• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເສດຖະກິດ

ບົດຮຽນຈາກ Oren Simanian ກ່ຽວກັບການເລີ່ມຕົ້ນທຸລະກິດ

ທ່ານ Oren Simanian ເປັນຜູ້ພັດທະນາລະບົບນິເວດກ່ຽວກັບການ ເລີ່ມຕົ້ນທຸລະກິດ (Start-up Ecosystem) ທີ່ປະເທດ ອິດສະຣາ ແອນ. ລະບົບນິເວດກ່ຽວກັບການເລີ່ມຕົ້ນທຸລະກິດ ເປັນລະບົບໜຶ່ງ ລວມເອົາຫຼາຍຂົງເຂດ ທີ່ມີການພົວພັນກະທົບ ຊຶ່ງກັນ ແລະ ກັນ ເພື່ອ ຜະລິດຕະພັນຂອງວິສາຫະກິດຖືກຮອງຮັບຈາກຕະຫລາດ. ທ່ານ Oren ໄດ້ໃຫ້ການຊ່ວຍເຫຼືອນັກທຸລະກິດ ອິດສະຣາແອນ ນັບຫຼາຍ ພັນຄົນຕັ້ງອາຊີບ ປະສົບຜົນສຳເລັດ. ຜ່ານມາ, ສະຖານທູດ ອິດສະຣາແອນ ປະຈຳ ຫວຽດນາມ ໄດ້ຈັດຕັ້ງການເຄື່ອນໄຫວ ຫຼາຍຢ່າງ ແນໃສ່ຊ່ວຍໜູນ ບັນດານັກທຸລະກິດຊາວຫວຽດນາມ ໃນການເລີ່ມຕົ້ນທຸລະກິດ . ເນື່ອງໃນໂອກາດນີ້, ທ່ານ Oren ກໍໄດ້ມາ ແລະ ເປັນທີ່ປຶກສາ ໃຫ້ແກ່ບັນດານັກທຸລະກິດໜຸ່ມ ບົດຮຽນ ຕ່າງໆທີ່ເປັນປະໂຫຍດ. 
ຕາມທີ່ຮູ້, Oren Simanian ເປັນໜຶ່ງໃນບັນດາບຸກຄົນຫຼັກແຫຼ່ງ ໃນການພັດທະນາລະບົບນິເວດກ່ຽວກັບການເລີ່ມຕົ້ນທຸລະກິດຢູ່ທີ່ ອິດສະຣາແອນ, ໄດ້ຮັບຂະໜານນາມວ່າເປັນ “ນັກທຸລະກິດຂອງ ບັນດານັກທຸລະກິດ”. ທ່ານ Oren ເປັນທີ່ປຶກສາຂັ້ນສູງ ຂອງສະພາ ບັນດິດພາສາ Hebrew, ກຸ່ມບໍລິສັດ Technion, ບັນດາມະຫາ ວິທະຍາໄລ Hebrew, Univ, Univ of Haifa… ຄົ້ນຄວ້າກ່ຽວກັບການປ່ຽນແປງໃໝ່ ໃນການກໍ່ສ້າງ ລະບົບນິເວດເລີ່ມຕົ້ນທຸລະກິດ. ນອກນັ້ນ, ລາວກໍເປັນນັກອຸປະຖຳລາຍໃຫຍ່, ຕາງໜ້າໃຫ້ແກ່ ກຸ່ມບໍລິສັດ Indiegogo ທັງເປັນຜູ້ຮ່ວມກໍ່ຕັ້ງ ເວບໄຊ ກ່ຽວກັບ ລະບົບນິເວດເລີ່ມຕົ້ນທຸລະກິດ. ທ່ານ Oren Simanian ເປັນ ຜູ້ສ້າງຕັ້ງ ສູນເລີ່ມຕົ້ນທຸລະກິດຂຶ້ນກັບມະຫາວິທະຍາໄລ Tel Aviv ອີກດ້ວຍ.

ທ່ານ Oren Simanian ເປັນຜູ້ພັດທະນາລະບົບນິເວດກ່ຽວກັບການ ເລີ່ມຕົ້ນທຸລະກິດ (Start-up Ecosystem)
ທີ່ປະເທດ ອິດສະຣາ ແອນ. ພາບ: ຈິ້ງວັນໂບ້/VNP








ທ່ານ Oren Simanian ໄດ້ໃຫ້ຄໍາແນະນຳແກ່ບັນດາ ນັກທຸລະກິດໜຸ່ມວ່າຕ້ອງຮູ້ຄວາມຫວັງ,
ແຕ່ຕ້ອງທຸ່່ນທ່ຽງສ່ອງໃສເມື່ອເລີ່ມຕົ້ນເຮັດທຸລະກິດ. ພາບ: ຈິ້ງວັນໂບ້/VNP

 
 
 
CEO ຫງວຽນຫາຍຈ່ຽວ, ບໍລິສັດທົ່ວໜ່ວຍພິພົບວ່າດ້ວຍ ເຄືອຂ່າຍສັງຄົມ. (www.Younetmedia.com).
 
ທ່ານ Oren ໄດ້ສອນໃຫ້ຂ້າພະເຈົ້າວ່າ, ຕ້ອງຄົ້ນຄວ້າ ຕະຫຼາດ ກ່ອນເມື່ອເລີ່ມຕົ້ນທຸລະກິດ, ເລືອກຂະແໜງການດຳເນີນ ທຸລະກິດ ທີ່ມີລັກສະນະທົ່ວໂລກ ແລະ ມີບັນດາຜູ້ຮ່ວມງານ ເປັນຊາວທ້ອງຖິ່ນ ເດີມ. ຍ້ອນສັດຈະທໍາດັ່ງກ່າວ, ພວກຂ້າພະເຈົ້າ ໄດ້ພັດທະນາ Younetmedia ເປັນວິສະຫະກິດ ເຄືອຂ່າຍສັງຄົມ ລາຍໃຫຍ່ ຢູ່ຫວຽດນາມ ຊຶ່ງມີ ບັນດາລູກຄ້າສາກົນຄື: Samsung, Vietjet Air, Yamaha, Fonterra…  ແລະ ໃນຕໍ່ໜ້າອັນໃກ້ນີ້, Younetmedia ຈະເປີດກວ້າງຕະຫຼາດຕື່ມອີກ ຢູ່ສິງກະໂປ”.
ຜ່ານມາ, ກະຊວງການຕ່າງປະເທດ ອິດສະຣາແອນ ແລະ ນະຄອນ Tel Aviv  ໄດ້ຈັດການແຂ່ງຂັນເລີ່ມຕົ້ນທຸລະກິດ Start Tel Aviv 2015. ໃນຖານະເປັນທີ່ປຶກສາຂອງການແຂ່ງຂັນດັ່ງກ່າວ, ທ່ານ Oren ໄດ້ມາຫວຽດນາມເພື່ອຊ່ວຍບັນດາ CEO ທີ່ເຂົ້າຮ່ວມ ງານແຂ່ງຂັນ. ບັນດານັກທຸລະກິດໜຸ່ມຫວຽດນາມ ທີ່ໄດ້ຮັບການ ຄັດເລືອກ ໄປປະເທດ ອິດສະຣາແອນເພື່ອການຝຶກອົບຮົມ, ຢູ່ທີ່ນັ້ນ ຈະໄດ້ຮັບການແນະນໍາໂດຍກົງຈາກທ່ານ Oren.

ໃນການພົບປະແລກປ່ຽນຄວາມຄິດເຫັນກັບປະຊາຄົມນັກເລີ່ມຕົ້ນ ທຸລະກິດ ຫວຽດນາມຢູ່ຮ່າໂນ້ຍ, ທ່ານ Oren ໄດ້ແບ່ງປັນກ່ຽວກັບ ບົດຮຽນ ກໍ່ສ້າງ “ລະບົບນິເວດຕັ້ງຕົວ”. ບັນດາຜູ້ເຮັດທຸລະກິດ ຍາມໃດ ກໍຕ້ອງການ ລະບົບນິເວດທີ່ດີໜຶ່ງ, ປະຊາຄົມໜຶ່ງ ເພື່ອການ ແບ່ງປັນ, ຮັບຄວາມຊ່ວຍໜູນ ແລະ ສ້າງຄຸນຄ່າຜະລິດຕະພັນ ທີ່ມີຄຸນປະໂຫຍດໃຫ້ແກ່ສັງຄົມ. ເມື່ອໝຸນໃຊ້ລະບົບນິເວດເລີ່ມຕົ້ນ ທຸລະກິດ ຂອງອິສະຣາແອນເຂົ້າກັບສະພາບແວດລ້ອມ ຫວຽດນາມ, ຜູ້ເລີ່ມຕົ້ນທຸລະກິດ ຈະຮຽນຮູ້ໄດ້ບັນດາຈິນຕະນາການໂລຊິກ ໃນການເຄື່ອນໄຫວ ທຸລະກິດ ນັບຕັ້ງແຕ່ການຊອກຫານັກລົງທຶນ, ຮ່ວມສຳພັນກັບບັນດາ ນັກວິທະຍາ ສາດ, ເຊື່ອມຕໍ່ຂໍ້ມູນຂ່າວສານກັບການຕະຫຼາດ, ຊອກຫາການສະໜັບສະໜູນຈາກອໍານາດການປົກຄອງ ຈົນເຖິງການຜະລິດ ຜະລິດຕະພັນທີ່ມີລັກສະນະທົ່ວໂລກ.

ທ່ານ Oren Simanian ໄດ້ແບ່ງປັນບົດຮຽນກັບບັນດານັກ ທຸລະກິດໜຸ່ມ ຫວຽດນາມ ກ່ຽວກັບວິທີເລີ່ມຕົ້ນເຮັດທຸລະກິດ ນັບຕັ້ງແຕ່ເລີ່ມມີແນວຄວາມຄິດຈົນເຖິງການດໍາເນີນບາດກ້າວຕ່າງໆເພື່ອປະຕິບັດແນວຄວາມຄິດນັ້ນເຮັດແນວໃດຈຶ່ງມີປະສິດທິຜົນ. ໃນນັ້ນລວມມີວິທີສ້າງ ສຳນວນເອກະສານ ໂຄງການທີ່ດີ, ວິທີ ປາຖະກະຖາ ແລະ ວິທີສ້າງຄວາມປະທັບໃຈໃຫ້ແກ່ນັກລົງທຶນ.

ການປາຖະກະຖາຂອງ ທ່ານ Oren ໄດ້ຊ່ວຍໃຫ້   50 CEO ໜຸ່ມ ຂອງຫວຽດນາມ ເຂົ້າໃຈໄດ້ວິທີເລີ່ມຕົ້ນທຸລະກິດແມ່ນແນວໃດ. ທ່ານ ຫງວຽນຫືວບັ່ງ, ຮອງຜູ້ອຳນວຍການບໍລິສັດ Mictec ໄດ້ແບ່ງປັນວ່າ: “ບໍລິສັດ Mictec ຂອງພວກຂ້າພະເຈົ້າ ສະໜອງສະເພາະ ຮາດແວ (Hardware) ໃຫ້ແກ່ເຄື່ອງຈັກອຸດສາຫະກຳ.  ການໝຸນໃຊ້ ແຫຼ່ງ ຄວາມຮູ້ທີ່ໄດ້ຮັບເອົາຈາກທ່ານ Oren ໄດ້ຊ່ວຍໃຫ້ຂ້າພະເຈົ້າ ມີແນວຄວາມຄິດ ແລະ ໝັ້ນໃຈຕົນເອງຂຶ້ນຕື່ມ ເພື່ອຢືນຢັນ ຜະລິດຕະພັນຂອງບໍລິສັດຕົນກຳລັງຜະລິດ ເປັນທິດທາງການພັດທະນາທີ່ດີ”.

ສ່ວນທ່ານ ຫງວຽນແທ່ງກົງ, ເປັນ CEO ຂອງບໍລິສັດ LC tech.vn ຊໍ້າພັດຖືກໃຈຫລາຍເມື່ອສາມາດຮຽນນໍາທ່ານ Oren ໄດ້ ກ່ຽວກັບ ບັນຫາແຫຼ່ງທຶນ ແລະ ບົດຮຽນເມື່ອເລີ່ມຕົ້ນທຸລະກິດ. ທ່ານ ກົງ ໄດ້ແບ່ງປັນວ່າ: “ຂ້າພະເຈົ້າເລີ່ມຕົ້ນເຮັດທຸລະກິດແຕ່ 4 ປີກ່ອນນີ້ ແລະ ເຄີຍຖືກປະລາໄຊມາແລ້ວ. ສຳລັບຂ້າພະເຈົ້າປະຈຸບັນ ທ່ານ Oren  ເໝືອນດັ່ງຄູ່ຮ່ວມມື, ເພື່ອນຮ່ວມງານຜູ້ໜຶ່ງ ເພື່ອຊ່ວຍ ຂ້າພະເຈົ້າພັດທະນາ ແລະ ເຮັດໃຫ້ ບັນດາໂຄງການກຳລັງ ຜັນຂະຫຍາຍຂອງຕົນສຳເລັດຢ່າງດີ. ປັດຈຸບັນ, ພວກຂ້າພະເຈົ້າ ໄດ້ມີບັນດາລູກຄ້າລາຍໃຫຍ່ ເຊັ່ນ: IBM ແລະ Le Brothers.

ບົດ: ບິກເວີນ - ພາບ: ຈິ້ງວັນໂບ້, ເອກະສານ

bichlien

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ນະຄອນ​ ຮ່າ​ໂນ້ຍ​ໄດ້​ສືບ​ຕໍ່​ຊຸກຍູ້​ບັນດາ​ຂົງ​ເຂດ​ຜະລິດ​ກະສິກຳ​ແບບ​ລວມສູນ, ສ້າງ​ແຫຼ່ງວັດຖຸ​ດິບ​ທີ່​ມີ​ຜົນຜະລິດສູງ​ເພື່ອ​ຮັບ​ໃຊ້​ການ​ບໍລິ​ໂພ​ກພາຍ​ໃນ​ແລະ ສົ່ງ​ອອກ.

Top