• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານ Fidel Castro: ສັນຍາລັກຂອງການປະຕິວັດ ກູບາ


(ປະທານ Fidel Castro: ສັນຍາລັກຂອງການປະຕິວັດ ກູບາ)
      ໃນ​ຂະນະ​ນັ້ນ, ສຳລັບ​ປະຊາຊົນ ກູ​ບາ, ການ​ນຳ Fidel Castro ​ພັດເປັນ​ສັນຍາ​ລັກຂອງ​ການ​ປະຕິວັດ ກູ​ບາ. ບັນດາ​ການ​ປະກອບສ່ວນ​ຂອງ​ການ​ນຳ Fidel Castro ​ໃຫ້​ແກ່ ກູ​ບາ ​ແມ່ນ​ໃຫຍ່​ຫຼວງ​ທີ່​ສຸດ. ບໍ່​ພຽງ​ແຕ່​ຊີ້​ນຳ​ນຳພາ​ການ​ຕໍ່ສູ້​ຍາດ​ເອົາ​ເອກະລາດ, ອະທິປະ​ໄຕ​ແຫ່ງ​ຊາດ​ເທົ່າ​ນັ້ນ, ຫາກ​ປະທານ Fidel Castro​ໄດ້​ສ້າງ​​ເປັນສັງຄົມ​ແຫ່ງ​ຄວາມ​ຍຸຕິ​ທຳ ​ແລະ ສະ​ເໝີ​ພາບ​ໃຫ້​ແກ່​ປະຊາຊົນ​ຂອງ​ຕົນ. ທ່ານ​ເອກ​ອັກ​ຄະ​ລັດຖະທູດ ກູ​ບາ ປະຈຳ ຫວຽດນາມ Herminio opez, ຢືນຢັນ​ວ່າ:
      ພາຍ​ໃຕ້​ການຊີ້​ນຳ​ນຳພາ​ຂອງ Fidel Castro, ກູ​ບາ ​ໄດ້​ສ້າງ​​ເປັນ​ສັງຄົມ​ແຫ່ງ​ຄວາມ​ສະ​ເໜີ​ພາບ​ໃຫ້​ທຸກ​ຄົນ, ​ແລະ​ລະຫວ່າງ​ເຊື້ອ​ຊາດ, ​ໃຫ້​ແມ່ຍິງ ​ແລະ ​ໃນ​ການ​ສຳຜັດ​ກັບບັນດາ​ກາລະ​ໂອກາດຂອງ​ພື້ນຖານ​ການສຶກສາ​ໂດ​ຍບໍ່​ຕ້ອງ​ເສຍ​ຄ່າ ​ແລະ ການ​ເບິ່ງ​ແຍງ​ດູ​ແລ​ທາງ​ດ້ານ​ການ​ແພດ. ນີ້​ແມ່ນ​ບັນດາ​ຜົນງານ​ສຳຄັນ​ເຊິ່ງ​ໄດ້​ຮັບ​ການ​ຮັບຮອງ​ຈາກ​​ໂລກ.
      ຍ້ອນ​ການ​ປະກອບສ່ວນອັນ​ໃຫຍ່​ຫຼວງ​ດັ່ງກ່າວ​ຂອງ​ປະທານ Fidel Castro, ປະຊາຊົນ ກູ​ບາ ຍາມ​ໃດ​ກໍ່​ສະ​ແດງ​ຄວາມ​ເຄົາລົບ ​ແລະ ຄວາມ​ຮູ້​ບຸນ​ຄູນຕໍ່ການ​ນຳ Fidel Castro. ​ໃນ​ຊຸມ​ວັນ​ຜ່ານ​ມາ, ຊາວ​ ກູ​ບາ ນັບ​ແສນ​ຄົນ​ໄດ້​ມາ​ໄວ້ອາ​ໄລ ​ແລະ ອຳ​ລານັກ​ວິລະ​ຊົນ​ແຫ່​ງຊາດ​ຂອງ​ກູ​ບາ.
      ຕອນ​ເຊົ້າ​ວັນ​ທີ 3/12, ຂະ​ບວນລົດ​ແຫ່​ອັດຖິຂອງ​ການ​ນຳ Fidel Castro ​ໄດ້​ໄປ​ເຖິງ Santiago de Cuba, ພາຍຫຼັງ​ທີ່​ໄປ​ລຽບ​ຕາມ​ຄວາມ​ຍາວ​ຂອງ​ປະ​ເທດ​ເປັນ​ເວລາ 4 ວັນ. ວັນ​ທິ 4/12, ອັດຖິ​ຂອງ​ເພິ່ນ​ຈະ​ໄດ້​ປົງ​ຢູ່​ສຸສານ Santa Ifigenia, ທີ່​ນະຄອນ Santiago de Cuba, ນີ້​ກໍ່​ເປັນ​ບ່ອນ​ປົງ​ອັດຖິ​ຂອງ​ນັກ​ວິລະ​ຊົນ​ແຫ່ງ​ຊາດ ກູ​ບາ Jose Marti ​ແລະ ນັກ​ປະຫວັດສາດ​ອື່ນໆ​ຫ​ຼາຍທ່ານ.
      ກ່ອນ​ໜ້າ​ນັ້ນ, ປະຊາຊົນ​ຢູ່​ໂຮງຮຽນ, ​ໂຮງໝໍ ​ແລະ ບັນດາ​ອົງການ​ສຳນັກງານ​ແຫ່ງ​ລັດ​ໃນ​ທົ່ວ​ປະ​ເທດ ກູ​ບາ ​ໄດ້​ລົງ​ນາມ​ສາບານ​ຕົວ​ຕັດສິນ​ໃຈ​ຮັກສາ​ແນວ​ຄິດ​ປະຕິວັດ​ຂອງ​ການ​ນຳ Fidel Castro. ປະຊາຊົນ​ທຸກ​ຊັ້ນ​ວັນນະ​ຂອງ​ນະຄອນ Santiago ​ແລະ ບັນດາ​ແຂວງ​ຢູ່​ພາກ​ຕາ​ເວັນ​ອອກ ກູ​ບາ ​ເປັນ​ຈຳນວນ​ຫຼວງ​ຫຼາຍ ​ໄດ້​ມີໜ້າ​ທີ່ພິທີ​ໄວ້ອາ​ໄລ ​ເພື່ອ​ສະ​ແດງ​ຄວາມ​ເຄົາລົບ​ນັບຖື​ຕໍ່​ປະທານ Fidel Castro ​ແລະ ປາຖະໜາ ກໍ່​ຄື​ສະ​ແດງ​ຄວາມ​ຕັດສິນ​ໃຈ​ສືບ​ຕໍ່​ປະຕິບັດ​ຕາມ​ແນວ​ຄິດ​ປະຕິວັດ​ຂອງ​ທ່ານ.
      “ພວກ​ເຮົາ​ມີໜ້າ​ຢູ່​ທີ່​ນີ້​ເພື່ອ​ອາ​ໄລ​ຫາ​ປະທານ Fidel Castro . ການ​ເຖິງ​ແກ່​ມໍລະນະ​ກຳ​ຂອງ​ທ່ານ​ແມ່ນ​ຄວາມ​ໂສກ​ເສົ້າ ​ແລະ ທ່ານ​ແມ່ນ​ຜູ້​ໜຶ່ງ​ດຽວ​ໃນ​ຫຼາຍ​ສະຕະວັດ​ທີ່​ໄດ້​ສ້າງ​ເປັນ​ບັນດາ​ຜົນງານ​ເຊິ່ງບໍ່​ແມ່ນ​ວ່າ​ຜູ້​ໃດ​ກໍ່​ສາມາດ​ເຮັດ​ໄດ້“
      “ຂ້າພະ​ເຈົ້າ​ຮູ້ສຶກ​ເອກອ້າງ​ທະ​ນົງ​ໃຈ​ທີ່​ເປັນ​ລູກສິດ​ຂອງ​ການ​ປະຕິວັດ ​ແລະ ​ເປັນ​ລູກສິດ​ຂອງປະທານ Fidel Castro . ຂ້າພະ​ເຈົ້າ​​ເປັນ​ກຽດ​ທີ່​ມີໜ້າ​ຢູ່​ແຫ່ງ​ນີ້, ​ເພາະ​ຂ້າພະ​ເຈົ້າ​ຮູ້ສຶກ​ວ່າ​ຕົນ​ເອງ​ແມ່ນ​ພາກສ່ວນ​ໜຶ່ງ​ຂອງ​ປະ​ເທດ ກູ​ບາ ​ແລະ ​ເພື່ອ​ພິສູດ​ໃຫ້​ເຫັນ​ວ່າ, ຊາວ​ໜຸ່ມ​ພວກ​ຂ້າພະ​ເຈົ້າ​ກໍ່​ແມ່ນ Fidel  ​ແລະ ຈະ​ສືບ​ຕໍ່​​ໄປ​ຕາມ​ເສັ້ນທາງ​ຂອງ​ເພິ່ນ“.
      “ພວກ​ຂ້າພະ​ເຈົ້າ​ເອກອ້າງ​ທະ​ນົງ​ໃຈ​ທີ່​ເປັນ​ປະຊາຊົນ ກູ​ບາ​ໃນ​ທຸກ​ວັນ​ນີ້ ​ແລະ ພິ​ເສດ​ແມ່ນ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່ Fidel ​ໄດ້​ສ້າງ​ຂຶ້ນ ​ແລະ ສິດສອນ​ໃຫ້​ພວກ​ຂ້າພະ​ເຈົ້າ, ​ໂດຍ​ບໍ່​ຫົວຊາ​ຕໍ່​ຄວາມ​ຫຍຸ້ງຍາກ​ເຊິ່ງພວກ​ຂ້າພະ​ເຈົ້າ​​ໄດ້ປະສົບ“.
      ຕອນ​ເຊົ້າ​ວັນ​ທີ 4/12, ຕາມ​ເວລາ ຫວຽດນາມ, ງານ​ໂຮມ​ຊຸມນຸມ​ອາ​ໄລ​ຫາ​ການ​ນຳ Fidel Castro ຢູ່ Santiago de Cuba ​ໄດ້​ດຳ​ເນີນ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ​ປະ​ເທດ​ຕ່າງໆ​ຫ​ຼາຍທ່ານ ພ້ອມ​ກັບ​ປະຊາຊົນ ກູ​ບາ​ ນັບໝື່ນ​ຄົນ. ກ່າວ​ຄວາມ​ເຫັນ​ນະ​ພິທີ, ທ່ານ​ປະທານ ກູ​ບາ Raul Castro ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ ຈະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ​ແລະ ການ​ປະຕິວັດ​ສັງຄົມ​ນິຍົມ, ​ແລະ ຢືນຢັນວ່າ ກູ​ບາ​ ຈະ​ຜ່ານ​ຜ່າ​ການ​ທ້າ​ທາຍ, ສິ່ງ​ກີດຂວາງ​ທຸກ​ປະການ ກໍ່​ຄື​ການ​ນາບ​ຂູ່​ໃນ​ວິວັດທະນາ​ການ​ກໍ່ສ້າງ​ສັງຄົມ​ນິຍົມ. ທ່ານ​ປະທານ Raul ກໍ​ໃຫ້​ຮູ້​ວ່າ​ຈະ​ປະຕິບັດ​ຕາມ​ຄວາມ​ຫວັງ​ຂອງ​ປະທານ Fidel ກ່ອນ​ທີ່​ຈະ​ລ່ວງ​ລັບ​ໄປນັ້ນ​ແມ່ນ ກູ​ບາ ຈະ​ບໍ່​ເອົາ​ຊື່​ການ​ນຳ​ປະຕິວັດ​ຜູ້​ນີ້​ມາ​ຕັ້ງ​ຊື່​ໃຫ້​ບັນດາ​ກິດຈະກຳ​ປະຫວັດສາດ, ສາທາລະນະ.
      ພາຍຫຼັງ​ແຫ່​ຜ່ານ 13 ​ແຂວງ ຈາກ​ນະຄອນຫຼວງ La Habana, ອັດຖິ​ຂອງ​ປະທານ Fidel ​ຖືກ​ປົງ​ໃນ​ວັນ​ທີ 4/12 ຢູ່​ສຸສານ Santa Ifigenia, ທີ່​ນະຄອນ Santiago de Cuba, ນີ້​ກໍ່​ເປັນ​ບ່ອນ​ປົງ​ອັດຖິ​ຂອງ​ນັກ​ວິລະ​ຊົນ​ແຫ່ງ​ຊາດ ກູ​ບາ Jose Marti.
(ແຫຼ່ງຄັດຈາກ VOV)

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຕອນເຊົ້າວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເລີ່ມດຳເນີນບັ້ນເຄື່ອນໄຫວ “ດ້ຽນບຽນຝູ - ຄາດຫວັງແຫ່ງປະເທດຊາດ”, ໂດຍສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ.

Top