• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດເຈີນດ້າຍກວາງຕ້ອນຮັບລັດຖະມົນຕີການຄ້າຕ່າງປະເທດແລະອຸດສາຫະກຳມາເລເຊຍ

(ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ 
ຕ້ອນ​ຮັບ​ທ່ານ Datuk Seri Mustapa Mohamed)
           ຕອນ​ບ່າຍ​ວັ​ນ​ທີ 08/12, ຢູ່​ສຳ​ນັກ​ງານ​ປະ​ທານ​ປະ​ເທດ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຄ້າ​ຕ່າງ​ປະ​ເທດ ແລະ ອຸ​ດສາ​ຫະ​ກຳ​ມາ​ເລ​ເຊຍ Datuk Seri Mustapa Mohamed ທີ່​ພວມ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ. ທ່ານ​ປະ​ທານ​ປະ​ເທດ ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ ນັບ​ແຕ່​ເມື່ອ​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ຮ່ວ​ມ​ມື​ຍຸດ​ທະ​ສາດ​ໃນ​ເດືອນ 08/2015, ກ​ານ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ໄດ້​ມີ​ບັນ​ດາ​ບາດກ​້າວ​ພັດ​ທະ​ນາ​ທີ່​ໜ້າ​ຊົມ​ຊື່ນ ໃນ​ຫຼາຍ​ຂົງ​ເຂດ​ການ​ເມືອງ, ເສດ​ຖະ​ກິດ, ການ​ຄ້າ, ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ນ້ຳ​ມັນ​ອາຍ​ແກັດ… ການ​ຮ່ວມ​ມື​ດ້ານ​ການ​ເມືອງ​ນັບ​ມື້​ນັບ​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ. ກ່ຽວ​ກັບ​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ, ທ່ານ​ປະ​ທານ​ປະ​ເທດ​ສະ​ເໜີ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ, 2 ຝ່າຍ​ມາ​ນະ​ພະ​ຍາ​ຍາມ​ເປັນ​ເອ​ກະ​ພາບ​ກ່ຽວ​ກັບ​ເວ​ລາ ແລະ ​ການດຳ​ເນີນກອງ​ປະ​ຊຸມ​ຄັ້ງ​ທີ 5 ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ລວມ​ລະ​ຫວ່າງ 2 ປະ​ເທດ. ພ້ອມ​ກັນ​ນັ້ນ, 2 ຝ່າຍ​ຄວ​ນ​ຮັບ​ຮອງ​ເອ​ົາ ແລະ ປະ​ຕິ​ບັດ​ໂຄງ​ການ​ດຳ​ເນີນ​ງານ​ຫວຽດ​ນາມ - ມາ​ເລ​ເຊຍ 2017 – 2019 ໂດຍ​ໄວ, ເພື່ອ​ແນ​ໃສ່​ຜັນ​ຂະ​ຫຍ​າຍ​ບັນ​ດາ​ການ​ຮ່ວມ​ມື​ຢ່າງ​ລະ​ອຽດ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ.
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top