• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ເຈີນດ້າຍກວາງ ຕ້ອນຮັບຫົວໜ້າບັນນາທິການໃຫຍ່ສຳນັກຂ່າວສານຊິນຮວາ, ປະເທດຈີນ

      ຕອນບ່າຍວັນທີ 24 ພຶດສະພາ ທີ່ສຳນັກງານປະທານປະເທດ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານຫົວໜ້າບັນນາທິການໃຫຍ່ສຳນັກຂ່າວສານຊິນຮວາ, ປະເທດຈີນ ທາຍມິນຈາວ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. 

(ທ່ານປະທານປະເທດເຈີນດ້າຍກວາງ
ຕ້ອນຮັບຫົວໜ້າບັນນາທິການໃຫຍ່ສຳນັກຂ່າວສານຊິນຮວາ)
      ທີ່ການຕ້ອນຮັບ, ທ່ານປະທານປະເທດເຈີນດ້າຍກວາງ ເນັ້ນໜັກວ່າ, ໃນຊຸມປີຜ່ານມາ, ການພົວພັນລະຫວ່າງ 2 ພັກ, 2 ລັດ ສືບຕໍ່ມີທ່າອ່ຽງຮ່ວມມື ແລະ ພັດທະນາ ບັນລຸບາດກ້າວພັດທະນາໃໝ່. ໃນນັ້ນ, ການເຄື່ອນໄຫວຮ່ວມມືລະຫວ່າງບັນດາອົງການຂ່າວສານ 2 ປະເທດໃນໄລຍະຜ່ານມາ ກໍ່ໄດ້ຮັບການຍູ້ແຮງ, ປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນ 2 ປະເທດ ຜ່ານແຫຼ່ງຂ່າວຢ່າງເປັນທາງການຂອງແຕ່ລະສຳນັກຂ່າວສານ. ທ່ານປະທານປະເທດ ເຈີນດ້າຍກວາງ ສະແດງຄວາມເຊື່ອໝັ້ນວ່າ ສື່ມວນຊົນ 2 ປະເທດເວົ້າລວມ, ສຳນັກຂ່າວສານຫວຽດນາມ ແລະ ສຳນັກຂ່າວສານຊິນຮວາ ເວົ້າສະເພາະ ຈະສືບຕໍ່ເປີດກວ້າງການຮ່ວມມືໃນສັງກາດດີຈີຕອນ.
        ທ່ານປະທານປະເທດໃຫ້ຮູ້ວ່າ, ປີ 2017 ຫວຽດນາມ ແມ່ນປະເທດເຈົ້າພາບຈັດກອງປະຊຸມ APEC 2017, ສະນັ້ນ, ນີ້ກໍ່ແມ່ນໂອກາດເພື່ອໃຫ້ສຳນັກຂ່າວສານ 2 ປະເທດ ສົມທົບກັນ, ແບ່ງປັນຂໍ້ມູນຂ່າວສານກ່ຽວກັບການຮ່ວມມືໃນຂອບເຂດ APEC ເພື່ອແນໃສ່ຊອກຫາກຳລັງໜູນໃໝ່ ຊຸກຍູ້ການເຕີບໂຕແບບຍືນຍົງ, ກວມລວມ, ມີຫົວຄິດປະດິດສ້າງ ແລະ ຍູ້ແຮງການຮ່ວມສຳພັນດ້ານເສດຖະກິດຂອງພາກພື້ນໃນໄລຍະໃໝ່.
(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top