• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບົດກະວີອວຍພອນປີໃໝ່ຂອງປະທານໂຮ່ຈີມິນແມ່ນສຽງຂອງປະເທດຊາດ,ຄຳຮຽກຮ້ອງຂອງປະເທດຊາດ

ຜູ້​ອຳ​ນວຍ​ການ​ໃຫຍ່ VOV ຫງວຽນ​ເທ໋​ກິ້ ຮັບ​ຂອງ​ຂວັນ​ຈາກ​ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ
       ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 70 ປີ​ແຫ່ງ​ຄັ້ງ​ທຳ​ອິດ​​ທີ່ປະ​ທານ ໂຮ່​ຈີ​ມິນ ອ່ານ​ບົດ​ກະ​ວີ​ອວຍ​ພອນ​​ບຸນ​ເຕັດ​​ຜ່ານ​ຄື້ນ​ຂອງວິ​ທະ​ຍຸ​ກະ​ຈ​າຍ​ສຽງ ຫວຽດ​ນາມ (VOV), ຕອນ​ຄ່ຳ​ວັນ​ທີ 17/1, ຢູ່​ຮ່າ​ໂນ້ຍ, VOV ໄດ້​ຈັດ​ລາຍ​ການ​ພົບ​ປະ​ແລກ​ປ່ຽນ​ສະ​ແດງ​ສີ​ລະ​ປະ​ດ້ວຍ​ຫົວ​ຂໍ້ “​ສຽງຂອງ​ປະ​ເທດ​ຊາດ”. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ​ປະ​ທານ​ປະ​ເທດ ເຈີ່ນດ​້າຍກວາງ ໄດ້​ຊ​ີ້​ແຈ້ງວ່​າ: ປະ​ເທດ​ຊາດ​ຫາກໍ່​ສະ​ເຫຼ​ີມ​ສະຫຼອງ 70 ປີ​ແຫ່ງວັນ​ທົ່ວ​ປະ​ເທດ​ທຳ​ການ​ຕໍ່​ຕ້ານ ຢ່າງ​ສົມ​ກຽດ ແລະ ມື້​ນີ້​ແມ່ນ​ການ​ສ​ະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ປະ​ທານ​ໂຮ່​ຈີ​ມີນ ອ່ານ​ບົດ​ກະ​ວີ​ອວຍ​ພອນ​ປີ​ໃໝ່​ປີ​ກຸນ​​ຜ່ານ​ຄື້ນ​ຂອງ VOV. ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ແບ່ງ​ປັນ​ວ່າ:
        “ຄຳ​ອ​ວ​ຍ​ພອນ​ປີ​ໃໝ່​ຂອງ​ລຸງ​ໂຮ່​ຄື​ດັ່​ງ​​ສຽງຂອງ​ປະ​ເທດ​ຊາດ, ​ແມ່ນຄຳ​ຮຽກ​ຮ້ອງ​ຂອງ​ປະ​ເທດ​ຊາດ. ເດີນ​ຕາມ​ເສັ້ນ​ທາງ​ທີ່​ພັກ ແລະ ປະ​ທານ ໂຮ່​ຈີ​ມິນ ໄດ້​ເລືອກ​ເຟັ້ນ, ອອກ​ແຮງ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ, ມະ​ຕິ​ສູນ​ກາງ​​ພັກຄັ້​ງ​ທີ 4 ກ່ຽວ​ກັບ​ການກໍ່​ສ້າງ, ປັບ​ປຸງ​ພັກ, ຍູ້​ແຮງ​​​ພາ​ລະ​ກິດ​ແຫ່ງ​ການ​ປ່ຽນ​ໃໝ່​ປະ​ເທດ​ຊາດ ຢ່າງຮອບ​ດ້ານ, ຄົບ​ຊຸດ, ກໍ່​ສ້າງ​ສຳ​ເລັດ, ປົກ​ປັກ​ຮັກ​ສາ​ປະ​ເທດ ຫວຽດ​ນາມ ສັງ​ຄົມ​ນິ​ຍົມ​ໄວ້​ຢ່າງ​ໝັ້ນ​ຄົງ. ເມື່ອ​ຫວນ​ຄືນ​ບັນ​ດາ​ບົດ​ກະ​ວີ​ອວຍ​ພອນ​ປີ​ໃໝ່​ຂອງ​ລຸງ​ໂຮ່, ຍິ່ງ​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ກ່ຽວ​ກັບ​ມູນ​ເຊື້ອ​ທີ່​ພິ​ລະ​ອ​າດ​ຫານຂອງ​ຊາດ, ນຳຄ​ຳ​ເຮົາ​ທີ່​ວ່າ “ຈິດ​ໃຈ​ຂອງ​ເຮົາ​ໄດ້​ຕັດ​ສິນ​, ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ” ເຂົ້າ​ໃນ​ພາ​ລະ​ກິດ​ສ້າງສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ໃນ​ປະ​ຈຸ​ບັນ. ພາ​ລະ​ກິດ​ແຫ່ງ​ການ​ປະ​ຕິ​ວັດ​ທີ່​​ສະ​ຫງ່າ​ລາ​ສີ​ຂອງ​ພວກ​ເຮົາ​​ຈະປະ​ສົບ​ຜົນ​ສຳ​ເລັດ​​ຢ່າງ​ແນ່ນອນ.”
 (ແຫຼ່ງຄັດຈາກ VOV)

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top