• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດເຂົ້າຮ່ວມພິທີສະເຫຼີມສະຫຼອງວັນມູນເຊື້ອສະຫະພັນຊາວໜຸ່ມຫວຽດນາມຄົບຮອບ 60 ປີ


ພິ​ທີ​ສະ​ເຫຼີມ​ສະຫຼອງ ວັນ​ມູນ​ເຊື້ອ​ສະ​ຫະ​ພັນ
ຊາວ​ໜຸ່ມຫວຽດ​ນາມ ຄົບ​ຮອບ 60 ປີ

      ພິ​ທີ​ສະ​ເຫຼີມ​ສະຫຼອງ ວັນ​ມູນ​ເຊື້ອ​ສະ​ຫະ​ພັນ​ຊາວ​ໜຸ່ມຫວຽດ​ນາມ ຄົບ​ຮອບ 60 ປີ (15/10/1956-15/10/2016) ແລະ ມອບ​ລາງວັນ “15 ເດືອນ 10” ໄດ້​ດຳ​ເນີນ​ໃນ​ຕອນ​ຄ່ຳ​ວັນທີ 13/10, ຢູ່​ຮ່າ​ໂນ້ຍ. ກ່າວ​ຄວາມ​ເຫັນ​ທີ່​ພິ​ທີ​ສະ​ເຫຼີມ​ສະຫຼອງ, ທ່ານ ປະ​ທານ​ປະ​ເທດ​ ເຈີ່ນ​ດ້າຍກວາງ ​ຍ້ອງ​ຍໍ​ສັນ​ລະ​ເສີນ ສະ​ຫະ​ພັນ​ຊາວ​ໜຸ່ມ​ຫວຽດ​ນາມ ໄດ້ມີ​ຄວາມມາ​ນະ​​ພະ​ຍາ​ຍາມ​ປ່ຽນ​ແປງໃໝ່ຫຼາຍ​ຢ່າງ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ໃນ​ການ​ຈັດ​ຕັ້ງ, ການເຄື່ອນ​ໄຫວ, ຕອບ​ສະ​ໜອງ​ ​​ຄວາມ​ຮຽກ​ຮ້ອງຕ້ອງ​ການ, ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ຊາວ​ໜຸ່ມນັບ​ມື້​ນັບ​ດີ. ທ່ານ ປະ​ທານ​ປະ​ເທດ​ ເຈີ່ນ​ດ້າຍກວາງ ສະ​ເໜີ​ ໃຫ້​ສະ​ຫະ​ພັນ​ຊາວ​ໜຸ່ມ​ຫວຽດ​ນາມ ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ເນື້ອ​ໃນ, ແບບ​ແຜນ​ການ​ເຄື່ອນ​ໄຫວ; ສືບ​ຕໍ່​ບຳ​ລຸງ​ສ້າງ, ເສີມ​ຂະ​ຫຍາຍ, ຍົກ​ສູງ​​ສະ​ຕິຄວາມ​ຮັບ​ຮູ້​ທາງ​ດ້ານ​ການ​ເມືອງ, ແນວ​ຄິດ, ນ້ຳ​ໃຈ​ຮັກ​ຊາດ, ​ອຸ​ດົມ​ຄະ​ຕິ ແລະ ຄຸນ​ສົມ​ບັດ​ປະ​ຕິ​ວັດ, ​ແບບ​ແຜນ​ດຳ​ລົງ​ຊີ​ວິດ​ທີ່​ປອດ​ໃສ​ໃຫ້ສະ​ມາ​ຊິກ, ຊາວ​ໜຸ່ມ
        “ເຕົ້າ​ໂຮມ​​ຊາວ​ໜຸ່ມ​ທຸກ​ຊັ້ນ​ຄົນຢ່າງກວ້າງ​ຂວາງ, ເປັນ​ຕົ້ນ​ແມ່ນຊາວ​ໜຸ່ມ​ຊົນ​ເຜົ່າ, ຊາວ​ໜຸ່ມ​ຢູ່​ເຂດ​ຫ່າງ​ໄກ​ສອກ​ຫຼີກ, ເຂດ​ປະ​ສົບ​ຄວາມຫຍຸ້ງ​ຍາກ​ພິ​ເສດ​ ດ້ວຍ​ບັນ​ດາຮູບ​ການ, ມາດ​ຕະ​ການ​ທີ່​ອຸ​ດົມ​ສົມ​ບູນ, ​ມີ​ຊີ​ວິດ​ຊີ​ວາ, ສອດ​ຄ່ອງ​ກັບ​ຈຸດ​ພິ​ເສດ, ເກນອາ​ຍຸ​ຂອງ​ຊາວ​ໜຸ່ມ. ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ກັບ​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ​ໂຮ່​ຈີ​ມິນ​ ປະ​ຕິ​ບັດ​ວຽກ​ງານ​ການ​ສຶກ​ສາອົບ​ຮົມ, ການ​ກຳ​ນົດທິດ​ຊາວ​ໜຸ່ມ​ເປັນ​ຢ່າງ​ດີ, ປະ​ກອບ​ສ​່ວນ​ກໍ່ສ້າງ​​​ຊົນຊັ້ນ​ຊາວ​ໜຸ່ມ​ລຸ່ນໃໝ່ ​ໃຫ້​ມີ​ນ້ຳ​ໃຈ​ຮັກ​ຊາດ, ຮັກ​ລະ​ບອບ, ຮັກ​ຄອບ​ຄົວ, ດຳ​ລົງ​ຊີ​ວິດແບບ​ມີ​ວັດ​ທະ​ນະ​ທຳ, ​ມີສາຍ​ຈິດ​ມິດ​ໃຈ, ເຕັມ​ໄປ​ດ້ວຍ​ຄວາມ​ເມັດ​ຕາ​ປາ​ນີ”.
        ທ່ານ ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ສະ​ເໜ​ີ​ ບັນ​ດາ​ກະ​ຊວງ, ຄະ​ນະ, ຂະ​ແໜງ​ການ, ທ້ອງ​ຖິ່ນ ສືບ​ຕໍ່ເອົາ​ໃຈ​ໃສ່​ຊີ້​ນຳ, ນຳ​ພາ, ຊ່ວຍ​ເຫຼືອ, ສ້າງ​ເງື່ອນ​ໄຂ​ສະ​ດວກ ເພື່ອ​ໃຫ້ ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ​ໂຮ່​ຈີ​ມິນ , ສະ​ຫະ​ພັນ​ຊາວ​ໜຸ່​ມຫວຽດ​ນາມ ເຄື່ອນ​ໄຫວ​ນັບ​ມື້​ນັບ​ມີ​ປະ​ສິດ​ທິ​ຜົນ.
        ທີ່​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ, ສູນ​ກາງ​ສະ​ຫະ​ພັນ​ຊາວ​ໜຸ່ມ​ຫວຽດ​ນາມ ໄດ້​ຍ້ອງ​ຍໍ ​ມອບ​ລາງວັນ “15 ເດືອນ 10” ໃຫ້​ພະ​ນັກ​ງານ​ສະ​ມາ​ຄົມ, ສະ​ມາ​ຊິກ​ຊາວ​ໜຸ່ມ, ຊາວ​ໜຸ່ມ ທີ່ມີ​ຜົນ​ງານດີ​ເດັ່ນ ​ໃນ​​ການ​ປະ​ຕິ​ບັດ​ງານ​ຂອງສະ​ມາ​ຄົມ ແລະ ຂະ​ບວນ​ການ​ຊາວ​ໜຸ່ມ 80 ຄົນ.
(ແຫຼ່ງຄັດຈາກ VOV)

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ພ້ອມກັບປະກອບສວ່ນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ.

Top