• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ ກັບ ລາວ, ກຳປູເຈຍ

ຕາມແຜນການຂອງຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ, ນະຄອນ ໂຮ່ຈີມິນຈະຈັດຕັ້ງພິທີໂຮມຊຸມນຸມສະເຫຼີມສະຫຼອງ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ແລະ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ - ລາວ ໃນເດືອນ 7/2017
      50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ - ກຳປູເຈຍ ໃນເດືອນ 6/2017. ນະຄອນໂຮ່ຈີມິນກໍ່ໜູນຊ່ວຍນະຄອນຫລວງ ວຽງຈັນ ໃນການບຳລຸງຝຶກຝົນອົບຮົມ ແນໃສ່ຍົກສູງທັກສະການຄຸ້ມຄອງດ້ານການເງິນ, ງົບປະມານ, ພາສີອາກອນ; ຮັບປະກັນຈຳນວນທຶນສຶກສາໃຫ້ນັກສຶກສາ ລາວ, ກຳປູເຈຍ ຢູ່ນະຄອນໂຮ່ຈີມິນ. ພະແນກສາທາລະນະສຸກເປັນເຈົ້າພາບຈັດຕັ້ງການກວດກາ, ປິ່ນປົວພະຍາດ, ຜ່າຕັດຕາໃຫ້ແກ່ຄົນເຈັບທີ່ປະສົບກັບຄວາມຫຍຸ້ງຍາກຢູ່ບາງທ້ອງຖິ່ນຂອງ ລາວ, ກຳປູເຈຍ; ຊຸກຍູ້ໂຄງການໂຮງໝໍ ເຈີ້ໄຣ - ກຳປູເຈຍ. ສຳລັບບັນດາການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ, ນະຄອນ ໂຮ່ຈີມິນ ຈັດຕັ້ງ “ສັບປະດາວັດທະນະທຳ ລາວ” ແລະ ງານວາງສະແດງ “ນ້ຳໃຈມິດຕະພາບຮ່ວມມື ຫວຽດນາມ - ລາວ” ຢູ່ຫໍວັດທະນະທຳຊາວໜຸ່ມ ໃນເດືອນ 07/2017; ລາຍການແລກປ່ຽນສີລະປະ ແລະ ງານວາງສະແດງຮູບພາບກ່ຽວກັບການພົວພັນທາງການທູດ ຫວຽດນາມ - ກຳປູເຈຍ ໃນເດືອນ 6 ແລະ ເດືອນ 8/2017.
 (ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top