• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນຳວົງເງິນການຄ້າຫວຽດນາມ-ເບລາຣຸດຂຶ້ນເຖິງລະດັບ500ລ້ານUSDໃນຊຸມປີຈະມາເຖິງ

      ຕອນເຊົ້າວັນທີ 27 ມິຖຸນາ, ທີ່ການເຈລະຈາ ລະຫວ່າງ ທ່ານປະທານປະເທດຫວຽດນາມເຈີນດ້າຍກວາງ ແລະ ທ່ານປະທານາທິບໍດີ ເບລາຣຸດ Alexander Lukashenko ດຳເນີນ ພາຍຫລັງພິທີຕ້ອນຮັບທ່ານປະທານປະເທດ ເຈີນດ້າຍກວາງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ຢ່າງເປັນທາງການ, 
(ທ່ານປະທານປະເທດເຈີນດ້າຍກວາງ ແລະ
ທ່ານປະທານາທິບໍດີ ເບລາຣຸດ Alexander Lukashenk)
      ການນຳທັງສອງທ່ານ ໄດ້ຢືນຢັນຄວາມຕັດສິນໃຈປັບປຸງ ແລະ ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫລາຍດ້ານລະຫວ່າງສອງປະເທດ, ຕອບສະຫນອງຜົນປະໂຫຍດຂອງທັງສອງຝ່າຍ ພ້ອມກັນມານະພະຍາຍາມນຳການພົວພັນສອງປະເທດຂຶ້ນສູ່ລະດັບສູງໃຫມ່. ສອງຝ່າຍໄດ້ປຶກສາຫາລື ແລະ ເປັນເອກະພາບຫລາຍມາດຕະການລະອຽດ ເພື່ອນຳການຮ່ວມມືດ້ານເສດຖະກິດ ການຄ້າ ແລະ ການລົງທຶນໃຫ້ພັດທະນາກວ່າອີກ, ສູ້ຊົນຍົກວົງເງິນການຄ້າສອງຝ່າຍໃຫ້ຂຶ້ນເຖິງ 500 ລ້ານ USD ໃນສອງປີຈະມາເຖິງ ພ້ອມທັງຄົ້ນຄ້ວາເປີດກວ້າງການຮ່ວມມືໃນຂົງເຂດກະສິກຳ ຊື່ງສອງປະເທດມີຄວາມສາມາດບົ່ມຊ້ອນໃຫຍ່.
      ທີ່ການປະຊຸມຂ່າວພາຍຫລັງການເຈລະຈາ, ທ່ານປະທານາທິບໍດີ ເບລາຣຸດ Alexander Lukashenko ເນັ້ນຫນັກວ່າ ເບລາຣຸດ ຖືຫວຽດນາມ ແມ່ນຄູ່ຮ່ວມມືຍາວນານ, ສອງປະເທດບັນລຸໄດ້ຄວາມຮັບຮູ້ລວມກ່ຽວກັບການເພີ່ມທະວີການຮ່ວມມືສອງຝ່າຍ, ຍູ້ແຮງການແລກປ່ຽນຄະນະຜູ້ແທນ, ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ. ທ່ານປະທານປະເທດ ເຈີນດ້າຍກວາງ ໃຫ້ຮູ້ວ່າ: ທີ່ການເຈລະຈາ, ສອງຝ່າຍໄດ້ປຶກສາຫາລືບັນດາມາດຕະການເພື່ອແນໃສ່ຊຸກຍູ້ການແລກປ່ຽນດ້ານການຄ້າສອງຝ່າຍ, ເປີດກວ້າງການຮ່ວມມືລົງທຶນລະຫວ່າງສອງປະເທດໃນຊຸມປີຈະມາເຖິງ.
        “ສອງຝ່າຍເຫັນດີ ສືບຕໍ່ສົມທົບກັນຜັນຂະຫຍາຍໂຄງການຮ່ວມມືລະຫວ່າງຫວຽດນາມ ແລະ ເບລາຣຸດໃນບັນດາຂົງເຂດເສດຖະກິດ, ວິທະຍາສາດ, ການສຶກສາ ແລະ ວັດທະນະທຳໄລຍະ 2016 – 2018, ເພີ່ມທະວີປະສິດທິຜົນການເຄື່ອນໄຫວຂອງຄະນະກຳມະການລະຫວ່າງລັດຖະບານ, ຕັ້ງຫນ້າຫນູນຊ່ວຍການເຄື່ອນໄຫວສົ່ງອອກ ນຳເຂົ້າສິນຄ້າ, ຊຸກຍູ້ການຄ້າ ການລົງທຶນລະຫວ່າງສອງປະເທດ, ເປີດກວ້າງການຮ່ວມມືໃນຂົງເຂດອຸດສາຫະກຳ.
        ທ່ານປະທານປະເທດ ເຈີນດ້າຍກວາງ ເຊື່ອໝັ້ນວ່າ ການພົວພັນລະຫວ່າງຫວຽດນາມ ແລະ ເບລາຣຸດ ຈະມີບັນດາບາດກ້າວພັດທະນາຢ່າງຕັ້ງຫນ້າ, ມີປະສິດທິຜົນກວ່າໃນບັນດາຂົງເຂດ, ເປັນພື້ນຖານໝັ້ນຄົງນຳການພົວພັນສອງປະເທດຂຶ້ນສູ່ລະດັບສູງໃຫມ່.
ຖະແຫຼງການຮ່ວມຫວຽດນາມ-ເບລາຣຸດເນື່ອງໃນໂອກາດການຢ້ຽມຢາມຂອງທ່ານປະທານປະເທດຫວຽດນາມ
        ສິ້ນສຸດການຢຽມຢາມເບລາຣຸດ ຢ່າງເປັນທາງການ ຫວຽດນາມ ແລະ ເບລາຣຸດ ໄດ້ອອກຖະແຫຼງການຮ່ວມ. ໃນນັ້ນ, 2 ຝ່າຍໄດ້ລົງນາມໃນຖະແຫຼງການຮ່ວມສະແດງທັດສະນະເຊັ່ນດຽວກັນກ່ຽວກັບບັນດາບັນຫາ 2 ຝ່າຍ ແລະ ສາກົນ, ຢືນຢັນແນວທາງສະເໝີຕົ້ນສະເໝີປາຍປັບປຸງ ແລະ ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ແລະ ສ.ເບລາຣຸດ. 2 ຝ່າຍໄດ້ຢືນຢັນຄວາມປາດຖະໜາຢາກພ້ອມກັນເພີ່ມທະວີການຮ່ວມມືດ້ານເສດຖະກິດ - ການຄ້າ; ກະສິກຳ, ອຸດສາຫະກຳເບົ່າ, ເຕັກໂນໂລຊີຂໍ້ມູນຂ່າວສານ, ທະນາຄານ ແລະ ບັນດາຂົງເຂດເສດຖະກິດອື່ນໆ; 2 ຝ່າຍສະແດງເລື່ອງພ້ອມແລ້ວທີ່ຈະຮ່ວມມືຢ່າງແໜ້ນແຟ້ນໃນຂອບເຂດບັນດາອົງການຈັດຕັ້ງສາກົນ.    2 ຝ່າຍຢືນຢັນການສະໜັບສະໜູນເລື່ອງແກ້ໄຂການຂັດແຍ້ງຜືນແຜ່ນດິນ, ໃນນັ້ນມີການຂັດແຍ້ງຢູ່ທະເລຕາເວັນອອກ ໂດຍສັນຕິວິທີ, ບໍ່ນຳໃຊ້ອາວຸດ ຫຼື ນາບຂູ່ນຳໃຊ້ອາວຸດ, ດ້ວຍການເຂົ້າຮ່ວມຂອງທຸກໆຝ່າຍທີ່ກ່ຽວຂ້ອງ ແລະ ຊົມເຊີຍບັນດາຄວາມມານະພະຍາຍາມເພື່ອຮຽບຮຽງ ແລະ ຮັບຮອງເອົາກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໂດຍໄວ.
        2 ຝ່າຍຖະແຫຼງສະໜັບສະໜູນນະໂຍບາຍຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ ແລະ ເບລາຣຸດ. ຝ່າຍຫວຽດນາມ ຢືນຢັນພ້ອມແລ້ວທີ່ຈະສະໜັບສະໜູບຄວາມປາດຖະນາຂອງເບລາຣຸດ ປັບປຸງການພົວພັນຮ່ວມມືຫຼາຍດ້ານກັບບັນດາປະເທດອາຊີຕາເວັນອອກສ່ຽງໃຕ້. ຝ່າຍເບລາຣຸດ ສະແດງເລື່ອງພ້ອມແລ້ວຈະໜູນຊ່ວຍຫວຽດນາມ ພັດທະນາຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດກັບບັນດາປະເທດສະມາຊິກພັນທະມິດເສດຖະກິດອາຊີ - ເອີລົບ ແລະ ປະຊາຄົມບັນດາປະເທດເອກະລາດ.
 (ແຫຼ່ງຄັດຈາກ VOV)
 

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top