• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຊາຊົນກູບາໄວ້ອາໄລຜູ້ນຳ Fidel Castro ພາຍຫຼັງພິທີປົງອັດຖິ

ປະ​ຊາ​ຊົນ​ກູ​ບາໄວ້​ອາ​ໄລ​ຜູ້​ນຳ Fidel Castro ພາຍ​ຫຼັງ​ພິ​ທີ​ປົງ​​ອັດຖິ
(ພາບ: EPA/TTXVN)
          ຕອນ​ທ່ຽງ​ວັນ​ທີ 04/12 (ຕາມ​ເວ​ລາ​ທ້ອ​ງ​ຖິ່ນ), ພາຍ​ຫຼັງ​ພິ​ທີ​ປົງ​​ອັດຖິ​ຜູ້​ນຳ Fidel Castro ໃນ​ຂອບ​ເຂດ​ຄອບ​ຄົວ ​ສຸ​ສານ Santa Ifigenia ຢູ່ Santiago de Cuba ໄດ້​ເປີດ​ປະ​ຕູ​ເພື່ອ​ໃຫ້​ປະ​ຊ​າ​ຊົນ​ກູ​ບາ ຜູ້​ທຳ​ອິດ​ເຂົ້າ​ໄວ້​ອາ​ໄລ ແລະ ອາ​ໄລ​ຫາຜູ້​ບັນ​ຊາ​ການ​ທີ່​ຮັກ​ແພງ​ຂອງ​ຕົນ. ປະ​ຊາ​ຊົນ​ທ້ອງ​ຖິ່ນ​ນັບ​ພັນຄົນ ​ໄດ​້​ຖະ​ຫວາຍດອກ​ໄມ້​ຕໍ່​ຜ​ູ້​ນຳ​ທີ່​ຍິ່ງ​ໃຫຍ່​ຂອງ​ຊາດ, ພ້ອມ​ກັບ​ນັກ​ຂ່າວ​ນັບ​ຮ້ອຍ​ຄົນ​ຢູ່​ທຸກ​ປະ​ເທດ​ໃນ​ໂລກ​, ໄດ້​ລຽນ​ແຖວ​ໃນເປັນ​ເວ​ລາ​ຫຼາຍ​ຊົ່ວໂມງ​ເພື່ອ​ອຳ​ລາ ແລະ ຖ່າຍ​ຮູບ​ການ​ເຄື່ອ​ນ​ໄຫວ​ຕ່າງໆ​ໃນ​ວັນ​ໄວ້​ທຸກ​ທົ່ວ​ປະ​ເທດ​ສຸດ​ທ້າຍ​ຂອງ​ກູ​ບາ ​ເພື່ອ​ອາ​ໄລ​ຫາ​ຜູ້​ນຳ Fidel Castro.
        ກ່ອນ​ໜ້ານັ້ນ, ຕອນ​ເຊົ້າ​ວັ​ນ​ທີ 04/12 (ຕາມ​ເວ​ລາ​ຫວຽດ​ນາມ) ງານຊຸມ​​ນຸມ​ອາ​ໄລຫາ​ຜູ້​ນຳ Fidel Castro ຢູ່ Santiago de Cuba ​ດຳ​ເນີນ​​ໄປດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ​ຫຼາຍ​ປະ​ເທດ ແລະ ປະ​ຊາ​ຊົນ​ກູ​ບາ ນ​ັບ​​ພັນ​ໆ​ຄົນ. ກ່າ​ວ​ຄຳ​ເຫັນ​ທີ່​ພິ​ທີ​ອາ​ໄລ​ຫາ, ທ່ານ​ປະ​ທານ​ກູ​ບາ Raul Castro ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ ຈະ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ ແລະ ​ການປະ​​ຕິວັດ​ສັງ​ຄົມ​ນິ​ຍົມ, ຢືນ​ຢັນ​ວ່າ ກູ​ບາ ຈະ​ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ, ​ສິ່ງ​ກີດ​ຂວ​າງ​ທຸກ​ຢ່າງ ກໍ່​ຄື​ບັນ​ດາ​ໄພ​ນາບ​ຂ​ູ່​​ຕ່າງໆໃນ​ວິ​ວັດ​ແຫ່ງ​ການ​ກໍ່​ສ້າງ​ລັດ​ທິ​ສັງ​ຄົມນິ​ຍົມ.
(ແຫຼ່ງຄັດຈາກ VOV)

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ມະຕິກໍ່ຮຽກຮ້ອງໜູນຊ່ວຍການຫັນອາຊີບຫາປາເປັນທັນສະໄໝ, ສ້າງເງື່ອນໄຂໃຫ້ຊາວປະມົງອອກສູ່ທະເລ, ຕິດພັນກັບທະເລ, ຄຸ້ມຄອງອາຊີບການປະມົງ

Top