• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດເຂົ້າຮ່ວມກອງປະຊຸມສະຫລຸບວຽກງານປີ2016ຂອງຫ້ອງວ່າການປະທານປະເທດ

ປະທານປະເທດ ​ເຈີ່ນ​ດ້າຍ​ກວາງ ເຂົ້າຮ່ວມກອງປະຊຸມສະຫລຸບ
ວຽກງານປີ2016ຂອງຫ້ອງວ່າການປະທານປະເທດ
      ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ໃນຕອນ​ເຊົ້າ​ວັນ​ທີ 19/01, ທ່ານ​ປະ​ທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ ຮັບ​ຮູ້ ​ແລະ ຍ້ອງຍໍ​ບັນດາ​ຄວາມ​ມານະ​ພະຍາຍາມຂອງ​ໝູ່​ຄະນະ​ຫ້ອງ​ວ່າການ​ປະທານ​ປະ​ເທດ​ໃນ​ປີຜ່ານມາ. ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ໃສ່​ໃຈ​ວ່າ ໝູ່​ຄະນະ​ພະນັກງານ, ພາລະ​ກອນ, ຜູ້ອອກ​ແຮງ​ງານ​ຫ້ອງ​ວ່າການ​ປະທານ​ປະ​ເທດ ຄວນ​ຍົກ​ສູງ​ຄຸນ​ນະພາ​ບວຽກ​ງານ​ເສນາ​ທິການ, ຮັບ​ໃຊ້​ໃຫ້​ປະທານ, ຮອງ​ປະທານ​ປະ​ເທດ​ກ່ວາ​ອີກ.
        ປີ 2017, ຫ້ອງ​ວ່າການ​ປະທານ​ປະ​ເທດ​ກຳນົດ​ສືບ​ຕໍ່​ປະຕິບັດ​ດີ​ບັນດາ​ວຽກ​ງານທຸກ​ດ້ານ​ທີ່​ກ່ຽວຂ້ອງ​ເຖິງ​ບັນດາ​ຂົງ​ເຂດອຳນາດນິຕິບັນຍັດ; ອຳນາດ​ບໍລິຫານ; ອຳນາດ​ຕຸ​ລະກາ​ນ; ການ​ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ; ການ​ທູດ; ການຈັດ​ຕັ້ງ​ບໍລິຫານ; ບໍລິຫານການ​ເງິນ ​ແລະ ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ຂະ​ບວນການ​ແຂ່ງຂັນ​ຂອງ​ບັນດາ​ໝູ່​ຄະນະ​ໃນ​ຫ້ອງ​ວ່າການ. ​ໃນ​ນັ້ນ ສືບ​ຕໍ່​ຍົກ​ສູງ​ຄຸນ​ນະພາ​ບວຽກງານ​ຄົ້ນຄວ້າ​ກ່ວາ​ອີກ, ປະກອບ​ຄຳ​ເຫັນ​​ໃສ່​ຮ່າງ​ກົດໝາຍ; ລັດຖະບັນຍັດ; ​ເປັນ​ເຈົ້າ​ການ​ແກ້​ໄຂ, ​ແກ້​ໄຂ​ຢ່າງ​ທັນ​ການ, ຖືກ​ຕາມ​ຂັ້ນ​ຕອນ​ຂອງ​ກົດໝາຍ​…ສົມທົບ​ກັບ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ບັນດາ​ອົງການ​ກ່ຽວຂ້ອງ​ກະກຽມ​ບັນດາ​ເອກະສານ, ວຽງານ​ພິທີການ, ພະລາທິການ, ຈັດ​ຕັ້ງ​ການ​ຮັບ​ໃຊ້ລາຍການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ​ຂອງ​ປະທານ​ປະ​ເທດ, ຮອງ​ປະທານ​ປະ​ເທດ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ, ພິ​ເສດ​​ແມ່ນ​ລາຍການ​ເຄື່ອນ​ໄຫວ​ພົ​ວພັນ​ຕ່າງປະ​ເທດ​ຂອງ​ປະທານ​ປະ​ເທດ​ດ້ວຍ​ບົດບາດ​ເປັນ​ປະ​ເທດ​ເຈົ້າພາບ APEC ປີ 2017 ​ເຊິ່ງຈັດ​ຕັ້ງ​ຢູ່ ຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ຕອນເຊົ້າວັນທີ 18 ເມສາ ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ເປັນວັນບຸນບູຊາເຈົ້າຊີວິດຮຸ່ງ, ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ຈັດພິທີບູຊາເຈົ້າຊີວິດຮຸ່ງ, ແນໃສ່ສະແດງຄວາມຮູ້ບຸນຄຸນບັນດາເຈົ້າຊີວິດຮຸ່ງທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ.

Top