• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຕ້ອນຮັບລັດຖະມົນຕີກະຊວງໂຍທາທິການແລະຂົນສົ່ງລາວ ແລະ ຜູ້ອຳນວຍການໃຫຍ່ບໍລິສັດ Hyundai Motor

(ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ​ຕ້ອນ​ຮັບ
ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງໂຍ​ທາ​ທິ​ການ ແລະ ຂົນ​ສົ່ງ​ລາວ ບຸນ​ຈັນ ສິນ​ທະ​ວົງ)
      ຕອນ​ບ່າຍ​ວັນ​ທີ 20/04, ຢູ່​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ​້​ໃຫ​້​ການ​ຕ້ອນ​ຮັບທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງໂຍ​ທາ​ທິ​ການ ແລະ ຂົນ​ສົ່ງ​ລາວ ບຸນ​ຈັນ ສິນ​ທະ​ວົງ. ທີ່​ການ​ຕ້ອນ​ຮັບ, ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຢືນ​ຢັນ​ວ່າ ຈະ​ສ້າງ​ທຸກ​ເງື່ອນ​ໄຂ​ເພື່ອ​ຊ່ວຍໃຫ້​ລາວ ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ທາງ​ຄົມ​ມະ​ນາ​ຄ​ົມ. ​ຫວຽດ​ນາມ ຈະ​ສ້າງ​ເງື່ອນ​ໄຂ​ອຳ​ນວຍ​ຄວາມ​ສະ​ດວກ​​ເພື່ອໃຫ້​ລາວ ນຳ​ໃຊ້​ທ່າ​ກ່ຳ​ປັ່ນ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ​, ສັງ​ຄົມ​ຢ່າງ​ແຮງ; ປາດ​ຖະ​ໜາ​ວ່າ ຝ່າຍ​ລາວ ຂຸດ​ຂົ້ນ​ທ່າ​ກ່ຳ​ປັ່ນ ຫວູງ​ອ໋າງ, ແຂວງ​ຮ່​າ​ຕິ້ງ ຢ່າງ​ມີ​ປະ​ສິດ​ທິ​ຜົນ, ດຶງດ​ູດ​ສິນ​ຄ້າ​ເຂົ້າ​ທຽບ​ທ່າ​ດັ່ງ​ກ່າວ​ໃຫ້ຫຼາຍ. ​ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ກໍ​ຊີ້​ນຳ​ບັນ​ດາ​ອົງ​ການ​ທີ່​ກ່ຽວ​​ຂ້ອງກັບ​ເລື່ອງ​ໜູນ​ຊ່ວຍ​ບາງ​ໂຄງ​ການ​ພື້ນ​ຖານ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ​ສຳ​ຄັນ​ຂອງ​ລາວ.
        ສ່ວນ​ທ່ານ​ລັດ​ຖະ​ມົນ​ຕີ ບຸນ​ຈັນ ສິນ​ທະ​ວົງ ໄດ້​ຂອບ​​ອົບ​ຂອບໃຈ​ຢ່າງ​ຈິງ​ໃຈ​ກ່ຽວ​ກັບ​ການ​ຊ່ວຍ​ເຫຼືອ​ຂອງ​ລັດ​ຖະ​ບານ, ກະ​ຊວງ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ​ຫວຽດ​ນ​າມ ​ທີ່​ມີ​ຕໍ່​ກະ​ຊວງໂຍ​ທາ​ທິ​ການແລະຂົນ​ສົ່ງ​ລາວ ບົນ​ຈິດ​ໃຈ​​ຮ່ວມ​ມື​ຖານອ້າຍ​ນ້ອງ.
        ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ S.K.Han, ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ Hyundai Motor, ສ.ເກົາ​ຫຼີ ຮັບ​ຜິດ​ຊອບ​ຂົງ​ເຂດ​ລົດ​ໂອ​ໂຕ​ການ​ຄ້າ. ຢູ່​ທີ່ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸ​ກ ໄດ້​ຕີ​ລາ​ຄາ​ສູງ​ເລື່ອງ Hyundai ຮ່ວມ​ມື​ກັບ Thaco ເພື່ອ​ຜະ​ລິດ​​ລົດ​ຂົນ​ສົ່ງ, ລົດ​ເມ​ຢູ່ກວາງ​ນາມ, ໃນ​ນັ້ນ​ມີ​ເລື່ອງ​ຍົກ​ສູງ​ອັດ​ຕາການ​ຜະ​ລິດ​ຢູ່​ຫວຽດ​ນາມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕ​ີໃຫ້​ຮູ້​ວ່າ, ລັດ​ຖະ​ບານ​ເອົາ​ໃຈ​ໃສ່​ເຖິງ​ການ​ພັດ​ທະ​ນາ​ການ​ຜະ​ລິດ​ເຄື່ອງ​ຈັກ​​ໃຫ້ລົດ​ໂອ​ໂຕ ແລະ ປາດ​ຖະ​ໜາ Hyundai ຄົ້ນ​ຄວ້າ, ລົງ​ທຶນ​ພັດ​ທະ​ນາ​ຂົງ​ເຂດ​ນີ້​ຢູ່​ຫວຽດນ​າມ.
 (ແຫຼ່ງຄັດຈາກ VOV)

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ພ້ອມກັບປະກອບສວ່ນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ.

Top