• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາບັນຫາທິດສະດີກ່ຽວກັບວຽກງານແມ່ຍິງຢູ່ຫວຽດນາມໃນສະພາບການໃຫມ່

ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ
      ວັນ​ທີ 16/1, ຢູ່ ຮ່າ​ໂນ້ຍ ສູນ​ກາງ​ສະ​ຫະ​ພັນ​ແມ່​ຍິງ​ຫວຽດ​ນາມ ໄດ້​ສົມ​ທົບ​ກັບ​ວາ​ລະ​ສານກອມ​ມູ​ນິດ ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ “ບັນ​ດາ​ບັນ​ຫາ​ທິດ​ສະ​ດິ​ກ່ຽວ​ກັບ​ວຽກ​ງານ​ແມ່​ຍິງ​ຢູ່​ຫວຽດ​ນາມ​ໃນ​ສະ​ພາບ​ການ​ໃຫມ່”. ກອງ​ປະ​ຊຸມ​ສຳ​ມະ​ນາ​ດັ່ງ​ກ່າວ​ສະ​ຫລຸບ​ເບື້ອງ​ຕົ້ນ​ບັນ​ດາ​ບັນ​ຫາ​ທິ​ດ​ສະ​ດີກ່ຽວ​ກັບ​ວຽກ​ງານ​ແມ່​ຍິງ, ມອບ​ສິດ​ໃຫ້​ແກ່​ແມ່​ຍິງ, ໄຈ້​ແຍກ​ບັນ​ດາ​ທັດ​ສະ​ນະ, ນະ​ໂຍ​ບາຍ​ກ່ຽວ​ກັບ​ວຽກ​ງານ​ແມ່​ຍິງ, ຊຸກ​ຍູ້​ການ​ເຂົ້າ​ຮ່ວມ​ຂອງ​ແມ່​ຍິງ​ໃນ​ບັນ​ດາ​ຂົງ​ເຂດ. ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ບັນ​ດາ​ຜູ້​ແທນ​ໄດ້​ສຸມ​ໃສ່​ໄຈ້​ແຍກ​ບັນ​ດາ​ພື້ນ​ຖານ​ທິດ​ສະ​ດີ ແລະ ສະ​ຫລຸບ​ພຶດ​ຕິ​ກຳ​ເນື້ອ​ໃນ​ພື້ນ​ຖານ​ຂອງວຽກ​ງານ​ແມ່​ຍິງ​ຊື່ງ​ລວມ​ມີ: ບັນ​ດາ​ບັນ​ຫາ​ທິດ​ສະ​ດີກ່ຽວ​ກັບ​ແມ່​ຍິງ ແລະ ວຽກ​ງານ​ຂອງ​ແມ່​ຍິງ, ສະ​ພາບ​ການ, ການ​ກະ​ທຳ​ຜົນ​ສະ​ທ້ອນ​ເຖິງ​ຄວາມ​ຮຽກ​ຮ້ອງ​ການ​ປ່ຽນ​ໃຫມ່​ໃນ​ວຽກ​ງານ​ແມ່​ຍິງ, ບັນ​ດາ​ບັນ​ຫາ​ລະ​ອຽດ​ກ່ຽວ​ກັບ​ສິດ​ຂອງ​ແມ່​ຍິງ ແລະ ການ​ປ່ຽນ​ໃຫມ່​ວຽກ​ງານ​ຂອງ​ສະ​ຫະ​ພັນ​ແມ່​ຍິງ.
 (ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top