• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ປະຊາຄົມອາຊຽນ ແລະ ກາລະໂອກາດ ຂອງແຮງງານ ຫວຽດນາມ

ໃນວັນທີ 31 ທັນວາທີ່ຈະມາເຖິງນີ້, ປະຊາຄົມອາຊຽນ (ASEAN)  ໄດ້ ຮັບການສ້າງຕັ້ງຂຶ້ນ ຈະສ້າງເປັນຕະຫຼາດໜ່ຶງດຽວໂດຍມີ 5 ປັດໃຈ ທີ່ ຈະເຄື່ອນໄຫວເສລີ ລະຫວ່າງ 10 ປະເທດ ຊຶ່ງປະກອບດ້ວຍ:  ທຶນ, ສິນຄ້າ, ບໍລິການ, ການລົງທຶນ ແລະ ແຮງງານຊຳນານງານ. ການ ເຄື່ອນຍ້າຍ “ເສລີ”  ດ່ັງກ່າວນີ້ເປັນກາລະໂອກາດໃຫ້ແກ່ຕະຫຼາດແຮງ ງານຫວຽດນາມ,  ພ້ອມກັນນັ້ນທັງເປັນສິ່ງທ້າທາຍບໍ່ໜ້ອຍ ເມື່ອກຳລັງ ແຮງງານເປັນຈຳນວນຫຼວງຫຼາຍ ຈາກບັນດາປະເທດອາຊຽນເຂົ້າມາ ຫວຽດນາມ, ສ້າງເປັນຂະບວນການແກ່ງແຍ້ງແຂ່ງຂັນກັນກັບກຳລັງ ແຮງງານຢູ່ພາຍໃນປະເທດ. 
ຕາມບົດລາຍງານ “ປະຊາຄົມອາຊຽນ 2015: ຄຸ້ມຄອງການເຊື່ອມໂຍງ ມຸ່ງສູ່ການເຮັດວຽກງານທີ່ດີກວ່າ ແລະ ຮ່ວມກັນວັດທະນາຖາວອນ” ໂດຍອົງການແຮງງານສາກົນ ແລະ ທະນາຄານພັດທະນາອາຊີປະຕິບັດ ການພະຍາກອນວ່າ: ເມື່ອກຳເນີດເກີດຂຶ້ນ ປະຊາຄົມເສດຖະກິດອາ ຊຽນມີຂອບເຂດຂະໜາດ GDP ເທົ່າກັບ 2.200 ຕື້ USD; ລາຍຮັບໄລ່ສະເລ່ັຍຕໍ່ຫົວຄົນເທົ່າກັບ 3.100 USD/ປີ, ແຕ່ຄວາມແຕກໂຕນ ກັນ ຫຼາຍຈາກ 1.000 USD/ຄົນ/ປີ (ກຳປູເຈຍ, ມຽນມາ) ເຖິງ 50.000 USD/ຄົນ/ປີ (ສິງກະໂປ).

ຄວາມແຕກໂຕນກັນຫຼາຍເກີນໄປກ່ຽວກັບລາຍຮັບອາດຈະເປັນເຫດຜົນໃນການຊຸກຍູ້ການເຄື່ອນຍ້າຍແຮງງານພາຍໃນກຸ່ມອາຊຽນ. ຕໍ່ບັນຫາດັ່ງກ່າວດ້ານໜຶ່ງແມ່ນສ້າງໂອກາດ ໃຫ້ແກ່ການເຄື່ອນຍ້າຍແຮງງານ ທີ່ມີຄຸນນະພາບ, ແຕ່ດ້ານອື່ນຈະເປັນສິ່ງທ້າທາຍໃຫຍ່ຫລວງຕໍ່ ກຳລັງ ແຮງງານທີ່ຂາດຄວາມສາມາດທາງດ້ານວິຊາການ.

ໃນເວລາດຽວກັນນັ້ນ, ບັນດາປະເທດອາຊຽນຫາກໍໄດ້ອະນຸຍາດແຮງງານທີ່ຂຶ້ນກັບ 8 ຂະແໜງການເຊັ່ນ: (ກວດສອບບັນຊີ, ສະຖາປານິກ, ວິສະວະກອນ, ໝໍປົວແຂ້ວ, ທ່ານໝໍ, ນາງພະຍາບານ, ນັກສືບສວນ ແລະ ທ່ອງທ່ຽວ) ມີສິດໄດ້ເຄື່ອນຍ້າຍໄປຊອກຫາວຽກເຮັດງານທຳ ພາຍຫຼັງປະຊາຄົມອາຊຽນກຳເນີດເກີດຂຶ້ນ ໂດຍຜ່ານບັນດາຂໍ້ຕົກ ລົງຮັບຮອງສີມືອາຊີບເທົ່າທຽມກັນ. ນີ້ເປັນແຮງງານທີ່ຂຶ້ນກັບກຸ່ມແຮງງານທີ່ມີຄຸນນະພາບ, ໄດ້ຮັບການບຳລຸງສ້າງດ້ານວິຊາສະເພາະຫຼືມີລະດັບຂັ້ນມະຫາວິທະຍາໄລຂຶ້ນໄປ, ມີຄວາມຮູ້ດ້ານພາສາຕ່າງປະເທດ ໂດຍສະເພາະແມ່ນພາສາອັງກິດ.
 

ຫວຽດນາມຈັດພິທີເປີດການນຳໃຊ້ ປ່ອງປະຕູຂໍ້ມູນໜ້າເວັບອາຊຽນ ຫວຽດນາມ ແນໃສ່ຊ່ວຍໃຫ້ປະຊາຊົນຊອກຫາຂໍ້ມູນກ່ຽວກັບປະຊາຄົມອາຊຽນ,
ໃນນັ້ນມີບັນຫາເລື່ອງແຮງງານ ແລະ ວຽກເຮັດງານທຳ. ພາບ: ມິງກວຽດ/VNA



ປີ 2014, ທີ່ງານແຂ່ງຂັນສີມືອາຊຽນ ຄັ້ງທີ 10 ຈັດຕັ້ງຂຶ້ນຢູ່ທີ່ຮ່າໂນ້ຍ, ຫວຽດນາມຍາດໄດ້ລາງວັນທີໜຶ່ງ ມີຫຼຽນຄຳ 15 ຫລຽນ. ພາບ: ແອງຕ໋ວນ/VNA
 
ຕົວເລກສະຖິຕິຂອງກະຊວງແຮງງານ - ເສຍອົງຄະ ແລະ ສັງຄົມຫວຽດນາມໄດ້ໃຫ້ເຫັນວ່າ, ຫວຽດນາມຈະແມ່ນໜຶ່ງ ໃນບັນດາປະເທດທີ່ຈະໄດ້ຮັບຜົນປະໂຫຍດຫຼາຍຈາກຜົນກະທົບຂອງການກຳເນີດ ປະຊາຄົມ ອາຊຽນກ່ຽວກັບການຈະເລີນເຕີບໂຕທາງດ້ານວຽກເຮັດງານທຳ, ຍົກ ສູງສະມັດຕະພາບການອອກແຮງງານ, ໂດຍສະເພາະ ແມ່ນສະມັດຕະພາບແຮງງານໃນຂະແໜງ ອຸດສາຫະກຳ…. ຈຳນວນ ວຽກງານທີ່ຈະເຮັດຢູ່ຫວຽດນາມເພີ່ມຂຶ້ນສູງພໍສົມຄວນ (ຮອດປີ 2025 ແມ່ນ 6 ລ້ານ, ກວມ 9,5% ຂອງລວມຍອດຈຳນວນວຽກງານທີ່ເພີ່ມຂຶ້ນໃນປະຊາຄົມ ອາຊຽນ) ແຕ່ຄຸນນະພາບການເຮັດວຽກຍັງບໍ່ທັນສູງ, 65% ຂອງວຽກ ງານໃໝ່ຈະຖືກສູນເສຍໄດ້ງ່າຍ (ສູງທີສຸດໃນພາກພື້ນ).

ຫວຽດນາມມີກຳລັງແຮງງານອຸດົມສົມບູນພໍສົມຄວນ ແລະ ເພີ່ມຂຶ້ນໃນລະດັບປົກກະຕິໃນປີ 2011 ແມ່ນຈາກ 51,4 ລ້ານຄົນ ຂຶ້ນເຖິງ 53,7 ລ້ານຄົນໃນປີ 2014, ແຕ່ຈັງຫວະການເພີ່ມມີທ່າອ່ຽງຄ່ອຍໆຫຼຸດ ລົງ ຈາກ 1,1% ໃນປີ 2011 ລົງມາເປັນ 0,5% ໃນປີ 2014. ກຳລັງ ແຮງງານຂອງຫວຽດນາມແມ່ນຢູ່ໃນໄວໜຸ່ມ, ປະມານ 50,2% ແມ່ນ ກຳລັງແຮງງານໃນໄວອາຍຸ 15-39,  ອັດຕາສ່ວນແຮງງານທີ່ໄດ້ຜ່ານ ການບຳລຸງສ້າງມີໃບຢັ້ງຢືນແມ່ນຢູ່ລະດັບຕ່ຳ (18,7% ປີ 2014) ເຖິງແມ່ນວ່າໄດ້ ເພີ່ມຂຶ້ນເປັນ 3,1% ແຕ່ປີ 2011 ມາຮອດປັດຈຸບັນ.

ຄຸນນະພາບແຮງງານຂອງຫວຽດນາມໄດ້ຮັບການຍົກຂຶ້ນເທື່ອລະກ້າວ; ອັດຕາສ່ວນແຮງງານທີ່ໄດ້ຜ່ານການບຳລຸງສ້າງເພີ່ມຂຶ້ນຈາກ 30% ເຖິງ 50% ໃນຮອບ 10 ປີ ຜ່ານມານີ້ (ຕາມການເຂົ້າຫາ ແລະ ຕາມການ ຄິດໄລ່ຂອງກະຊວງແຮງງານ-ເສຍອົງຄະ ແລະ ສັງຄົມ). ແຮງງານທີ່ໄດ້ຜ່ານການບຳລຸງສ້າງສ່ວນໃດໜ່ຶງແມ່ນໄດ້ຕອບສະໜອງຕາມ ຄວາມຕ້ອງການຂອງວິສາຫະກິດ ແລະ ຕະຫຼາດແຮງງານ. ກຳລັງ ແຮງງານເຕັກນິກຂອງຫວຽດນາມກໍ່ຄ່ອຍໆເປັນເຈົ້າການທາງດ້ານວິ ທະຍາສາດເຕັກໂນໂລຊີເທື່ອລະກ້າວ, ມີບຸກຄົນຈຳນວນໜຶ່ງກໍ່ສາມາດ ຮັບຜິດຊອບໃນຕຳແຫນ່ງງານທີ່ຫຍຸ້ງຍາກໃນການຜະລິດ, ດຳເນີນທຸລະກິດ ຊຶ່ງທີ່ກ່ອນໜ້ານີ້ຕ້ອງໄດ້ຈ້າງນັກຊ່ຽວຊານຕ່າງປະເທດ.

ຄຽງຄູ່ກັນນັ້ນ, ຫວຽດນາມກຳລັງສົ່ງແຮງງານອອກເປັນຈຳນວນຫຼາຍ ໄປບັນດາປະເທດອາຊຽນ, ພິເສດແມ່ນປະເທດມາເລເຊຍນັບເປັນພັນ ຄົນໃນແຕ່ລະປີ, ເຮັດວຽກໃນຫຼາຍຂະແໜງອາຊີບທີ່ແຕກຕ່າງກັນ. ມີທະນາຄານ, ວິສາຫະກິດຫຼາຍແຫ່ງຂອງຫວຽດນາມໄດ້ເປີດສາຂາ ແລະ ເຄື່ອນໄຫວມີປະສິດທິຜົນເປັນຢ່າງດີຢູ່ປະເທດລາວ, ກຳປູເຈຍ ກໍ່ສະແດງໃຫ້ເຫັນໄດ້ຄວາມອາດສາມາດເຊື່ອມໂຍງວ່ອງໄວ ຂອງ ແຮງງານ ຫວຽດນາມໃນອາຊຽນ ຕິດພັນກັບກະແສເຄື່ອນຍ້າຍການຄ້າ, ການລົງທຶນ ແລະ ບໍລິການ.


ນັກສອບເສັງຫວຽດນາມເຂົ້າຮ່ວມການສອບເສັງ ເຕັກນິກກໍ່ສ້າງທີ່ງານແຂ່ງຂັນອາຊຽນ ຄັ້ງທີ 10 ປີ 2014. ພາບ: ແອງຕ໋ວນ/VNA


ຫວຽດນາມໄດ້ຮັບການຕີລາຄາເປັນປະເທດມີກຳລັງແຮງງານໜຸ່ມ, ມີລະດັບສີມືສູງ. ພາບ: ເອກະສານ VNP


ທ່ອງທ່ຽວແມ່ນ 1 ໃນຈຳນວນ 8 ຂະແໜງການທີ່ບັນດາປະເທດ ອາຊຽນໄດ້ອະນຸຍາດໃຫ້ຜູ້ອອກແຮງງານເຄື່ອນຍ້າຍຊອກວຽກງານເສລີ
ພາຍຫຼັງປະຊາຄົມອາຊຽນໄດ້ປະກົດເປັນຮູບເປັນຮ່າງຂຶ້ນ, ດ້ວຍເຫດນັ້ນ, ມັນຈະເປັນຂະແໜງການ
ມີການແກ່ງແຍ້ງແຂ່ງຂັນສູງສຸດ. ພາບ: ຫງວຽນລວນ/VNA



ຕາມການຕີລາຄາຂອງບັນດານັກຊ່ຽວຊານ, ຫວຽດນາມຈະແມ່ນໜຶ່ງ ໃນບັນດາປະເທດໄດ້ຮັບຜົນປະໂຫຍດຫຼາຍ ຈາກຜົນກະທົບຂອງການ
ສ້າງປະຊາຄົມອາຊຽນ ກ່ຽວກັບການຈະເລີນເຕີບໂຕ ດ້ານວຽກເຮັດ ງານທຳ, ຍົກສູງສະມັດຕະພາບການອອກແຮງງານ,
ໂດຍສະເພາະ ແມ່ນສະມັດຕະພາບແຮງງານໃນຂະແໜງອຸດສາຫະກຳ. ພາບ: ເອກະສານ/VNP



ເພື່ອຍົກສູງຄຸນນະພາບແຫຼ່ງແຮງງານ ຫວຽດນາມຈຳເປັນຕ້ອງມີຍຸດທະສາດບຳລຸງສ້າງ, ໂດຍສະເພາະແມ່ນລະດັບຄວາມຮູ້
ດ້ານພາສາຕ່າງປະເທດ ເພື່ອເພີ່ມທະວີຄວາມສາມາດໃນການເຊື່ອມໂຍງ. ພາບ: ກິມເຟືອງ/VNP



ຫວຽດນາມຈຳເປັນຕ້ອງປ່ຽນແປງໃໝ່ໂຄງປະກອບການສຶກສາດ້ານວິຊາຊີບ; ໂດຍຕິດພັນກັນລະຫວ່າງການບຳລຸງສ້າງກັບຕະຫຼາດແຮງງານ
ແລະ ການເຂົ້າຮ່ວມຂອງວິສາຫະກິດ; ຍູ້ແຮງການຮ່ວມມືກັບ ສາກົນກ່ຽວກັບການສຶກສາວິຊາຊີບ. ພາບ: ກິມເຟືອງ/VNP

ໃນສະຫນາມການແຂ່ງຂັນດ້ານວິຊາຊີບໃນກຸ່ມອາຊຽນ, ຫວຽດນາມ ໄດ້ຢືນຢັນຖານະບົດບາດຂອງຕົນດ້ວຍການຖືກຈັດໃນອັນດັບສູງ (ມີ 3 ຄັ້ງຖືກຈັດອັນດັບທີໜຶ່ງໃນ 10 ຄັ້ງເຂົ້າຮ່ວມການແຂ່ງຂັນສີມືແຮງງານ ອາຊຽນ ແລະ ໄດ້ຖືກຮັບຮອງຢືນໃນສາມປະເທດນຳໜ້າ ກ່ຽວກັບດ້ານ ວິຊາຊີບມາໂດຍຕະຫລອດ). ທັງໝົດນີ້ໄດ້ສະແດງໃຫ້ເຫັນທ່າແຮງບົ່ມຊ້ອນຫນ້າເຊື່ອຖືໄດ້ຂອງແຮງງານຫວຽດນາມໃນຄວາມພ້ອມທີ່ຈະເຂົ້າ ຮ່ວມປະຊາຄົມລວມກັບອາຊຽນ.

ແຕ່ເຖິງຢ່າງໃດກໍ່ດີ, ຄຽງຂ້າງສິ່ງທີ່ເອື້ອອຳນວຍຄວາມສະດວກຕ່າງໆ ແລ້ວກໍຍັງມີສິ່ງທ້າທາຍອື່ນໆຕໍ່ຫວຽດນາມ. ຍ້ອນຈຸດລິເລີ່ມຍັງຕ່ຳ, ໂຄງປະກອບເສດຖະກິດຕົ້ນຕໍຍັງແມ່ນກະສິກຳ, ດ້ວຍເຫດນັ້ນ ອັດຕາສ່ວນ ແຮງງານທີ່ຈະເຂົ້າຮ່ວມຕະຫຼາດແຮງງານຕົວຈິງຍັງຕຳ່,  ບັນລຸພຽງ ປະ ມານ 30%. ຄຸນນະພາບ, ໂຄງປະກອບແຮງງານຍັງມີຫຼາຍອັນຈຳກັດເມື່ອທຽບໃສ່ຄວາມຮຽກຮ້ອງຕ້ອງການ ພັດທະນາ ແລະ ການເຊື່ອມໂຍງ. ມີຈຳນວນສ່ວນຫລວງຫຼາຍແຮງງານມາຈາກຂົງເຂດກະສິກຳໂດຍບໍ່ທັນຜ່ານການບຳລຸງສ້າງ.

ເພື່ອປະກອບສ່ວນແກ້ໄຂບັນຫາຂອງຕະຫຼາດແຮງງານ, ຍົກສູງຄຸນນະພາບ ແລະ ຄວາມແກ່ງແຍ້ງແຂ່ງຂັນຂອງຊັບພະຍາກອນມະນຸດຫວຽດນາມໃນຕະຫຼາດແຮງງານພາຍໃນ ແລະ ຕ່າງປະເທດ, ໂດຍສະເພາະ ແມ່ນເວລາທີ່ປະຊາຄົມອາຊຽນໄດ້ປະກົດຂຶ້ນ, ຫວຽດນາມມີຄວາມຈຳເປັນຕ້ອງສືບຕໍ່ເຮັດໃຫ້ສົມບຸນແບບບັນດາກົດໝາຍກ່ຽວກັບແຮງງານ, ວຽກເຮັດງານທຳ, ການສຶກສາດ້ານວິຊາຊີບ; ເລັ່ງໃສ່ ວຽກງານພະຍາກອນຕະຫຼາດໄລຍະສັ້ນ ແລະ ໄລຍະຍາວ; ພັດທະນາ, ເຊື່ອມສານຕະ ຫຼາດແຮງງານ ກັບບັນດາປະເທດໃນພາພພື້ນ; ເປີດກວ້າງ, ພັດທະນາ ຕະຫຼາດແຮງງານຕ່າງປະເທດ ໃຫ້ສອດຄ່ອງກັບລະດັບຄວາມຮູ້ຄວາມ ສາມາດຂອງແຮງງານຫວຽດນາມ.

ພ້ອມກັນນັ້ນ, ຫວຽດນາມຕ້ອງປ່ຽນແປງໃໝ່ໂຄງປະກອບການສຶກສາວິຊາຊີບໃນລະບົບການສຶກສາແຫ່ງຊາດ; ເພີ່ມທະວີເງື່ອນໄຂຕ່າງໆເພື່ອຮັບປະກັນຄຸນນະພາບ ແລະ ປ່ຽນແປງໃໝ່ການບຳລຸງສ້າງ; ຕິດພັນກັນລະຫວ່າງການບຳລຸງສ້າງ ກັບຕະຫຼາດແຮງງານ ແລະ ການເຂົ້າ ຮ່ວມຂອງວິສາຫະກິດ; ຍູ້ແຮງການຮ່ວມມືກັບສາກົນໃນດ້ານການສຶກ ສາວິຊາຊີບ.

ບັນດາອົງການຈັດຕັ້ງແຫ່ງລັດຕ້ອງມີມາດຕາການເພື່ອກຳນົດທິດທາງ, ຊ່ວຍໃຫ້ຊາວຜູ້ອອກແຮງງານເຂົ້າໃຈວ່າຢາກເຮັດວຽກຢູ່ບັນດາປະເທດ ອາຊຽນ, ຕ້ອງກຳນົດດ້ວຍຕົນເອງ ແລະ ມີການກະກຽມທາງດ້ານວິຊາ ຄວາມຮູ້ ແລະ ລະດັບວິຊາຊີບອີກດ້ວຍ.

ປະຕິບັດໂດຍ: VNA/VNP

bichlien

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ຢູ່ສະຖານທີ່ມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ມີນັກສິລະປິນ ຄົນໜຶ່ງ ໄດ້ທຸ້ມເທສຸດຄວາມສາມາດ ແລະ ຄວາມຫຼົງໄຫຼ ຂອງຕົນ ໃນການແຕ້ມຮູບໜ້າກາກເຈ້ຍ ມາເປັນເວລາກວ່າ 40 ປີແລ້ວ.  ໜ້າກາກ ທີ່ມີລັກສະນະ “ຕ່ວງ” (ລີເກ) ນັບຫຼາຍພັນອັນ ໄດ້ຖືບົດບາດເປັນ “ທູດວັດທະນະທຳ” ຕິດຕາມນັກທ່ອງທ່ຽວ ໄປທົ່ວທຸກແຫ່ງຫົນ ເພື່ອເລົ່າເລື່ອງ ທີ່ໜ້າສົນໃຈ ກ່ຽວກັບ ຖິ່ນຖານເຂດດິນແດນ ກວາງ (ລວມມີ ກວາງນາມ, ກວາງຫງາຍ ແລະ ດ່າໜັງ).

Top