• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ບຸກຄົນໄປຊອກຫາຄວາມຍຸຕິທຳ ໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ

ເພື່ອທວງເອົາຄວາມຍຸຕິທຳໃຫ້ແກ່ບັນດາຜູ້ປະສົບເຄາະຮ້າຍ ຈາກທາດ ພິດສີສົ້ມ/dioxin, ທ່ານນາງ ເຈີ່ນໂຕ໋ງາ (ອາຍຸ 73 ປີ, ສັນຊາດ ຝຣັ່ງ) ໄດ້ເປີດການຮ້ອງຟ້ອງຕໍ່ສານ ກ່ຽວກັບ 26 ບໍລິສັດເຄມີ ຂອງອາເມລິກາໄດ້ສະໜອງທາດເຄມີ ໃຫ້ກອງທັບອາເມລິກາ ຮັບໃຊ້ບັ້ນລົບສົງຄາມ ຢູ່ຫວຽດນາມ. 
ໃນເດືອນ ສິງຫາ 2015 ຜ່ານມາ, ທ່ານນາງ ງາ ພ້ອມກັບຄະນະທະນາຍ ຄວາມ William Bourdon Forestier ຢູ່ນະຄອນຫຼວງ ປາຣີ (ຝຣັ່ງ) ແລະ ຄະນະສ້າງຮູບເງົາຂອງອາເມລິກາ ກັບຄືນມາ ຫວຽດນາມເພື່ອປັບ ປຸງສຳນວນເອກະສານການຮ້ອງຟ້ອງ ແລະ ຈັດຕັ້ງປະຕິບັດການຖ່າຍ ຮູບເງົາກ່ຽວກັບຜົນຢ້ອນຫຼັງຂອງທາດພິດສີສົ້ມ ທີ່ມີຕໍ່ປະເທດຫວຽດນາມ.

ດ້ວຍໃບໜ້າຜູ້ໃຈບຸນ, ສາຍຕາແຫລມຄົມ, ວາດຊົງທີ່ວ່ອງໄວມີໄຫວພິກ ທັງການປາກເວົ້າທີ່ມີສະເໜ່, ທ່ານນາງງາໄດ້ສ້າງຄວາມປະທັບໃຈຢ່າງແຮງກ້າຕໍ່ຜູ້ທີ່ໄດ້ລົມກັບນາງ. ຈາກທີ່ເຄີຍເປັນນັກຂ່າວສະໜາມຮົບຂອງ ສຳນັກຂ່າວ Giai phong, (ປັດຈຸບັນແມ່ນສຳນັກຂ່າວສານຫວຽດນາມ) ແຕ່ປີ 1966-1970, ນາງເຄີຍໄດ້ໃຊ້ຊີວິດ ແລະ ເຄື່ອນໄຫວໃນເຂດແຄ້ວນ ທີ່ຖືກກອງທັບ ອາເມລິກາ ຫວ່ານທາດພິດໜັກໜ່ວງທີສຸດຢູ່ພາກໃຕ້ເຊັ່ນ: ກູ່ຈີ, ບິ່ງລອງ, ໄຕນິງ, ເສັ້ນທາງໂຮ່ຈີມິນ… ດ້ວຍເຫດນັ້ນ, ຕົວນາງເອງກໍເປັນຜູ້ຫນຶ່ງທີ່ຖືກສຳຜັດໂດຍກົງກັບທາດພິດກ່າວນີ້ເອງ.

ບໍ່ມີໃຜໃນຈຳນວນລູກ 3 ຄົນຂອງທ່ານນາງງາມີຊີວິດແບບຄົນປົກກະຕິທົ່ວໄປ ເນື່ອງຈາກໄດ້ຮັບຜົນຕາມມາຂອງທາດພິດສີສົ້ມ. ໃນນັ້ນ, ຜູ້ເປັນລູກ ກົກຂອງນາງໄດ້ເສຍຊີວິດເມື່ອອາຍຸໄດ້ພຽງ 17 ເດືອນ.


ທ່ານນາງເຈີ່ນໂຕ໋ງາ, ຜູ້ຕິດຕາມຄະດີຮ້ອງຟ້ອງຕໍ່ສານກ່ຽວກັບ 26 ບໍລິ ສັດເຄມີຂອງອາເມລິກາໄດ້ສະໜອງທາດເຄມີ
ໃຫ້ກອງທັບອາເມລິກາ ຮັບໃຊ້ບັ້ນສົງຄາມຢູ່ຫວຽດນາມ. 



ທ່ານນາງ ເຈີ່ນໂຕ໋ງາ ຍ່າງຮ່ວມທາງພ້ອມກັບບັນດາຜູ້ຖືກປະສົບເຄາະຮ້າຍຈາກທາດພິດສີສົ້ມທີ່ນະຄອນໂຮ່ຈີມິນເມື່ອເດືອນສິງຫາ 2015. 


ທ່ານນາງງາມາຢ້ຽມຢາມສູນສ້າງວິຊາຊີບ ແລະ ລ້ຽງດູຜູ້ປະສົມເຄາະຮ້າຍ ຈາກທາດພິດສີສົ້ມຢູ່ຫວຽດນາມ. 


ຈິດໃຈ ແລະ ການສະໜັບສະໜູນ ຂອງບັນດາ ຜູ້ປະສົບເຄາະຮ້າຍຈາກ ທາດພິດສີສົ້ມເປັນ ແຫຼ່ງລະດົມກຳລັງໃຈ
ອັນໃຫຍ່ຫຼວງໃຫ້ແກ່ທ່ານນາງ ງາໃນຂະບວນການຊອກຫາຄວາມຍຸຕິທຳຄືນ ໃຫ້ແກ່
ບັນດາຜູ້ປະສົບ ເຄາະຮ້າຍຈາກທາດພິດສີສົ້ມຫວຽດນາມ.



ຄວາມເຈັບປວດຂອງຕົວເອງ ພ້ອມກັບຄວາມເຫັນໃຈ ກັບບັນດາ ຜູ້ປະ ສົບເຄາະຮ້າຍຈາກທາດພິດສີສົ້ມເປັນແຫຼ່ງລະດົມກຳລັງໃຈ
ອັນໃຫຍ່ຫຼວງເພື່ອໃຫ້ທ່ານນາງງາຕັດສິນໃຈຕິດຕາມຄະດີຮ້ອງຟ້ອງດັ່ງກ່າວໄປ ເຖິງທີ່ສຸດ. 

ທ່ານນາງເຈີ່ນໂຕ໋ງາ ໄດ້ເປີດການຮ້ອງຟ້ອງຕໍ່ສານກ່ຽວກັບ 26 ບໍລິສັດ ເຄມີ ຂອງອາເມລິກາສະໜອງເຄມີໃຫ້ກອງທັບອາເມລິກາຮັບໃຊ້ບັ້ນ ສົງຄາມຢູ່ຫວຽດນາມ, ສານນະຄອນ Evry (ຝຣັ່ງ) ໄດ້ຍອມຮັບ ການຕັດ ສິນເມື່ອເດືອນ ມິຖຸນາ 2014. ທ່ານນາງ ເຈີ່ນໂຕ໋ງາ ທັງເປັນຄົນເປີດການ ຮ້ອງຟ້ອງຕໍ່ສານ ທັງເປັນຫລັກຖານພິຍານດ້ວຍຖານະເປັນຜູ້ຖືກປະສົບ ເຄາະຮ້າຍຈາກທາດພິດສີສົ້ມໃນບັ້ນສົງຄາມ ຢູ່ຫວຽດນາມ. 
ກັບຄືນມາຫວຽດນາມ, ກັບມາຢ້ຽມຢາມສະໜາມຮົບເກົ່າ, ທ່ານນາງງາໄດ້ລົ້ນປ່ຽມໄປດ້ວຍອາລົມຈິດພິເສດອັນຍາກທີ່ຈະພັນລະນາເປັນຄຳເວົ້າ ອອກມາ. ເມື່ອພົບກັບບັນດາເພື່ອນຮ່ວມຮົບເກົ່າທີ່ສະໄຫມເປັນນັກຂ່າວ ສຳນັກຂ່າວສານຫວຽດນາມ, ນາງບໍ່ຄ່ອຍເລົ່າເລື່ອງກ່ຽວກັບຕົວເອງ, ນາງເຄີຍເລົ່າເລື່ອງລາວຕ່າງໆກ່ຽວກັບ ເພື່ອນຮ່ວມຮົບ, ກ່ຽວກັບສິ່ງລະລຶກທີ່ ທຸກຍາກລຳບາກ ແຕ່ສະຫງ່າອົງອາດ, ກ່ຽວກັບອະນາຄົດ ແລະ ຄວາມ ເຊື່ອໝັ້ນໃນຂະບວນການ ໄປຊອກຫາຄວາມຍຸຕິທຳ ໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ.

ໃນຊ່ວງໄລຍະຢູ່ຫວຽດນາມ, ທ່ານນາງງາໄດ້ເຂົ້າຮ່ວມຂະບວນການຍ່າງ ຮ່ວມພ້ອມກັບບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມທີ່ນະຄອນ ໂຮ່ຈີມິນ, ໄປຢ້ຽມຢາມສູນປົກປ້ອງ-ຊ່ວຍເຫລືອສັງຄົມ, ລ້ຽງດູ, ຟື້ນຟູບົດບາດ, ຝຶກອົບຮົມ ແລະ ສອນວິຊາຊີບໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດ ພິດສີສົ້ມ/dioxin ຫວຽດນາມ ທີ່ນະຄອນຫຼວງຮ່າໂນ້ຍ.

ຄະນະທະນາຍຄວາມຊາວຝຣັ່ງຕ່າງກໍສະອື້ນໃຈເມື່ອໄດ້ເຮັດວຽກກັບທ່ານນາງງາ  ແລະ ໄດ້ເຫັນກັບຕາຊີວິດການເປັນຢູ່ ຂອງຜູ້ປະສົບເຄາະຮ້າຍ ຈາກທາດພິດສີສົ້ມຢູ່ຫວຽດນາມ ແລະ ບູຮານສະຖານທີ່ເປັນຮອຍເສດເຫຼືອຢູ່ບັນດາເຂດສະໜາມຮົບທີ່ດຸເດືອດໃນອະດີດ. ນັກກົດໝາຍ Bertrand Repold ໃຫ້ຮູ້ວ່າ: “ຫຼັງຈາກໄດ້ເຫັນກັບຕາ ຄວາມເຈັບປວດ ແລະ ຄວາມມານະອົດທົນທີ່ເຫລືອເຊື່ອຂອງຜູ້ປະສົບເຄາະຮ້າຍ ຈາກ ທາດພິດສີສົ້ມຫຼາຍຄົນ, ພວກຂ້າພະເຈົ້າຍິ່ງເພີ່ມຄວາມຕັດສິນໃຈໃນການ ປັບປຸງສຳນວນເອກະສານ ແລະ ການເປັນພິຍານຫລັກຖານເພື່ອ ຕິດຕາມຄະດີ ຮ້ອງຟ້ອງດັ່ງກ່າວນີ້ຈົນເຖິງທີ່ສຸດ”.

ຮ່ວມເດີນທາງພ້ອມກັບທ່ານນາງງາຄັ້ງນີ້ ຍັງມີຄະນະສ້າງຮູບເງົາທີ່ ມາ ຈາກປະເທດອາເມລິກາ ລວມມີນັກກຳກັບການສະແດງ Alan Adelson ແລະ ນັກຖ່າຍທຳຮູບເງົາ Scott Sinkler. ຄະນະຖ່າຍທຳຮູບເງົາມີແຜນ ສ້າງຮູບເງົາເອກະສານທີ່ໃສ່ຊື່: “ແປວໄຟມະຫັດສະຈັນ” ທີ່ກ່ຽວພັນກັບຊີ ວິດຂອງທ່ານນາງງາ ແລະ ຜົນຢ້ອນຫຼັງຂອງທາດພິດສີສົ້ມ ຢູ່ຫວຽດນາມ. ໃນການມາຢ້ຽມຢາມຫວຽດນາມຄັ້ງນີ້, ຄະນະຖ່າຍທຳຮູບເງົາ ແລະ ທ່ານ ນາງງາພາໄດ້ໄປຢ້ຽມຢາມຫຼາຍແຫ່ງເຊັ່ນ: ສຳນັກຂ່າວສານຫວຽດນາມ, ຫໍພິພິດຕະພັນ, ສະໜາມຮົບເກົ່າກູ່ຈີ, ໄຕນິງ, ໂກນດ່າວ, ເກີ່ນເທີ, ຊ໋ອກ ຈັງ ແລະ ຮ່າໂນ້ຍ.


ຄະນະສ້າງຮູບເງົາອາເມລິກາມີແຜນສ້າງຮູບເງົາເອກະສານທີ່ໃສ່ຊື່: “ແປວໄຟມະຫັດສະຈັນ” ກ່ຽວພັນກັບຊີວິດຂອງທ່ານນາງງາ
ແລະ ຜົນ ຢ້ອນຫຼັງຂອງທາດພິດສີສົ້ມທີ່ຫວຽດນາມ. 



ນັກຖ່າຍທຳຮູບເງົາ Scott Sinkler ເປັນເພື່ອນຮ່ວມທາງພ້ອມກັບ ທ່ານ ນາງງາໃນບັ້ນກັບມາຫວຽດນາມຄັ້ງນີ້ ເພື່ອສ້າງ
ຮູບເງົາເອກະສານກ່ຽວ ກັບທ່ານນາງງາ ແລະ ບັນດາຜູ້ປະສົມເຄາະຮ້າຍ ຈາກທາດພິດສີສົ້ມ ຢູ່ຫວຽດນາມ. 


ທ່ານນາງງາໄຂຄວາມໃນໃຈກັບເພື່ອນມິດຂອງຕົນກ່ຽວກັບຂະບວນການ ເຂົ້າຮ່ວມຮ້ອງຟ້ອງຄະດີບັນດາບໍລິສັດເຄມີອາເມລິກາ
ໃນຂະບວນວິວັດການຊອກຫາຄວາມຍຸຕິທຳໃຫ້ແກ່ບັນດາຜູ້ປະສົບເຄາະຮ້າຍ ຈາກທາດ ພິດສີສົ້ມຢູ່ຫວຽດນາມ. 



ທ່ານນາງເຈີ່ນໂຕ໋ງາຢ້ຽມຢາມຫໍພິພິຕະພັນຮ່ອງຮອຍ ແລະ ວັດຖຸສິ່ງຂອງ ທີ່ເປັນຫຼັກຖານພະຍານສົງຄາມຢູ່ເມືອງ 3, ນະຄອນໂຮ່ຈີມິນ. 


ທ່ານນາງງາ ພ້ອມກັບເພື່ອນມິດ ແລະ ເພື່ອນຮ່ວມຮົບເກົ່າກັບມາ ຢ້ຽມຢາມສະໜາມຮົບເກົ່າຢູ່ກູ່ຈີ. 


ທ່ານນາງງາມ່ວນຊື່ນເມື່ອພົບກັບເພື່ອນມິດ ແລະ ເພື່ອນຮ່ວມຮົບເກົ່າ. 
 
ຈາກການຢ້ຽມຢາມດັ່ງກ່າວ, ທ່ານນາງງາໄດ້ຮັບການສະໜັບສະໜູນ ຈາກປະຊາຊົນຈາກທຸກເຂດແຄ້ວນຂອງປະເທດ. ໂດຍສະເພາະແມ່ນປະ ຊາຊົນແຂວງຊ໋ອກຈັງ (ບ້ານເກີດຂອງທ່ານນາງງາ) ມີປະມານ 18.000 ຄົນ ໄດ້ລົງລາຍເຊັນສະໜັບສະໜູນໃຫ້ແກ່ຄະດີຮ້ອງຟ້ອງທີ່ຝຣັ່ງ. ນີ້ແມ່ນ ແຫຼ່ງລະດົມກຳລັງໃຈອັນໃຫຍ່ຫຼວງໃຫ້ແກ່ທ່ານນາງງາ ໃນຂະບວນການ ຊອກຫາຄວາມສະເໝີພາບຄືນໃຫ້ແກ່ບັນດາຜູ້ປະສົບເຄາະຮ້າຍຈາກ ທາດພິດສີສົ້ມຫວຽດນາມ.
ບົດ: ເຊີນເງ້ຍ - ພາບ: ອານຮ໋ຽວ

ນັກສິລະປິນ ລະນາດຫີນ ອາຮີວນ

ນັກສິລະປິນ ລະນາດຫີນ ອາຮີວນ

ອາຮີວນ ບໍ່ໄດ້ຮຽນດົນຕີໃນໂຮງຮຽນໃດ, ບໍ່ໄດ້ຮັບການສິດສອນ ຈາກໃຜ, ແຕ່ຍ້ອນສຽງ ເຕີຣຶງ, ຕີງນິງ, ກະນີ, ລະນາດຫີນ... ຄືດັ່ງເວດມົນ ທີ່ບໍ່ມີຕົວຕົນ ດຶງດູດຫົວໃຈ ຂອງ ລາວ, ປຸກແປວໄພ ແຫ່ງຄວາມຫຼົງໄຫຼ ແລ້ວນຳພາ ໃຫ້ລາວ ກາຍເປັນນັກສິລະປິນ ໜຸ່ມດີເດັ່ນ ທີ່ສາມາດປະດິດສ້າງ ແລະ ຫຼິ້ນເຄື່ອງດົນຕີ ບູຮານທຸກປະເພດ ຂອງ ຊາວເຜົ່າ ຢາຣາຍ.

Top