• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄວາມສາມາດບົ່ມຊ້ອນ ຂອງ ທ້ອງຖິ່ນ

ນິຄົມປູກຜັກອິນຊີປອດສານພິດ ແກ້ງກາມ

ຈາກແນວຄວາມຄິດຊອກຫາແຫຼ່ງພືດຜັກປອດສານພິດໃຫ້ແກ່ ລູກຂອງຕົນ, ສອງຜົວເມຍອ້າຍ ໂງກວາງຫວູ ແລະ ເອື້ອຍ ດັ້ງ ເລໝີ໋ ຢູ່ທີ່ບ້ານ ຖາວດ່ຽນ, ເມືອງ 2, ນະຄອນ ໂຮ່ຈີມິນ ໄດ້ກໍ່ ສ້າງນິຄົມປູກຜັກອິນຊີປອດສານພິດແຫ່ງໜຶ່ງຂຶ້ນ ດ້ວຍ ຮູບ ແບບເຕັກໂນໂລຊີສູງຂອງອາເມລິກາ ແລະ ອິສຣາແອນ.
ພາຍຫຼັງ 2 ປີ ໃຊ້​ຄວາມພະຍາຍາມຊອກຫາບົດຮຽນປູກຜັກ ປອດສານພິດ, ເດືອນພຶດສະພາປີ 2015, ນິຄົມປູກຜັກປອດສານພິດ ແກ້ງກາມ (ຊື່ຫຼິ້ນຂອງລູກສາວກົກອ້າຍ ຫວູ ແລະ ເອື້ອຍ ໝີ໋) ມີເນື້ອທີ່ 3.000 ຕາລາງແມັດ ໄດ້ມີຜະລິດຕະພັນ ຂອງຕົນສະ​ຫນອງ​ໃຫ້​ແກ່ຜູ້ບໍລິໂພກ. ປະຈຸບັນນິຄົມ ແກ້ງກາມ ໄດ້ກາຍເປັນບ່ອນສະໜອງຜັກປອດສານພິດໃຫ້ແກ່ຊາວ ນະ ຄອນໂຮ່ຈີມິນ.ໄລຍະທ້າຍອາທິດເປັນໄລຍະທີ່ຫຍຸ້ງວຽກສຸດຢູ່ນິຄົມ ແ​ກ້ງກາມ ເມື່ອລູກຄ້າມາຢ້ຽມຢາມ ແລະ ຊື້ຜັກເປັນຈຳນວນຫຼວງຫຼາຍ.

ເຖິງ​ແມ່ນວ່າຕ້ອງຊື້ຜັກດ້ວຍລາຄາສູງ, ແຕ່ລູກຄ້າມາທີ່ນີ້ ຜູ້ໃດກໍ່ ຮູ້ສຶກ​ເພີ່ງພໍໃຈທີ່ໄດ້ເຫັນ​ກັບຕາ​ຂະ​ບວນການບົວລະບັດ ແລະ ການພັດ​ທະ​ນາຜັກຊະນິດ​ຕ່າງໆຕົວ​ຈິງ. ​ລູ​ກຄ້າ​ມີ​ຄວາມ​ສະ​ບາຍ ໃຈຕໍ່ຜະລິດຕະພັນຢູ່ທີ່ນີ້ ຍ້ອນວ່າມັນຮັບປະກັນໄດ້ 3 ​ປັດ​ໃຈຄື: ສະອາດ, ສົດ ແລະ ມີພຽງພໍທາດບຳລູງ.
 
ລິເລີ່ມລົງມືປະຕິບັດການກໍ່ສ້າງນິຄົມ ແ​ກ້ງກາມ, ​ໂດຍພາຍ ໃຕ້ສາຍ ຕາຂອງນັກວິສາວະກອນ​ດ້ານເຕັກໂນໂລຊີ-ສື່ສານ, ອ້າຍໂງ ກວາງຫວູ ໄດ້ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ​ໃຫ່​ມ ສຸດດ້ານ ກະສິກຳ, ນັ້ນຄືປູກຜັກອິນຊີປອດສານພິດຂອງ ອາເມ ລິກາ ແລະ ປູກຜັກດ້ວຍນຳ້ຂອງ ອິສຣາແອນ. ທຸກໆ ຂັ້ນຕອນ ຂອງ ການປູກຄື: ການເລືອກແນວພັນ, ການປູກ, ການສ້າງ ເຮືອນ ຮົ່ມ​ຕາຫນ່າງ, ການດັດແປງດິນ, ລະບົບເຄື່ອງຈັກອັດ ຕະໂນມັດຕ້ອງບັນລຸໄດ້ຄວາມຮຽກຮ້ອງຕ້ອງການ ​ແລະ ຖືກ ຕ້ອງ ​ຕາມ​ກຳ ມະ​ວິທີ.  ​ເນື່ອງ​ຈາກຍັງຂາດປະສົບການ ​ແລະ ກໍ່​ເປັນຄັ້ງທຳ​ອິດ​ຈຶ່ງ​ເຮັດ​ໃຫ້​ມີ ຄ່າໃຊ້ຈ່າຍເບື້ອງຕົ້ນປະມານ  5 ຕື້ດົ່ງ, ແຕ່ຜົວເມຍ ຫວູຍັງຕັດສິນໃຈ​ເຮັດ​ຕໍ່ໃຫ້ໄດ້.

ມູນໜຶ່ງຢູ່ນິຄົມປູກຜັກອິນ​ຊີປອດສານພິດ ແກ້ງກາມ. 


ແນວພັນປູກຕ້ອງຮັບປະກັນດ້ານມາດຕະຖານ.



ພາບ​ໄກ້​ຂອງແນວພັນຜັກຊະນິດໜຶ່ງຂອງນິຄົມ ແກ້ງກາມ.


ແນວພັນໝາກເລັ່ນ.



ຜັກປັງໄດ້ຮັບການບົວລະບັດຕາມລະບົບ​ຫົດ​ນຳ້ອັດຕະໂນມັດ...



.
..ສະນັ້ນ ຜັກທຸກຊະນິດຢູ່ທີ່ນີ້ ​ເຕີບ​ໃຫ່ຍສະຫມຳ່ສະເໝີ ແລະ ຂຽວງາມດີ. 


ເຄື​່ອງວັດແທກອຸນນະພູມ ແລະ ຄວາມຊຸ່ມຊື່ນໄດ້ຖືກນຳໃຊ້ເພື່ອ ບົວລະບັດສວນປູກຜັກປອດສານພິດ.


ເຂດກ້າເບ້ຍຜັກ, ມັນ, ໝາກໄມ້ທຸກຊະນິດ.



ຜະລິດຕະພັນປອດ​ສານພິດຮັບປະກັບ 3 ປັດ​ໃຈ​ຄື: ສະອາດ, ສົດ ແລະ ມີທາດບຳລູງພຽງພໍ
.

ເມື່ອແບ່ງປັນຄວາມ​ເຫັນກ່ຽວກັບຄວາມຫຍຸ້ງຍາກໃນເບື້ອງຕົ້ນ, ອ້າຍ ຫວູ ໃຫ້ຮູ້ວ່າ: “ກ່ອນອື່ນໝົດຕ້ອງຊອກໃຫ້ໄດ້ທີ່ດິນປູກຝັງ ກວ້າງຂວາງຢູ່ໃຈກາງນະຄອນຍ້ອນວ່າການກໍ່ສ້າງ ເຮືອນຮົ່ມ​ຕາຫນ່າງຢູ່ໃນນະຄອນຈະ​ໃຊ້​ຈ່າຍຫຼາຍ ແລະ ມີຄວາມຫຸ້ຽງ ຍາກກວ່າຢູ່ເຂດນອກ​ເມືອງ. ໃນການບົວລະບັດຕ້ອງດັດປັບ​ສູດ​ໃຫ້ທາດບຳລູງຕົ້ນໄມ້ແຕ່ລະຊະນິດເພື່ອ​ໃຫ້ເໝາະສົມກັບເງື່ອນ ໄຂທຳມະຊາດ...”.

ຜົນສຳເລັດເບື້ອງຕົ້ນໄດ້ສ້າງ​ຄວາມໝັ້ນໃຈໃຫ້ແກ່ຜົວເມຍອ້າຍ ຫວູ ແລະ ເອື້ອຍ ໝີ໋ ສືບຕໍ່ພັດທະນານິຄົມປູກຜັກອິນ​ຊີປອດສານພິດ. ຜົນຜະລິດຕ່າງໆ​ເບື້ອງ​ຕົ້ນໄດ້ຈຳຫນ່າຍ​​ໃຫ້​ຄົນຮູ້​ຈັກ ແລະ ເພື່ອນ​ໄກ້​ສິດ . ດົນໆ​ ໄປຄ່ອຍໆມີຫຼາຍຄົນ ຮູ້ຈັກນິຄົມ ແລະ ນິຍົມ​ຊົມ​ຊອບ​ຊື້ຜະລິດຕະພັນຢູ່ທີ່ນີ້.
 
ປະຈຸບັນຢູ່ນະຄອນ ໂຮ່ຈີມິນ, ຄວາມຕ້ອງການສະບຽງອາຫານທີ່ປອດໄພ ແລະ ປອດສານພິດ ຂອງຜູ້ບໍລິໂພກແມ່ນ ຫຼາຍ. ຜະ ລິດຕະພັນຢູ່ນິຄົມ ແກ້ງກາມ ຮັບປະກັນບໍ່ໃສ່ຝຸ່ນ ​ແລະ ບໍ່ໃຊ້ຢາ ປາບສັດຕູພືດ, ບໍ່ໃຊ້ສານ​ກະ​ຕຸ້ນ​ການ​ເຕີບ​ໃຫ່ຍ ແລະ ບໍ່ປັບປຸງ​ສາຍ​ພັນ, ບໍ່​ໃຊ້​ສານ​ກັນ​ບູດ. ແຕ່ລະມື້, ນິຄົມ ແກ້ງກາມ ຂາຍ ຍ່ອຍ ​ແລະ ຈັດ​ສົ່ງຜະລິດຕະພັນພືດ​ຜັກ, ຫມາກ ອອກໄດ້ 50 ກິໂລກຣາມ . ​ໄດ້ມີຫລາຍ​ຮ້ານ ສັບພະ ສິນຄ້າສັ່ງ ຊື້ສິນຄ້າ ແຕ່ອ້າຍ ຫວູ ຍັງບໍ່ທັນຮັບປາກ ຍ້ອນຍັງບໍ່ສາມາດ ຕອບສະ ໜອງຕາມ​ຄວາມ​ຕ້ອງການໄດ້ເທື່ອ. ໃນອານາ​ຄົດ​ອັນ​ໄກ້ໆ​ນີ້, ຜົວເມຍອ້າຍ ຫວູ ແລະ ເອື້ອຍ ໝີ໋ ຈະຮ່ວມສຳພັນກັບຄູ່ຮ່ວມ ມືເພື່ອກໍ່ສ້າງຮູບແບບຄືດັ່ງນິຄົມ ແກ້ງກາມ ຍົກ​ຄວາມສາມາດ ຕອບສະໜອງຕາມຄວາມຕ້ອງການຂອງຜູ້ບໍລິໂພກ.

ນອກຈາກສະໜອງແຫຼ່ງຜັກອິນ​ຊີປອດສານພິດ, ນິຄົມ ແກ້ງ ກາມ ຍັງສະໜອງການບໍລິການຕິດຕັ້ງຮ້ານ ປູກຜັກເທິງເຮືອນ (ຊັ້ນ ດາດ​ຟ້າ), ການເກັບກ່ຽວ, ການຂາຍຕົ້ນໄມ້, ຕິດຕັ້ງລະບົບ ຫົດນຳ້ ອັດຕະໂນມັດແບບປະຢັດນຳ້ ແລະ ອື່ນໆ. ​ແຕ່ລະ​ເດືອນ ຈະ​ມີມື້ໜຶ່ງນິຄົມ ແກ້ງກາມຈັດຕັ້ງການຮຽນວິທີການປູກ ແລະ ບົວລະບັດຜັກປອດສານພິດໃຫ້ທຸກຄົນທີ່ມານິຄົມ. ທີ່ນີ້ ຍັງເປັນ ບ່ອນທ່ອງທ່ຽວຂອງທຸກຄົນນຳ​ອີກ, ​ໂດຍ​ສະ​ເພາະແມ່ນ ພວກ ນ້ອງນ້ອຍມາສຳ​ພັດ​ກັບ​ການ​ຮຽນເປັນນັກກະສິ ກອນຕົວ​ຈິງ. 

ປະຈຸບັນ, ນິຄົມ ແກ້ງກາມ ມີຜັກປອດສານພິດປະມານ 100 ​ແນວ​ພັນ,
ໃນນັ້ນ ມີຫລາຍ​ກວ່າ 50 ຊະນິດ ໄດ້ເກັບກູ້​ທຸກໆວັນ.



ບັນດາຜະລິດຕະພັນຜັກປອດສານພິດມີຄວາມ ປອດໄພ ແລະ ຮັບປະກັນຕໍ່ສຸຂະພາບ.


ບັນດາຜະລິດຕະພັນຢູ່ນິຄົມ ແກ້ງກາມ ຮັບປະກັນ ​ແລະ ​ເຂັ້ມ ງວດ​ເລື່ອງ​ການບໍ່ໃສ່ຝຸ່ນ, ບໍ່ໃຊ້ຢາປາບສັດຕູພືດ,
ບໍ່ໃຊ້ສານ​ກະ​ຕຸ້ນ​ການຈະ​ເລີ​ນ​ເຕີບ​ໂຕ, ບໍ່​ປັບ​ປ່ຽນ​ແນວ​ພັນ ​ແລະ ບໍ່​ໃຊ້​ສານ​ກັນ​ບູດ. 



ລູກຄ້າ​ເພີ່ງພໍໃຈກັບຜະລິດຕະພັນຢູ່ນິຄົມ ແກ້ງກາມ. 

ຮູບແບບນິຄົມ ແກ້ງກາມ ຂອງຜົວເມຍອ້າຍ ຫວູ ແລະ ເອື້ອຍ ໝີ໋ ໄດ້ສ້າງ​ເສັ້ນ​ທາງ​​ໄປເຖິງຈຸດຫມາຍຄືໃຫ້ທຸກຄົນໄດ້ນຳໃຊ້ ແຫຼ່ງຜັກປອດສານພິດ, ປອດໄພຖ້າ​ຈະປູກຢູ່ເຮືອນຊານຂອງ ຕົນຕາມ​ທິດ “ກະສິກຳ​ໃນ​ເມືອງ”  ຄືຢູ່ຕ່າງປະເທດ. ເອື້ອຍ ດັ້ງ ເລໝີ໋ ໃຫ້ຮູ້ວ່າ: “ລາຍຈ່າຍໃຫ້ແກ່ ຮູບແບບປູກຜັກອິນ​ຊີປອດ ສານພິດ​ແມ່ນບໍ່ຫຼາຍ, ພຽງແຕ່ມີສະຖານ​ທີ່​ໃດໜຶ່ງກວ້າງປະມານ 2  ຕາລາງແມັດຂຶ້ນໄປຈະ​ເປັນ​ລະບຽງ​ເຮືອນ, ຊັ້ນດາດ​ຟ້າກໍ່ ສາມາດເຮັດໄດ້ແລ້ວ. ພຽງ​ແຕ່​ໃຫ້ມີປະສົບ​ການ​ເລັກ​ນ້ອຍ ແລະ ນຳໃຊ້ເຕັກໂນໂລຊີຫົດນຳ້ແບບປະຢັດທ່ານກໍ່ສາມາດມີສວນ ປູກຜັກຂະ ໜາດນ້ອຍ, ທີ່ມີຄວາມ ປອດໄພ ແລະ ຮັບປະກັນ​ໃຫ້​ແກ່ສຸຂະ ພາບຂອງຕົນເອງ​ໄດ້ແລ້ວ”. 
ບົດ: ຫງວຽນແອງ - ພາບ: ດັ້ງກິມເຟືອງ

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ຈົນເຖິງຂະນະນີ້, ຂະ​ບວນການ​ປະຕິບັດ​ໂຄງການ​ເປົ້າໝາຍ​ແຫ່ງ​ຊາດ​ ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ ​ໄດ້​ຊ່ວຍ​ໃຫ້​ແຂວງ​ ລອງ​ອານ ​ໄດ້​ຮັບ​ຜົນ​ດີ, ພິ​ເສດ​ແມ່ນ​ການ​ປັບປຸງ​ພື້ນ ຖານ​ໂຄງ​ລ່າງ​ ​ແລະ ກະສິກຳ​ ຊົນນະບົດ ໃຫ້​ນັບ​ມື້​ນັບ​ພັດ ທະນາ​ ຢ່າງ​ມີ​ຄຸນ​ນະພາ​ບ, ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ ​ແລະ ​ເສດຖະກິດຂອງ​ປະຊາຊົນ, ນຳມາຄວາມເບີກບານສຳລານໃຈ ​ແລະ​ ຄວາມ​ມີ​ຊີວິດ​ຊີວາ​ ໃໝ່​ ສູ່ດິນແດນ ປະຕູສູ່​ ພາກຕາ​ເວັນ​ຕົກ​ສ່ຽງ​ໃຕ້.

Top