• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດເຈີນດ້າຍກວາງ ພົບປະກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ

ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ ​ພົບ​ປະ​ໂອ້​ລົມກັບ​ຊາວ​ຫວຽດ​ນ​າມ​
ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ກັບ​ເມືອ​ຕ້ອນ​ຮັບ​ບຸນ​ເຕັດ
           ວັນ​ທີ 20/1, ຢູ່​ນະ​ຄອນໂຮ່​ຈິ​ມິນ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ ໄດ້​ມີ​ການ​ພົບ​ປະ​ໂອ້​ລົມກັບ​ບັນ​ດາ​ຜູ້​ແທນ​ຊາວ​ຫວຽດ​ນ​າມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ກັບ​ເມືອ​ຕ້ອນ​ຮັບ​ບຸນ​ເຕັດ ແລະ ເຂົ້າ​ຮ່ວມ​ລາຍ​ການ “ ລະ​ດູ​ບານ​ໃໝ່​ແຫ່ງ​ບ້ານ​ເກີດ​ເມືອງນອນປີ 2017”.  ທີ່​ການ​ພົບ​ປະ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ ໄດ້​ຊົມ​ເຊີຍ ແລະ ຕີ​ລາ​ຄາ​ສູງ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ວ​ໜ້າ​ຂອງ​ພໍ່​ແມ່​ພີ​ນ້ອງຊາວ​ຫວຽດ​ນ​າມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດເຂົ້າ​ໃນຜົນ​ງານລວມ​ຂອງ​ປະ​ເທດ​ຊາດ. ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ ຫວັງ​ວ່າ ພໍ່​ແມ່​ພີ​ນ້ອງຊາວ​ຫວຽດ​ນ​າມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດສືບ​ຕໍ່​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງໜ້າ ແລະ ມີ​ປະ​ສິດ​ທິ​ຜົນ, ນຳ​ປະ​ເທດ​ຊາດ​ນັບ​ມື້​ນັບ​ພັດ​ທະ​ນາ​ກ້າວ​ຂຶ້ນ, ມີ​ທີ່​ຕັ້ງ​ອັນ​ເໝາະ​ສົ​ມ​ໃນ​ພາກ​ພື້ນ ແລະ ສາ​ກົນ. ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ ຢືນ​ຢັນ​ວ່າ ພັກ, ລັດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ​ຍາມ​ໃດ​ກໍ​ຖືຊາວ​ຫວຽດ​ນ​າມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດແມ່ນ​ພາກ​ສ່​ວນ​ໜຶ່ງ​ທີ່ບໍ່​ອາດ​ຕັດ​ແຍກ​ອອກ​ຈາກ​ຊາດ​ຫວຽດ​ນາມ​ໄດ້, ຍາມ​ໃດ​ກໍ​ເປີດ​ກ້​ວາງ​ອ້ອມ​ແຂນ​ເພື່ອ​ຕ້ອນ​ຮັບຊາວ​ຫວຽດ​ນ​າມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດກັບ​ຄືນ​ມາ​ຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງ​ສາ​ປະ​ເທດ​ຊາດ.
(ແຫຼ່ງຄັດຈາກ VOV)

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top