• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ພົບປະເຈລະຈາກັບປະທານສະພາແຫ່ງຊາດ ກຳປູເຈຍ

      ໂດຍໄດ້ຮັບຄຳເຊີນຂອງທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດລາຊະອານາຈັກ ກຳປູເຈຍ ໂດຍທ່ານປະທານສະພາແຫ່ງຊາດ ກຳປູເຈຍ Samdech Heng Samrin ນຳໜ້າຢ້ຽມຢາມມິດຕະພາບ ຫວຽດນາມ ຢ່າງເປັນທາງການ,

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ
ແລະ ທ່ານປະທານສະພາແຫ່ງຊາດ ກຳປູເຈຍ Samdech Heng Samrin 
      ເຂົ້າຮ່ວມບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ກຳປູເຈຍ ແລະ ເຂົ້າຮ່ວມກອງປະຊຸມປະທານແນວໂຮມປະເທດຊາດ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ແຕ່ວັນທີ 23 ເຖິງ ວັນທີ 26 ມິຖຸນາ. ຕອນບ່າຍວັນທີ 23 ມິຖຸນາ, ທີ່ສຳນັກງານສະພາແຫ່ງຊາດ, ໄດ້ດຳເນີນພິທີຕ້ອນຮັບປະທານສະພາແຫ່ງຊາດ ກຳປູເຈຍ ຢ່າງສົມກຽດ. ພາຍຫລັງພິທີຕ້ອນຮັບ ປະທານສະພາແຫ່ງຊາດ 2 ທ່ານໄດ້ດຳເນີນການເຈລະຈາ. ທີ່ການເຈລະຈາ, ປະທານສະພາແຫ່ງຊາດ 2 ທ່ານ ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ພົບປະການນຳຂັ້ນສູງ, ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ແນໃສ່ສົມທົບກັນປະຕິບັດບັນດາບັນຫາທີ່ມີລັກສະນະຍຸດທະສາດ; ແບ່ງປັນຂໍ້ມູນຂ່າວ, ແລກປ່ຽນບົດຮຽນ, ມາດຕະການລະອຽດ ເພື່ອແກ້ໄຂບັນດາບັນຫາທີ່ເກີດຂຶ້ນໃນການພົວພັນ 2 ປະເທດຢ່າງທັນການ ບົນຈິດໃຈເຂົ້າໃຈ, ເຊື່ອໝັ້ນ, ເໝາສົມກັບກົດໝາຍ ຫວຽດນາມ, ກົດໝາຍກຳປູເຈຍ ແລະ ທຳນຽມສາກົນ.
        2 ຝ່າຍເຫັນດີເປັນເອກະພາບ ຮັກສາການພົວພັນລະຫວ່າງບັນດາອົງການພັກ, ການພົວພັນການທູດຂອງລັດ, ການພົວພັນປະຊາຊົນເປັນປະຈຳ; ຊຸກຍູ້ບັນດາການເຄື່ອນໄຫວມິດຕະພາບ ແລະ ຍູ້ແຮງການໂຄສະນາ, ສຶກສາອົບຮົມກ່ຽວກັບມູນເຊື້ອສາມັກຄີ, ມິດຕະພາບ, ການຮ່ວມມືຮອບດ້ານ ຫວຽດນາມ - ກຳປູເຈຍ ໃນປະຊາຊົນທຸກຊັ້ນວັນນະ, ພິເສດແມ່ນລຸ້ນໜຸ່ມຂອງ 2 ປະເທດຢ່າງບໍ່ຢຸດຢັ້ງ.
        ເນື່ອງໃນໂອກາດນີ້, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ສະເໜີ 2 ຝ່າຍສືບຕໍ່ເຈລະຈາ ເພື່ອເຊັນສັນຍາການຄ້າຊາຍແດນ ຫວຽດນາມ - ກຳປູເຈຍ ໂດຍໄວ.
(ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top