• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ປະທານສະພາແຫ່ງຊາດ ຫວຽດນາມ ສິ້ນສຸດການຢ້ຽມຢາມ ຕ່າງປະເທດ ຄັ້ງທຳອິດຢ່າງຈົບງາມ

ໃນຕອນບ່າຍວັນທີີ 1 ຕຸລາ, ປະທານສະພາແຫ່ງຊາດຫວຽດ ນາມ ທ່ານນາງ ຫງວຽນທິກິມເງີນ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ກັບຄືນເຖິງນະຄອນຫຼວງ ຮ່າໂນ້ຍໂດຍສະຫວັດ ດີພາບ, ສິ້ນສຸດການຢ້ຽມຢາມມິດຕະພາບຢ່າງເປັນທາງການ ປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ລາຊະອານາຈັກ ກຳປູເຈຍ ແລະ ສະຫະພາບ ມຽນມາ ແລະ ເຂົ້າ ຮ່ວມກອງປະຊຸມສະມັດຊາລັດຖະສະພາລະຫວ່າງຊາດ ບັນ ດາປະເທດ ອາຊີຕາເວັນອອກ ສ່ຽງໃຕ້ ຄັ້ງທີ 37 (AIPA - 37) ຢ່າງຈົບງາມ.
ການຢ້ຽມຢາມດັ່ງກ່າວໄດ້ດຳເນີນໄປແຕ່ວັນທີ 26 ກັນຍາ ເຖິງ ວັນທີ 1 ຕຸລາ ພ້ອມເຂົ້າຮ່ວມການເຄື່ອນໄຫວຕ່າງໆ 30 ກວ່າ ຄັ້ງ, ປະກອບສ່ວນເຮັດໃຫ້ຄວາມສຳພັນຮ່ວມມື ລະຫວ່າງ ສະ ພາ ແຫ່ງຊາດຫວຽດນາມ ກັບສະພາແຫ່ງຊາດລາວ, ສະພາ ແຫ່ງ ຊາດກຳປູເຈຍ ແລະ ສະພາແຫ່ງຊາດ ມຽນມາ ນັບມື້ ແໜ້ນແຟ້ນຍິ່ງຂຶ້ນ. ນີ້ແມ່ນການຢ້ຽມຢາມຕ່າງ ປະເທດ ຄັ້ງ ທຳອິດ ຂອງ ປະທານສະພາແຫ່ງຊາດ ທ່ານນາງ ຫງວຽນ ທິກິມ ເງີນ ໃນຖານະປະທານສະພາແຫ່ງຊາດ ສະໄໝທີ XIV.

ໃນຖານະຫົວໜ້າຄະນະຜູ້ແທນຫວຽດນາມ, ໃນບົດກ່າວ ປາໄສ ຢູ່ກອງປະຊຸມຄົບຄະນະຄັ້ງທຳອິດ ຂອງ AIPA-37 ຊຶ່ງຈັດຂຶ້ນ ຢູ່ນະຄອນຫລວງ ໄນປີດໍ ແຫ່ງສະຫະພາບມຽນມາ,  ປະທານ ສະພາແຫ່ງຊາດ ທ່ານນາງ ຫງວຽນທິກິມເງີນ ໄດ້ຢືນຢັນວ່າ ຫວຽດນາມ ໄດ້ເປັນເຈົ້າການຢ່າງຕັ້ງໜ້າ, ເຂົ້້າຮ່ວມ ແລະ ມີ ຄວາມ ຮັບຜິດຊອບສູງຕໍ່ບັນຫາພາກພື້ນ ແລະ ສາກົນ. ປ່ຽນໃໝ່ ບັນດາຂັ້ນຕອນເຄື່ອນໄຫວ ຂອງ AIPA, ຮ່ວມມືເພື່ອ AIPA ທີ່ຂະຫຍັນຂັນແຂງ, ມີຊີວິດຊີວາ ກໍຄື ເພື່ອຄວາມກ້າວໜ້າ ຂອງ ອາຊຽນ.


ປະທານສະພາແຫ່ງຊາດລາວ ທ່ານນາງ ປານີ ຢາທໍ່ຕູ້ ຕ້ອນ ຮັບປະທານສະພາແຫ່ງຊາດຫວຽດນາມ ທ່ານນາງ ຫງວຽນ ທິກິມເງີນ. ພາບ: ຈ້ອງດຶກ/VNA


ປະທານສະພາແຫ່ງຊາດຫວຽດນາມ ທ່ານນາງ ຫງວຽນທິກິມ ເງີນ ທຳການພົບປະເຈລະຈາກັບປະທານ ສະພາແຫ່ງຊາດລາວ ທ່ານນາງ ປານີ ຢາທໍ່ຕູ້. ພາບ: ຈ້ອງດຶກ/VNA


ປະທານສະພາແຫ່ງຊາດລາວ -ຫວຽດນາມ ເປັນປະທານຮ່ວມ ໃນງານສຳມະນາກ່ຽວກັບ “ບົດຮຽນຄຸ້ມຄອງໜີ້ສາທາລະນະ”. ພາບ: ຈ້ອງດຶກ/VNA

ຈຸດເດັ່ນໃນການຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນ ທາງການນັ້ນແມ່ນປະທານສະພາແຫ່ງຊາດ ຫວຽດນາມ ແລະ ປະທານສະພາແຫ່ງຊາດລາວ ໄດ້ເປັນປະທານຮ່ວມ ໃນງານ ສຳມະນາ “ບົດຮຽນໃນການຄຸ້ມຄອງໜີ້ສາທາລະນະ”. ງານສຳ ມະນາດັ່ງກ່າວໄດ້ສະແດງເຖິງບົດບາດ, ຄວາມຮັບຜິດຊອບ ຂອງ ສະພາແຫ່ງຊາດ ສອງປະເທດ ຕໍ່ບັນຫາສຳຄັນຕ່າງໆ ຂອງ ປະເທດຊາດ ໃນການຄຸ້ມຄອງເສດຖະກິດ, ພ້ອມກັນນັ້ນ ກໍສະ ແດງອອກຢ່າງມີຊີວິດຊີວາ ຂອງການພົວພັນຮ່ວມມື ທີ່ ນັບ ມື້ ແໜ້ນແຟ້ນ ແລະ ມີປະສິດທິຜົນລະຫວ່າງ ສະພາແຫ່ງຊາດ ແລະ ລັດຖະບານຫວຽດນາມ ແລະ ລາວ.

ໃນການຢ້ຽມຢາມ ລາຊະອານາຈັກກຳປູເຈຍ, ປະທານສະພາ ແຫ່ງຊາດ ທ່ານນາງ ຫງວຽນທິກິມເງີນ ໄດ້ພົບປະເຈລະຈາກັບ ປະທານສະພາແຫ່ງຊາດ ກຳປູ ເຈຍ ທ່ານ ເຮັງຊຳຣິນ. ສອງ ຝ່າຍເຫັນວ່າ ໃນສະຖານະການໂລກ ແລະ ພາກພື້ນພວມ ມີ ການຜັນແປໄປຢ່າງສັບສົນ, ການພົວພັນສາມັກຄີລະຫວ່າງ ສອງຊາດຕ້ອງສືບຕໍ່ປັບປຸງ ແລະ ພັດທະນາ. ຍາມໃດ ຫວຽດ ນາມ ກໍຖືສຳຄັນ ແລະ ໃຫ້ບຸລິມະສິດແຖວໜ້າ ໃຫ້ແກ່ການປັບ ປຸງ ແລະ ເພີ່ມທະວີການພົວພັນແບບບ້ານໃກ້ເຮືອນ ຄຽງຢ່າງ ຈົບງາມ, ໄມຕີ ຈິດມິດຕະພາບອັນເປັນມູນເຊື້ອ, ການຮ່ວມມື ຮອບດ້ານ, ໝັ້ນຄົງຍາວນານ ກັບກຳປູເຈຍ.

ປະທານສະພາແຫ່ງຊາດຫວຽດນາມ ທ່ານນາງ ຫງວຽນທິກິມ ເງີນ ຢ້ຽມຢາມສັນຖະວະໄມຕີ ລາຊະອານາຈັກກຳປູເຈຍ ຢ່າງເປັນທາງການ. ພາບ: ຈ້ອງດຶກ/VNA


ປະທານສະພາແຫ່ງຊາດຫວຽດນາມ ທ່ານນາງ ຫງວຽນທິກິມ ເງີນ ທຳການພົບປະກັບປະທານສະພາແຫ່ງຊາດ ກຳປູເຈຍ ສົມເດັດ ເຮັງຊຳຣິນ. ພາບ: ຈ້ອງດຶກ/VNA

ໃນການພົບປະແລກປ່ຽນຄຳຄິດຄຳເຫັນ ກັບປະທານ ສະພາ ສູງກຳປູເຈຍ ທ່ານ ໄຊ ຈຮູມ (Say Chhum) ຊົມຊົມເຊີຍ ຕໍ່ ຜົນສຳເລັດ ທີ່ບັນລຸໄດ້ໃນໄລຍະຜ່ານມາ ກ່ຽວກັບວຽກງານ ແບ່ງຂີດຂັ້ນ ແລະ ປັກຫຼັກໝາຍຊາຍແດນລະຫວ່າງສອງປະ ເທດ, ປະທານສະພາແຫ່ງຊາດ ທ່ານນາງ ຫງວຽນທິກິມເງີນ ແລະ ປະທານສະພາສູງ ສົມເດັດ ໄຊ ຈຮູມ ມີຄວາມປາດຖະ ໜາ ຢາກໃຫ້ສອງປະເທດ ພ້ອມກັນແກ້ໄຂບັນຫາຕ່າງໆ ທີ່ຍັງ ຄ້າງຄາ ກ່ຽວກັບເສັ້ນຊາຍແດນ ສອງປະເທດ ດ້ວຍສັນຕິວິທີ ເພື່ອ ພ້ອມກັນສ້າງເປັນເສັ້ນຊາຍ ແດນແຫ່ງສັນຕິພາບ, ມິດ ຕະພາບ, ຮ່ວມມື ແລະ ພັດທະນາ; ພ້ອມນີ້ທັງສອງຍັງເຫັນວ່າ ການສຳ ເລັດວຽກງານແບ່ງຂີດຂັ້ນ ແລະ ປັກຫຼັກໝາຍ ຊາຍ ແດນ ເປັນຊັບສົມບັດອັນລ້ຳຄ່າ ໃຫ້ແກ່ ຮຸ່ນລູກຮຸ່ນຫຼານ.

ໃນການຢ້ຽມຢາມ ສະຫະພາບມຽນມາ, ບັນຫາພົ້ນເດັ່ນໃນການ ພົບປະ, ບັນດາຜູ້ນຳຂັ້ນສູງມຽນມາ ຕ່າງ ກໍຕີລາຄາສູງຕໍ່ຜົນ ສຳເລັດຕ່າງໆ ທີ່ຫວຽດນາມຍາດມາໄດ້ ໃນຂົງເຂດເສດຖະ ກິດ-ສັງຄົມທີ່ຫວຽດນາມໃນຂະບວນວິວັດແຫ່ງ ການປ່ຽນແປງ ໃໝ່ ແລະ ສະແດງອອກມາຄວາມມຸ່ງຫວັງ ຢາກ ໃຫ້ຫວຽດນາມ ແບ່ງປັນບົດຮຽນ ຈາກຜົນສຳເລັດດັ່ງກ່າວ. ບັນດາຜູ້ນຳ ມຽນມາ ໃຫ້ຮູ້ວ່າ ປະຈຸບັນ ມຽນມາ ກຳລັງພັດທະນາ ປະເທດ ແລະ ເຊ່ືອມໂຍງເຂົ້າກັບສາກົນ, ຈະອຳນວຍຄວາມສະດວກຍິ່ງຂຶ້ນ ໃນດ້ານນະໂຍບາຍກົດໝາຍ ເພື່ອ ດຶງດູດບັນດານັກລົງທຶນ ຈາກຕ່າງປະເທດໃນນັ້ນມີທັງຫວຽດນາມ.

ປະທານສະພາແຫ່ງຊາດຫວຽດນາມ ທ່ານນາງ ຫງວຽນທິກິມ ເງີນ ທຳການພົບປະເຈລະຈາກັບປະທານສະພາສູງ ມຽນມາ ທ່ານ Mahn Win Khaing Than.  ພາບ: ຈ້ອງດຶກ/VNA


ປະທານສະພາແຫ່ງຊາດຫວຽດນາມ ທ່ານນາງ ຫງວຽນທິກິມ ເງີນ ເຂົ້າຮ່ວມວາລະປະຊຸມຂອງຄະນະບໍລິຫານງານ AIPA-37. ພາບ: ຈ້ອງດຶກ/VNA


ພາບລວມໃນວາລະປະຊຸມຂອງຄະນະບໍລິຫານງານ AIPA-37. ພາບ: ຈ້ອງດຶກ/VNA
 
ປະຕິບັດໂດຍ: VNA/VNP

ການພົວພັນ ຫວຽດນາມ-ອົດສະຕຣາລີ ຍົກລະດັບເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ

ການພົວພັນ ຫວຽດນາມ-ອົດສະຕຣາລີ ຍົກລະດັບເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ

ພາຍຫຼັງກວ່າ 50 ປີແຫ່ງການສ້າງຕັ້ງ ສາຍພົວພັນທາງການທູດ, ຫວຽດນາມ ແລະ ອົດສະຕຣາລີ ໄດ້ສ້າງສາຍພົວພັນທີ່ໜັກແໜ້ນ ແລະ ຮອບດ້ານ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ ດ້ານຍຸດທະ ສາດ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ. ໃນກອບການຢ້ຽມຢາມ ປະເທດ ອົດສະຕຣາລີ ຢ່າງເປັນທາງການ ຂອງ ທ່ານນາຍົກລັດຖະ ມົນຕີ ຟ້າມມິງຈິ໋ງ ໃນເດືອນ ມີນາ ຜ່ານມາ ຕາມຄຳເຊີນ ຂອງ ທ່ານນາຍົກລັດຖະມົນຕີ ອົດສະຕຣາລີ Anthony Albanese, ສອງຝ່າຍໄດ້ປະກາດ ຍົກລະດັບການພົວພັນ ສອງຝ່າຍ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

Top