• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດກຳປູເຈຍຕີລາຄາສູງບົດບາດຂອງຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ

ທ່າ​ນນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຕ່ອງ​ທິຟ໋ອງ
 ມີ​ບົດທາ​ບທາມ​ຄວາມ​ເຫັນ​ສຳຄັນ​ທີ່​ກອງ​ປະຊຸມ
(ພາບ: vietnam+)
       ວັນ​ທີ 29/11 ຢູ່​ນະຄອນ Siem Reap ປະ​ເທດ ກຳປູ​ເຈຍ, ກອງ​ປະຊຸມສະມັດຊາ​ລັດຖະສະພາ ອາຊີ (APA) ດຳ​ເນີນ​ບັນດາ​ວາລະ​ປະຊຸມ​ເພື່ອ​ປຶກສາ​ຫາລື​ຮ່າງ​ມະຕິ 21 ສະບັບ​ທີ່ສະ​ເໜີ​ຕໍ່​ວາລະ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 9 (APA - 9) ຮັບຮອງ​ເອົາ. ທ່າ​ນນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຕ່ອງ​ທິຟ໋ອງ ມີ​ບົດທາ​ບທາມ​ຄວາມ​ເຫັນ​ສຳຄັນ​ທີ່​ກອງ​ປະຊຸມ. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ຖື​ວ່າ: ບັນດາ​ປະ​ເທດ ອາຊີ ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ເພື່ອ​ຊຸກຍູ້​ສັນຕິພາບ, ຄວາມ​ສະຫງົບ​ປອດ​ໄພ ​ແລະ ຮັບ​ມື​ກັບ​ບັນດາ​ສິ່ງ​ທ້າ​ທາຍ​ລວມ; ສືບຕໍ່​ກໍ່ສ້າງ ​ແລະ ປັບ​ປຸງຄວາມ​ໄວ​້​ເນື້ອ​ເຊື່ອ​ໃຈ, ຍົກ​ສູງ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ, ​ແກ້​ໄຂ​ບັນດາ​ການ​ຂັດ​ແຍ້​ງກັນ​​ໂດຍ​ສັນຕິ​ວິທີ, ຄວາມ​ແຕກ​ຕ່າງ​ກັນ​ໂດຍ​ຜ່ານ​ການພົບ​ປະ​ເຈລະຈາ ​ໂດຍອີງ​ໃສ່​ບັນດາ​ຫຼັກ​ການ​ພື້ນ​ຖານ​ຂອງ​ກົດໝາ​ຍສາກົນ, ​ເຄົາລົບ​ເອກະລາດ, ອະທິປະ​ໄຕ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ກັນ. ທ່າ​ນນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຕ່ອງ​ທິຟ໋ອງ ​ເນັ້ນ​ໜັກ​ວ່າ  ດ້ວຍ​ຄວາມ​ຮັບຜິດຊອບເປັນ​ປະ​ເທດ​ເຂົ້າຮ່ວມ​ການ​ສ້າງ​ຕັ້ງ APA, ຫວຽດນາມ ຍາມ​ໃດ​ກໍ່​ຢຶດໝັ້ນ​ແນວທາງ​ການ​ຕ່າງປະ​ເທດ​ເອກະລາດ, ​ເປັນ​ເຈົ້າ​ການ, ຫັນ​ການ​ພົວພັນກັບ​ຕ່າງປະ​ເທດ​ເປັນ​ຫລາຍ​ຮູບ​ຫລາ​ຍ​ແບບ ​ແລະ ຫລາຍ​ຝ່າຍ; ​ເປັນ​ເຈົ້າ​ການ ​ແລະ ຕັ້ງໜ້າ​​ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ສາກົນ; ​ເປັນ​ເພື່ອນ​ມິດ, ​ເປັນ​ຄູ່​ຮ່ວມ​ມື​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ​ເປັນ​ສະມາຊິກ​ມີ​ຄວາມ​ຮັບຜິດຊອບ​ຂອງ​ປະຊາ​ຄົມ​ສາກົນ ​ເພື່ອ​ສັນຕິ​ພາບ - ການ​ຮ່ວມ​ມື ​ແລະ ພັດທະນາ.
        ຢູ່ນອກ​ວາລະ​ປະຊຸມ, ທ່າ​ນນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຕ່ອງ​ທິຟ໋ອງ ​ໄດ້​ເຂົ້າ​ຢ້ຽມ​ຂ່ຳນັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ກຳປູ​ເຈຍ Samdech Heng Samrin. 2 ຝ່າຍ​ຕີ​ລາຄາ​ສູງ​ການ​ພັດທະນາ​ເສດຖະກິດ, ວັດທະນະທຳ, ສັງຄົມ​ຂອງ​ປະ​ເທດ ​ແລະ ປະຊາຊົນ 2 ປະ​ເທດ ຫວຽດນາມ - ກຳປູ​ເຈຍ; ພ້ອມ​ທັງ ສະ​ແດງ​ຄວາມ​ປາດ​ຖະໜາ​ຢາກ ສືບ​ຕໍ່​ສ້າງສາ, ປັບປຸງ ​ແລະ ພັດທະນາ​ການ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​ມິດຕະພາບ, ຄວາມ​ສາມັກຄີ​ລະຫວ່າງ 2 ປະ​ເທດ​ນັບ​ມື້​ນັບ​ພັດທະນາ ​ແລະ ການຂຶ້ນ​ສູ່​ລະດັບ​ສູງ​ໃໝ່.
 (ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງປະຊຸມຈະສຸມໃສ່ແລກປ່ຽນກ່ຽວກັບການຮ່ວມມື, ເຊື່ອມຕໍ່ລະບົບ ໃນການຜະລິດຍົກສູງຄຸນຄ່າຂອງ ຜະລິດຕະພັນສົ່ງອອກຂອງເຂດໄຕງວຽນ, ເຊື່ອມຕໍ່ເຂດ ໄຕງວຽນໃນບັນດາການເຄື່ອນໄຫວສົ່ງເສີມການຄ້າ ແລະ ການນຳເຂົ້າສົ່ງອອກຕາມຂອບຂະໜາດເປັນມືອາຊີບ.

Top