• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຊາຊົນໃນທົ່ວປະເທດປາດຖະຫນາທ່ານປະທານປະເທດຄົນໃຫມ່ຈະເຮັດຈົນສຸດຄວາມສາມາດຂອງຕົນ


ທ່ານ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ
ພາບ:baogiaothong

      ພາ​ຍ​ຫລັງ​ທ່ານ​ພົນ​ເອກ ເຈີນ​ດ້າຍກວາງ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທານ​ປະ​ເທດ ດ້ວຍ​ບັດ​ເຫັນ​ດີ​ຢ່າງ​ສູງ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ​ສະ​ແດງ​ຄວາມ​ປ​ິ​ຕິ​ຊົມ​ຊື່ນ ແລະ​ເຊື່ອ​ໝັ້ນ​ຕໍ່​ໝາກ​ຜົນ​ການ​ປ່ອນ​ບັດ​ຂອງ​ສະ​ພາ​ແຫ່ງ​ຊ​າດ. ທ່ານ​ເລ​ວັນ​ຄອຍ, ຜູ້​ມີ​ສິດ​ເລືອກ​ຕັ້ງ ນະ​ຄອນ ໝີ​ທໍ ແຂວງ​ຕຽນ​ຢາງ ຖື​ວ່າ:
        “ຂ້າ​ພະ​ເຈົ້າ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ເມື່ອ​ເຫັນ​ວ່າ ສະ​ພາ​ແຫ່ງ​ຊາດ​ໄດ້​ເລືອກ​ຕັ້ງ​ທ່ານ ເຈີນ​ດ້າຍກວາງ ເປັນ​ປະ​ທານ​ປະ​ເທດ. ຂ້​າ​ພະ​ເຈົ້າ​ປາດ​ຖະ​ຫນາ​ວ່າ ທ່ານ​ປະ​ທານ​ປະ​ເທດ ຈະ​ຕໍ່​ສູ້​ຢ່າງ​ຂ້ຽວ​ຂາດ​ ເພື່ອ​ເຮັດ​ແນວ​ໃດ​ປົກ​ປັກ​ຮັກ​ສາ​​ອະ​ທິ​ປະ​ໄຕ​ເຂດທະ​ເລ​ໝູ່​ເກາະ​ຂອງ​ປະ​ເທດ​ຊາດ, ມີ​ບັນ​ດາ​ແຜນ​ນະ​ໂຍ​ບາຍການ​ພົວ​ພັນ​ພາຍ​ໃນ ແລະ ການພົວ​ພັນ​ກັບ​ຕ່າງ​ປະ​ເທດ, ສ້າງ​ການ​ພົວ​ພັນ​ອັນ​ດີ​ງາມ​ກັບ​ບັນ​ດາ​ປະ​ເທດ​ໃນ​ໂລກ. ລະ​ດົມ​ກຳ​ລັງ​ໃຈ​ທົ່ວ​ພັກ,  ທົ່ວ​ປວງ​ຊົນ, ທົ່ວ​ກອງ​ທັບ​ຮ່ວ​ມ​ແຮງ​ຮ່ວມ​ໃຈ​ເປັນ​ຈິດ​ຫນຶ່ງ​ໃຈ​ດຽວ​ປົກ​ປັກ​ຮັກ​ສາ​ທະ​ເລ​ໝູ່​ເກາະ​ສັກ​ກະ​ລະ​ບ​ູ​ຊາ​ຂອງ​ປະ​ເທດ​ຊາດ.”
        ທ່ານ​ນາງ ຟານ​ຕວຽດ​ຍຸງ, ຢູ່ ນະ​ຄອນ ໂຮ່​ຈິ​ມີນ ປາດ​ຖະ​ຫນາ​ວ່າ ດ້ວຍ​ຄຸນ​ນະ​ທາດ​ດ້ານ​ການ​ເມືອງ ແລະ ປະ​ສົບ​ການ​ຂອງ​ການ​ນຳ, ທ່ານ​ປະ​ທານ​ປະ​ເທດ ຈະ​ອຸ​ທິດ​ສ່ວນ​ຢ່າງ​ເໝາະ​ສົມ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ.
        “ໂດຍ​ແມ່ນ​ປະ​ຊາ​ຊົນ​ຜູ້​ຫນຶ່ງ ຂ້າ​ພະ​ເຈົ້າ​ປາດ​ຖະ​ຫນາ​ວ່າ ທ່ານ​ປະ​ທານ​ປະ​ເທດ ພ້ອມ​ກັບ​ສະ​ພາ​ແຫ່ງ​ຊາດ ແລະ ລັດ​ຖະ​ບານ ວາງ​ອອກ​ບັນ​ດາ​ມາດ​ຕະ​ການ​ເພື່ອ​ໃຫ້​ປະ​ເທດ​ຊາດ​ພັດ​ທະ​ນາກວ່າ, ໃນ​ນັ້ນ ຊີ​ວິດ ແລະ ສິດ​ຜົນ​ປະ​ໂຫຍດ​ຂອ​ງ​ປະ​ຊາ​ຊົນ​ຈະ​ໄດ້​ຮັບ​ປະ​ກັນ​ດີກວ່າ. ດ້ວຍ​ຖາ​ນະ​ຕຳ​ແຫນ່ງ​ໃຫມ່ ທ່ານ​ປະ​ທານ​ປະ​ເທດ​ຈະ​ຊີ້​ນຳ​ການ​ຕ້ານ​ໄພ​ສໍ້​ລາດ​ບັງ​ຫລວງ​ຢ່າງ​ຂ້ຽວ​ຂາດກວ່າ, ເພື່ອ​ເຮັດ​ໃຫ້​ກົງ​ຈັກ​ລັດ​ປອດ​ໃສ, ໝັ້​ນ​ຄົງ​ເຂັ້ມ​ແຂງ ແລະ ນຳ​ປະ​ເທດ​ຊາດ​ພັດ​ທະ​ນາກວ່າ.”
 (ແຫຼ່ງຄັດຈາກ VOV)
 

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ພ້ອມກັບປະກອບສວ່ນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ.

Top