• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ບ້ານພັກມາຣື່ງ

ຕັ້ງຢູ່ດ້ານໃນຂອງຮ່ອມພູປ່າເລິກດ້າງີດເມືອງ ລາກເຢືອງ, ແຂວງເລີມດົ່ງ, “ມາຣຶ່ງລື໊ກວ້ານ” (ບ້ານພັກມາຣື່ງ ຫຼື ບ້ານຜີປ່າ) ເປັນຈຸດພັກເຊົາທີ່ໜ້າດຶງດູດໃຈ ສຳລັບ ແຂກຕ່າງດ້າວທ້າວຕ່າງແດນຜູ້ມີຄວາມຮັກທຳມະຊາດໃນຂະບວນ ການເດີນທາງຄົ້ນຫາເຂດພູຜາປ່າດົງ ພູພຽງ ໄຕງວຽນ. 
ເຈົ້າຂອງບ້ານພັກດັ່ງກ່າວແມ່ນທ່ານ ຫງວຽນແທງລຽມ, ເກີດຢູ່ດ່າລາດ(ແຂວງເລີມດົ່ງ). ຍ້ອນມີຄວາມຮັກມັກ ການທ່ອງທ່ຽວຄົ້ນຫາແຕ່ສະໄໝຍັງເປັນບ່າວ ລາວໄດ້ ຂ້າມຫ້ວຍຮ່ອງ, ບຸປ່າ, ຂຶ້ນພູມາຫຼາຍຄັ້ງເພື່ອຊອກຮູ້ທຸກມຸມທຸກແຈ ຂອງພູຜາປ່າໄມ້ໄຕງວຽນ. ເພື່ອນ ສະໜິດສະໜົມມັກເອີ້ນຊື່ລາວວ່າ “ຜີປ່າ”ກໍແມ່ນຍ້ອນເຫດຜົນແນວນັ້ນແຫຼະ. ເມື່ອມີອາຍຸແກ່ແລ້ວ, ຍ້ອນມັກຮັກປ່າດົງ ທ່ານລຽມຈຶ່ງໄດ້ໜີຈາກເຂດຕົວເມືອງຍ້າຍມາຕັ້ງ ເຮືອນໄມ້ຢູ່ສະຖານທີ່ແຫ່ງນີ້ ຫຼັງໜຶ່ງ ແລະ ເຮັດສວນ, ປູກດອກໄມ້ ພ້ອມກັບຄອບຄົວເຊີຍຊົມທິວທັດອັນສວຍງາມແລະກໍ່ທັງເປັນການປົກປັກຮັກສາປ່ານຳອີກ. 

ໃຈກາງຫມູ່ບ້ານພັກມາຣື່ງມີເຮືອນໄມ້ໜຶ່ງຫຼັງເປັນສະຖານທີ່ເປີດເພື່ອເປັນບ່ອນພັກເຊົາສຳລັບນັກທ່ອງທ່ຽວ. 


ຄວາມງາມແບບທຳມະຊາດຂອງດອກໄມ້ນາໆຊະນິດ ຢູ່ເຂດບ້ານພັກ ມາຣື່ງໄດ້ສ້າງເປັນພາບທຳມະຊາດ
ທີ່ເປັນເອກະລັກຂອງດ່າລາດ, ເພື່ອດຶງດູດໃຈນັກທ່ອງທ່ຽວ ມາຢ້ຽມຢາມ. 



ສາຍທາງທີ່ມີດອກໄມ້ purple rose myrtles ແຂ່ງກັນ ເບັ່ງບານໃນເຂດບ້ານພັກມາຣື່ງ.


ຂົວແຂວນຂ້າມແມ່ນ້ຳ. 


ນັກທ່ອງທ່ຽວຖ່າຍຮູບເປັນທີ່ລະນຶກ ເທິງຂົວແຂວນຂອງ ເຂດບ້ານພັກມາຣື່ງ.


ນັກທ່ອງທ່ຽວເພີດເພີນໃຈກັບຄວາມສວຍງາມແບບ ລຽບງ່າຍ ແລະ ໃກ້ຊິດກັບທຳມະຊາດຂອງບ້ານພັກມາຣື່ງ. 


ນັກທ່ອງທ່ຽວເບິ່ງວິຖີການຈັບກຸ້ງ, ຈັບປາ ຂອງພໍ່ແມ່ ຊາວຊົນເຜົ່າສ່ວນຫນ້ອຍທີ່ເຂດບ້ານພັກມາຣື່ງ. 


ມູມພັກຜ່ອນໃນເຂດບ້ານພັກມາຣື່ງທີ່ເຈົ້າຂອງເຮືອນໄດ້ຈັດສັນຢ່າງຄ່ອງແຄ່ວ. 


ບ້ານພັກຂອງແຂກໄດ້ອອກແບບມີລັກສະນະສະເພາະ ຂອງທ້ອງຖິ່ນ ແລະ ໃກ້ຊິດກັບທຳມະຊາດ.


ທັດສະນີຍະພາບພິດສະດານຢູ່ເຂດບ້ານພັກມາຣື່ງ.


ໜອງນ້ຳທີ່ຂຽວໃສ ແລະ ເຮືອນໄມ້ຂະໜາດນ້ອຍເປັນ ສະຖາປັດຕະຍະກຳ ສະເພາະຂອງທ້ອງຖິ່ນລະຫວ່າງ ຈຸດໃຈກາງຂອງບ້ານພັກມາຣື່ງ.


ນັກທ່ອງທ່ຽວພາຍເຮືອຊົມຄວາມສວຍງາມ ຂອງທິວທັດ ທຳມະຊາດ.

ມາເຖິງບ້ານພັກມາຣື່ງ, ນັກທ່ອງທ່ຽວຈະໄດ້ຮັບການ ຕ້ອນຮັບຢ່າງອົບອຸ່ນ ຈາກເຈົ້າຂອງເຮືອນເໝືອນດັ່ງ ໝູ່ເພື່ອນມາຢ້ຽມຢາມ. ໃນຕອນກາງເວັນ, ຜູ້ມາທ່ຽວ ຈະໄດ້ໄປຢ້ຽມຢາມທັດສະນະ ທັດສະນີຍະພາບ ທີ່ສວຍງາມແບບປະຖົມປະຖານ, ພິຈິດພິດສະດານ ແລະ ເຊີຍຊົມກັບອາກາດທີ່ສົດໃສ, ເຢັນສະບາຍຂອງດ່າລາດ ຕາມໃຈຊອບ.

ໃນລະດູບານໃໝ່, ທົ່ວທຸກແຫ່ງຢູ່ທີ່ນີ້ຖືກປົກຄຸມໄປດ້ວຍ ດອກໄມ້ບານເຮືອງເຮື່ອຫຼາຍຊະນິດແຂ່ງຂັນກັບເບັ່ງບານ.ເຂົ້າລະດູແລ້ງເຕັມໄປດ້ວຍດອກຊີມສີອິດ (purple rose myrtles) ແລະ ຕົ້ນໄຄ້ຂາວປ່ອຍກິ່ງກ້ານລົງ ຢູ່ຕາມ ສອງຟາກທາງ. ໃນລະດູໜາວແມ່ນໄດ້ຊົມກ້ອນເຝື້ອສີຂາວເລື່ອນລອຍໄປຕາມປ່າໄມ້ແປກ ເຮັດໃຫ້ບ້ານພັກແຫ່ງນີ້ມີຄວາມງາມແບບລຶກລັບຢູ່ກາງພູຜາປ່າໄມ້.

ຜູ້ທ່ຽວຊົມສາມາດຂ້າມຜ່ານຂົວໄມ້ເພື່ອປີນຂຶ້ນຈອມພູ, ບ່ອນທີ່ມີສວນໝາກກ້ຽງດົກຫນາທັງໄດ້ເກັບ ແລະ ໄດ້ຊີມລົດຫມາກກ້ຽງຫອມຫວານ ຢູ່ກັບສວນທີ່ນີ້ທັງຊົມ ບ້ານພັກແລະ ສີສັນຕ່າງໆນາໆຈາກມູມສູງ.

ໃນຍາມຄຳ່ຄືນ, ເຈົ້າຂອງບ້ານ ພ້ອມກັບແຂກຄົນຈະພາກັນໄປຫາຝືນເພື່ອດັງກອງໄຟຕັ້ງຄ້າຍຢູ່ແຄມໜອງນ້ຳ. ພ້ອມກັນກິນຊີ້ນປິ້ງ, ດື່ມເຫຼົ້າໄຫ, ຮ້ອງເພງຮ່ວມກັນ ແລະ ຟັງເຈົ້າຂອງເຮືອນເລົ່າເລື່ອງລາວຕ່າງໆກ່ຽວກັບປະຫວັດສາດ ແລະ ຜູ້ຄົນຢູ່ເຂດປ່າດົງພົງໄພໄຕງວຽນ, ກ່ຽວກັບ ການເດີນທາງໃນຄັ້ງຕ່າງໆຂອງເຈົ້າຂອງບ້ານພາຍໃຕ້ແສງໄຟສະຫວ່າງ ຈາກກອງໄຟ ທ່າມກາງອາກາດທີ່ໜາວເຢັນ ກາຍເປັນການສຳພັດຕົວຈິງທີ່ໜ້າປະທັບໃຈສຳລັບແຂກຄົນ ຜູ້ທີ່ມາຢ້ຽມຢາມ. 
ບົດ: ເຊີນເງ້ຍ - ພາບ: ຫງວຽນລວນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

Top