍຕໍ່ປະຊາຊົນ.

Top