• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບຣາຊິນ ນຳເຂົ້າກາເຟ Robusta ຈາກ ຫວຽດນາມ


(ພາບປະກອບ / TTXVN)

      ວັນ​ທີ 20/02 ກະຊວງ​ກະສິກຳ ບຣາຊີນ ​ໃຫ້​ຮູ້​ວ່າ ຄະນະ​ກຳມະການ​ຄຸ້ມ​ຄອງ​ຫ້ອງການການ​ຄ້າ​ຕ່າງປະ​ເທດ ບຣາຊີນ (Gemex) ​ໄດ້​ອອກ​ຂໍ້​ຕົກ​ລົງ​ອະ​ນຸຍາດ​​ໃຫ້ຫລຸ​ດຜ່ອນ​ພາສີ​ນຳ​ເຂົ້າກາ​​ເຟ Robusta ​ແຕ່ 20% ລົງ​ເຫຼືອພຽງ 10% ​ເພື່ອ​ນຳ​ເຂົ້າກາ​ເຟ 1 ລ້ານ​ຖົງ​ໃນ 4 ​ເດືອນ ນັບ​ແຕ່​ເດືອນ 02 – 05/2017, ​ເທົ່າກັບ 250.000 ​ໂຕນ/​ເດືອນ. ບົນ​ພື້ນຖານ​ຂໍ້​ຕົກລົງ​ດັ່ງກ່າວ, ກະຊວງ​ກະສິກຳ ບຣາຊີນ ​ໄດ້​ປະກາດ​ບົດ​ລາຍ​ງານ​ໄຈ​້ແຍກກ່ຽວ​ກັບກາ​ເຟ Robusta ຂອງ ຫວຽດນາມ. ຕາມ​ບັນດາ​ນັກ​ຄົ້ນຄວ້າ​ແລ້ວ, ​ເລື່ອງ​ປະກາດ​ໝາກ​ຜົນ​ແຫ່ງ​ການ​ຄົ້ນຄວ້າ​ນີ້ ບັນດາ​ວິ​ສາ​ຫະກິດ​ປຸງ​ແຕ່ງ​ກາ​ເຟ ອາດ​ຈະ​ນຳ​ເຂົ້າກາ​ເຟ​ເມັດ​ຂອງ ຫວຽດນາມ ຖ້າ​ຫາກ​ເຄົາລົບຖືກ​ຕາມ​ບັນດາ​ຂໍ້​ກຳນົດ ​ເຊິ່ງ ບຣາຊີນ ພວມປະກາດ​ໃຊ້ປະຈຸ​ບັນ​.
 (ແຫຼ່ງຄັດຈາກ VOV)
                                                                                            

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ຕອນເຊົ້າວັນທີ 18 ເມສາ ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ເປັນວັນບຸນບູຊາເຈົ້າຊີວິດຮຸ່ງ, ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ຈັດພິທີບູຊາເຈົ້າຊີວິດຮຸ່ງ, ແນໃສ່ສະແດງຄວາມຮູ້ບຸນຄຸນບັນດາເຈົ້າຊີວິດຮຸ່ງທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ.

Top