• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50ປີແຫ່ງວັນລອງອານໄດ້ຮັບນາມມະຍົດ “ອົງກາດກ້າແກ່ນຕີສັດຕູ

      ຕອນເຊົ້າວັນທີ 17 ກັນຍາ, ແຂວງລອງອານໄດ້ຈັດພິທີສະເຫຼີມສະຫຼອງ 50 ປີແຫ່ງວັນລອງອານໄດ້ຮັບນາມມະຍົດ ອົງກາດກ້າແກ່ນຕີສັດຕູ” (ວັນທີ 17 ກັນຍາປີ 1967 - ວັນທີ 17 ກັນຍາປີ 2017) ແລະ ມີກຽດໄດ້ຮັບຫຼຽນໄຊເອກະລາດຊັ້ນໜຶ່ງຄັ້ງທີ 2.
      
ປະທານສະພາແຫ່ງຊາດ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50ປີແຫ່ງວັນລອງອານໄດ້ຮັບນາມມະຍົດ “ອົງກາດກ້າແກ່ນຕີສັດຕູ”   
      ທີ່ພິທີ, ບັນດາຜູ້ແທນໄດ້ພ້ອມກັນທົບທວນຄືນປະຫວັດສາດທີ່ສະຫງ່າລາສືຂອງລອງອານ. ກ່າວຄຳເຫັນທີ່ພິທີ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ຕີລາຄາສູງຄວາມມານະພະຍາຍາມ ແລະ ການປະກອບສ່ວນຂອງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງລອງອານ ແລະ ຫວັງວ່າ ລອງອານຈະສືບຕໍ່ພັດທະນາຢ່າງກ້າວກະໂດດຂັ້ນ, ບືນຕົວຂຶ້ນກາຍເປັນໜຶ່ງໃນບັນດາແຂວງຮັ່ງມີ, ເຂັ້ມແຂງໃນເຂດເສດຖະກິດຈຸດສຸມ ແລະ ຂອງທົ່ວປະເທດ.   
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: “ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ”

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບ ດ້ຽນບຽນ, ຊາວໜຸ່ມຕະລຸມບອນ, ຄົນງານເກນເຂົ້າຮ່ວມຮັບໃຊ້ບັ້ນຮົບດ້ຽນບຽນຝູ ໂດຍກົງ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (7/5/1954 - 7/7/2024).

Top