• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ບ້ານນອກເກົ່າແກ່ພາກເຫນືອ Emeralda ນິງບິ່ງ

ນອນແນບຂ້າງຮ່ອມພູຫີນປູນໃຫຍ່ມະໂຫຖານຂອງເຂດ ພື້ນທີ່ດິນນຳ້ຖ້ວມ ເວິນລອງ ທີ່ຂຶ້ນກັບເມືອງ ຢາເວີນ, ເມືອງຢາວຽນ (ນິງບິ່ງ), ເຂດພັກຜ່ອນຊັ້ນສູງEmeralda ໄດ້ຖືເປັນໝູ່ບ້ານນອກແຫ່ງໜຶ່ງຂອງເຂດພາກເໜືອ, ທີ່ເປັນສະຖານທີ່ສີຂຽວງາມກວ້າງຂວາງ ໃນເນື້ອທີ່ 16 ເຮັກຕາ, ມີຈຳນວນ 172 ຫ້ອງນອນທີ່ຫລູຫລາ ແລະ ເຕັມໄປດ້ວຍ ລັກສະນະສະເພາະສະຖາປັດຕະຍະກຳຂອງຫວຽດນາມໃນສະໄໝກ່ອນ. 
ໄດ້ຮັບການກໍ່ສ້າງ ແລະ ຄຸ້ມຄອງຈາກ Emeralda Management Group (EMG), Emeralda ນິງບິ່ງ ເປັນເຂດ​ພັກຜ່ອນທີ່ໄດ້​ຮັບມາດຕະຖານ 5 ດາວ ມີຂະໜາດໃຫຍ່ທີ່ສຸດໃນ​ເຂດພາກເໜືອໃນປະຈຸບັນ, ຫ່າງ​ໄກ​ຈາກ​ນະ​ຄອນ​ຫລວງ​ຮ່າ​ໂນ່ຍ​ໃຊ້​ເວ​ລາ​ຂີ່​ລົດ​ປະ​ມານ 90 ນາ​ທີ.
ເມື່ອໄປຍັງເຂດ​ພັກຜ່ອນ Emeralda ນິງບິ່ງ, ນັກທ່ອງທ່ຽວຈະຮູ້ສຶກປະທັບໃຈກັບ​ທັດ​ສະ​ນີ​ຍະ​ພາບສີຂຽວເຢັນສະ​ບາຍຈາກຕົ້ນໄມ້​ນາໆຊະນິດທີ່ໄກ້​ສິດ ແລະ ຕິດພັນກັບຊາວພາກເໜືອຄື: ຕົ້ນໂພ, ຕົ້ນ​ຫມາກມີ້, ຕົ້ນຫມາກ​ຄາຍ, ຕົ້ນ​ຫມາກ​ສີ​ດາ ແລະ ອື່ນໆ. ​ນອກນັ້ນ​ເຂດພັກຜ່ອນແຫ່ງນີ້​ຍັງ ມີ 9 ຄຸ້ມບ້ານ, ມີຫ້ອງນອນທັງໝົດ 172 ຫ້ອງທີ່ໄດ້ຮັບການຕົບ​ແຕ່ງຕາມສະຖາປັດຕະຍະກຳຂອງຫວຽດນາມ, ອຸ​ປະ​ກອນ​ເຄືຶ່ອງ​ໃຊ້​​ໃນລະ​ດັ​ບ​ມາດ​ຕະ​ຖານ​ສາ​ກົນ 5 ດາວ,ແຕ່​ໃສ່ຕາມຊື່​ເຄີຍ​ຊິນ​ຄື: ຊ້ອມເກົາ(ບ້ານ​ຫມາກ​ຫມາກ),ຊ້ອມມີດ (ບ້ານ​ຫມາກມີ້),​ ຊ້ອມໂດງ (ບ້ານ​ເຫນືອ), ຊ້ອມດ່ວາຍ... 

ເຂດພັກຜ່ອນ Emeralda ນິງບິ່ງ ນອນຢູ່ໃນເຂດ ພື້ນທີ່ນຳ້ຖ້ວມ ເວິນລອງ. ພາບ: ເອກະສານ


ໜອງນຳ້ທີ່ກວ້າງໃຫຍ່ໃນເຂດພັກຜ່ອນ Emeraldaນິງບິ່ງ. ພາບ: ເຕິດເຊີນ


ເຂດພັກຜ່ອນ Emeralda ນິງບິ່ງ ໄດ້ປູກຕົ້ນໄມ້ສີຂຽວ
ຫຼາຍຕົ້ນເພື່ອສ້າງທັດສະນີ​ຍະ​ພາບທີ່ປອດໂປ່ງ ແລະ ເຢັນດີ. ພາບ: ທົງທ້ຽນ



ລົດຖີບຄູ່ຮັບໃຊ້ໃຫ້ແກ່ບັນດາຄອບຄົວທີ່ມາຢ້ຽມຢາມເຂດພັກຜ່ອນ Emeralda ນິງບິ່ງ. ພາບ: ເຕິດເຊີນ


ນັກທ່ອງທ່ຽວສາມາດເລືອກສະລອຍນຳ້ສະເພາະໃຫ້ແກ່ຄອບຄົວຂອງຕົນ​ເອງ. ພາບ: ເຕິດເຊີນ



ພາບ​ຫ້ອງ​ນອນ​ພັກຜ່ອນ 2 ຊັ້ນສາມາດ​ຮັບ​ໃຊ້ໃຫ້ແກ່ຄອບຄົວ 5 ຄົນ. ພາບ: ເຕິດເຊີນ


ຫ້ອງຮັບປະທານອາຫານເຊົ້າໂດຍບໍ່ເສຍຄ່າ​ໃຫ້​ແກ່ນັກ
ທ່ອງທ່ຽວທີ່ມາເຊົ່າຫ້ອງຢູ່ທີ່ນີ້. ພາບ: ທົງທ້ຽນ



ໄດ້ມາຍັງເຂດພັກຜ່ອນ Emeralda ນິງບິ່ງ, ນັກທ່ອງທ່ຽວ
ຈະມີບັນຍາກາດທີ່ສະຫງົບສຸກຢູ່ນຳຄອບຄົວ. ພາບ: ທົງທ້ຽນ



ຫ້ອງຮຽນ ໂຢກາ ໄດ້ຈັດຕັ້ງຂຶ້ນເພື່ອຮັບໃຊ້ໃຫ້ແກ່ນັກທ່ອງທ່ຽວ. ພາບ: ເຕິດເຊີນ


ສະລອຍນຳ້ຢູ່ກາງແຈ້ງຂອງເຂດພັກຜ່ອນ Emeralda ນິງບິ່ງ. ພາບ: ເອກະສານ


ເຂດພັກຜ່ອນ Emeralda ນິງບິ່ງ ສວຍງາມໃນຍາມ ຄຳ່ຄືນ
ດ້ວຍລະບົບແສງສະຫວ່າງ. ພາບ: ເອກກະສານ Emeralda

ຈຸດເດັ່ນຂອງເຂດພັກຜ່ອນ Emeralda ນິງບິ່ງ ແມ່ນ ທິວທັດຊົນນະບົດຂອງພາກເໜືອໃນສະໄໝກ່ອນໄດ້ປະ​ກົດ​ຕົວຄືນໃໝ່​ຢ່າງ​ສົມ​ບຸນ​​ແບບມີ ໜອງດອກບົວ, ມີບໍ່ນຳ້ສ້າງ, ເດີ່ນສາລາບ້ານ, ຫຼັງຄາມຸງດິນຂໍສີແດງ, ປ່ອງຢ້ຽມເຮັດດ້ວຍໄມ້... ທີ່​ບົ່ງ​ບອກ​ເຖິງທັດສະນີ​ຍະ​ພາບ​ເກົ່າ​ແກ່, ເຕັມໄປດ້ວຍຄວາມປາມ​ປື້​ມ​. ບ້ານ​ພັກ​ລີ​ສອດ Emeralda ນິງບິ່ງ ໄດ້ມີນັກທ່ອງທ່ຽວຫຼາຍຄົນຖືເປັນເຂດສະຫງົບສຸກ, ເພາະທີ່ນີ້ຜັກປັງທີ່ຂຽວງາມຢູ່ ຮ່ອມບ້ານ, ມີດອກ​ເຈັ້ຍ​ສີແດງກຳລັງອອກດອກ, ມີທົ່ງນາອັນກວ້າງໃຫຍ່ໄພສານ, ມີຝູງນົກຍາງບິນໄປໆມາໆທຸກໆ ວັນຄືນ.

ຍິ່ງກວ່ານັ້ນ, ລັກສະນະສະເພາະຂອງເຂດພາກເໜືອໃນ ສະໄໝກ່ອນໄດ້ປະສົມ​ປະສານເຂົ້າກັບສະຖາປັດຕະຍະກຳການຕົບແຕ່ງພາຍໃນຂອງເຂດພັກຜ່ອນແຫ່ງນີ້. ແຕ່ລະຫ້ອງມີສວນນ້ອຍໆ​ເພື່ອ​ຊື່ນ​ຊົມບັນຍາກາດຂອງເຂດຊົນນະບົດ. ​ເຂດ​ພັກຜ່ອນຂອງ Emeralda ນິງບິ່ງ ຍັງມີສະລອຍນຳ້ຢູ່ ກາງແຈ້ງ, ເຂດນວດແຜນບູຮານຊັ້ນສູງ La Cochinchine Luxury Spa, ຫ້ອງອອກກຳລັງກາຍ, ສະໜາມກ໊ອບນ້ອຍ, ຕະຫຼາດຊົນນະບົດ, ສະໂມສອນສຳລັບເດັກ... ສ້າງຄວາມປະທັບໃຈໃຫ້ແກ່ບັນດາຄອບຄົວທີ່ມາຜັກຜ່ອນຢູ່ທີ່ນີ້.


ບັນດາເຂດທ່ອງທ່ຽວທີ່ມີຊື່ສຽງຄື: ຈ່າງອານ, ຕາມກົກ-ບິກດົງ, ປ່າສະຫງວນແຫ່ງຊາດ ກຸກເຟືອງ, ໂບດ ຟາດຢ້ຽມ, ວັດ ບາ້ຍ ດິງ... ຫ່າງຈາກ ​ເຂດ​ພັກຜ່ອນ Emeralda ບໍ່ຮອດ 30 ກິໂລແມດ, ສະນັ້ນ ເຂດພັກຜ່ອນແຫ່ງນີ້ ໄດ້ຖືກນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເລືອກເປັນບ່ອນທີ່ຜັກຜ່ອນຕະຫລອດ​ຂະ​ບວນການທ່ອງທ່ຽວຊອກຄົ້ນຫາເຂດເມືອງເກົ່າ ນິງບິ່ງ. 


Emeralda Resort ນິງບິ່ງນອນໃນເຂດພື້ນທີ່ດິນນຳ້ຖ້ວມ ເວິນລອງ, ຂຶ້ນກັບເມືອງ ຢາເວີນ, ເມືອງ ຢາວຽນ, ແຂວງ ນິງບິ່ງ.
ໂທລະສັບ: +84 303 658 333
ອີເມວ: info@emeraldaresort.com
ເວັບໄຊ: www.emeraldaresort.com


ປະຕິບັດໂດຍ: ສະໂມສອນຖ່າຍພາບວິນາທີຄຳ (ຂ່າວພາບຫວຽດນາມ)

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

Top