• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດຕ້ອນຮັບປີໃໝ່2017

ພໍ່​ແມ່​ປະ​ຊາ​ຊົນ​ຊາວ ຫວຽດ​ນາມ ຢູ່ ວຽງ​ຈ​ັນ ເວົ້າ​ຮ່ວມ​ງານ​ບຸນ​ໂດຍ ວັດ ເຟີດ​ຕິກ ຈັດ​ຕັ້ງ
           ວັນ​ທີ 15/1, ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ ຫວຽດ​ນາມ ປ​ະ​ຈຳ ສ​ປ​ຊ ໄດ້​ຈັ​ດ​ຕັ້ງ​ບຸນ​ປີ​ໃໝ່​ປະ​ຈ​ຳ​ຊາດ ປີ ຣະ​ກາ. ນີ້​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ຊາວ ຫວຽດ​ນາມ ທຸກໆ​ຄົນ​ທີ່​ພວມ​ດຳ​ລ​ົງ​ຊີວ​ິ​ດຮ່ຳ​ຮຽນ ແລະ ເຮັດ​ວຽກ​ຢູ່​ລັດ ນິວຢອກ ແລະ ບັນ​ດາ​ເຂດ​ອ້ອມ​ຂ້າງ ​ເຕົ້າ​ໂຮມ​ກັນ, ພ້ອມ​ກັນ​ວາງ​ແຜນ​ການ​ໃຫ້​ປີໃໝ່ ປີ​ຣະ​ກາ. ເຂົ້າ​ຮ່ວມ​ການ​ພົບ​ປະ​ສັງ​ສັນ​ຍັງມີ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ ສ​ປ​ຊ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ຂອງ​ຄະ​ນະ​ປ​ະ​ຕິ​ບັດ​ງານ​ຂອງ​ບັນ​ດາ​ປະ​ເທດ ອາ​ຊຽນ ປະ​ຈຳ ສ​ປ​ຊ, ເພື່ອນ​ມິດ, ​ຜູ​້​ຮ່ວມ​ງານກໍ່​ຄືຫຼາຍ​ອົງ​ການ​ຕາງ​ໜ​້າ​ອື່ນໆ​ຂອງ ຫວຽດ​ນາມ ປະ​ຈຳ ນິວຢ​ອກ, ປະ​ເທດ ອາ​ເມ​ລິ​ກາ.
        ແລະ​ກໍ່​ໃນ​ວ​ັນ​ທີ 15/1, ຢ​ູ່​ນະ​ຄອນຫຼວງ ໂຕກຽວ ປະ​ເທດ​ຍີ່​ປຸ່ນ, ສະ​ມາ​ຄົມ​ຊາວ​ໜຸ່ມ, ນັກ​ສຶກ​ສາ ຫວຽດ​ນາມ ​ປະ​ຈຳ​ຍີ່​ປຸ່ນ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ໃຫຍ່ ແລະ ບຸນ​ເຕັດ​ໃຫ້​ແກ່​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ທີ່ດຳ​ລົງ​ຊີ​ວິດ, ຮ່ຳ​ຮຽນ ແລະ ເຮັດ​ວຽກ​ຢູ່ ຍີ່​ປຸ່ນ. ເຂົ້າ​ຮ່ວມກອງ​ປະ​ຊຸມ ແລະ ບຸ​ນ​ເຕັດ​ປີນີ້​ມີ​ຜູ​້​ຕາງ​ໜ້າ​ສະ​ຖານ​ທູ​ດ ຫວຽດ​ນາມ ປະ​ຈຳ ຍີ່​ປຸ່ນ, ບັນ​ດາ​ອົງ​ການ​ອຸ​ປະ​ຖ​ຳ, ​ພ້ອມ​ກັບຊາວ​ໜຸ່ມ, ນັ​ກ​ສຶກ​ສາ​ທີ່ເຮັດ​ວຽກ, ຮ່ຳ​ຮຽນ ຢູ່ ຍີ່​ປຸ່ນ​ ​ເປັນ​ຈຳ​ນວນຫຼວງຫຼາຍ, ພິ​ເສດ​ຍັງ​ມີ​ບັນ​ດາ​ເພື່ອນ​ມິດ​ຍີ່​ປຸ່ນ ຜູ​້​ທີ່ຮັກ​ແພງ​ສະ​ໜິດຕິ​ດ​ພັນ​ກັບ ຫວຽດ​ນາມ ເຂົ້າ​ຮ່ວມ.
        ໃນ​ຂະ​ນະ​ນັ້ນ, ວັນ​ທີ 15/1, ພຸດ​ທະສາ​ສະ​ນິກ​ກະ​ຊົນນັບ​ຮ້ອຍໆ​ຄົນໄດ້​​ເຕົ້າ​ໂຮມຢູ່​ວັດ ເຟີດ​ຕິກ ​ທີ່​ນະ​ຄອນຫຼວງ ວຽງ​ຈັນ, ປະ​ເທດ​ລາວເພື່ອ​ພ້ອມ​ກັນ​ເຂົ້າ​ຮ່ວມ​ງານ​ລ້ຽງ​ສົ່ງ​ທ້າ​ຍ​ປີ​ເກົ່າ ຕ້ອນ​ຮັບ​ປີ​ໃໝ່​ໂດຍວັດ​​ເປັນ​ຜູ້ຈັດ​ຕັ້ງ. ປີນີ້, ວັດ​ໄດ້​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ປຸກ​ລະ​ດົມ​ບໍ​ລິ​ຈາກ​ເງິນ​ເພື່ອ​ຊ່ວຍ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ຜູ້​ທີ່​ທຸກ​ຍາກ ໄດ້​ຕ້ອນ​ຮັບ​ປີ​ໃໝ່ ແລະ ໄດ້​ແຈກ​ຢາຍ​ຂອງ​ຂວັນ 100 ພູດ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ. ສ່ວນ​ຢູ່​ນະ​ຄອນຫຼວງ ພະ​ນົມ​ເປັນ, ປະ​ເທດ​ກຳ​ປູ​ເຈຍ, ຕອນ​ຄ່ຳ​ວັນ​ທີ 15/1, ປະ​ຊາ​ຄົມ​ຊາວ ກຳ​ປູ​ເຈຍ ເຊື້ອ​ຊາດ ຫ​ວຽດ​ນາມ ​ກໍ່ໄດ​້​ຈັດ​ຕັ້ງ​​ງານພົບ​ປະ​ສັງ​ສັນ ແລະ ງານ​ລ້ຽງ​ຕ້ອນ​ຮັບ​ປີ​ໃໝ່​ປີ​ຣະ​ກາ 2017.
 (ແຫຼ່ງຄັດຈາກ VOV)

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຕອນເຊົ້າວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເລີ່ມດຳເນີນບັ້ນເຄື່ອນໄຫວ “ດ້ຽນບຽນຝູ - ຄາດຫວັງແຫ່ງປະເທດຊາດ”, ໂດຍສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ.

Top